ຄ້ອຍຄໍ່າແລງ ອາກາດດີໆ ຮູ້ສຶກຫິວເຂົ້າກັນແລ້ວບໍ່ແຟນໆ? “ແກງເຫັດລວມ” ຖືວ່າເປັນອາຫານພື້ນບ້ານ ທີ່ນິຍົມທີ່ສຸດຂອງລາວເຮົາ ເລີຍຢາກຈະມາແນະນຳວິທີເຮັດແກງເຫັດລວມແບບແຊບໆ ໃສ່ຜັກຂະຫອມໆ ກິ່ນຕຸ່ງໆ ແກງເທື່ອໜຶ່ງໄດ້ກິ່ນທົ່ວບ້ານ (555) ມາໃຫ້ແຟນໆ ໄດ້ເຮັດກິນເອງຢູ່ບ້ານໄດ້ງ່າຍໆກັບຄອບຄົວ ບໍ່ຕ້ອງໄປເສຍເງິນຊື້ ແບບເຮັດເອງກິນເອງ ແຊບເອງ ມາ ມາ ມາໆ ລອງມາເບິ່ງສ່ວນປະກອບກັນເບິ່ງເນາະ… ສ່ວນປະກອບ: 1. ເຫັດ ບໍ່ວ່າຈະເປັນເຫັດນາງລົມ, ເຫັດເຂັມ, ເຫັດເຟືອງ ຫຼື ເຫັດຫູໜູ ມັກເຫັດຫຍັງໃສ່ເຂົ້າໄປໂລດແຟນໆ ບໍ່ຈຳກັດເດີ້ 2. ຜັກຂະ 3. ຫົວຜັກບົ່ວແດງ 4. ຫົວສີໄຄ 5. ໝາກເຜັດ 6. ປາແດກດິບ ຫຼື ສຸກ 7. ເກືອ 8. ນໍ້າໄບຢານາງ 9. ເຂົ້າເບືອ ວິທີປຸງແຕ່ງ: – …
Read More »pou peng
ເປີດໂປຟາຍ! “ແມ່ຊີ ຢຸ້ຍ ສັນທະນີ” ຈາກນາງງາມເວທີດັງສູ່ການ “ບວດຊີ” ເພື່ອຫັນໜ້າເຂົ້າຫາທຳມະ (ຂໍອະນຸໂມທະນາສາທຸ)
ເປັນກະແສຮ້ອນແຮງທົ່ວໂລກອອນລາຍ ແຟນໆໃຫ້ຄວາມສົນໃຈ ຫຼັງມີຮູບພາບຂອງ ຢຸ້ຍ ສັນທະນີ Miss Supranational Laos 2018 (ແມ່ຊີຢຸ້ຍ) ແຖຫົວເພື່ອບວດຊີ, ດັ່ງນັ້ນ!! ໃນມື້ນີ້ເຮົາຈະມາເປີດໂປຟາຍເພື່ອຮູ້ຈັກກັບ ແມ່ຊີຢຸ້ຍ ໃຫ້ແຟນໆໄດ້ຮູ້ວ່າແມ່ຊີຢູ້ຍຄົນນີ້ແມ່ນໃຜ? ສັນທະນີ ໄຊມະນີວັນ (ຫຼື ແມ່ຊີຢຸ້ຍ) ອາຍຸ 25 ປີ ຈາກອະດີດສາວການບິນ (Air-hostess) ສູ່ການກ້າວເຂົ້າມາເປັນນາງງາມ ໄດ້ຮັບຕຳແໜ່ງຮອງອັນດັບ 1 ມິສລາວເວີ 2018 (Miss Laos World 2018) ພ້ອມຖືກແຕ່ງຕັ້ງຈາກກອງປະກວດໃຫ້ໄດ້ຮັບຕຳແໜ່ງ Miss Supranational Laos 2018 ແລະ ໄດ້ເດີນທາງໄປແຂ່ງຂັນໃນເວທີ Miss Supranational 2018 ທີ່ປະເທດໂປແລນ ພ້ອມທັງສ້າງປະຫວັດສາດໜ້າໃໝ່ໃຫ້ວົງການນາງງາມລາວ ໂດຍການຄວ້າ “ລາງວັນຊຸດປະຈຳຊາດດີິເດັ່ນ” ມາຝາກຄົນລາວ ຈົນເປັນກະແສດັງ ໄດ້ຮັບສຽງຊື່ນຊົມ ແລະ ເປັນທີ່ຍອມຮັບເຖິງຄວາມສາມາດຂອງແມ່ຍິງລາວຈາກຄົນທົ່ວໂລກໃນເວລານັ້ນ ຢຸ້ຍ ສັນທະນີ ໄດ້ອຳລາຈາກວົງການສາວແອ ເຖິງຫຼາຍຄົນອາດຈະບອກເປັນສຽງດຽວກັນວ່າ…ຊ່າງໜ້າເສຍດາຍກັບອາຊີບສາວແອຂອງນາງ …
Read More »ກະແສຮ້ອນແຮງ! ນາງງາມລາວເວທີດັງ ຫັນໜ້າເຂົ້າຫາພຣະທຳ “ບວດຊີ” ແບບບໍ່ມີກຳນົດສິກ (ຂໍອະນຸໂມທະນາສາທຸ)
ເປັນກະແສຮ້ອນແຮງທົ່ວໂລກອອນລາຍ ແຟນໆໃຫ້ຄວາມສົນໃຈ ຫຼັງມີຮູບພາບຂອງ ຢຸ້ຍ ສັນທະນີ Miss Supranational Laos 2018 ແຖຫົວເພື່ອບວດຊີ ຖືສິນ 8 ແບບບໍ່ມີກຳນົດສິກ ເຊິ່ງກ່ອນໜ້ານີ້ ເທົ່າທີ່ບັນດາແຟນໆຮູ້ດີແລ້ວ່າ ຢຸ້ຍ ສັນທະນີ Miss Supranational Laos 2018 ຫຼື ແມ່ຊີຢຸ້ຍ ເປັນຄົນມັກເຮັດບຸນ ໄຝ່ໃນທຳມະ ຈົນໄດ້ລາງວັນ ກິດຕິມະສັກສົ່ງເສີມພະພຸດທະສາສະໜາ ຈາກສະຖາບັນ Bodhisastra University (ມະຫາວິທະຍາໄລໂພທິສານ) ສະຫະລັດອາເມລິກາ ແລະ ມາມື້ນີ້ ແມ່ຊີຢຸ້ຍ ກໍໄດ້ລະທາງໂລກ ເຂົ້າສູ່ທາງທໍາເພື່ອສຶກສາພຸດທະສາສະໜາ ຖືໄດ້ວ່າງາມທັງຮູບກາຍທາງນອກ ແລະ ຈິດໃຈພາຍໃນແທ້ໆ (ຂໍອະນຸໂມທະນາສາທຸ) ຂໍອະນຸໂມທະນາສາທຸ ແລະ ເປັນກຳລັງໃຈໃຫ້ ແມ່ຊີຢຸ້ຍ (ຂໍຂອບໃຈຮູບພາບ) Storyteller: ຊະນີIndy
Read More »ຊົມເຊີຍ! ນັກກິລາລາວສາມາດຄວ້າຫຼຽນເງິນທຳອິດ ໃນມະຫະກຳກິລານັກຮຽນອາຊຽນຄັ້ງທີ11 ທີ່ອິນໂດເນເຊຍ
ຂ່າວດີສົ່ງທ້າຍເດືອນ ກໍລະກົດ 2019 ຫຼ້າສຸດ ທ້າວ ແຟ້ງ ວົງພັກດີ ນັກກິລາປັນຈັກສີລັດລາວ ສາມາດສ້າງຜົນງານ ໄດ້ຢ່າງໂດດເດັ່ນ ໂດຍຍາດໄດ້ 1 ຫຼຽນເງິນ ໃຫ້ແກ່ ສປປ ລາວ ໃນວັນທີ 23 ກໍລະກົດ ທີ່ຜ່ານມາ ເຊິ່ງເປັນຫຼຽນທຳອິດຂອງທັບນັກກິລາລາວໃນກິລານັກຮຽນອາຊຽນຄັ້ງ 11 ຢູ່ປະເທດອິນໂດເນເຊຍ.