ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວນຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ສປປ ລາວ ຍັງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດຍ້ອນວ່າຢູ່ບັນດາປະເທດອ້ອມຂ້າງຍັງມີການແຜ່ລະບາດຂອງພະຍາດນີ້ຮອບໃໝ່ໂດຍມີຜູ້ຕິດເຊື້ອເພີ່ມຂຶ້ນເປັນຈຳນວນຫຼາຍໃນແຕ່ລະວັນ ແລະ ຍັງມີການລັກລອບເຂົ້າປະເທດແບບຜິດກົດໝາຍຂອງປະຊາຊົນລາວທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຍັງມີການລັກລອບເຂົ້າມາຂອງຄົນຕ່າງປະເທດດັ່ງກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທີ່ 50 ທີ່ກວດພົບເຊື້ອເມື່ອວັນທີ 9 ເມສາ 2021 ທີ່ຜ່ານມາ ເປັນຄົນສັນຊາດໄທນັ້ນ ແມ່ນຜູ້ກ່ຽວໄດ້ໄປພົບກັບຄົນໄທທີ່ລັກລອບເຂົ້າມາ ສປປ ລາວ. ທ່ານ ດຣ ຣັດຕະນະໄຊໃຫ້ຮູ້ຕື່ມວ່າ: ໃນໄລຍະບຸນປີໃໝ່ລາວ ພສ 2554 ນີ້ ຮຽກຮ້ອງໃຫ້ທຸກຊັ້ນຄົນເພີ່ມຄວາມມີສະຕິລະວັງຕົວໃນການປ້ອງກັນພະຍາດໂຄວິດ-19 ໂດຍໃຫ້ປະຕິບັດຕາມການແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ, ໃຫ້ຫຼີກລ່ຽງການໄປທ່ຽວຢູ່ສະຖານທີ່ບັນເທິງໂດຍສະເພາະໃນໄລຍະທີ່ມີເທດສະການຍ້ອນວ່າຢູ່ສະຖານທີ່ບັນເທິງບໍ່ຮູ້ປະຫວັດຜູ້ທີ່ມາທ່ຽວ ແລະ ໃນສະຖານທີ່ບັນເທິງຍັງມີເນື້ອທີ່ຄັບແຄບ, ຫຼີກລ່ຽງການຕັ້ງວົງຊຸມແຊວໂດຍບໍ່ສາມາດປະຕິບັດໄລຍະຫ່າງໄດ້ ນອກນັ້ນການດື່ມສິ່ງມືນເມົາຍັງເຮັດໃຫ້ຂາດສະຕິໃນການປ້ອງກັນພະຍາດນີ້ອີກດ້ວຍ. ຮຽກຮ້ອງໃຫ້ນາຍບ້ານທີ່ມີບ້ານຕິດກັບປະເທດເພື່ອນບ້ານເພີ່ມມາດຕະການເວນຍາມຕາມຊາຍແດນ ແລະ ກວດກາສະມາຊິກໃນບ້ານຜູ້ທີ່ມີປະຫວັດເດີນທາງໄປເຮັດວຽກຢູ່ປະເທດເພື່ອນບ້ານຖ້າພົບເຫັນມີການລັກລອບເຂົ້າມາຂໍໃຫ້ແຈ້ງເຈົ້າໜ້າທີ່ຢ່າງຮີບດ່ວນເພື່ອຈະນຳຜູ້ກ່ຽວໄປກວດຫາເຊື້ອ ແລະ ຈຳກັດບໍລິເວນ. ຂ່າວ: ວຽງຈັນທາມ
