Breaking News

Uncategorized

5 ຂໍ້ຫ້າມເລື່ອງການເງິນທີ່ບໍ່ຄວນເຮັດໃນຊ່ວງເສດຖະກິດບໍ່ດີ

ຢ່າຄໍ້າປະກັນໃຫ້ໃຜ ຂໍ້ນີ້ສໍາຄັນຫຼາຍບໍ່ຄວນຄໍ້າປະກັນໃຫ້ໃຜແບບງ່າຍດາຍ ບໍ່ວ່າຈະຄົນຮັກແພງໃກ້ຊິດກັນກໍ່ຕາມ ເພາະຫຼາຍໆຄົນມັກເຈີປັນຫາກັບເລື່ອງແບບນີ້ມາຫຼາຍ ເພາະວ່າການຄໍ້າປະກັນໃຫ້ບຸກຄົນໃດໜຶ່ງຖ້າເຂົາບໍ່ຊໍາລະກໍຖືວ່າຜູ້ຄໍ້າປະກັນຕ້ອງທົດແທນລູກໜີ້ທີ່ບໍ່ຍອມຊໍາລະເງິນ ໃນຍາມວິກິດແບບນີ້ກໍ່ມີລູກໜີ້ຈໍານວນຫຼາຍທີ່ສວຍໂອກາດຫຼືກໜີໜິ້ນສິນ 2. ບໍ່ຄວນລົງທຶນເຮັດທຸລະກິດໃໝ່ ໃນເວລາທີ່ເສດຖະກິດບໍ່ດີແນ່ນອນ, ການຄ້າ, ການຂາຍ ຫລື ຜົນກຳໄລຈະຫຼຸດລົງຢ່າງແນ່ນອນ. ຜູ້ປະກອບການທັງຫຼາຍກໍກຳລັງຊອກຫາວິທີທາງເພື່ອເພີ່ມລາຍໄດ້ເພື່ອເຮັດໃຫ້ຍອດຂາຍ ແລະ ຜົນກຳໄລກັບມາ. ວິທີໜຶ່ງໃນການເພີ່ມກຳໄລແມ່ນການລົງທືນເພີ່ມເຕີມຈະເປີດສາຂາ ໃໝ່ເພື່ອເພີ່ມຍອດຂາຍ ຫຼື ຢ່າງອື່ນທີ່ຕ້ອງການເງິນຫຼາຍ, ຂໍບອກວ່າໃຫ້ຢຸດພັກກ່ອນເພາະມັນອາດຈະເປັນຄວາມສ່ຽງທີ່ເພີ່ມຂື້ນ. ນອກຈາກນັ້ນ, ຖ້າການລົງທືນເພີ່ມຕ້ອງໄດ້ຢືມໜີ້ຫຼາຍຂື້ນ. ຕ້ອງການເພີ່ມຄວາມລະມັດລະວັງເພາະວ່າໄລຍະເວລາການຄຸມທຶນ ແມ່ນແຕ່ເວລາທີ່ເສດຖະກິດບໍ່ດີຈະມີຫຼາຍ. ຖ້າຫາກຕ້ອງການເພື່ອເພີ່ມຍອດຂາຍໃຫ້ກັບມາ, ອາດຈະເລີ່ມຈາກການຫຼຸດຜ່ອນລາຍຈ່າຍ ຫຼື ຖ້າເປັນຄົນຄ້າຂາຍອາດຈະຕໍ່ ຫຼື ຂະຫຍາຍເວລາການເປີດ - ປິດອອກໄປ 3. ຢ່ານໍາເອົາເງິນເກັບມາໃຊ້ ບາງຄົນບໍ່ໄດ້ມີບັນຫາເລື່ອງການເງິນ ຫຼື ເສດຖະກິດ ຫຼື ອາດຈະຍັງບໍ່ຮູ້ສຶກວ່າຕົນໄດ້ຮັບຜົນກະທົບຈາກພາວະເສດຖະກິດ ເລີຍເຮັດໃຫ້ບໍ່ມີຄວາມບໍ່ກັງວົນ ຈຶ່ງນໍາເງິນທີ່ເກັບອອກມາໃຊ້ແບບບໍ່ຈໍາເປັນ ຈົນສຸດທ້າຍໃຍບາມເສດຖະກິດບໍ່ດີອາດແບບນີ້ເກີດເຫດສຸກເສີນເຮັດໃຫ້ບໍ່ມີເງິນມາຮອງຮັບໃນຍາມຈໍາເປັນໄດ້ ແລະ ການທີ່ນໍາເອົາເງິນມາໃຊ້ບໍ່ແມ່ນສິ່ງທີ່ຖືກຕ້ອງ ຄວນໃຊ້ໃຫ້ພໍໂຕຖຶວ່າດີ 4. ຫຼີກລ້ຽງການເປັນໜີ້ ແມ່ນຫຍັງທີ່ບໍ່ຈໍາເປັນຄວນພັກໄວ້ກ່ອນ ບໍ່ວ່າເຈົ້າຈະວາງແຜນຊື້ເຄື່ອງໃໝ່ …

