Breaking News

kuanjai01

“ນ້ອຍ ທໍາມະວົງ” ຈາກ The Wow Laos ສູ່ການປະກວດເວທີ Miss Laos 2020

ວຽງຄໍາ ທໍາມະວົງ ຫຼື ນ້ອຍ The Wow Laos ອີກໜຶ່ງສາວງາມທີ່ມີຄວາມຫຼົງໄຫຼໄຝ່ຝັນໃນເວທີການປະກວດ ແລະ ມັກວຽກວົງການບັນເທີງເປັນຊີວິດຈິດໃຈ ເຊິ່ງສາວຄົນນີ້ໄດ້ເດີນສາຍປະກວດມາຕະຫຼອດ ບໍ່ວ່າຈະເປັນເວທີນາງສາວນະຄອນຫຼວງ, Miss Laos AEC ແລະ Miss Tourism ເຫຼົ່ານີ້ເປັນເວທີຫຼັກ ແລະ ຍັງບໍ່ທັນໄດ້ນັບເວທີເລັກໆນ້ອຍໆທີ່ສາວນ້ອຍນັ້ນເດີນສາຍປະກວດເພື່ອຫາປະສົບການອີກ. ຈາກເວທີ The Wow Laos ສູ່ການປະກວດເວທີ Miss Laos ສາວນ້ອຍໄດ້ໃຫ້ສໍາພາດກັບ Muan.la ວ່າ: “ດີໃຈແຮງທີ່ໄດ້ມາເວທີໃຫຍ່ລະດັບປະເທດ ແລະ ເປັນເວທີແຫ່ງຄວາມຝັນຈັກມື້ໜຶ່ງຕ້ອງໄດ້ມາຢືນໃນເວທີນີ້ໃຫ້ໄດ້ ແລະ ຕອນນີ້ກໍໄດ້ຮັບໂອກາດນັ້ນແລ້ວ ຈະຕັ້ງໃຈເຮັດໃຫ້ດີທີ່ສຸດ” ເຊິ່ງສາວນ້ອຍຍັງໄດ້ໃຫ້ສໍາພາດອີກວ່າ ເວທີນີ້ໄດ້ໃຫ້ໂອກາດການຮຽນຮູ້ຫຼາຍຢ່າງ ແລະ ເວທີນາງສາວລາວເປັນເວທີທີ່ຢາກມາທີ່ສຸດ ເພາະເຮົາຈະໄດ້ສະແດງຄວາມເປັນລາວໃຫ້ທຸກຄົນເຫັນ ແລະ ປະຕິບັດພ້ອມກັນ. ເຊິ່ງການກຽມຕົວຄືການຮຽນຮູ້ປະສົບການອ້ອມຂ້າງ ແລະ ພັດທະນາຕົນເອງຂຶ້ນເລື້ອຍໆ. ການເຂົ້າມາໃນວົງການການບັນເທີງແມ່ນເຮັດໃຫ້ຊີວິດນ້ອຍດີຂຶ້ນ ໃນດ້ານການເສີມຄວາມໝັ້ນໃຈ, ກ້າສະແດງອອກ, …

Read More »

ຍັງມີຢູ່ບໍ່! ຄົນທີ່ຍັງບໍ່ທັນໄດ້ໄປກາບໄຫວ້ ປູ່ນາໂຄສີສຸດນາກຄະລາດ ແລະ ປູ່ສີສັດຕະນາກຄະລາດ ທີ່ວັດທົ່ງທາດ