(ຂໍສະແດງຄວາມຍິນດີ) ທ້າວ ແຟ້ງ ວົງພັກດີ ນັກກິລາປັນຈັກສີລັດລາວ ສາມາດຜ່ານເຂົ້າຮອບຊີງຫຼຽນຄໍາກັບເຈົ້າພາບ ໃນວັນທີ 23 ກໍລະກົດນີ້ ແລະ ຫຼັງແຂ່ງຂັນ 1 ຊົ່ວໂມງ ປາກົດວ່າບໍ່ສາມາດຕ້ານຄວາມແຂ່ງແກ່ນຂອງນັກກິລາເຈົ້າພາບ ຈຶ່ງໄດ້ພຽງແຕ່ຫຼຽນເງິນ, ຂະນະທີ່ຫຼຽນທອງເປັນຂອງນັກກິລາຟີລິບປິນ ແລະ ມາເລເຊຍ ແລະ ສະຫລຸບຫຼຽນ,ທັບນັກກິລາລາວໄດ້ແລ້ວ 1 ຫຼຽນເງິນ ແລະ 7 ຫຼຽນທອງ. ມະຫະກຳກິລານັກຮຽນອາຊຽນຄັ້ງທີ 11 ຢູ່ ປະເທດ …
Read More »ງາມຫຼາຍ! ປະເທດໄທ ກຽມສົ່ງ Miss Tiffany’s Universe 2019 ໄປປະກວດໃນເວທີສາວງາມຂ້າມເພດລະດັບໂລກ (ຂໍສະແດງຄວາມຍິນດີ)
ອັບເດດຂ່າວສານຈາກປະເທດເພື່ອນບ້ານກັນແດ່ ເຊື່ອວ່າແຟນໆຫຼາຍທ່ານຄົງໄດ້ຕິດຕາມ ແລະ ເປັນກຳລັງໃຈໃຫ້ອີກໜຶ່ງເວທີນາງງາມຈາກ ປະເທດໄທ ເພາະກຳລັງເປັນກະແສຮືຮາໃນໂລກອອນລາຍ ມີຄົນກົດໄລ້ ກົດແຊຣກັນແບບລົວໆ ເຊິ່ງຫຼ້າສຸດກໍໄດ້ມີການປະກາດຜົນກັນໄປແລ້ວວ່າ ສາວງາມຂ້າມເພດ (Transgender) ທີ່ສາມາດຄວ້າຕຳແໜ່ງ Miss Tiffany’s Universe 2019 ກໍຄື ທະໄທປຣິຍາ ເນື່ອງລີ (ເດຍ) ສຳລັບ ເດຍ ທະໄທປຣິຍາ Miss Tiffany’s Universe 2019 ອາຍຸ 22 ປີ ລວງສູງ 180 ຊັງຕີແມັດ ກຳລັງສຶກສາທີ່ ຄະນະສິລະປະສາດ ມະຫາວິທິຍາໄລ ສຸໂຂໄທທຳມະທິຣາດ (ປະເທດໄທ), ເດຍ ທະໄທປຣິຍາ ເປັນໜຶ່ງສາວງາມທີ່ເປັນດາວເດັ່ນໃນເວທີປະກວດ Miss Tiffany’s Universe 2019 ເລີຍກໍວ່າໄດ້,ນາງໂຊຄວາມສາມາດໄດ້ຖືກໃຈກຳມະການແລະ ບັນດາກອງເຊຍ ຈົນສາມາດຄວ້າລາງວັນມົງກຸດອັນຊົງກຽດໃນເວທີ Miss Tiffany’s Universe 2019 ໄປໄດ້ຢ່າງງົດງາມ ແລະ ຈະໄດ້ເປັນຕົວແທນຈາກປະເທດໄທ ໄປປະກວດໃນເວທີສາວງາມຂ້າມເພດລະດັບໂລກ Miss International …
Read More »