ເພື່ອສົ່ງເສີມວົງການແຟຊັ່ນຂອງລາວໃຫ້ໄດ້ຮັບການພັດທະນາ ແລະ ມີບາດກ້າວສໍາຄັນສາມາດເຊື່ອມຕໍ່ກັບເວທີແຟຊັ່ນລະດັບສາກົນ ພ້ອມທັງສະເຫຼີມສະຫຼອງໂອກາດຄົບຮອບ 7 ປີ ຂອງລາວແຟຊັ່ນວີກ ໃນວັນທີ 5 ທັນວາ 2020 ໄດ້ຈັດງານ LAO FASHION WEEK 2020 ຄໍ່າຄືນແຫ່ງແຟຊັ່ນເປັນງານສະແດງອາພອນທີ່ຍິງໃຫຍ່ ແລະ ມີຄວາມສໍາຄັນຫຼາຍທີ່ສຸດຂອງລາວ ໂດຍມີການສະແດງແບບຈາກ 20 ນັກອອກແບບໃນລາວ ລວມມີ 5 ຫ້ອງເສື້ອຊື່ດັງ ແລະ 15 ນັກອອກແບບໝຸ່ມທີ່ກໍາລັງມາແຮງ ຈາກໂຄງການສົ່ງເສີມນັກອອກແບບໝຸ່ມນ້ອຍຂອງລາວ. ງານ LAO FASHION WEEK 2020 ນີ້ ຂວັນໃຈຈະພາທຸກຄົນໄປເບິ່ງພາບບັນຍາກາດຂອງງານ ພ້ອມທັງບັນດາເຫຼົ່າດາລາເຊເລບຄົນດັງລະດັບປະເທດ, ນາງແບບ-ນາຍແບບຊື່ດັງຂອງລາວຮ່ວມເດີນ Fashion Show ໃນຄັ້ງນີ້ຈະສຸດອະລັງການ ແລະ ຍິ່ງໃຫຍ່ ເຮົາໄປເບິ່ງນໍາກັນເລີຍວ່າ… ຄຽງຄູ່ກັບການສະແດງອາພອນ ຍັງມີການວາງສະແດງຮູບພາບ ຈາກຊ່າງຖ່າຍພາບຊາວຝຣັ່ງ – ຝຣັງຊົວ ເຮວີ້ …
Read More »Uncategorized
ຍິນດີກັບໜຸ່ມເຈມ ຜູ້ທີ່ສ້າງຜົນງານເພງໃສ່ໃຈໄດ້ແຕ່ມອງ…ໄດ້ຮັບໂລ້ລາງວັນຢູທູບແລ້ວ
ວິນາທີນີ້ບໍ່ມີໃຜບໍ່ຮູ້ຈັກໜຸ່ມ ເຈມ ເຈົ້າຂອງຜົນງານສຽງເພລງ ໃສ່ໃຈໄດ້ແຕ່ມອງ ທີ່ກຳລັງໂດ່ງດັງໄປທົ່ວປະເທດ ແລະ ສ້າງປະຫວັດສາດໃຫ້ວົງການເພລງລາວໂດຍມີຍອດວິວທະລຸ 100 ກວ່າລ້ານວິວມາແລ້ວ!!! ນອກຈາກເພລງຈະມີຍອດຜູ້ຮັບຊົມເປັນຈໍານວນຫຼວງຫຼາຍແລ້ວຍັງເຮັດໃຫ້ຊ່ອງຢູທູບຂອງໜຸ່ມສຸດຮ໋ອດຄົນນີ້ມີຄົນກົດຕິດຕາມເພີ່ມຂຶ້ນອີກ! ເຊິ່ງຕອນນີ້ມີຜູ້ຕິດຕາມຫຼາຍກວ່າ 1 ແສນຄົນ ແລະ ເວົ້າໄດ້ວ່າເປັນຄົນລາວອີກຄົນທີ່ໄດ້ຮັບໂລ້ລາງວັນຈາກຢູທູບ !!!! ມື້ນີ້ຂວັນໃຈໄດ້ນໍາເອົາພາບ ແລະ ຄວາມພາກພູມໃຈຂອງໜຸ່ມຄົນນີ້ມາໃຫ້ທຸກຄົນໄດ້ເບິ່ງນໍາກັນ… ຍິນດີນໍາໝຸ່ມເຈມ ທີ່ໄດ້ໂລ້ລາງວັນຈາກຢູທູບ ແລະ ນີ້ກໍຄືຄວາມພາກພູມໃຈ ແລະ ຄວາມສໍາເລັດອີກບາດກ້າວໜຶ່ງທີ່ໄດ້ມາດ້ວຍຄວາມສາມາດຂອງຕົນເອງ ແລະ ຂໍໃຫ້ໜຸ່ມເຈມ ສ້າງສັນຜົນງານເພງໃຫ້ຄົນລາວໄດ້ຕິດຕາມກັນຕໍ່ໆໄປ… ຂອບໃຈຮູບພາບຈາກ: JaMe Uno
Read More »ຢືມແລ້ວຕ້ອງໃຊ້ຄືນ ຫລືບໍ?
