Breaking News

pou peng

“ເດັກໃນມື້ນີ້ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ ແລະ ຈະເປັນຜູ້ຕັດສິນສະຕາຕໍ່ປະເທດຊາດ” ສານຂອງພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ 

ພີ່ນ້ອງຮ່ວມຊາດ ທີ່ນັບຖື ຮັກແພງ ລູກຫຼານລາວບັນດາເຜົ່າ ທີ່ຮັກທັງຫລາຍ ! ໃນທາມກາງທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ພວມພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ພວກເຮົາພ້ອມກັບປະຊາຊາດໃນທົ່ວໂລກສະເຫລີມສະຫລອງວັນເດັກສາກົນ ວັນທີ 1 ມິຖຸນາ 2019 ຄຽງຄູ່ກັບການຈັດຕັ້ງຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ຢ່າງເປັນຂະບວນຟົ້ນຟື້ນ. ປີນີ້ ເປັນປີທີ່ພິເສດ ເພາະພວກເຮົາຈະໄດ້ມາຮ່ວມກັນທົບທວນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 30 ປີ ແລະ ກໍານົດທິດທາງການພັດທະນາເດັກລາວບັນດາເຜົ່າ ຮອດປີ 2030 ພາຍໃຕ້ຄຳຂວັນ “ສຸມທຸກກຳລັງເຫື່ອແຮງ ແລະ ຄວາມສາມາດ ເພື່ອພັດທະນາແມ່ຍິງ ແລະ ເດັກ ໃຫ້ມີສຸຂະ ພາບສົມບູນ, ແຂງແຮງດ້ານຮ່າງກາຍ …

Read More »

ເປັນຫຍັງຄືຍັງບໍ່ມີແຟນ ຫຼື ປານໃດຈະແຕ່ງດອງຈັກເທື່ອ? ຄຳທີ່ບໍ່ຄວນເວົ້າ…ເພາະມັນເສຍມາລະຍາດ

ລອງມາເບິ່ງຄຳເວົ້າ ຄຳທ້ວງທີ່ມັກໄດ້ຍິນກັນເລື້ອຍໆ ແຕ່ຮູ້ບໍ່ວ່າມັນ “ເສຍມາລະຍາດ” ເພາະປັດຈຸບັນກ້າວເຂົ້າຍຸກອອນລາຍ ໂລກປ່ຽນໄປແລ້ວ ຄົນເຮົາບໍ່ຈຳເປັນຈະຕ້ອງມານັ່ງທ້ວງ ນັ່ງຖາມ ຫຼື ສົນໃຈເລື່ອງຂອງຄົນອື່ນຫຼາຍຈົນເກີນໄປ ເພາະຈະເຮັດໃຫ້ກາຍເປັນຄົນໝົກມຸ່ນບໍ່ມີວຽກ ແລະ ເບິ່ງເປັນຄົນທີ່ມີທັດສະນະຄະຕິທີ່ບໍ່ຄ່ອຍດີ, ດັ່ງນັ້ນລອງມາເບິ່ງກັບຄຳເວົ້າທີ່ບໍ່ຄວນທ້ວງ ເພາະມັນຈະເຮັດໃຫ້ຄົນທ້ວງກາຍເປັນຄົນເສຍມາລະຍາດໄປໃນທັນທີ… 1 . ຕຸ້ຍຂຶ້ນແມ່ນບໍ່?  ເຊື່ອວ່າຄົງຈະບໍ່ມີໃຜຄົນໃດມັກ ແລະ ຢາກໄດ້ຍິນປະໂຫຍກນີ້ ເຖິງແມ່ນວ່າຄົນເວົ້າຈະຕັ້ງໃຈຫຼືບໍ່ກໍຕາມ 2. ຄືເຕ້ຍແທ້… ນໍ້າໜັກວ່າເປັນເລື່ອງທີ່ບໍ່ຄວນເວົ້າແລ້ວ ເລື່ອງລວງສູງກໍເຊັ່ນດຽວກັນ ເພາະບາງຄົນທີ່ເຂົາເຕ້ຍ ເກີດມາບໍ່ສູງ ຂາຍາວຄືກັບນາງແບບ ຫຼື ນາຍແບບ ເຂົາກໍຮູ້ໂຕດີຢູ່ແລ້ວ, ດັ່ງນັ້ນແນະນຳວ່າບໍ່ຄວນໄປທ້ວງພວກເຂົາເດີ້ ດີແທ້ບໍ່ຄວນເບິ່ງກັນທີ່ຮູບລັກພາຍນອກຈະສິ່ງທີ່ດີກວ່າເນາະ 3.ເປັນຫຍັງຄືຍັງບໍ່ມີແຟນ ຫຼື ປານໃດຈະແຕ່ງດອງ ຕ້ອງບອກກ່ອນເລຍວ່າບາງຄົນກໍມີຄວາມສຸກທີ່ຈະຄອງໂສດ ໃຊ້ຊີວິດແບບບໍ່ຕ້ອງການຄູ່ຄອງແຕ່ກໍມີຄວາມສຸກໄດ້ ແຕ່ເຊື່ອວ່າພວກເຂົາກໍບໍ່ໄດ້ບໍ່ຢາກມີຄູ່ເດີ້ ແຕ່ໃນເມື່ອມີແລ້ວບໍ່ມີຄວາມສຸກ ເຮັດໃຫ້ຊີວິດຕົກຕໍ່າ ແນ່ນອນເລີຍວ່າພວກເຂົາຄອງໂສດຈະດີກວ່າ, ຂໍບອກໄວ້ເລີຍວ່າທີ່ເຫັນຄົນໂສດບໍ່ມີແຟນ ກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະໂຫຍຫາຄວາມຮັກແບບຊູ້ສາວສະເໜີໄປ ເຂົາອາດຈະມີຄວາມສຸກກັບຄົນໃນຄອບຄົວ ໝູ່ເພື່ອນ ຮັກສັດ ຫຼື ຮັກໃນສິ່ງທີ່ພວກເຂົາກຳລັງເຮັດຢູ່, …