ຢຸດເລື່ອງວຽກງານ, ເລື່ອງການຮຽນ, ເລື່ອງບ່າວ-ສາວ ແລະ ເລື່ອງອື່ນໆຮ້ອຍພັນປະການ ໄວ້ຈັກບາດສອງບາດກ່ອນ! ມື້ນີ້ Kuanjai ຈະພາມາກາບໄຫວ້ຂໍພອນນໍາອົງປູ່ພະຍານາກ ທີ່ວັດທົ່ງທາດ ສາກ່ອນເດີແຟນໆ!. ປະເທດລາວຊາວພຸດນັ້ນມີຄວາມເຊື່ອ ແລະ ນັບຖືກພະຍານາກມາແຕ່ດົນນານແລ້ວ ເຊິ່ງເຮົາຈະສັງເກດໄດ້ວ່າເກືອບທຸກວັດທົ່ວປະເທດລາວແມ່ນຈະມີຮູບປັ້ນພະຍານາກຢູ່ນໍາ. ວັດທົ່ງທາດ ເປັນວັດໜຶ່ງທີ່ໄດ້ຮັບຄວາມນິຍົມຈາກຜູ້ຄົນທີ່ພາກັນລັ່ງໄຫຼູກັນໄປກາບໄຫວ້ ເພື່ອເປັນສິລິມຸງຄົນໃຫ້ແກ່ຕົນເອງ ແລະ ຄົນທີ່ຕົນເອງຮັກ ຍ້ອນຄວາມເຫຼື້ອມໃສໃນອົງປູ່ນາໂຄສີສຸດນາກຄະລາດ ແລະ ປູ່ສີສັດຕະນາກຄະລາດ ເຊິ່ງເຊື່ອວ່າຫຼາຍຄົນທີ່ໄດ້ມາແລ້ວກໍກັບມາອີກກໍມີ. ເນື່ອງຈາດວ່າວັດນີ້ເປັນວັດທີ່ມີປະຫວັດຊື່ສຽງຂອງພະຍານາກມາດົນນານແລ້ວ ປະຊາຊົນຜູ້ໃດທີ່ໄດ້ໄປກໍພາກັນອື່ມອົກອຸ່ນໃຈ. ເຊິ່ງວ່າ ຮູບປັ້ນອົງປູ່ພະຍານາກຈະສໍາເລັດໄດ້ ແລະ ງົດງາມດັ່ງທຸກມື້ນີ້ ກໍແມ່ນມາຈາກຄວາມເຫຼື້ອມໃສສັດທາຂອງປະຊາຊົນທຸກທົ່ວສາລະທິດທີ່ມາຮ່ວມສັດທາສ້າງນໍາກັນນັ້ນເອງ. ວັດທົ່ງທາດ ແມ່ນຕັ້ງຢູ່ບ້ານຫ້ອມໃຕ້, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ຂໍ້ມູນຈາກ: FB ວັດທົ່ງທາດ ແລະ ຄໍາຄົມສອນໃຈ

Read More »

ສະຫະພັນມວຍແຫ່ງຊາດ ແລະ ບັນດາບໍລິສັດ ມອບທຶນການສຶກສາໃຫ້ສາວເກັ່ງໃຈກ້າ “ລີນາ”

ແຟນໆຍັງຈື່ກັນໄດ້ບໍ່ ຈາກກໍລະນີຄຣີບວີດີໂອສາວນັກສຶກສາໃຈເດັດ ຂັບລົດຕໍາໂຈນທີ່ດືງກະເປົາຕົນເອງ ໃນວັນທີ 22 ຕຸລາ 2020 ທີ່ຜ່ານມາ ເຊິ່ງຕອນນີ້ສາວ ລີນາ ກໍກາຍເປັນຂວັນໃຈຂອງຊາວເນັດໄປແລ້ວ ຍ້ອນຄວາມກ້າຫານ ແລະ ນອກຈາກຈະກ້າສູ້ກັບໂຈນທີ່ເປັນມານສັງຄົມລາວແລ້ວ ອີກໜຶ່ງເລື່ອງທີ່ໜ້າປະທັບໃຈຈາກສາວຄົນນີ້ກໍຄື ນ້ອງໄດ້ແບ່ງປັນເງິນທີ່ຊາວເນັດໃຈດີໄດ້ໂອນຊ່ວຍເປັນທຶນການສຶກສາ ໄປບໍລິຈາກໃຫ້ຜູ້ປະສົບໄພນໍ້າຖວມນໍາອີກ ໂດຍການໂອນສົມທົບທຶນກັບ ເທິ ຢູ່ນາ ນັ້ນເອງ. ເອີ້ນໄດ້ວ່າເປັນແບບຢ່າງທີ່ດີໃຫ້ກັບສັງຄົມລາວຕອນນີ້ໄດ້ເລີຍເດີ! ເຊິ່ງຫລ້າສຸດມື້ນີ້ ວັນທີ 27 ຕຸລາ 2020 ສະຫະພັນມວຍແຫ່ງຊາດລາວພ້ອມດ້ວຍບັນດາບໍລິສັດ ໄດ້ມອບເສືອສາມາດ ຂອງມວຍລາວ ແລະ ນໍ້າໃຈຊຸກຍູ້ ການປົວແປງຈິດໃຈ ພ້ອມດ້ວຍທຶນການສຶກສາ ຈໍານວນໜຶ່ງໃຫ້ຍອດນັດສູ້ ສາວບ້ານເມືອງຮັງ, ເມືອງສົບເບົາ, ແຂວງຫົວພັນ ຄົນນີ້ເປັນທີ່ຮຽບຮ້ອຍແລ້ວ. ຂໍ້ມູນຈາກ: suelao.com

