Breaking News

Uncategorized

ມາແລ້ວ! ມາແລ້ວ!! ຂ່າວດີສໍາລັບນ້ອງໆນັກຮຽນທີ່ຮຽນຈົບມໍປາຍ

ນ້ອງໆນັກຮຽນຄົນໃດທີ່ຫາກໍຮຽນຈົບມໍປາຍ ແຕ່ຍັງບໍ່ທັນຮູ້ວ່າຈະໄປສຶກສາຕໍ່ຢູ່ໃສນັັ້ນ ມາເບິ່ງທາງນີ້ເລີຍ… ເພາະມື້ນີ້ເຮົາມີຂ່າວດີໆ…ມາບອກເດີ້ ສຳລັບ ນ້ອງໆນັກຮຽນຄົນໃດທີ່ມີຄວາມສົນໃຈຢາກເຂົ້າມາສຶກສາ ທີ່ສະຖາບັນເສດຖະກິດການເງິນ ແມ່ນສາມາດມາຊື້ຟອມສະໝັກເຂົ້າສອບເສັງ ກໍມາຊື້ໄດ້ຈະເລີ່ມຂາຍຟອມສະໝັກໃນວັນທີ 21/08/2017 ເປັນຕົ້ນໄປ. ຮູບພາບ ແລະ ຂໍ້ມູນ: ນັກສຶກສາ ສະຖາບັນເສດຖະກິດການເງິນ

Read More »

ພິທີຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ 20 ປີ ສປປ ລາວ ເຂົ້າອາຊຽນ

ໃນຕອນເຊົ້າຂອງວັນທີ 12 ສິງຫາ 2017, ທີ່ສວນສະທາລະນະປະຕູໄຊ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານໃນພິທີຍ່າງເພື່ອສຸຂະພາບ ເຊິ່ງເປັນໜຶ່ງໃນບັນດາກິດຈະກຳທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 50 ປີ (8/81997-8/8/2017) ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2017). ໃຫ້ກຽດເຂົ້າຮ່ວມໃນພິທີຍ່າງເພື່ອສຸຂະພາບຄັ້ງນີ້ມີ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາອະດີດການນຳ, ລັດຖະມົນຕີ, ຮອງລັດຖະມົນຕີ, ພະນັກງານ, ທະຫານ, ຕຳຫຼວດຈາກບັນດາກະຊວງ ແລະ ຂະແໜງຕ່າງໆທີ່ຮັບຜິດຊອບວຽກອາຊຽນ, ບັນດາເອກອັກຄະລັດຖະທູດ ແລະ ນັກການທູດປະເທດຕ່າງໆ, ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈຳ ສປປ …

Read More »

ຮູ້ແລ້ວເລີກດ່ວນ! 8 ພຶດຕິກໍາທີ່ເຮັດໃຫ້ໜ້າເປັນ ສິວອຸດຕັນ!

ບັນຫາກວນໃຈສໍາລັບສາວ ເລື່ອງສະພາບຜິວກໍຄົງໜີບໍ່ພົ້ນ ສິວອຸດຕັນ ແມ່ນບໍ່? ສິວເມັດນ້ອຍໆທີ່ເຮັດໃຫ້ໜ້າເຮົາບໍ່ລຽບນຽນ ຍິ່ງຖ້າປ່ອຍໄວ້ດົນໆ ຖ້າສິວມັນຫຼຸດອອກມາກໍເຮັດໃຫ້ຮູຂຸມຂົນກ້ວາງຕາມຂະໜາດຂອງສິວນໍາ ສາວໆຖ້າບໍ່ຢາກໃຫ້ເກີດເປັນ ສິວອຸດຕັນ ເທິງໃບໜ້າ ມາເບິ່ງ! 8 ພຶດຕິກໍາທີ່ຄວນຢຸດ ຖ້າບໍ່ຢາກໃຫ້ເກີດເປັນ ສິອຸດຕັນ ໄປເບິ່ງກັນເລີຍ ບໍ່ລ້າງໜ້າກ່ອນນອນ ໃນແຕ່ລະມື້ຜິວໜ້າຂອງເຮົາຕ້ອງເຈີກັບແສງແດດ ແລະ ມົນລະພາວະຕ່າງໆ ຍິ່ງຖ້າເຮົາແຕ່ງໜ້າຄວນຈະທໍາຄວາມສະອາດຜິວໜ້າໃຫ້ສະອາດຮຽບຮ້ອຍ ເພື່ອຫຼຸດອາການສິວອຸດຕັນ ສະນັ້ນ ການລ້າງໜ້າກ່ອນນອນເປັນສິ່ງທີ່ຫ້າມລະເລີຍເດັດຂາດ ບໍ່ວ່າເຮົາຈະເມື່ອຍ ຫຼືອ່ອນເພຍປານໃດກໍຕາມ ລະເລີຍການສະຄັບຜິວໜ້າ ຍິ່ງເຮົາອາຍຸຫຼາຍຂຶ້ນ ການພຼັດເຊວຜິວກໍຍິ່ງອ່ອນແອລົງ ເຮັດໃຫ້ເຊວຜິວເກົ່າທີ່ຕາຍແລ້ວບໍ່ຍອມຫຼຸດອອກມາ ເຊວຜິວເກົ່າທີ່ຕາຍແລ້ວນັ້ນສະສົມໄຜດ້ວຍມົນລະພາວະຕ່າງໆ ສາວໆ ຄວນສະຄັບໜ້າຢ່າງໜ້ອຍອາທິດລະຄັ້ງ ເພື່ອປ້ອງກັນການເກີດສິວອຸດຕັນເດີ້ສາວໆ ເອົາມືມາສໍາພັດໜ້າຕະຫຼອດ ສາວໆມືເຮົາບໍ່ຮູ້ວ່າໄປສໍາພັດຫຍັງມາແດ່ເຊິ່ງອາດຈະເຕັມໄປດ້ວຍເຊື້ອພະຍາດ ບໍ່ຄວນນໍາມືໄປສໍາພັດໃບໜ້າ ເພາະອາດຈະເຮັດໃຫ້ເກີດ ສິວອຸດຕັນ ຂຶ້ນເທິງໃບໜ້າໄດ້ ແລະ ຫ້າມແກະ ຫຼືເກົາແມ່ນຫຍັງເທິງໃບໜ້າເດັດຂາດເລີຍເດີ່! ບໍ່ເຮັດຄວາມສະອາດ Smart Phone ໂທລະສັບມືຖືສະໄໝນີ້ເກືອບຈະເປັນ Touch Screen (ລະບົບສໍາພັດ) …