ຫຼາຍໆຄົນໃນສັງຄົມມັກພົບເຈີປັນຫາໃນເລື່ອງຂອງການຢືມເງິນ ແລ້ວບໍສົ່ງຄືນ!!!ມື້ນີ້ຂວັນໃຈມີຫົວຂໍ້ການຢືມເງິນມາຝາກ….ໃຫເແຟນໆໄດ້ອ່ານ ບາງເທື່ອກໍອາດຈະເປັນເລື່ອງປົກກະຕິທີ່ບາງຄົນຈະມີການກູ້ຢືມຊັບສິນ ທັງໃນ ແລະ ນອກລະບົບ ແຕ່ມີຫຼາຍກໍລະນີທີ່ຢືມມາແລ້ວບໍ່ຍອມໃຊ້ຄືນ ຖ້າເຈີເຈົ້າໜີ້ໃຈບຸນກໍແຫ່ງໄດ້ໃຈ ບໍ່ຍອມຄືນມັກອ້າງເຫດຜົນຕ່າງໆ ບໍ່ມີເງິນແນ່ ຂໍໂອກາດແນ່ ບໍ່ໄດ້ລວຍຈະໃຫ້ເອົາເງິນໃສມາໃຊ້ໜີ້ ເຊິ່ງແທ້ໆແລ້ວເຖິງຈະບໍ່ລວຍກໍຄວນໃຊ້ຄືນຢ່າໃຫ້ເຈົ້າໜີ້ຕ້ອງມາທວງ ເຈົ້າຄວນຈະມີຈິດສໍານຶກ ແລະ ມາລະຍາດ. ເຈົ້າເຄີຍຢືມເງິນໃຜ ຫຼືບໍ ຢືມແລ້ວເຄີຍໃຊ້ຄືນບໍ? ອາດຈະເປັນຄໍາຖາມທີ່ເບິ່ງຄືດູຖູກ ແຕ່ເຊື່ອບໍ່ວ່າເຮົາບໍ່ໄດ້ມີເຈດຕະນາແບບນັ້ນແຕ່ຢ່າງໃດ ແຕ່ຂ້ອຍຢາກໃຫ້ເຈົ້າຄິດໄຕ່ຕອງເບິ່ງຈັກໜ້ອຍຖ້າເຈົ້າຢືມເງິນໃຜແລ້ວບໍ່ຍອມຄືນ. ທີ່ຈິງເຈົ້າໜີ້ບາງຄົນບໍ່ໄດ້ທວງຖາມ ບໍ່ໄດ້ໂຫດຮ້າຍຄືກັບເຈົ້າໜີ້ບາງຄົນ ແຕ່ເຈົ້າຄວນຈະມີຈິດສໍານຶກວ່າເຂົາຊ່ວຍເຈົ້າໃນຕອນທີ່ເຈົ້າລໍາບາກ ການຄືນເງິນ ຫຼືສິ່ງຂອງທີ່ເອົາຂອງເຂົາມາໄປຄືນເຂົາ ອີກກໍລະນີໜຶ່ງ ທີ່ເຂົາມັກຈະທວງ ບໍ່ໄດ້ໝາຍຄວາມວ່າເຂົາບໍ່ໄດ້ລວຍແທ້ ຖ້າຄົນເຮົາຈະໃຫ້ໃຜຢືມເງິນບໍ່ຈໍາເປັນຕ້ອງລວຍກໍ່ໃຫ້ຢືມໄດ້. ສິ່ງສໍາຄັນແມ່ນຢູ່ທີ່ເຂົາມີຄວາມເມດຕາ ຫຼືຄວາມອີ່ຕົນກໍເລີຍໃຫ້ຢືມ ເຊັ່ນກັບຄົນທີ່ຢືມກໍຄວນຄິດໄດ້ວ່າເຖິງເຂົາຈະບໍ່ລວຍກໍຄວນໃຊ້ຄືນ ຢ່າໃຫ້ເຂົາຕ້ອງມາທວງ ແຕ່ແປກທີ່ກົດໝາຍເລືອກທີ່ຈະຄຸ້ມຄອງລູກໜີ້ຫຼາຍກວ່າເຈົ້າໜີ້ ໂດຍຖ້າຫາກລູກໜີ້ລວມຕົວກັນແຈ້ງຄວາມສິບຄົນຂຶ້ນໄປ ກໍຈະບໍ່ຕ້ອງໃຊ້ໜີ້. ເຊິ່ງກໍບໍ່ແນ່ໃຈວ່າແທ້ຊໍາໃດ ແຕ່ຖ້າວ່າແທ້ກໍຄົງຈະບໍ່ເໝາະສົມປານໃດ ເນື່ອງຈາກເຈົ້າໜີ້ຈະຕ້ອງເປັນຝ່າຍເສຍຫາຍແທ້ ແລ້ວປັນຫາມັນຢູ່ທີ່ຄົນຢືມ ຖ້າບໍ່ຢືມກໍບໍ່ເປັນໜີ້ ເຊິ່ງບາງຄົນກໍບໍ່ຍອມຄືນໜີ້ເກົ່າ ຍັງບໍພໍຂໍຢືມເພີ່ມອີກ ເຮັດຄືຄົນອື່ນຜະລິດເງິນເອງໄດ້ ຄົນແບບນີ້ບໍຄວນຈະຍຸ້ງກ່ຽວ ຍິ່ງເປັນຄົນຮູ້ຈັກທີ່ສະນິດ ຫຼືຍາດຕິພີ່ນ້ອງແຫ່ງໄດ້ໃຈ ມັກອ້າງນັ້ນອ້າງນີ້ເພື່ອຫຼີກລ້ຽງໃນການໃຊ້ໜີ້. …
Read More »ມາຮູ້ຈັກກັບ viya ແມ່ຍິງທີ່ Live ຂາຍເຄື່ອງໄດ້ທຸກຢ່າງໃນໂລກ…
ປັດຈຸບັນການຂາຍເຄື່ອງອອນລາຍກຳລັງເປັນທີ່ນິຍົມກັນໄປທົ່ວໂລກ ໂດຍສະເພາະແມ່ນການຂາຍເຄື່ອງຜ່ານການ Live ສົດເທິງເຟສບຸກ ຫຼ້າສຸດມີແມ່ຍິງຄົນໜຶ່ງກຳລັງເປັນກະແສທີ່ຮືຮາໄປທົ່ວ Social Media ເພາະວ່າແມ່ຍິງຄົນນີ້ສາມາດຂາຍໄດ້ທຸກຢ່າງໃນໂລກ ຕັ້ງແຕ່ຂະໜົມຈົນຮອດຈະລວດ ໂດຍໃນປີທີ່ຜ່ານມາສາມາດສ້າງຍອດຂາຍໄດ້ເຖິງ 3 ພັນລ້ານຢວນ ພາຍໃນມື້ດຽວ ຈົນໄດ້ຮັບສາຍາຈາກ Bloomberg ວ່າ The World’s Livestreaming queen (ລາຊະນີແຫ່ງການ Live Stream ຂອງໂລກ) ມື້ນີ້ຂວັນໃຈຈະພາໄປຮູ້ຈັກກັບແມ່ຍິງຄົນນີ້ວ່າລາວແມ່ນໃຜ??? Viya ຫຼືHuang Wei ສາວຈີນ ອາຍຸ 34 ປີ ເລີ່ມຂາຍເຄື່ອງຕັ້ງແຕ່ອາຍຸ 18 ປີ ເລີ່ມຕົ້ນຂາຍເຄື່ອງກັບ Dong Haifeng ແຟນໝຸ່ມ ເຊິ່ງເປີດຮ້ານຂາຍເສື້ອຜ້າໃນເມືອງ ປັກກິ່ງ ແລະ ເລີ່ມມີຊື່ສຽງໃນປີ 2005 ຈາກການຊະນະການປະກວດ Super Idol ລາຍການ ລຽວລີຕີ້ ຂອງປະເທດຈີນ …
Read More »ກິດຈະກຳຫຼັງຈາກເລິກວຽກທີ່ຫຼາຍຄົນຄວນຮູ້!!!