Read More »

ຄະນະຊ່ຽວຊານແພດຈີນ ພ້ອມອຸປະກອນປ້ອງກັນໂຄວິດ-19 ເດີນທາງມາເຖິງນະຄອນຫຼວງວຽງຈັນແລ້ວ

ຄະນະຜູ້ຊ່ຽວຊານການແພດຈີນພ້ອມອຸປະກອນການແພດໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນແລ້ວ ໃນຕອນບ່າຍວັນທີ 4 ພຶດສະພານີ້ ເພື່ອຊ່ວຍເຫຼືອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ. ໃນໂອກາດກ່າວຕ້ອນຮັບຄະນະຜູ້ຊ່ຽວຊານການແພດຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອທີ່ທັນການ ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ແລະ ຄັ້ງທີ່ຜ່ານມາ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຢ່າງສະເຫມີຕົ້ນສະເຫມີປາຍ ທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນລາວ ຕະຫຼອດມາ. ພ້ອມນີ້, ລັດຖະບານລາວ ຍັງໃຫ້ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນທາງມາຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດເອົາຊະນະໃນການເເຜ່ລະບາດຂອງພະຍາດໂຄວິດ-19 ຄືຄັ້ງທີ່ຜ່ານມາ ໄດ້ຢ່າງແນ່ນອນ. ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ກ່າວວ່າ: …

Read More »

ທິມຊ່ຽວຊານແພດ ຫວຽດນາມ 35ຄົນ ພ້ອມອຸປະກອນການແພດ ຕ້ານພະຍາດໂຄວິດ-19 ມາເຖິງ ສ ປປ ລາວ ແລ້ວ

ໃນຕອນເຊົ້າວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອຈາກພັກ, ລັດແລະປະຊາຊົນຫວຽດນາມໃຫ້ແກ່ພັກ, ລັດແລະປະຊາຊົນລາວເພື່ອຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປລາວ. ກ່ອນໜ້ານີ້, ໃນປີ 2020 ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫລືອຈາກສະຫາຍຫວຽດນາມມາແລ້ວ ເຊິ່ງເປັນການຊ່ວຍເຫລືອທີ່ທັນການ ແລະ ມີປະສິດທິຜົນທີ່ສຸດ ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໄດ້ໃນໄລຍະຜ່ານມາ. ເຊິ່ງໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດ ຈໍານວນ 500.000 ໂດລາ ສະຫະລັດ, ສົ່ງທີມແພດຊ່ຽວຊານ ຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດ ຈໍານວນໜຶ່ງ ປະກອບມີ: ເຄື່ອງຊ່ວຍຫາຍໃຈ ຈຳນວນ 200ເຄື່ອງ, ທາດຂ້າເຊື້ອພະຍາດ (Chloramine ຈຳນວນ 10.000 ກິໂລ, ໜ້າກາກອະນາໄມ …

Read More »

ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານວິຊາການຜ່ານການເຝິກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດທີ່ສູນຈໍາກັດບໍລິເວນຫຼັກ 27

ອີກດ້ານໜຶ່ງຂອງວຽກງານຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານວິຊາການຜ່ານການເຝິກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດທີ່ສູນຈໍາກັດບໍລິເວນຫຼັກ 27 ໃນການກະກຽມຄວາມພ້ອມຂອງໂຮງໝໍພາກສະໜາມເພື່ອຮອງຮັບຄົນເຈັບພະຍາດໂຄວິດ-19

Read More »

ລັດຖະບານ ຈີນ ມອບວັກຊີນ ປ້ອງກັນໂຄວິດ-19 ໃຫ້ລາວ 300.000 ໂດສ

ລັດຖະບານ ແຫ່ງ ສປ ຈີນ ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ເຊິ່ງເປັນການຊ່ວຍເຫລືອລ້າ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳມາສັກໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງສູງໃຫ້ທົ່ວເຖິງ ແນໃສ່ເພື່ອປ້ອງກັນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ.ວັກຊີນຈຳນວນດັ່ງກ່າວ ມາຮອດສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນເວລາ 17:17 ໂມງ ຂອງວັນທີ 26 ເມສາ 2021 ຜ່ານມາລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຈຳນວນຫຼວງຫລາຍ

Read More »