Breaking News

Uncategorized

Land Rover-Laos ຈັດງານ The Above & Beyond Tour ຄົ້ນຫາຕົວແທນໄປຮ່ວມກິດຈະກໍາຢູ່ປະເທດ ນາມິເບຍ (ອາຟຣິກາໃຕ້)

ສູນລາວແລນໂລເວີ ໄດ້ຈັດກິດຈະກຳ ທົດລອງຂັບລົດແບບວິບາກ ຫຼື ອ໋ອບໂຣດ (The Above & Beyond Tour ) ຢູ່ທີ່ບຶງທາດຫຼວງ ເຂດເສດຖະກິດພິເສດ ໃນວັນທີ 1-3 ພະຈິກ 2019 ທີ່ຜ່ານມາ. ແລະ ຂໍສະແດງຄວາມຍິນດີນຳ ທ່ານ ດານຸພົນ ວົງຄີລີ ທີ່ເປັນຜູ້ຊະນະໃນງານທົດລອງຂັບລົດແບບ ອ໋ອບໂລດ The Above & Beyond Tour ທີ່ຈະໄດ້ໄປຮ່ວມກິດຈະກຳຂອງແລນໂລເວີ ທີ່ປະເທດນາມິເບຍ (ອາຟຣິກາໃຕ້) ກິດຈະກຳງານ Land Rover The Above & Beyond Tour ຖືເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກທີ່ບໍ່ຄືໃຜ ເປັນໂອກາດທີ່ດີຫຼາຍສຳລັບລູກຄ້າທີ່ໄດ້ເຂົ້າມາສຳພັດເຖິງສະມັດຖະນະ ແລະ ຄວາມສາມາດຂອງລົດ SUV ອັນດັບໜຶ່ງ ທີ່ບໍ່ມີໃຜທຽບໄດ້. ໂດຍໄດ້ມີຜູ້ຊ່ຽວຊານຈາກຕ່າງປະເທດທີ່ມີປະສົບການດ້ານການຂັບຂີ່ທາງວິບາກແບບອ໋ອບໂຣດ ໄດ້ມາໃຫ້ຄຳແນະນຳໃນການຮັບມືກັບທຸກສະພາບພູມສັນຖານຂອງປະເທດທີ່ຍາກລຳບາກທີ່ສຸດບໍ່ວ່າຈະເປັນພື້ນທີ່ສູງຊັນ, …

Read More »

ສ່ອງ! ພັດທະນາການຄວາມເຊັກຊີ່ຂອງ ເນັດໄອດໍ້ສາວ ແກ້ວຕາ ພອນປະເສີດ… ແຊ໋ບຂະໜາດໃດຕ້ອງເບິ່ງເອງ!!!

ສ່ອງ! ພັດທະນາການຄວາມເຊັກຊີ່ຂອງ ເນັດໄອດໍ້ສາວ ແກ້ວຕາ ພອນປະເສີດ… ແຊ໋ບຂະໜາດໃດຕ້ອງເບິ່ງເອງ!!! ຖືວ່າເປັນເນັດໄອດໍ້ອີກຄົນໜຶ່ງທີ່ຄວາມສາມາດ ແລະ ຄວາມດັງນັ້ນບໍ່ເຄີຍຫຼຸດລົງເລີຍ ແຖມຍັງຈະເພີ່ມຂຶ້ນຕະຫຼອດດ້ວຍຊໍ້າ ສໍາລັບເນັດໄອດໍ້ສາວ ແກ້ວຕາ ພອນປະເສີດ ທີ່ແຈ້ງເກີດດ້ວຍຄວາມໜ້າຮັກ ສົດໄສ ສະຕາຍ ສາວມໍປາຍ ແລະ ກາຍເປັນທີ່ຮູ້ຈັກໃນໂລກໂຊຊ່ຽວຢ່າງຫຼວງຫຼາຍເມື່ອ 3-4 ປີກ່ອນ ຈົນໄປໃສມາໃສບໍ່ມີໃຜທີ່ບໍ່ຮູ້ຈັກກັບສາວນ້ອຍຄົນນີ້. ຫຼັງຈາກນັ້ນກໍມີແມວມອງສາຍຕາດີດຶງຕົວເຂົ້າສູ່ວົງການບັນເທິງດ້ວຍຜົນງານການຖ່າຍແບບ, ໂຄສະນາສິນຄ້າ ແລະ ຜັນຕົວມາເປັນ ນາງແບບ, ນັກສະແດງຢ່າງເຕັມຕົວພາຍໃຕ້ສັງກັດຄ່າຍ A- list Agency ໃນປັດຈຸບັນ. ຈາກມື້ນັ້ນຈົນຮອດມື້ນີ້ ສາວນ້ອຍຄົນນີ້ກໍຍັງຄົງຄວາມໜ້າຮັກ ແລະ ພັດທະນາຄວາມສາມາດຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ສິ່ງທີ່ເພີ່ມມາອີກອັນໜຶ່ງກໍຄື ແຫ່ງໃຫຍ່ຂຶ້ນເທົ່າໃດ ສາວແກ້ວຕາ ກໍແຫ່ງສາຍແວວອອກເຖິງຄວາມເຊັກຊີ່ ເຫັນໄດ້ຈາກໂພສທີ່ ແກ້ວຕາ ນັ້ນສວມໃສ່ບີກີນີ່ ໃນທຣີບທະເລເດືອດຄັ້ງທີ່ແລ້ວ, ພ້ອມກັບການຖ່າຍແບບແນວເຊັກຊີ່ຂອງແກ້ວຕາແຕ່ລະຄັ້ງແລ້ວ ຮູ້ເລີຍວ່ານາງພັດທະນາຂຶ້ນອີ່ຫຼີ ແລະ ມື້ນີ້ແອັດມິ້ນກໍຈະຊວນໜຸ່ມໆມາເບິ່ງພັດທະນາການຂອງເນັດໄອດໍ້ສາວຄົນນີ້ ວ່ານາງມາໄກຂະໜາດໃດ໋ແລ້ວ??? …

