Breaking News

pou peng

ເບິ່ງແຍງເສັ້ນຜົມຫຼັງຍ້ອມແນວໃດໃຫ້ສີຕິດທົນ?

ເຊື່ອວ່າຄົງຈະບໍ່ມີໃຜຢາກໃຫ້ສີຜົມທີ່ຍ້ອມມາງາມໆ ຫຼຸດໄປຢ່າງໄວວາ ຫຼື ສີຜິດໄປຈາກເກົ່າ ໄດ້ຍ້ອມຜົມສີງາມໆທັງທີກໍຢາກຈະໃຫ້ມັນຢູ່ໄດ້ດົນໆ, ດັ່ງນັ້ນ ລອງມາເບິ່ງວິທີເບິ່ງແຍງເສັ້ນຜົມຫຼັງຍ້ອມກັນດີກວ່າ ຮັບຮອງຜົນລັບດີແນ່ນອນ… ຫຼັງຈາກຍ້ອມສີຜົມຮຽບຮ້ອຍແລ້ວ ບໍ່ຄວນຟ້າວສະຜົມ ຄວນລໍຖ້າປະມານ 72 ຊົ່ວໂມງຈຶ່ງເລີ່ມສະຜົມ ເພາະເມື່ອມີການຍ້ອມ ເສັ້ນຜົມຈະເປີດຮັບສີທີ່ຍ້ອມ ແຕ່ຖ້າຫາກສະຜົມໄວຈົນເກີນໄປສີຜົມກໍຈະຫຼຸດ ແລະ ຜິດສີໄດ້ງ່າຍ ຢ່າໃຊ້ນໍ້າອຸ່ນ ຫຼື ຮ້ອນສະຜົມເດັດຂາດ ເພາະເມື່ອເສັ້ນຜົມຖືກນໍ້າຈະເຮັດໃຫ້ເສັ້ນຜົມເປີດ ເມື່ອສະຜົມກໍຈະເຮັດໃຫ້ສີຜົມຫຼຸດອອກມາໄດ້ງ່າຍ ເປັນທີ່ມາຂອງສີຜົມທີ່ບໍ່ຕິດທົນ ຢ່າສະຜົມຫຼາຍຈົນເກີນໄປ ເພາະນອກຈາກຈະເຮັດໃຫ້ຄວາມຊຸ່ມຂອງເສັ້ນຜົມຫຼຸດລົງ ຍັງເຮັດໃຫ້ສີຜົມບໍ່ຕິດທົນນານ ຄວນສະຜົມອາທິດລະ 2-3 ເທື່ອ ຫຼັງເຮັດສີຜົມຈະດີກວ່າ ກ່ອນທີ່ຈະໃຊ້ອຸປະກອນເຮັດຜົມທີ່ມີຄວາມຮ້ອນ ແນະນຳວ່າຄວນໃຊ້ສະເປ ຫຼື ຄຣີມປ້ອງກັນເສັ້ນຜົມຈາກຄວາມຮ້ອນກ່ອນ ເພື່ອບໍ່ໃຫ້ເສັ້ນຜົມແຫ້ງ ກ່ອນຍ້ອມຜົມຄວນຕັດເລັມປາຍທີ່ແຕກ ແລະ ແຫ້ງອອກເສຍກ່ອນ ເພາະນອກຈາກຈະກຳຈັດຜົມທີ່ແຫ້ງ ເສຍອອກໄປແລ້ວ ຍັງຈະຊ່ວຍໃຫ້ຜົມທີ່ຍ້ອມມີສີທີ່ງາມ ພະຍາຍາມຢ່າໃຫ້ຜົມຖືກຄໍລີນຫຼາຍຈົນເກີນໄປ ເພາະຄໍລີນຈະກັດສີຜົມ ດັ່ງນັ້ນຖ້າຫາກມີການລອຍນໍ້າອາດຈະໃສ່ໝວກເພື່ອປ້ອງກັນ ແລະ ເມື່ອລອຍນໍ້າແລ້ວກໍຄວນສະຜົມ ແລະະ ໃສ່ຄຣີມບຳລຸງໃຫ້ໄວທີ່ສຸດ. ທີ່ມາ: https://women.mthai.com/hair/hair-to-do/373621.html

Read More »

ຂໍສະແດງຄວາມຍິນດີ! ໜຸ່ມຕົວແທນຈາກປະເທດລາວຄວ້າລາງວັນ… ໃນເວທີ Mister United World 2019

