Breaking News

Uncategorized

ເສຍໃຈນໍາ!!! ກັບການຈາກໄປຂອງແມ່ ສາວ ໄບ໋ ຜູ້ປະກາດຂ່າວຊື່ດັງຂອງປະເທດໄທ

ເປັນອີກເລື່ອງທີ່ໜ້າເສົ້າໃຈໃນວົງການບັນເທີງກັບການຈາກໄປຂອງແມ່ ມົນທິລາ ຜູ້ເປັນແມ່ ຂອງສາວ ໄບ໋ ຜູ້ປະກາດຂ່າຊື່ດັງໃນລາຍການ “ເລື່ອງເລົ່າເຊົ້ານີ້” ເປັນການສູນເສຍຄັ້ງຍິ່ງໃຫຍ່ໃນຊີວິດຂອງສາວ ໄບ໋ ເລີຍກໍວ່າໄດ້ ຫຼັງຈາກທີ່ແມ່ ມົນທິລາ ໄດ້ເຂົ້າຮັກສາຢູ່ໂຮງໝໍມາເປັນເວລາໜຶ່ງດ້ວຍພະຍາດຂອງຕົວເອງ. ຫຼ້າສຸດວັນທີ 23 ມີນາ 2021 ແມ່ມົນທິລາ ກໍໄດ້ເສຍຊີວິດແລ້ວ ດ້ວຍພະຍາດໂລກມະເຮັງ ແຟນໆກໍຕ່າງພາກັນແຫ່ຄອມເມັ້ນສະແດງຄວາມເສຍໃຈ ແລະ ໃຫ້ກໍາລັງໃຈສາວ ໄບ໋ ເປັນຈໍານວນຫຼາຍ… ຂວັນໃຈຂໍສະແດງຄວາມເສຍນໍາໃຈກັບສາວໄບ໋ເດີ້

Read More »

ຮູ້ກ່ອນສະໝັກວຽກ!!! ເຈົ້າເໝາະສົມຈະເຮັດວຽກກັບອົງກອນແບບໃດ???

ການເຮັດວຽກກັບອົງກອນທີ່ເປັນ Startup ແມ່ນຕົວຕົນຂອງເຈົ້າບໍ່? ຫຼືການເຮັດວຽກກັບອົງກອນໃຫຍ່ໆ ຈະເໝາະສົມກັບເຈົ້າຫຼາຍກວ່າ? ເປັນຄໍາຖາມທີ່ເຈົ້າຄວນຊອກຄໍາຕອບໃຫ້ໄດ້ ກ່ອນທີ່ຈະໄປສະໝັກວຽກ ເຈົ້າຈຶ່ງຈະມີແນວທາງຊອກຫາວຽກທີ່ແມ່ນສໍາລັບຕົວເອງ ເຈົ້າອາດຈະຕັດສິນໃຈຈາດສະຖານທີ່ເຮັດວຽກ ບົດບາດໜ້າທີ່ວຽກງານ ຫຼືເຫດຜົນອື່ນໆ ທີ່ແອັດຈະນໍາສະເໜີຕໍ່ໄປນີ້ ເພື່ອຊ່ວຍໃຫ້ເຈົ້າສາມາດຕັດສິນໃຈໄດ້ງ່າຍຂຶ້ນ ວ່າເຈົ້າເໝາະສົມກັບວຽກງານໃນອົງກອນແບບໃດກັນແທ້!!! 1. ອົງກອນແບບStartups ຖ້າເຈົ້າເປັນຄົນທີ່ມັກຄວາມອິດສະຫຼະ ແລະ ເປັນຄົນກ້າໄດ້ກ້າເສຍ ແນະນໍາໃຫ້ເຮັດວຽກໃນອົງກອນແບບ Startup ເພາະອົງກອນແບບນີ້ ເໝາະກັບຄົນທີ່ຕ້ອງການເວທີໃນການສະແດງຄວາມສາມາດ ຄວາມຄິດສ້າງສັນ ແລະ ຕ້ອງການຮຽນຮູ້ສິ່ງໃໝ່ໆ ເຊັ່ນຄຸນລັກສະນະຂອງເດັກຈົບໃໝ່ ຫຼືຄົນຍຸກໃໝ່ໃນຕອນນີ້ ສ່ວນຄົນທີ່ເຮັດວຽກມີປະສົບການມາແລ້ວ ຢາກເຮັດວຽກໃນອົງການແບບ Startup ຈະມີໂຄງສ້າງອົງກອນບໍ່ຕາຍຕົວ ເຮັດໃຫມີອິດສະຫຼະໃນການເຮັດວຽກ ສ້າງສັນວຽກໄດ້ຢ່າງເຕັມທີ່ ຖ້າເຈົ້າເລືອກທີ່ຈະເຕີບໃຫຍ່ໄປພ້ອມກັບອົງກອນແບບ Startup ເຈົ້າຈະພົບກັບບັນຫາຫຼາກຫຼາຍ ຕ້ອງເຮັດວຽກໃຫ້ໄດ້ຫຼາຍໆໜ້າທີ່ ແລະ ເຮັດວຽກບໍ່ເປັນເວລາ ເພື່ອຊ່ວຍສ້າງພາບລັກທີ່ດີ ແລະ ໃຫ້ອົງກອນເປັນທີ່ຮູ້ຈັກ ລອງຖາມຕົວເອງເດີ້ ວ່າເຈົ້າມີຄຸນສົມບັດເໝາະສົມ ແລະ ມີຄວາມສົນໃຈໃຈກັບການເຮັດວຽກໃນອົງກອນແບບນີ້ ຫຼືບໍ່? 2. ອົງກອນແບບSMEs …

