ມາເບິ່ງ!!! ຄວາມງາມຂອງສາວປະເພດສອງຂອງບ້ານເຮົາ ຫຼິງຫຼິງ ປິຍະດາ ແລະ ວັນໃໝ່ ທຳມະວົງ ທີ່ບອກເລີຍວ່າ ມີຄວາມເລີດ ຄວາມງາມຢ່າງແຮງ ແມ່ຍິງແທ້ຍັງອາຍໃນຄວາມງາມຂອງສອງສາວນີ້ພຸ້ນລະ, ແລະນອກຈາກຄວາມງາມແລ້ວພວກເຂົາຍັງມີຄວາມສາມາດຈົນສ້າງຊື່ສຽງໃຫ້ປະເທດມາແລ້ວ, ເອົາລະ!!! ບໍ່ເວົ້າໃຫ້ຍືດຍາວມາເບິ່ງຄວາມງາມຂອງ ຫຼິງຫຼິງ ແລະ ວັນໃໝ່ກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມງາມຂອງສາວປະເພດສອງຂອງລາວເຮົາ ຫຼິງຫຼິງ ປິຍະດາ 2. ວັນໃໝ່ ມົນຈຳປາ ທຳມະວົງ ເພື່ອນໆເດ..ຄິດເຫັນກົງກັນກັບ ຊະນີIndy ແດ່ບໍ່? ທີ່ວ່າ ຫຼິງຫຼິງ ແລະ ວັນໃໝ່ ງາມເລີດໆໆໆໆໆແຮງ…ຢ່າລືມຄອມເມັ້ນບອກກັນແດ່ເດີ້!!! ຂໍຂອບໃຈຮູບພາບຈາກ: Wanmai Thammavong , lingpiyadar
Read More »pou peng
ແອບສ່ອງ! Life Style ຂອງ ນິ່ງແນ່ງ ຈັນດາລີ
ສະບາຍດີແຟນໆ…ຊ່ວງນີ້ອາກາດຮ້ອນອົບເອົ້າເຖິງ 40 ອົງສາກັນເລີຍ ເວົ້າແທ້…ຊະນີIndy ຈົນບໍ່ຢາກໄປໃສພຸ້ນລະ ແຕ່ກໍຍ້ອນມີພາລະອັນໃຫ່ຍຫຼວງກໍເລີຍຕ້ອງໄດ້ສູ້ເພື່ອແຟນໆ ເພື່ອໄປຊອກເຈາະຈິ້ມຄວາມຄືບໜ້າຂອງວົງການບັນເທິງມາຝາກ… ແລະມື້ນີ້ ຊະນີIndy ແລະທີມງານ ຂວັນໃຈ ກໍໄດ້ໄປສ່ອງ Life Style ຂອງສາວໜ້າຫວານ ຈັນດາລີ ສິດພາໄຊ (ນິ່ງແນ່ງ) ເພາະສາວຄົນນີ້ບອກເລີຍວ່າບໍ່ທຳມະດາເປັນເຖິງທ່ານໝໍຄົນເກັ່ງ ແລະຍັງເປັນຄົນທີ່ມີຊື່ສຽງເປັນ Net Idol ລຸ້ນທຳອິດ ແລະກໍມີຜົນງານໃນວົງການບັນເທິງບ້ານເຮົາຢ່າງຫຼວງຫຼາຍ ແລະນອກຈາກນັ້ນສາວຄົນນີ້ກໍຍັງມີ Life Style ມັກທ່ອງທ່ຽວໄປປະເທດນັ້ນປະເທດນີ້ ເຫັນງາມໆໜ້າຮັກແບບນີ້ບອກເລີຍວ່າສາວ ນິ່ງແນ່ງ ກໍເປັນຂາລຸຍ, ຫຼ້າສຸດສາວຄົນນີ້ກໍເດີນທາງໄປທ່ອງທ່ຽວທີ່ ເມົາດີບ (Maldives) ທີມງານເຮົາເອງກໍບໍ່ພາດທີ່ຈະນຳຮູບພາບໜ້າຮັກຂອງ ນິ່ງແນ່ງ ມາຝາກຈະໜ້າຮັກພຽງໃດນັ້ນ ມາຕິດຕາມກັນເລີຍ!!! #ຢ່າລືມກົດໄລ້ກົດແຊຣໄປໃຫ້ໂລກຮູ້ ?? #worldsurprisetravel #kanuhuramaldives #เพื่อนเดินทาง #kanuhuramaldives#bangkokairways A post shared by Chandaly Sitpraxay …
Read More »ສ່ອງ! ແຟຊັ່ນພົມແດງໃນງານ “Met Gala 2017” ຂອງຄົນບັນເທິງຝັ່ງ Hollywood ງານນີ້ໃຜເກີດໃຜດັບມາເບິ່ງ!!!
