Breaking News

ຮ໋ອດສຸດໆ ເທຣນຊົງຜົມ 2016 ບໍ່ເຮັດບໍ່ໄດ້ແລ້ວ

ແບ່ງປັນ

    ຈາກສາວຜົມຍາວປ່ຽນລຸກມາເປັນສາວຜົມສັ້ນໃນແບບເທ່ໆ ຫຼື ຈາກສາວຜົມສັ້ນປ່ຽນໂສມໃຫ້ງາມກໍສາມາດເຮັດໄດ້ງ່າຍໆດ້ວຍຊົງຜົມ ແຕ່ຈະມີຊົງຜົມ ຊົງໃດແດ່ທີ່ເຮັດແລ້ວນອກຈະໄດ້ລຸກແບບເປັນສາວຫ້າວ ແລະ ສາວແບບຫວານໆ ມື້ນີ້ ວາລະສານຂັວນໃຈ ມີມາຝາກດັ່ງນີ້:

ຊົງຜົມສັ້ນໃສໆ( ໄວລຸ່ນມັກ ) ຍັງຄົງຢູ່ໃນປີນີ້ບໍ່ວ່າໃຜຈະຕັດກໍຊ່ວຍຫຼຸດອາຍຸລົງໄດ້ທັນທີ.

 

ຜົມບ໋ອບສັ້ນ ດັດລອນໃຫຍ່ທົ່ວຫົວ ສໍາລັບສາວຜົມສັ້ນທີ່ເບື່ອຄວາມຊໍ້າຊາກ ເຮັດຊົງຜົມຊົງນີ້ດ່ວນເລີຍ ເພາະທ່ານຈະເບິ່ງເປັນສາວປ໋ອບ ຮອ໋ດມີສະຕາຍຂຶ້ນມາທັນທີ ຖ້າໃຜທີ່ຄິດຈະເຮັດຜົມຊົງນີ້ຢ່າລືມແຕ່ຕົວຫ້າວໆອີກດ້ວຍ ຫຼື ຖ້າບໍ່ດັ່ງນັ້ນອາດກາຍເປັນປ້າໂດຍບໍ່ຮູ້ສຶກຕົວ.

 

ດັງໂງະ ເຄິ່ງຫົວ ຄືບໍ່ໄດ້ຕັ້ງໃຈ ປົກກະຕິສາວໆກໍມັກກັນຢູ່ແລ້ວສໍາລັບການມ້ວນຜົມ ຫຼື ຊົງດັງໂງະ ແຕ່ໃຜທີ່ຢ້ານໜ້າບານຕ້ອງຊົງນີ້ເລີຍ ມາແຮງຫຼາຍເຮັດໃຫ້ທັງສາວຜົມຍາວ ແລະ ຜົມສັ້ນພຽງແຕ່ມັດຜົມເຄິ່ງຫົວມ້ວນປາຍໃຫ້ເປັນກ້ອນ ຈະປ່ອຍໄວ້ດ້ານຫຼັງ ຫຼື ມັດໄວ້ທາງໜ້າເລີຍກໍໄດ້ແຕ່ຖ້າຫາກຢາກໃຫ້ໜ້າຣຽວຍາວຂຶ້ນ ແນະນໍາໃຫ້ມັດສູງໄວ້ກ່ອນ, ມັດແບບຍຸ່ງໆຄືກັບວ່າບໍ່ໄດ້ຕັ້ງໃຈ.

 

ຜົມສັ້ນພຽງບ່າໄຫຼ່ ຄືຊົງຜົມທີ່ງາມແບບພໍດິບພໍດີບໍ່ສັ້ນເກີນໄປບໍ່ຍາວເກີນໄປ ແຕ່ຖ້າຈະໃຫ້ດີຕ້ອງເຮັດໃຫ້ຜົມຍາວຢູ່ໃນລະດັບດຽວກັນ ລອງແບ່ງຜົມມາຂ້າງໃດຂ້າງໜຶ່ງເໜັບຫູໄວ້ແລ້ວຈະອອກມາແບບຫວານໆ.

 

ຊົງຜົມ layers ເບິ່ງງາມມີ Volume ອີກດ້ວຍ ພຽງແຕ່ເຮັດຊົງນີ້ຈະຊ່ວຍໃຫ້ທ່ານເຮັດຜົມໄດ້ຫຼາກຫຼາຍ ສາວຜົມບາງກໍຊ່ວຍສ້າງພາບບັງຕາໄດ້, ໃຫ້ເບິ່ງຜົມຄືວ່າໜາຂຶ້ນໄດ້ຢ່າງເປັນທໍາມະຊາດອີກດ້ວຍ.

ພຽງແຕ່ປ່ຽນຊົງຜົມຊີວິດກໍດີຂຶ້ນໄດ້ທັນຕາເຫັນ ຖ້າບໍ່ເຊື່ອກໍລອງປ່ຽນເບິ່ງ.

24 20 21 22 23

ແບ່ງປັນ