Read More »

ເປີດປະຕູ ສູ່ປະເທດຈີນ ດ້ວຍປື້ມ 4 ເຫຼັ້ມ ທີ່ມີທັງພາສາລາວ ແລະ ຈີນ

ວັນທີ 7 ພະຈິກ 2019 ນີ້, ທີ່ຫໍສະໝຸດແຫ່ງຊາດ. ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ ຮ່ວມມືກັບ ສະມາຄົມນັກປະພັນລາວ ໄດ້ຈັດງານແນະນຳປື້ມໃຫມ່ 2 ພາສາ ລາວ-ຈີນ ພາຍໃຕ້ຫົວຂໍ້  “ເປີດປະຕູ ສູ່ປະເທດຈີນ”   ງານຄັ້ງນີ້ ໄດ້ນໍາສະເໜີປຶ້ມໃໝ່ 4 ເຫຼັ້ມ ເຊິ່ງ ເປັນຜົນງານຮ່ວມມືລະຫວ່າງວິທະຍຸສາກົນແຫ່ງປະເທດຈີນ ແລະ ສະມາຄົມນັກປະພັນລາວ ເຊິ່ງໄດ້ຈັດພິມເປັນ 2 ພາສາລາວ-ຈີນ. ປຶ້ມ “ຮູ້ຮອບຈີນ” ເປັນປຶ້ມສາລານຸກົມກ່ຽວກັບປະເທດຈີນ ໂດຍໄດ້ແນະນໍາພູມສັນຖານ, ຊັບພະຍາກອນ, ປະຊາກອນ, ການເມືອງ, ການທ່ອງທ່ຽວ, ຊົນເຜົ່າກັບສາສະໜາ, ສະຖາປັດຕະຍະກໍາ ແລະອື່ນໆຂອງຈີນ ​ເຊິ່ງໄດ້ກວມລວມສະພາບ​ໂດຍ​ຫຍໍ້ຂອງຈີນຢ່າງເປັນລະບົບ, ຜູ້​ອ່ານ​ສາມາດ​ເຂົ້າ​ໃຈປະເທດຈີນຢ່າງ​ລະອຽດ. ປຶ້ມ “ກະວີເພື່ອເຈົ້າ-ບົດກະວີຈີນ ສະໄໝປັດຈຸບັນຮ້ອຍບົດ” ໄດ້ເລືອກເອົາບົດກະວີສະໄໝປັດຈຸບັນທີ່ດີເດັ່ນຂອງຈີນທັງ​ໝົດ 100 ບົດ ​ເຊິ່ງມີເນື້ອໃນທີ່ຫຼາກ​ຫຼາຍເຊັ່ນ: …

Read More »

ເລື່ອງເງິນ-ຄໍາ ເຖິງວ່າມັນຈະບໍ່ສຳຄັນທີ່ສຸດໃນຊີວິດ ແຕ່ມັນກໍເປັນສິ່ງຈໍາເປັນທີ່ສຸດໃນຊີວິດ ຂອງທຸກຄົນ ໂດຍສະເພາະ “ຊີວິດຄູ່”