Read More »

ແຊບສຸດ ເຜັດສຸດ! ກັບນາງແບບລຸ້ນປ້າ ສະເທືອນວົງການນາງແບບ 

ວົງການນາງແບບຕ້ອງສະເທືອນ ເມື່ອ Oldushka ໂມເດວລິ່ງ ເອເຈນຊີ່ ຈາກກຣຸງມອສໂຄ ເປີດຮັບສະໝັກນາງແບບໃນສັງກັດ ໂດຍມີເງື່ອນໄຂທີ່ວ່າຜູ້ເຂົ້າສະໜັກຕ້ອງມີອາຍຸ 45 ປີຂຶ້ນໄປ, ເຊິ່ງໄອເດຍສະເທືອນວົງການນາງແບບໃນເທື່ອນີ້ມາຈາກ Igor Gavar ຊ່າງພາບແນວສະຕຣີດທີ່ຖ່າຍພາບມາຈົນເຖິງໄວກະສຽນ ຄົ້ນພົບວ່າຄວາມງາມທີ່ແທ້ຈິງ ຄ່ອຍໆ ເກີດຂຶ້ນຕາມການເວລາ ໝາຍຄວາມວ່າຍິ່ງເຖົ້າຫຼາຍເທົ່າໄດ ຄວາມງາມກໍຍິ່ງຫຼາຍຂຶ້ນເທົ່ານັ້ນ ຈຶ່ງໄດ້ກໍ່ຕັ້ງໂມເດວລິ່ງນີ້ຂຶ້ນມາ ແລະ ຫຼັງຈາກທີ່ເປີດຮັບສະໝັກພຽງແຕ່ 1ປີ ໃນຕອນນີ້ມີນາງແບບໃນສັງກັດເກືອບ 20ຄົນ ສ່ວນອາຍຸນາງແບບທີ່ຫຼາຍທີ່ສຸດຢູ່ທີ່ປະມານ 80 ປີ (ລອງມາເບິ່ງກັນວ່ານາງແບບແຕ່ລະຄົນຈະແຊບ ເຜັດພຽງໃດ…) TATYANA / Saint Petersburg 60 years old / height 156 IRINA / Omsk 80 years old / height 167 NINA / Moscow …

Read More »