10 ສິ່ງທີ່ຕ້ອງລອງເຮັດຫຼັງຈາກເລີກວຽກ… ເຊື່ອວ່າຊ່ວງເວລາຫຼັງເລີກວຽກຂອງໃຜຫຼາຍໆຄົນກໍ່ຈະມີກິດຈະກໍາ ແລະ ກິດຈະວັດທີ່ແຕກຕ່າງກັນອອກໄປ ຂຶ້ນຢູ່ກັບນິໄສ ແລະ ໄລ໌ສະຕຣາຍຂອງແຕ່ລະຄົນ ວ່າຈະມັກແບບໃດ ມາເບິ່ງກັນເລີຍ….ວ່າຈະມີແບບໃດແນ່… ໃຊ້ເວລາກັບການອອກກໍາລັງກາຍ ຄົນສ່ວນຫຼາຍຈະມັກໄດ້ຍິນກັບເລື່ອງນີ້ຫຼາຍເພາະເປັນການເບິ່ງແຍງສຸຂະພາບ ແຖມຍັງຊ່ວຍໃຫ້ຮ່າງກາຍໄດ້ຜ່ອນຄາຍຫຼັງຈາກນັ່ງເຮັດວຽກເປັນເວລາດົນ. ເບິ່ງຫາແຮງບັນດານໃຈ ແລະ ປະສົບການໃໝ່ໆ ພາໂຕເອງໄປຢູ່ໃນສະພາບແວດລ້ອມໃໝ່ໆ ໄປພົບປະກັບກຸ່ມຄົນໃໝ່ໆ ເພື່ອໃຫ້ສະໝອງ ແລະ ການຮັບຮູ້ຂອງເຮົາໄດ້ຮຽນຮູ້ສິ່ງໃໝ່ໆ ນອກເໜືອຈາກສິ່ງເກົ່າໆ ທີ່ເຈີຢູ່ທຸກໆມື້. ອອກໄປພົບປະກັບຄົນອື່ນ ໄອເດຍດີໆ ບາງທີກໍ່ມາຈາກການເວົ້າກັບຄົນແປກໜ້າຄືກັນ ອາດຈະບໍ່ເຖິງຂັ້ນໄປສ້າງສັນນໍາກັນກໍ່ໄດ້ຖ້າເຮົາບໍ່ແມ່ນສາຍທ່ຽວ ອາດຈະເປັນການໂທໄປລົມກັບໝູ່ສະໜິດ ຫຼັງຈາກທີ່ບໍ່ໄດ້ລົມກັນມາເປັນເວລາດົນ. ເວົ້າວ່າ “ບໍ່” ໃຫ້ຫຼາຍ ຄົນທີ່ປະສົບຜົນສໍາເລັດຫຼາຍຄົນຮຽນຮູ້ທີ່ຈະເວົ້າຄໍາວ່າ “ບໍ່” ໃນການເຮັດວຽກ ແລະ ການໃຊ້ຊີວິດຕ່າງໆ ເຮົາຕ້ອງຮູ້ຕົວເອງວ່າເຮົາບໍ່ແມ່ນຄົນທີ່ຈະສາມາດເຮັດທຸກຢ່າງ ແລະ ຊ່ວຍເຫຼືອທຸກຄົນໄດ້ຕະຫຼອດເວລາ ໂດຍສະເພາະຫຼັງເລີກວຽກທີ່ຕ້ອງລອງໃຫ້ເວລາຕົວເອງຫຼາຍຂຶ້ນ. ໃຊ້ເວລາກັບການຢູ່ກັບທໍາມະຊາດ ເມື່ອເຮົາຕ້ອງໃຊ້ຊີວິດຢູ່ກັບແສງສີຟ້າ ອາກາດຈາກແອຕະຫຼອດ ບໍ່ເປັນການດີກັບການໃຊ້ຊີວິດແບບນີ້ຕະຫຼອດ ສະນັ້ນ ເຮົາຕ້ອງອອກໄປສໍາຜັດອາກາດບໍລິສຸດ ແລະ ທໍາມະຊາດທີ່ຄົນລຸ້ນໃໝ່ດຽວນີ້ມັກຈະໜີໄປພັກໃຈຕາມພູເຂົາ ແລະ …
Read More »