ຮັກແທ້ແຕ່ຍັງຜິດກັນຍ້ອນເງິນ!! ເລື່ອງເງິນ-ຄໍາ ເຖິງວ່າມັນຈະບໍ່ສຳຄັນທີ່ສຸດໃນຊີວິດ ແຕ່ມັນກໍເປັນສິ່ງຈໍາເປັນທີ່ສຸດໃນຊີວິດ ຂອງທຸກຄົນ ເພາະສະນັ້ນ ຄວນຕົກລົງກັນ ກ່ອນຈະມີບັນຫາພາຍຫຼັງຕັດສິນໃຈໃຊ້ຊີວິດຮ່ວມກັນ. ສາວໆທີ່ກໍາລັງຈະຕັດສິນໃຈ ໃຊ້ຊີວິດຄູ່ ກະລຸນາ ຄິດໜ້ອຍໜຶ່ງກ່ອນເນາະ! ຢ່າເກງໃຈທີ່ຈະຖາມເຖິງການວາງແຜນເລື່ອງເງິນ ຂອງຄົນຮັກ ຖ້າບໍ່ຢາກຜິດກັນພາຍຫຼັງ ຄວນຖາມເຂົາກ່ຽວກັບການເງິນ ແລະ ຊ່ວຍກັນວາງແຜນຫຼືຕົກລົງເລື່ອງເງິນກ່ອນຕັດສິນໃຈໃຊ້ຊີວິດຄູ່ ຖ້າຫາກຕົກລົງກັນໃຫ້ເຂົ້າໃຈດີແລ້ວ ເຊື່ອໄດ້ວ່າເລື່ອງເງິນຈະບໍ່ມາເຮັດໃຫ້ຄວາມຮັກຂອງທ່ານມີບັນຫາແນ່ນອນ ໃຜຈະເປັນຄົນກໍາເງິນ?? ເປັນຄໍາຖາມທໍາອິດທີ່ຈະຕ້ອງລົມກັນໃຫ້ເຂົ້າໃຈທີ່ສຸດ ຖ້າຈະຕົກລົງແຕ່ງດອງກັນແລ້ວ ລາຍໄດ້ ແລະ ຊັບສິນຫຼັງຈາກແຕ່ງດອງ ຄວນຈະຕົກເປັນກອງກາງທັນທີ່ ການບໍລິຫານລາຍຮັບ-ລາຍຈ່າຍ ຄວນບໍລິຫານຮ່ວມກັນ ເພື່ອທັງສອງຈະໄດ້ມີສ່ວນຮັບຜິດຊອບຮ່ວມກັນ. ຕົກລົງກັນແລ້ວກໍຄວນມີຂໍ້ຈໍາກັດໃນການໃຊ້ເງິນ. ເພື່ອບໍ່ໃຫ້ມີບັນຫາກັນໃນໄລຍະຍາວ ທັງສອງຄວນລົມກັນເລື່ອງລາຍຈ່າຍໃນຊີວິດປະຈໍາວັນວ່າ ມີຫຍັງແດ່? ອັນໃດທີ່ຄວນເພີ່ມ-ຄວນຫຼຸດ ຫຼື ຄວນອອກກັນ ເພື່ອຄວາມສົມດຸນຂອງຊີວິດຄູ່. ເລື່ອງໜີ້ເປັນສິ່ງສຳຄັນທີ່ສຸດ!! ເລື່ອງໜີ້ ຫຼາຍຄົນເກືອບຕາຍຍ້ອນບໍ່ຮູ້ວ່າ ຄົນຮັກຂອງຕົນເປັນໜີ້ຫຼາຍປານໃດ ຖ້າຮັກກັນແທ້ ຄວນຍອມຮັບວ່າ ມີໜີ້ຫຍັງແດ່? ເທົ່າໃດ? ຍ້ອນຫຍັງຈິ່ງເປັນໜີ້? ຄວນບອກກັນໃຫ້ລະອຽດ ບໍ່ແມ່ນມາບອກຫຼັງແຕ່ງດອງ ເພາະຖ້າຮູ້ຫຼັງແຕ່ງດອງວ່າເປັນໜີ້ …

Read More »

Lao Samsung Electronics ຮ່ວມມື World Food Programme ສ້າງໂອກາດການຮຽນຮູ້ໃຫ້ກັບນ້ອງໆພິການຫູ ແລະ ປາກ

ແນ່ນອນຢູ່ແລ້ວວ່າ ການສຶກສາ ແລະ ອາຫານທີ່ມີປະໂຫຍດ ເປັນສິ່ງທີ່ສຳຄັນຂອງທຸກໆຄົນໃນສັງຄົມ ແລະ ທຸກຄົນມີສິດທີ່ຈະເຂົ້າເຖິງ ເຊັ່ນດຽວກັນກັບນັກຮຽນ 90 ກວ່າຄົນທີ່ມີບັນຫາເລື່ອງການປາກເວົ້າ ແລະ ການໄດ້ຍິນສຽງທີ່ ໂຮງຮຽນພິເສດນະຄອນຫຼວງວຽງຈັນ. ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຈຳກັດຜູ້ດຽວ (Lao Samsung Electronics Sole Co.,Ltd) ຮ່ວມມືກັບ ອົງການອາຫານໂລກ ປະຈຳ ສປປ ລາວ (World Food Programme) ສ້າງກິດຈະກຳອາສາສະໝັກຂອງພະນັກງານຂຶ້ນ (Employee Volunteer Program) ໃນຕອນເຊົ້າຂອງວັນທີ 17 ຕຸລາ 2019 ທີ່ຜ່ານມາ. ມີບັນດາພະນັກງານຈາກ  ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ, ອົງການອາຫານໂລກ ແລະ ພະນັກງານຈາກຕົວແທນຈຳໜ່າຍຂອງຊໍາຊຸງເຊັ່ນ: ຮ້ານ LTH, ຮ້ານ Lao AC Telecom, …

Read More »