Read More »

ລາວທ່ຽວລາວ! ໄປພະຈົນໄພທີ່”ພູເກົ້ານາງ”ນໍາກັນບໍ່? ໄປໃຫ້ທໍາມະຊາດບໍາບັດຈິດໃຈ!

ວຸ້ນວາຍໃຈນໍາເລື່ອງໂຄວິດ-19, ເລື່ອງວຽກ-ເລື່ອງຮຽນ, ອົກຫັກ, ແຟນຖິ້ມ, ຜິດກັບໝູ່, ບໍ່ມີໝູ່ຄົບ ບຣາໆໆ…ມາທາງນີ້ພີ້ເດີ້ຊຸມເຈົ້າ! ມື້ນີ້ ຂວັນໃຈ ຈະພາໄປທ່ອງທ່ຽວພັກຜ່ອນຢ່ອນໃຈ ໄປເຕີມພະລັງໃຫ້ຊີວິດ ໄປຍ່າງເຂົ້າປ່າຈັກຄາວສອງຄາວ ທີ່ພູເກົ້ານາງ ເມືອງທຸລະຄົມ, ແຂວງວຽງຈັນ ປະເທດລາວເຮົານີ້ເອງ, ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ພູຜາປ່າໄມ້ກໍເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ້ອງທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ອາຍໝອກ, Trip ນີ້ຈະນຳພາແຟນໆໄປພົົບພໍ້ທຳມະຊາດທີ່ສວຍສົດງົດງາມ ອາກາດດີໆ ອ້ອມຮອບບໍລິເວນໄປດ້ວຍຕົ້ນໄມ້ສີຂຽວອຸ່ມທຸ່ມ ເຊິ່ງບອກເລີຍວ່າທຳມະຊາດບ້ານເຮົາເປັນດັ່ງຟ້າປະທານສະຫວັນປັ້ນແຕ່ງແທ້ໆເດີ! ມາເອົາໃຈສາຍເລາະສາຍລຸຍທີ່ມັກພະຈົນໄພໃນປ່າ ໄປຄົ້ນຫາທໍາມະຊາດອັນແສນມະຫັດສະຈັນທີ່ພູເກົ້ານາງ ຖ້າໃຜໄດ້ໄປບອກເລີຍວ່າບໍ່ຜິດຫວັງແນ່ນອນ. ແຕ່…ແຕ່! ຕ້ອງກຽມພ້ອມປວດຂາກັນແດ່ເດີ ເນື່ອງຈາກວ່າຈະເປັນແນວພະຈົນໄພຍ່າງເລາະລຸຍປ່າໄລຍະຍາວ ແລະ ຢ່າລືມກຽມພ້ອມ ກ້ອງ, ກຽມແບັດເຕີຮີ ແລະ ສາກໂທລະສັບໄວ້ດີໆເດີ ເພາະທຸກຈຸດທີ່ເຮົາຈະໄປນັ້ນແມ່ນບໍ່ມີບ່ອນໃດຈະວາງກ້ອງໄດ້ເລີຍແຫລະ ແຊະກັນແບບລົວໆໂລດ! ແຖມໄປເຊົ້າກັບແລງກໍໄດ້ແບບສະບາຍໆເລີຍ ໄປເບິ່ງວິວງາມໆນໍາກັນເລີຍ…. ຂໍ້ມູນຈາກ: FB Phanou Souvannapheng