ຜ່ານໄປແລ້ວຢ່າງສົມສັກສີກັບງານໃຫ່ຍ “Met Gala 2017” ງານທີ່ຄົນດັງແຫ່ງວົງການບັນເທິງ Hollywood ຈະຕ້ອງອອກມາຢ່າງພົມແດງ ປະຊັນແຟຊັນສຸດບັນເຈີດ ປະຊັນຄວາມງາມ ຄວາມເລີດ ທັງເສື້ອຜ້າໜ້າຜົມບອກເລີຍວ່າ ຈັດເຕັມ!!! ພາຍໃນງານ ໄຮໄລ້ ຂອງທຸກໆປິກໍຄົງຈະໜີບໍ່ພົ້ນການຢ່າງໂຊໂຕຂອງເຫຼົ່າ Superstar ທີ່ມີທັງດາລາ ນັກຮ້ອງ ນາງແບບ ນາຍແບບ ທົ່ວວົງການບັນເທິງ Hollywood ມາໂຊໂຕໃນຊຸດງາມໆໃຫ້ແກ່ຜູ້ຊົມທີ່ລໍຄອຍເບິ່ງກັນທົ່ວໂລກ, ແລະໃນມື້ນີ້ ຂວັນໃຈ ເຮົາກໍບໍ່ເຄີຍລໍຖ້າທີ່ຈະນຳເອົາຮູບພາບຂອງເຫຼົ່າສາວໆຄົນດັງມາຝາກ ລອງມາເບິ່ງວ່າ Fashion ຂອງໃຜຈະເລີດກວ່າໃຜ ງານນີ້ໃຜເກີດໃຜດັບມາເບິ່ງດ່ວນນນ!!! Rihanna 2. Kendall jenner 3. Selena gomez 4. Gigi hadid 5. Katy perry 6. Kim kardashian 7. Bella hadid 8. …
Read More »ຮູ້ແລ້ວບອກຕໍ່! ພຽງ 6 ຂັ້ນຕອນກໍງາມໄດ້…!
ຜະລິດຕະພັນບຳລຸງຜິວ ຄຸນນະພາບລະດັບນາງຟ້າ ລາຄາຄົນເດີນດິນ ໂດຍ: ແອຣ໌ໂອສເຕສ ຮັບປະກັນດ້ວຍປະສົບການກ່ວາ 6ປີ ໃນການເປັນຜູ້ນຳ ເທຣນຜະລິດຕະພັນ ສກິນແຄຣ໌ ທີ່ຂາຍດີທີ່ສຸດໃນໂລກໂຊເຊລມີເດຍ ເປັນທີ່ນິຍົມໃນກຸ່ມເຊເລບຣິຕີ້, ດາຣາ, ແອໂຮສເຕສ, ລວມທັງBeauty blogger ອັນດັບຫນຶ່ງຂອງປະເທດໄທ. ໃນມື້ນີ້ພວກເຮົາໄດ້ມາຮູ້ຈັກ Suiren (ຊຸຍເຣນ), ໃຫ້ຫຼາຍຂື້ນກວ່າເກົ່າ. Suiren (ຊຸຍເຣນ),ສ້າງຕັ້ງຂຶ້ນໂດຍ ທ່ານນາງລູກບົວ (ພະນັກງານຕ້ອນຮັບເທິງເຄື່ອງບິນ) ຂອງສາຍການບິນຊັ້ນນໍາ ທີ່ມີປະສົບການການບິນຫຼາຍກ່ວາ 10ປີ ບິນໄປຫຼາຍກ່ວາ 10ປະເທດທົ່ວໂລກ ທ່ານນາງລູກບົວ ເຊິ່ງເຄີຍຢູ່ໃນຕໍາແໜ່ງຫົວໜ້າພະນັກງານຕ້ອນຮັບເທິງເຄື່ອງບິນ (Inflight Manager) ເນື່ອງຈາກວ່າຫນ້າທີ່ວຽກເຮັດງານທໍາຂອງ ທ່ານນາງລູກບົວ ໄດ້ມີໂອກາດໄດ້ເດີນທາງໄປທົ່ວທຸກມຸມໂລກ ລາວຈຶ່ງມີໂອກາດໃນການເລືອກຊື້, ເລືອກໃຊ້ສິນຄ້າ ແລະ ຜະລິດຕະພັນຕ່າງໆ ຈາກທົ່ວທຸກມຸມໂລກ ແລະ ໃນທີ່ສຸດລາວກໍ່ຄົ້ນພົບ ຜະລິດຕະພັນທີ່ເໝາະກັບຜິວພັນຂອງຄົນອາຊີທີ່ສຸດຢູ່ທີ່ປະເທດຍີ່ປຸ່ນນັ້ນເອງ ລາວຈຶ່ງຕັດສິນໃຈສ້າງເບຣນ Suiren (ຊຸຍເຣນ). (suiren) ແບຣນຜະລິດຕະພັນຂອງຄົນໄທ …
Read More »ຄຸນປະໂຫຍດຈາກ ໝາກລິ້ນໄມ້
ໝາກລິ້ນໄມ້ ເປັນຜັກພື້ນບ້ານ ທີ່ພົບເຫັນໂດຍທົ່ວໄປ ເປັນຜັກທີ່ເກີດຂຶ້ນເອງ ຕາມທຳມະຊາດ ມີຄວາມຂົມ, ຍອດອ່ອນ ແລະ ດອກ ນິຍົມມັກເອົາມາລວກ ກັບແຈ່ວ ສ່ວນໝາກມັກຈະເອົາມາເຜົາ ກິນກັບລາບ, ກ້ອຍ ຫຼື ເຮັດໝົກກິນຈະແຊບດີ. ທັງໝາກ, ໃບ ແລະ ຍອດ ມີປະໂຫຍດຕໍ່ຮ່າງກາຍ ຊ່ວຍຂັບລົມໃນລຳໃສ້ ຊ່ວຍບຳລຸງສາຍຕາ, ມີມິດຕະມິນສູງ.
Read More »