Read More »

ທະນາຄານລາວ – ຝຣັ່ງ ຈໍາກັດ (ທລຝ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມ​ກັບຄະນະສະເພາະກິດສົ່ງເສີມການຜະລິດພາຍໃນ ເພື່ອສະໜອງທຶນຈໍານວນ 2,1ຕື້ ກັບ ເພື່ອພັດທະນາຍຸດທະສາດການເຂົ້າຫາແຫຼ່ງທຶນຢູ່ໃນຂະແໜງການກະສິກໍາ ຢູ່ໃນ ສປປ ລາວ.

ເພື່ອສະໜອງທຶນຈໍານວນ 2,1ຕື້ ກັບ ເພື່ອພັດທະນາຍຸດທະສາດການເຂົ້າຫາແຫຼ່ງທຶນຢູ່ໃນຂະແໜງການກະສິກໍາ ຢູ່ໃນ ສປປ ລາວ ໃນຕອນບ່າຍຂອງວັນທີ 19 ມີນາ 2021 ທະນາຄານລາວ – ຝຣັ່ງ ຈໍາກັດ (ທລຝ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມ​ກັບຄະນະສະເພາະກິດສົ່ງເສີມການຜະລິດພາຍໃນ ຢູ່ທີ່ໂຮງແຮມ Lao Plaza, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຫຼ້າສາຍ ນວນທາສິງ, ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ. ສໍາລັບການຮ່ວມມືໂຄງການສະໜອງທຶນໃນຄັ້ງນີ້ ເພື່ອຢາກຊຸກຍູ້ການສົ່ງເສີມການຜະລິດພາຍໃນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເພື່ອຮັບປະກັນການເຕີບໃຫຍ່ຂະຫຍາຍຕົວ ແລະ ການຜະລິດແບບຍືນຍົງ, ເພື່ອສາມາດແຂ່ງຂັນກັບການນໍາເຂົ້າສິນຄ້າກະສິກໍາ. …

Read More »

ຍິນດີນໍາ!!! “ຄຣິສຕິນາ ລາສະສິມມາ” ຄວ້າມຸງກຸດ Miss Universe Laos 2020 ໄປຄອງ…

ເປັນມື້ທີ່ຫຼາຍຄົນຄອງຄອຍ ແລະ ລຸ້ນໄປຕາມໆກັນເລີຍກໍໄດ້ ວ່າໃຜຈະເປັນຄົນທີ່ຄວ້າຕໍາແໜ່ງເທິງເວທີ Miss Universe Laos 2020!!! ແຟນໆນາງງາມບໍ່ຕ້ອງລຸ້ນອີກຕໍ່ໄປ… ໃນທີ່ສຸດ!!!ກໍໄດ້ຖະແຫຼ່ງຂ່າວຢ່າງເປັນທາງການໄປແລ້ວ ໃນຄໍ່າຄືນຂອງວັນທີ 18 ມີນາ ທີ່ຜ່ານມາ ເຊິ່ງມົງກໍລົງໄປທີ່ສາວຄົນນີ້ “ຄຣິສຕິນາ ລາສະສິມມາ” ເປັນຄົນທີ່ຄວ້າມຸງກຸດ Miss Universe Laos 2020 ໄປຄອງ ແລະ ໄດ້ເປັນຕົວແທນນາງງາມລາວ ຄົນຫຼ້າສຸດທີ່ຈະໄດ້ໄປປະກວດເວທີລະດັບໂລກ Miss Universe Laos 2020 ທີ່ ສະຫະລັດອາເມລິກາ ໃນເດືອນ ພຶດສະພາ 2021 ນີ້…​ ຫຼາຍຄົນຄົງຈະຮູ້ຈັກກັນດີ ກັບສາວຄົນນີ້ ນາງສາວລາວ ປີ 2012 ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງ ສໍາລັບ ຄຣິສຕີນ່າ ລາດສະສິມມາ ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos …

Read More »

ອ່ານດ່ວນ!!! 12 ຂໍ້ຄິດເພື່ອຊີວິດການເຮັດວຽກທີ່ດີຂຶ້ນ… ມື້ນີ້ ຂວັນໃຈມີຂໍ້ຄິດດີໆ 12 ຂໍ້ ທີ່ຈະຊ່ວຍປັບແນວຄິດ ແລະ ທັດສະນະຄະຕິທີ່ມີຜົນດີຕໍ່ການເຮັດວຽກມາໃຫ້ອ່ານ… ລອງໄປເບິ່ງກັນເລີຍ!!!

1. ມະນຸດສໍາພັນ ເນື່ອງຈາກມະນຸດສໍາພັນເປັນສິ່ງສໍາຄັນ ຖ້າເຈົ້າເຂົ້າກັບເພື່ອນຮ່ວມງານບໍ່ໄດ້ ເຈົ້າຄວນຈະພິຈາລະນາປັບປຸງທັກສະດ້ານມະນຸດສໍາພັນ ເພາະເຖິງວ່າເຈົ້າຈະເກັ່ງຂະໜາດໃດ ເຈົ້າກໍບໍ່ມີທາງປະສົບຄວາມສໍາເລັດໄດ້ ຖ້າມະນຸດສໍາພັນເຈົ້າບໍ່ດີ… 2. ການເຮັດວຽກເປັນທີມ ປັດຈຸບັນ ກນເຮັດວຽກຈະເນັ້ນບຸກຄົນທີ່ເຮັດວຽກເປັນທີມໄດ້ດີຫຼາຍກວ່າຄົນທີ່ມັກເຮັດວຽກຄົນດຽວ ເນື່ອງຈາກໂລກແຄບລົງ ແລະ ມີການພັດທະນາໃນດ້ານຕ່າງໆ ຫຼາຍຂຶ້ນ ການເຮັດວຽກກໍຕ້ອງເປັນທີມຫຼາຍຍິ່ງຂຶ້ນ ຜູ້ທີ່ມີທັກສະໃນການເຮັດວຽກເປັນທີມ ແລະ ເປັນຜູ້ຮ່ວມທີມທີ່ດີ ຈຶ່ງເປັນສິ່ງຈໍາເປັນໃນການເຮັດວຽກ. 3. ຂໍ້ຕົກລົງໃນການເຮັດວຽກ ຈື່ໄວ້ວ່າການທີ່ເຈົ້າຮັບປາກຮັບຄໍາກັບໃຜເລື່ອງໃດເລື່ອງໜຶ່ງ ເຈົ້າຕ້ອງຮັບຜິດຊອບ ແລະ ເຮັດໃຫ້ໄດ້ຕາມທີ່ຮັບປາກໄວ້ ຖ້າເຮັດບໍ່ໄດ້ ຫຼືລ່າຊ້າກວ່າທີ່ຮັບປາກ ເຈົ້າຕ້ອງແຈ້ງໃຫ້ບຸກຄົນທີ່ເຈົ້າຮັບປາກຮູ້ລ່ວງໜ້າຢ່າງໜ້ອຍ 2-3 ມື້ ດັ່ງນັ້ນ ກ່ອນທີ່ຈະຮັບປາກໃຜໃນເລື່ອງຂອງການເຮັດວຽກ ຄວນຈະຄິດໃຫ້ຮອບຄອບກ່ອນ. 4. ຂ້ອຍເປັນຂ້ອຍເອງ ການຈະເປັນສາວໝັ້ນ ເຈົ້າຕ້ອງເບິ່ງເວລາ ແລະ ສະຖານທີ່ໃຫ້ດີກ່ອນ ບໍ່ດັ່ງນັ້ນ ແທນທີ່ຈະຊ່ວຍເສີມໃຫ້ດູດີ ກັບກາຍມາທໍາລາຍອະນາຄົດການເຮັດວຽກຂອງເຈົ້າໄປເລີຍ ຫຼັກການທີ່ດີຄື ເບິ່ງບຸກຄົນທີ່ເຈົ້າຕິດຕໍ່ນໍາ ແລະ ຈະໝັ້ນໃຈຫຍັງກໍຄວນເຮັດຢ່າງພໍດີ. 5. ຂໍຢູ່ມິດໆ …

Read More »