ມາແຮງ! “ຢາກໃຫ້ກັບມາ” ບົດເພງລາວແນວຄວາມຮັກທີ່ແຟນໆເວົ້າເຖິງຫຼາຍທີ່ສຸດໃນເວລານີ້…

ມາອັບເດດຜົນງານຂອງສິລະປິນລາວ ຫຼ້າສຸດ ຕານຸ ວັນນະສິນ ໄດ້ປ່ອຍເພງ “ຢາກໃຫ້ກັບມາ” ມາໃຫ້ແຟນໆໄດ້ຟັງກັນແບບຊຶ້ງໆກິນໃຈ ແລະ ພໍແຕ່ປ່ອຍບໍ່ພຽງເທົ່າໃດມື້ ກໍເຮັດໃຫ້ມີກະແສ ແລະ ເປັນບົດເພງລາວທີ່ມີຄົນເວົ້າເຖິງຫຼາຍທີ່ສຸດໃນເວລານີ້… (ມີເພງ “ຢາກໃຫ້ກັບມາ” ມາຝາກແຟນໆທຸກຄົນ ລອງມາຟັງກັນ…) ສຳລັບ ຕານຸ ວັນນະສິນ ກ່ອນໜ້ານີ້ແມ່ນໄດ້ປ່ອຍຜົນງານເພງ “ເຫຼືອໄວ້ແຕ່ນໍ້າຕາ” ເຊິ່ງກໍເຮັດໃຫ້ມີຍອດວິວທາງ Youtube ກັນຢ່າງຫຼວງຫຼາຍ ແລະ ໃນວັນທີ 26 ພຶດສະພາ 2019 ທີ່ຜ່ານມາ ກໍໄດ້ປ່ອຍບົດເພງ “ຢາກໃຫ້ກັບມາ” ເປັນບົດເພງທີ່ 2. ໄດ້ຟັງເພງ “ຢາກໃຫ້ກັບມາ”  ແລ້ວຮູ້ສຶກມ່ວນ ຊຶ້ງກິນໃຈສຸດໆເລີຍແມ່ນບໍ່? ຢ່າງໃດ! ກໍຝາກແຟນໆເປັນກຳລັງໃຈໃຫ້ສິລະປິນລາວກັນຫຼາຍໆໂລດເດີ້ ເຮົາຄົນລາວສະໜັບສະໜູນຜົນງານຄົນລາວນຳກັນເນາະ. ທີ່ມາຄລິບ: Tanu Vannasin

Read More »

ສ່ອງ IG! ວີ ວິໂອເຣັດ ນັກຮ້ອງດັງ ຫຼ້າສຸດໂພສແບບນີ້…ຫຼັງຈົບຄອນເສີດໃນປະເທດລາວ

ມາອັບເດດ Instagram ຂອງ ວີ ວິໂອເຣັດ ວໍເທຍ ນັກຮ້ອງ/ນັກສະແດງຊື່ດັງຈາກປະເທດໄທ ເມື່ອບໍ່ດົນມານີ້ນາງກໍໄດ້ເດີນທາງມາທີ່ ນະຄອນຫຼວງວຽງຈັນ ປະເທດລາວ ເພື່ອພົບພໍ້ກັບແຟນໆຊາວລາວ ແລະ ຈັດມິນິຄອນເສີດຢ່າງອົບອຸ່ນ… ຫຼ້າສຸດ ວີ ວິໂອເຣັດ ກໍໄດ້ໂພສຮູບພາບ ແລະແຄັບຊັ່ນຄວາມປະທັບໃຈທີ່ມີຕໍ່ແຟນໆຊາວລາວວ່າ: “Thank you for shout-singing with me for the last two nights. You guys were awesome. Love love love Laos” ເຊິ່ງມີຄວາມໝາຍວ່າ: ຂອບໃຈສຳລັບການຮ້ອງເຊຍ-ຮ້ອງເພງ ໄປພ້ອມໆກັນກັບຂ້ອຍໃນ 2 ຄໍ່າຄືນທີ່ຜ່ານມາ, ພວກເຈົ້າສຸດຍອດຫຼາຍໆ. ຮັກ ຮັກ ຮັກ ປະເທດລາວ ຈົນເຮັດໃຫ້ໂພສດັ່ງກ່າວມີແຟນໆທັງລາວ ແລະ ໄທ ເຂົ້າໄປສະແດງຄວາມຄິດເຫັນ ແລະ ຕອບກັບວ່າ …

Read More »