ຊ໋ອກທັງວົງການບັນເທີງທົ່ວໂລກ ນັກສະແດງສາວ ຊົງຢູຈອງ ເສຍຊີວິດ ກະທັນຫັນ ໃນອາຍຸພຽງ 26 ປີ ເຊິ່ງຕົ້ນສັງກັດ Sublime Artist ອອກມາຢືນຢັນຂ່າວຮ້າຍນີ້ວ່າ: ຊົງຢູຈອງ ໄດ້ເສຍຊີວິດໃນວັນທີ 23 ມັງກອນ 2021 ທີ່ຜ່ານມາ ແຕ່ບໍ່ໄດ້ເປີດເຜີຍສາເຫດການເສຍຊີວິດ ເຊິ່ງໃນວັນທີ 25 ມັງກອນ 2021 ໄດ້ມີພິທີໄວ້ອາໄລ ຈັດຂຶ້ນທີ່ ສູນແພດກັງນໍາ ໃນກຸງໂຊ. ຊົງຢູຈອງ ເລີ່ມຕົ້ນເປັນທີ່ຮູ້ຈັກໃນຖານະນາງແບບເຄື່ອງສໍາອາງ ກ່ອນທີ່ຈະມາເປັນນັກສະແດງ ທີ່ມີຜົນງານ ຊີລີ Golden Rainbow ໃນປີ 2013 ແລະ ຕາມດ້ວຍຜົນງານອີກຫຼາກຫຼາຍເຊັ່ນ: ຊີລີ Make Your Wish , School 2017 , MV ເພງ Goodbye Road …
Read More »Uncategorized
ແຟຊັ່ນທີ່ກໍາລັງມາແຮງທີ່ສຸດໃນປະເທດຍີ່ປຸ່ນ…
ເວົ້າເຖິງເລື່ອງແຟຊັ່ນທີ່ກໍາລັງຮີດ ແລະ ເປັນທີ່ຮືຮາໃນໂລກໂຊຊຽວເລີຍກໍວ່າໄດ້ກັບສາຍແຂນທີ່ຫຼາຍຄົນເຫັນແລ້ວຕ້ອງເວົ້າເປັນສຽງດຽວກັນວ່າ ນີ້ມັນ ໜວດກຸ້ງ ຫຼືສາຍເຄໂບ້ທາຍ ນີ້ເອງ ແຕ່ວ່າສາຍນີ້ບໍ່ທໍາມະດາກັບລາຄາ ກັບບ້ານເຮົາທີ່ສາມາດຊື້ໄດ້ຕາມຮ້ານຂາຍເຄື່ອງໄຟຟ້າທົ່ວໄປ…. ສິນຄ້າເຄື່ອງປະດັບນີ້ໄດ້ວາງຂາຍໃນເວບໄຊ Farfetch ສູນລວມເຄື່ອງແຟຊັ່ນລະດັບ ໄຮເອັນ ທີ່ມີທັງເສື້ອຜ້າ ແລະ ເຄື່ອງປະດັບຕ່າງໆວາງຂາຍ. ສຳລັບສາຍແຂນທີ່ໄດ້ແຮງບັນດານໃຈຈາກໜວດກຸ້ງທີ່ເຮົາເອົາໄວ້ມັດສາຍໄຟໃຫ້ເປັນລະບຽບຮຽບຮ້ອຍ ລ່າສຸດ AMBUSH ໄດ້ປະດິດສາຍແຂນ AMBUSH ZIP TIE BRACELETໃຫ້ໄດ້ຕື່ນຕ່ຕື່ນໃຈກັນ ສາຍແຂນໜວດກຸ້ງຂອງ AMBUSH ນີ້ ເຮັດຈາກທອງເຫຼືອງແລ້ວຍ້ອມສີ ມີທັງສີຟ້າ, ດຳ, ຄຳ, ເຫຼືອງ ແລະ ຂາວ. ເຖິງວ່າຮູບຮ່າງຈະເບິ່ງທໍາມະດາ ແຕ່ລາຄານີ້ບໍ່ທໍາມະດາເລີຍ ເພາະລາຄາເລີ່ມຕົ້ນຢູ່ທີ່ 400 - 600 ໂດລາສະຫະລັດກັນເລີຍ.
Read More »ຍິນດີນໍາ!!! ໝຸ່ມບູຣາຕິໂນ້ ເຂົ້າປະຕູວິວາເປັນທີ່ຮຽບຮ້ອຍແລ້ວ…
ຖືວ່າເປັນຂ່າວດີ!!! ໃນວົງການບັນເທີງ ໝຸ່ມ ບູຣາຕິໂນ້ທີ່ໄດ້ເຂົ້າປະຕູວິວາແລ້ວ ຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກໝຸ່ມຄົນນີ້ທີ່ສ້າງສັນຜົນງານເພລງຫຼາກຫຼາຍຜົນງານ ບໍ່ວ່າຈະເປັນ ເພລງ ເຊົາຫຼາຍໃຈໄດ້ບໍ່, ຂໍເວລາພິສູດຕົວເອງໄດ້ບໍ່ ແລະ ອີກຫຼາຍໆຜົນງານເພລງ ມາຮອດປັດຈຸບັນນີ້ຫຼາຍຄົນອາດຈະສົງໄສວ່າເປັນຫຍັງໝຸ່ມຄົນນີ້ຫາງຫາຍຈາກວົງການບັນເທີງໄປດົນ ນັ້ນກໍຍ້ອນວ່າໝຸ່ມ ບູຣາຕິໂນ້ໄດ້ຫັນປ່ຽນໄປເປັນນັກທຸລະກິດ. ມື້ນີ້ແອັດຈະພາແຟນໆໄປເບິ່ງພາບບັນຍາກາດງານແຕ່ງຂອງໝຸ່ມຄົນນີ້ກັນເລີຍ… ເຫຼົ່າດາລາຄົນດັງ ມີແຕ່ຄົນໜ້າຕາດີທັງນັ້ນເລີຍ… ສຸດທ້າຍນີ້ ຂວັນໃຈຂໍອວຍພອນໃຫ້ທັງສອງຄົນຈົ່ງຮັກກັນຍືນຍາວໝັ້ນບໍ່ຜັນປ່ຽນ…
Read More »ທ່ານເຄີຍສັງເກດເບິ່ງຂໍ້ມູນທາງດ້ານໂພຊະນາການຂອງສິນຄ້າທີ່ທ່ານເລືອກຈະບໍລິໂພກ ຫຼືບໍ່?