Read More »

“ກ້ອຍ ຣັດຊະວິນ” ຊຶ້ງນໍ້າຕາໄຫຼ ແກັງໝູ່ພາກັນເຊີໄພຼສປາຕີ້ສະຫຼະໂສດດ້ວຍມິດຕະພາບທີ່ອົບອຸ່ນ

ງານນີ້ບອກເລີຍວ່າ ສາວກ້ອຍ ຣັດຊະວິນ ວົງວິຣິຍະ ຊື້ງໃຈຈົນກັ້ນນໍ້າຕາບໍ່ຢູ່ ຫຼ້າສຸດຫຼັງຈາກທີ່ແກັງຫມູ່ເພື່ອນທັງຫຼາຍເຊີໄພຼສປາຕີ້ສະຫຼະໂສດຢ່າງອົບອຸ່ນທີ່ແຄມທະເລໃຫ້ ງານນີ້ສາວກ້ອຍໄດ້ອອກມາໂພສພາບພ້ອມກັບແຄັບຊັ້ນ ບັນຍາກາດສຸດພິເສດນີ້ວ່າ “ເຊີໄພຼສທໍາອິດແມ່ນນັດກັນໄປທີ່ເກາະສະເມັດ ເປັນການປິດຣີສອດ 3 ມື້ 2 ຄືນ ແລະ ໝູ່ 3 ກຸ່ມທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ ພາກັນລັກຕັ້ງກຸ່ມແບບລັບໆຂຶ້ນມາເພື່ອຈັດງານປາຕີ້ສະຫຼະໂສດໃຫ້ກ້ອຍ ສິ່ງທີ່ພິກທີ່ສຸດແມ່ນ ກ້ອຍເຂົ້າໃຈວ່າທຸກຄົນຕ່າງພາກັນຂັບລົດແຍກອອກໄປເພື່ອຈະໄປກິນຟາມຫອຍ ໂດຍທີ່ບໍ່ຮູ້ວ່າໝູ່ພາກັນມາຖ້າຢູ່ຈຸດພັກ ເພື່ອນເຮັດສິ່ງບ້າບໍນີ້! ໝູ່ພາກັນຢືນຕາກແດກແຄມທາງພ້ອມຈັບປ້າຍໄວນິວຮູບສະໄໝຫຼີ້ນລະຄອນເວທີຈຸລາ ແລະ ລົດທົວລາຍດອກໂຕເມຍໄປອີກ! #ອັນນີ້ດີຄິກສຸດໆ ຈື່ໄດ້ວ່ານັ່ງລົດທົວໄປທ່ຽວກັບໝູ່ເທື່ອສຸດທ້າຍສະໄໝຢູ່ມະຫາວິທະຍາໄລ ອັນນີ້ຍ້ອນໄວທີ່ສຸດ ຫື!!! “ ເຊິ່ງກ່ອນໜ້ານີ້ ສາວກ້ອຍກໍໄດ້ໂພສບອກວ່າ “ສາມມື້ສອງຄືນທີ່ຜ່ານມາ ທຸກຢ່າງເລີ່ມຈາກຈຸດນີ້ ປາຕີ້ສະຫຼະໂສດທີ່ເກີນຄວາມຄາດໝາຍສຸດໆ ໝູ່ຄູ່ເຊີໄພຼສເກັ່ງທີ່ສຸດ ເຊີໄພຼສທຸກມື້ ແລະ ກໍໄຫ້ທຸກມື້!” ຂວັນໃຈຂໍສະແດງຄວາມຍິນດີນໍາລ່ວງໜ້ານໍາຄູ່ວ່າທີ່ເຈົ້າສາວ ກ້ອຍ ຣັດຊະວິນ! ເຊິ່ງງານດອງຂອງສາວ ກ້ອຍ ແລະ ຕູນ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 28 ພະຈິກ …

Read More »