ມາເລີ່ມຕົ້ນຂ່າວດີສົ່ງທ້າຍເດືອນ ພຶດສະພາ 2019 ຫຼ້າສຸດ ອາໂກ້ຍ ວັນນະກອນ  Mister United World Laos 2019 ກໍຄວ້າລາງວັນ “Best Photogenic” ຈາກງານປະກວດ Mister United World 2019 ຢູ່ປະເທດໄທ ມາຝາກຄົນລາວທຸກໆຄົນແບບສົດໆຮ້ອນໆ. Mister United World Laos 2019 ເຊິ່ງປີນີ້ໄດ້ແກ່ ອາໂກ້ຍ ວັນນະກອນ  ຈາກແຂວງ ຈຳປາສັກ ເຊິ່ງໄດ້ເປັນໂຕແທນປະເທດລາວໄປຮ່ວມປະກວດໃນເວທີ “Mister United World 2019” ຢູ່ພັດທະຍາ ປະເທດໄທ ເຊິ່ງຕັດສິນໃນວັນທີ 26 ພຶດສະພາ 2019 ທີ່ຜ່ານມາ ແລະ ກໍບໍ່ເຮັດໃຫ້ຜິດຫວັງ ເພາະສາມາດຄວ້າລາງວັນ “Best Photogenic” ໃນເວທີ Mister United World 2019 ມາຝາກຄົນລາວທຸກໆຄົນ ຢ່າງໃດ! ກໍຂໍສະແດງຄວາມຍິນດີນຳຫຼາຍໆ #ແຊຣໄປໃຫ້ໂລກຮູ້ຄົນລາວເກັ່ງຫຼາຍ ຮູບພາບ: Mister United World …

Read More »

ຄົນລາວເກັ່ງຫຼາຍ! ຜູ້ກໍາກັບໜຸ່ມໄຟແຮງຈາກລາວ ຮ່ວມເປັນໜຶ່ງໃນຄົນສ້າງຮູບເງົາ ຍ່າງພົມແດງທີ່ເທສະການຮູບເງົາເມືອງຄານ 

ພໍຮອດງານເທສະການຮູບເງົາລະດັບໂລກນັ້ນກໍຄື ເທສະການຮູບເງົາເມືອງຄານ ທີ່ປະເທດ ຝຣັ່ງ ເຮົາອາດຈະຕິດພາບທີ່ວ່າເຄີຍເຫັນແຕ່ທີມຜູ້ສ້າງຮູບເງົາ ຫຼື ນັກສະແດງ ເຊເລັບຄົນດັງທີ່ເປັນຄົນຕ່າງຊາດໄປຮ່ວມງານ ໄປແລກປ່ຽນປະສົບການ ໄປຍ່າງພົມແດງ ແຕ່ມາຮອດປີ 2019 ເອີ້ນໄດ້ວ່າເປັນສິ່ງທີ່ຄົນລາວເຮົາພູມໃຈອີກໜຶ່ງຢ່າງ ເພາະໄດ້ມີຜູ້ກໍາກັບໜຸ່ມໄຟແຮງຈາກລາວ ໄຊສົງຄາມ ອິນດວງຈັນທີ ໄດ້ຖືກຄັດເລືອກຈາກ la Fabrique Cinéma ພ້ອມທັງໄດ້ໄປຮ່ວມງານເທດສະການຮູບເງົາເມືອງຄານ ປີ 2019 ທີ່ປະເທດ ຝຣັ່ງ, ເຊິ່ງໜຸ່ມຄົນນີ້ໄດ້ຮ່ວມເປັນໜຶ່ງໃນ 10 ຄົນສ້າງຮູບເງົາຈາກທົ່ວໂລກ ທີ່ຖືກເຊີນເຂົ້າຮ່ວມເທດສະການຮູບເງົາທີ່ເມືອງຄານ. ໄຊສົງຄາມ ອິນດວງຈັນທີ ໜຸ່ມລາວເຈົ້າຂອງບົດຮູບເງົາ ເອື້ອຍ (Raising a beast) ໄດ້ພົບປະກັບບັນດາຜູ້ສ້າງຮູບເງົາມືອາຊີບ ຝຣັ່ງ ແລະ ປະເທດຕ່າງໆ, ເພື່ອຄົ້ນຫາຜູ້ໃຫ້ທຶນສໍາລັບການຖ່າຍທໍາຜົນງານຮູບເງົາເລື່ອງຍາວເລື່ອງທໍາອິດ. ສຳລັບ ໄຊສົງຄາມ ອິນດວງຈັນທີ ຜູ້ກຳກັບໜຸ່ມໄຟແຮງຄົນນີ້ ຈົບການສຶກສາລະດັບປະລິນຍາຕີ ສາຂາສື່ສານມວນຊົນ ທີ່ປະເທດ ສິງກະໂປ ,ຈົບການສຶກສາປະລິນຍາໂທ ສາຂາສ້າງຮູບເງົາທີ່ ນິວຍອກ USA ພາຍໃຕ້ທຶນ …

Read More »

ມາຮູ້ຈັກກັບແມ່ຍິງເກັ່ງລະດັບໂລກ Jacinda Arden ນາຍົກລັດຖະມົນຕີ ປະເທດ ນິວຊີແລນ ທີ່ມີອາຍຸນ້ອຍທີ່ສຸດ