Read More »Uncategorized
ເກີດແລ້ວ!!! ທາດຍາດຄົນທີ່ສອງ ສາວລາວ-ບ່າວໄທ ພໍ່ຟຸກ ແລະ ແມ່ແອັບເປິ້ນ
ຍິນດີນໍາ!!! ພໍ່ຟຸກ ແລະ ແມ່ແອັບເປິ້ນອີກຄັ້ງທີ່ໄດ້ທາຍາດຜູ້ທີ່ສອງແລ້ວ ນັ້ນກໍຄືນ້ອງຊະນິຕາ (ຈູນ່າ) ຫຼາຍຄົນຄົງຈະຮູ້ກັນດີກັບໝຸ່ມຟຸກເຈົ້າພໍ່ນັກສະແດງຊື່ດັງຂອງປະເທດໄທ ໝຸ່ມຫຼໍ່ໄຟແຮງທີ່ຫຼາກຫຼາຍຄວາມສາມາດ ແລະ ມີຜົນງານຫຼາກຫຼາຍເຊັ່ນກັນ ບໍ່ວ່າຈະເປັນນັກຮ້ອງ, ນັກສະແດງຮູບເງົາເລື່ອງ: ຂຸມຊັບລໍາໂຂງ, ມະນີນາຄາ ແລະ ອີກຫຼາຍໆເລື່ອງ…ແຖມຍັງເປັນນັກທຸລະກິດໝຸ່ຫຼໍ່ທີ່ມີບໍລິສັດເສີມຄວາມງາມອີກດ້ວຍ. ເກີດແລ້ວ!!! ນ້ອງຈູນ່າ ນໍ້າໜັກ 3,350 ກິໄລ ວັນທີ 09 ເມາສາ 2021 ທີ່ຜ່ານມາ ໜ້າຮັກແທ້ເດ ເອື້ອຍຈູນີ່ ແລະ ນ້ອງຈູນ່າ ຕາແພງທັງສອງເອື້ອຍນ້ອງ
Read More »ຮືຮາ!!! ວົງການບັນເທິງນາງງາມທົ່ວໂລກ “ນາງງາມສີລັງກາ” ປີ 2020 ຖືກຖອດມົງອອກຈາກຫົວ
ກໍາລັງເປັນກະແສຮ້ອນແຮງໃນຕອນນີ້ ສາວງາມເຈົ້າຂອງຕໍາແໜ່ງ “ມີສສີລັງກາ” ຖືກນາງງາມລຸ້ນເອື້ອຍຖອດມຸງກຸດເອົາໄປສວມໃສ່ໃຫ້ຮອງອັນດັບ 1 ແຖມຍັງເປີດເຜີຍເລື່ອງທີ່ນາງໄດ້ຢ່າຮ້າງກັບສາມີ ເຮັດໃຫ້ຂາດຄຸນສົມບັດ ເຊິ່ງເຫດການນີ້ຈຶ່ງເຮັດໃຫ້າງໄດ້ຮັບບາດເຈັບບ່ອນຫົວອີກດ້ວຍ ໃນວັນອາທິດທີ່ 4 ເມສາ 2021 ຜ່ານມາ ຫຼັງຈາກທີ່ສວມມົງບໍ່ດົນ ແຄໂຮໄລ໌ ຈູຮີ ນາງງາມລຸ້ນເອື້ອຍເຈົ້າຂອງຕໍາແໜ່ງ ມືສຊີສສີລັງກາ ປີ 2019 ຊື່ງປັດຈຸບັນຍັງຄອງມຸງກຸດ ມີສຊີສເວີ 2020 ກໍຍ່າງເຂົ້າມາຖອດມຸງກຸດອອກຈາກຫົວຂອງ ເດ ຊີລວາ ໄປສວມໃຫ້ຮອງອັນດັບ 1 ແທນ ພ້ອມທັ້ງປະກາດວ່າເດ ຊີລວາ ເປັນຜູ້ຂາດຄຸນສົມບັດ ເນື່ອງຈາກວ່າມີສາມີ ແລະ ຢ່າຮ້າງກັນແລ້ວ ຈູຮີ ໄດ້ບອກກັບຜູ້ຊົມທີ່ກໍາລັງຮັບຊົມການປະກວດວ່າ ກົດຂອງເວທີນີ້ຫ້າມແມ່ຍິງທີ່ມີສາມີ ແລະ ແຕ່ງງານ ເຂົ້າປະກວດ ດັ່ງນັ້ນຈຶ່ງຕ້ອງຍົກມຸງກຸດໃຫ້ຮອງອັນດັບ 1 ແທນ ຮັບຊົມວິດີໂອດ້ານລຸ່ມນີ້: ແຕ່ເລື່ອງນີ້ຍັງບໍ່ຈົບ ຜູ້ອໍານວຍການກອງປະກວດ ມີສຊີສສີລັງກາ ໄດ້ຍືນຍັນກັບ BBC …
Read More »ເກີດແລ້ວ!!! ທາຍາດຄົນທໍາອິດຂອງໝຸ່ມກັນພິທີກອນຄິວທອງຊື່ດັງຂອງປະເທດໄທ
ຍິນດີນໍາ!!! ຖືໄດ້ວ່າເປັນຂ່າວດີສໍາລັບ ໝຸ່ມກັນ ແລະ ສາວພອຍ ທີ່ຄອງຄອຍມາເປັນເວາ 9 ເດືອນ ໃນທີ່ສຸດກໍໄດ້ເຫັນໜ້າລູກແລ້ວ!!! ຫຼາຍຄົນຄົງຈະຮູ້ກັນດີກັບໝຸ່ມກັນໃນນາມ ນັກສະແດງຊື່ດັງຂອງປະເທດໄທ ໝຸ່ມຫຼໍ່ໄຟແຮງທີ່ຫຼາກຫຼາຍຄວາມສາມາດບໍ່ວ່າຈະເປັນການຖ່າຍແບບ,ຊີຮີ, ນັກສະແດງຮູບເງົາເລື່ອງ: ຮັກບໍ່ມີວັນຕາຍ, ແຮງຊັງ, ຮັກຂອງເຮົາ the moment ແລະ ອີກຫຼາຍໆເລື່ອງ...ມາໃນປັດຈຸບັນໝຸ່ມກັນກໍໄດ້ຫັນມາເປັນພິທີກອນລາຍການ The mask singer, The wall song.... ຖືໄດ້ວ່າເປັນພິທີກອນຄິວທອງເລີຍກໍວ່າໄດ້ ແລະ ກໍຍັງມີຊ່ອງຢູທູບເປັນຂອງຕົວເອງອີກດ້ວຍ. ມາແລ້ວ!!! ນ້ອງພ້ອມ ເກີດວັນທີ 07 ເມສາ ທີ່ຜ່ານມາ, ນໍ້າໜັກ 3,160 ກິໂລ
Read More »ອອກມາແລ້ວ!!! ທາຍາດໝື່ນລ້ານຂອງ ພໍ່ຟຸກ ແລະ ແມ່ນາຕາລີ ເປັນຕາຮັກເປັນຕາແພງ!!!
ອອກມາເບິ່ງໂລກແລ້ວ!!! Baby ຂອງ ພໍ່ຟຸກ ແລະ ແມ່ນາຕາລີ ຊຸບຕາດັງຂອງປະທດໄທ ທີ່ມີຜົນງານຫຼາກຫຼາຍໃຫ້ເຮົາໄດ້ຕິດຕາມກັນບໍ່ວ່າຈະເປັນຮູບເງົາເລື່ອງ ໄຟສຶ້ນເຊື້ອ, ແລະ ຊີຮີ…. ສໍາລັບສາວນາຕາລີກໍຖືໄດ້ວ່າເປັນຊຸບຕາດັງຂອງປະເທດໄທເຊັ່ນກັນ ດີກີນາງແບບສາວສຸດເຊັກຊີ້!! ມື້ນີ້ແອັດຈະພາທຸກຄົນໄປເບິ່ງລູກຂອງພໍ່ຟຸກ ແລະ ແມ່ນາຕາລີ ວ່າຈະໜ້າຮັກຊໍາໃດໄປເບິ່ງນໍາກັນເລີຍ!!! ເປັນຮູບທີ່ລ້ານຄວາມໝາຍສໍາລັບພໍ່ ແລະ ແມ່
Read More »