Read More »

ຮູ້ແລ້ວເຊົາດ່ວນ! 8 ພຶດຕິກໍາທີ່ເຮັດໃຫ້ໜ້າເປັນ ສິວອຸດຕັນ!

ຄວາມຮັກກຳລັງມາແຮງ ສຽວຜິງແລະແຟນ ໝັ່ນໂຊຄວາມຫວານໃຫ້ແຟນຄລັບໄດ້ອິດສາກັນຖ້ວນໜ້າ!!!

ເປັນອີກໜຶ່ງຄູ່ຮັກດາລາທີ່ມີຄວາມໜ້າຮັກ  ເບິ່ງແລ້ວເໝາະສົມກັນດີສຳລັບ ສຽວຜິງ ໄຊຍະລິນ ແລະ ຕູ່ ສະຖາພອນ ຫຼັງຈາກທີ່ ຂວັນໃຈ ເຮົາມີການນຳສະເໜີຂ່າວຂອງທັງສອງມາກ່ອນໜ້ານີ້ແລ້ວວ່າທັງສອງນັ້ນໄດ້ຕົກລົງຄົບຫາເບິ່ງໃຈກັນແບບເປີດເຜີຍ ໂດຍທີ່ບໍ່ໄດ້ປິດບັງຕາມວິຖີຂອງດາລາທົ່ວໄປ, ບໍ່ພຽງແຕ່ຈະຄົບຫາເບິ່ງໃຈກັນແບບເປີດເຜີຍເທົ່້ານັ້ນ ແຖມທັງສອງຍັງໂຊຄວາມຫວານຜ່ານສື່ໃຫ້ເຫຼົ່າແຟນຄລັບໄດ້ເຫັນກັນເລື້ອຍໆ  (ໂອ້ຍ…ງານນີ້ຄົນໂສດບອກເລີຍມີເຄືອງ 555) ບໍ່ວ່າຈະໄປໃສ ງານອີເວັ້ນໃດ ກໍຈະເຫັນທັງສອງເປັນເງົາຕິດຕົວກັນຕະຫຼອດ ແລະທັງສອງເມື່ອມີເວລາຫວ່າງກໍມັກຈະຄວງແຂນກັນໄປທ່ຽວພັກຜ່ອນຕາມແບບສະບັບຂອງຄູ່ຮັກ. ເບິ່ງແລ້ວກໍມີຄວາມຍິນດີກັນທັງ ສາວ ສຽວຜິງ ແລະ ໜຸ່ມ ຕູ່ ທີ່ມີຄວາມຮັກທີ່ສວຍງາມມອບໃຫ້ກັນແລະກັນ ແຕ່ໃນທາງກົງກັນຂ້າມເຫຼົ່າແຟນຄລັບທີ່ຍັງໂສດກັບເວົ້າເປັນສຽງດຽວກັນວ່າ: ຖ້າຈະຫວານກັນຂະໜາດນີ້ຊ່ວຍດູຕົນຄົນໂສດທີ່ເຂົາບໍ່ມີຄູ່ແດ່ເດີ້ (ເຮີເຮີ). #ເປັນຄູ່ຮັກທີ່ໜ້າຮັກປານນີ້ຖ້າຫຍັງຢູ່ແຊຣໄປໆ ຂໍຂອບໃຈຮູບພາບຈາກ: Siewphing Xyl , Tou Sathaphone  

Read More »