ມາຮູ້ຈັກກັບແມ່ຍິງເກັ່ງລະດັບໂລກ ອີກໜຶ່ງທ່ານ ເພິ່ນເປັນນາຍົກລັດຖະມົນຕີທີ່ມີອາຍຸນ້ອຍທີ່ສຸດ ເປັນແມ່ຍິງທີ່ເກັ່ງ ມີຄວາມສາມາດ ແຖມຕອນນີ້ໄດ້ກາຍເປັນນັກການເມືອງຄຸນນະພາບ ກາຍເປັນຂວັນໃຈຂອງຄົນທົ່ວໂລກ… ເຈຊິນດາ ອາຣເດຣິນ (Jacinda Arden) ອາຍຸ 37 ປີ ຕຳແໜ່ງນາຍົກລັດຖະມົນຕີ ປະເທດ ນິວຊີແລນ ເປັນຜູ້ນໍາປະເທດນິວຊີແລນທີ່ມີອາຍຸນ້ອຍທີ່ສຸດໃນຮອບ 150 ປີ ໂດຍເປັນ ນາຍົກລັດຖະມົນຕີຄົນທີ່ 3 ຂອງປະເທດ ແລະ ເປັນນາຍົກຄົນທີ 40 ຂອງປະເທດ ນິວຊີແລນ ກ່ອນໜ້າທີ່ Jacinda Arden ຈະມາເປັນຕຳແໜ່ງນາຍົກລັດຖະມົນຕີ ນິວຊີແລນ ບອກເລີຍວ່າເພິ່ນມີດີກຼີເປັນດີເຈມາກ່ອນ ນາງເປັນຄົນທີ່ມີມັກໃນສຽງດົນຕຣີ ໂດຍສິລະປິນທີ່ເປັນຕົ້ນແບບຂອງເພິ່ນແມ່ນ Spice Girls, The Beatles, Iggy Pop ໄປຈົນເຖິງ Snoop Dogg ນອກເໜືອຈາກວຽກທາງດານດົນຕຣີແລ້ວ ຫຼັງຈາກຈົບການສຶກສາຈາກວິທະຍາໄລໄວກາໂຕໃນປີ 2001 Jacinda ເລີ່ມຈາກການເປັນນັກວິໄຈທີ່ບ່ອນເຮັດວຽກຂອງ ນາຍົກລັດທະມົນຕີ ເຮເລນ ຄາສ …

Read More »

ບໍ່ໄດ້ແຊ້ມແຕ່ຊະນະໃຈຄົນລາວ! ຫຼັງຈາກທີມຊາດລາວ ພາດຈຸດໂທດເສຍໃຫ້ ທີມຊາດໄທ 3-5 (ຖືວ່າເກັ່ງຫຼາຍແລ້ວ…ຊົມເຊີຍ)

ເປັນທີ່ຮືຮາທົ່ວບ້ານທົ່ວເມືອງໃນເວລານີ້ ຫຼັງນັກເຕະຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ໂຊຜົນງານແບບເໝືອເມກ ເອົາຊະນະຫຼາຍນັດລວດ ສ້າງປະຫວັດຫນ້າໃຫມ່ໃຫ້ກັບວົງການບານເຕະລາວ ແລະ ຫຼ້າສຸດຜ່ານເຂົ້າຮອບຊິງຊະນະເລີດໄປພົບກັບ ທີມຊາດໄທ ແຂ່ງຂັນໄປໃນວັນທີ 21 ພຶດສະພາ 2019 ທີ່ຜ່ານມາ… ເຊື່ອວ່າແຟນໆກໍຄົງຕິດຕາມການແຂ່ງຂັນນັດຊິງຊະນະເລິີດຢ່າງໃຈຈົດໃຈຈໍ່ ໃນທີ່ສຸດຜົນກໍອອກມາແລ້ວ ທີມຊາດລາວ ພາດຈຸດໂທດ ເສຍໃຫ້ ທີມຊາດໄທ 3-5 ຫລັງຈາກ ເວລາປົກກະຕິ ສະເຫມີ 0-0  ຖືວ່ານ້ອງໆມີຄວາມສາມາດ ແລະ ເກັ່ງຫຼາຍໆ ເຖິງຈະພາດເສຍໃນນັດຊິງເພາະພຽງພາດຈຸດໂທດ ຕາມຄວາມເປັນຈິງແລ້ວຖືວ່ານ້ອງໆເກັ່ງຫຼາຍໆ ມື້ນີ້ອາດຈະຍັງບໍ່ແມ່ນມື້ຂອງເຮົາ, ແຕ່ເຖິງຢ່າງໃດກໍຕາມທີມຊາດລາວກໍໄດ້ສ້າງປະຫວັດສາດໜ້າໃໝ່ ຄວ້າຮອງແຊ້ມ ໃນການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ມາຝາກຄົນລາວ. (ຂໍສະແດງຄວາມຍິນດີ…ເກັ່ງຫຼາຍໆ) ແລະ ຍັງບໍ່ໝົດຢພຽງແຕ່ເທົ່ານັ້ນ ແຟນໆຊາວລາວຕ່າງກໍໃຫ້ກຳລັງໃຈ ແລະ ຍັງເວົ້າເປັນສຽງດຽວກັນ ເຖິງຈະບໍ່ໄດ້ແຊ້ມແຕ່ຊະນະໃຈ ພວກນ້ອງໆເກັ່ງຫຼາຍໆ …

Read More »