ທ່ານເຄີຍສັງເກດເບິ່ງຂໍ້ມູນທາງດ້ານໂພຊະນາການຂອງສິນຄ້າທີ່ທ່ານເລືອກຈະບໍລິໂພກ ຫຼືບໍ່? ເມື່ອບໍ່ດົນມານີ້, ທາງບໍລິສັດ ເບຍລາວ ຈຳກັດ ໄດ້ສົ່ງຕົວຢ່າງກຸ່ມຜະລິດຕະພັນເບຍລາວ ໄປຍັງຫ້ອງແລັບວິໄຈ Campden BRI Food and drinks Innovation ທີ່ເປັນຫ້ອງວິໄຈເອກະລາດ ດ້ານອາຫານ ແລະ ເຄື່ອງດື່ມ ຢູ່ກຸງລອນດອນ, ປະເທດອັງກິດ ເຊິ່ງເປັນອົງກອນທີ່ໄດ້ມາດຕະຖານການວິໄຈລະດັບສາກົນທີ່ຖືກຮັບຮອງໂດຍສະຖາບັນທີ່ໃຫ້ບໍລິການຮັບຮອງແຫ່ງຊາດຂອງປະເທດອັງກິດ United Kingdom Accreditation Service (UKAS). ພາຍຫຼັງໄດ້ຮັບຂໍ້ມູນຜົນຂອງການວິໄຈ, ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂໍ້ມູນທາງໂພຊະນາການທີ່ສອດຄອງກັບມາດຕະຖານສາກົນ ເຂົ້າໃນທຸກໆຜະລິດຕະພັນຂອງເບຍລາວ. ຜູ້ບໍລິໂພກສາມາດສຶກສາຂໍ້ມູນທາງດ້ານໂພຊະນາການເຊັ່ນ: ພະລັງງານ, ໄຂມັນ, ທາດແປ້ງ, ນໍ້າຕານ, ໂປຣຕີນ ແລະ ເກືອ ທີ່ລະບຸຢູ່ໃນກາຫຼັງຂອງທຸກໆ ແກ້ວ ແລະ ກະປ໋ອງ ຂອງຜະລິດຕະພັນເບຍລາວ ທີ່ໄດ້ເລີ່ມອອກສູ່ຕະຫຼາດຕັ້ງແຕ່ ວັນທີ 15 ທັນວາ 2020 …
Read More »ສຸດສະເທືອນ!!!ເມື່ອ ນາງງາມ ຟິລິບປິນ ເສຍຊີວິດ…
ສຸດເສົ້າເມື່ອພົບສົບ ຄຣິສຕິນາ ເດເຊີຣາ (Christine Angelica Dacera) ນາງງາມ ຟີລິບປິນ ເສຍຊີວິດໃນໂຮງແຮມເຊິ່ງມີຮ່ອງຮອຍການລ່ວງລະເມີດທາງເພດ, ຜູ້ຕ້ອງສົງໄສແມ່ນຜູ້ຊາຍ 11 ຄົນ ທີ່ຢູ່ກັບນາງໃນມື້ທີ່ນາງເສຍຊີວິດໃນງານລ້ຽງປີໃໝ່.ຂ່າວດັ່ງກ່າວເຮັດໃຫ້ວົງການນາງງາມ Coconuts Manila, ສໍານັກຂ່າວຕ່າງປະເທດ, ຟິລິບປິນ ແລະ ສື່ດັງຂອງອັງກິດ ລາຍງານວ່ານາງ Christine Angelica Dacera, ຮອງອັບດັບ 1 Miss Silva Davao 2017 ອາຍຸ 23 ປີ, ເຊິ່ງປະຈຸບັນມີອາຊີບເປັນສາວແອໂຮສເຕສ ສາຍການບິນ Philippines Airlines, ໄດ້ຖືກເປັນສົບຢູ່ໃນອ່າງອາບນ້ຳ ຂອງໂຮງແຮມ ໃນມາຄາຕິ ນະຄອນຫຼວງມະນິລາ ປະເທດຟີລິປິນ ຂໍ້ມູນເບື້ອງຕົ້ນຕໍາຫຼວດສົງໄສວ່ານາງຖືກວາງຢາແລ້ວນຳໄປຂົ່ມຂືນ ແລະ ຖືກຂ້າຕາຍ. ໃນມື້ງານລ້ຽງປີໃໝ່ ເພາະວ່າພວກເຂົາພົບເຫັນຮ່ອງຮອຍຂອງການລ່ວງລະເມີດທາງເພດ ໂດຍລາຍງານວ່າ Christine Angelica Dacera …
Read More »