ທ່ານໃດທີ່ຄຸ້ນເຄີຍກັບບໍລິເວນວັດມີໄຊ ຄົງຈະບໍ່ປະຕິເສດວ່າ ເຂດນັ້ນຖືເປັນອີກເຂດຫນຶ່ງທີ່ມີຮ້ານອາຫານຫລາກຫລາຍປະເພດ ເຊິ່ງທ່ານສາມາດຍ່າງເລາະກິນໄດ້ແບບສະບາຍໆເລີຍ. ພິເສດ ຫລາຍທ່ານອາດຈະເຄີຍຜ່ານກາຍ ຮ້ານເບເກີຣີ້ ໃນຮູບແບບຕາເວັນຕົກທີ່ມີຊື່ວ່າ Pricco. ຮ້ານ Pricco ໃຫ້ບໍລິການເບເກີຣີ້ ຕາມເອກະລັກຂອງຝຣັ່ງ ເຊັ່ນ: ເຂົ້າໜົມຕ່າງໆ, ແຊນວິສ, ເຄື່ອງດື່ມປະເພດຕ່າງໆເຊັ່ນ: ກາເຟ… ທາງຮ້ານເປີດບໍລິການແຕ່ເຊົ້າໆ ດັ່ງນັ້ນ, ທ່ານໄດ້ທີ່ຕ້ອງການແວ່ຮັບປະ ທານອາຫານເຊົ້າ ກໍສາມາດຢ້ຽມຢາມ ຫລື ຈະແວ່ຮັບປະທານອາຫານທ່ຽງເພື່ອສຸຂະພາບຈັກຈານກໍ່ໄດ້ເຊັ່ນດຽວກັນ. ຮ້ານ Pricco ເນັ້ນການຕົກແຕ່ງໃນຮູບແບບ ຄລາສສິກ ແຕ່ມີຄວາມລຽບງ່າຍ ແບບສະບາຍ ສະບາຍ ເປັນກັນເອງ ຈຶ່ງເໝາະສົມສໍາລັບການພົບປະກັບໝູ່ຄູ່ ຫລື ຈະໃຊ້ເວລາກັບຄອບຄົວ. ທາງຮ້ານມີການແບ່ງຂອບເຂດໃນການນັ່ງອອກເປັນສອງລັກສະນະ ກໍ່ຄືພາຍໃນຮ້ານແບບຕິດແອເຢັນສະບາຍ ຫລື ທ່ານສາມາດເລືອກນັ່ງໄດ້ທີ່ດ້ານໜ້າຂອງຮ້ານ ກໍໄດ້ບັນຍາກາດອີກແບບໜຶ່ງ ໃນການເບິ່ງຄົນຜ່ານໄປມາ ໂດຍສະເພາະ ໃນໄລຍະທີ່ອາກາດເຢັນສະບາຍແບບນີ້. ຈຸດພິເສດຂອງທາງຮ້ານ ກໍ່ແມ່ນເຂົ້າຈີ່ທີ່ທາງຮ້ານເຮັດເອງ ຮັບປະກັນຄວາມສົດໃໝ່ທຸກມື້, ນອກ ຈາກນັ້ນ, ຍັງມີການນໍາໃຊ້ຜັກສະຫລັດ, …
Read More »pou peng
ກາເຟບໍ່ອັນຕະລາຍ ຖ້າຮູ້ວິທີກິນຢ່າງຖືກຕ້ອງ
ກາເຟ (Coffee) ກາຍເປັນເຄື່ອງດື່ມ ທີ່ຫຼາຍຄົນມັກ ບໍ່ວ່າຈະດື່ມກິນເພື່ອຄວາມສົດຊື່ນ ກິນເພື່ອຄວາມກະຕືລືລົ້ນໃນການເຮັດວຽກ ຫຼືຈາກການຢາກນອນໃນລະຫວ່າງມື້ ດັ່ງນັ້ນເພື່ອສຸຂະພາບທີ່ດີເຮົາເອງກໍ່ຕ້ອງແນ່ໃຈວ່າກາເຟກິນຢ່າງຖືກວິທີຫຼືບໍ່? ດັ່ງນັ້ນໃນມື້ນີ້ Kuanjai foodie ມີວິທີດີໆໃນການກິນກາເຟ ແລະ ບໍ່ເກີດຜົນຮ້າຍຕໍ່ຮ່າງກາຍມາຝາກ ມາເບິ່ງດ່ວນ: ຕ້ອງໝັ່ນສັງເກດຕົວເອງວ່າມີຄວາມໄວຕໍ່ການຕອບສະໜອງຕໍ່ປະລິມານຂອງກາເຟຢູ່ປະມານຈັກຈອກ ແລະ ມີອາການເປັນແບບໃດ? ເພາະຄວາມຈິງແລ້ວຮ່າງກາຍມະນຸດເຮົາບໍ່ສາມາດຮັບປະລິມານຄາເຟອີນ (Caffeine) ໄດ້ຫຼາຍໃນແຕ່ລະມື້ ດັ່ງນັ້ນ, ຄົນທີ່ເຄີຍກິນກາເຟຫຼາຍກວ່າ 3 ຈອກໃນແຕ່ລະມື້ ກໍຄວນປັບປ່ຽນມາກິນກາເຟມື້ລະ 1-2 ຈອກ ກໍ່ພຽງພໍແລ້ວ. 2. ຖ້າທ່ານເປັນຄົນທີ່ນອນຫຼັບຍາກກໍຄວນຫຼີກລ່ຽງການກິນກາເຟໃນຊ່ວງຫົວຄ່ຳ ທາງທີ່ດີກໍຄວນກິນກາເຟກ່ອນທ່ຽງຈະເປັນການດີທີ່ສຸດ. 3. ຢ່າກິນກາເຟເພື່ອຫວັງເປັນຕົວຊ່ວຍໃນການຫັກໂຫມການເຮັດວຽກ ເພາະເຖິງວ່າຄາເຟອີນຈະຊ່ວຍເຮັດໃຫ້ຮ່າງກາຍຕື່ນໂຕໄດ້ແທ້ ແຕ່ສະໝອງກໍຕ້ອງການເວລາໃນການພັກຜ່ອນເພື່ອເພີ່ມປະສິດທິພາບໃນການຮັບຮູ້ (ບໍ່ດັ່ງນັ້ນສະໝອງຈະເຮັດວຽກບໍ່ໄດ້ເຕັມທີ່) ທາງທີ່ດີທີ່ສຸດຄວນກິນໃນປະລິມານທີ່ໜ້ອຍລົງຈະເປັນການດີໃຫ້ແກ່ຮ່າງກາຍ. 4. ຢ່າກິນກາເຟຕອນທ້ອງກຳລັງຫວ່າງເດັດຂາດ ເພາະໃນກາເຟມີລິດເປັນກົດເຊິ່ງອາດຈະໄປທຳຮ້າຍກະເພາະອາຫານ ແລະ ລຳໃສ້ໄດ້ ນອກຈາກນີ້ຍັງເຮັດໃຫ້ລະດັບນ້ຳຕານໃນເລືອດສູງຂຶ້ນຈົນເຮັດໃຫ້ມີຄວາມຮູ້ສຶກຢາກກິນອາຫານຕະຫຼອດເວລາ ເມື່ອເປັນແບບນີ້ຈະເຮັດໃຫ້ນ້ຳໝັກໂຕເພີ່ມຂຶ້ນຢ່າງໄວວາ. 5. ຄວນໃສ່ນ້ຳເຜິ້ງແທນນ້ຳຕານເພື່ອສຸຂະພາບທີ່ດີ 6. ຖ້າທ່ານໃດກິນກາເຟທຸກມື້ເປັນປະຈຳ ຄວນກິນອາຫານທີ່ເປັນແຄວຊຽມເພີ່ມຕື່ມບໍ່ວ່າຈະເປັນ: ນົມ …
Read More »ນູ່ນີ່ ຈະຕອບແນວໃດເມື່ອພິທີກອນໃນລາຍການ Take Me Out Thailand ຖາມຄຳຖາມທີ່ວ່າ…?
ມາເບິ່ງ! ການຕອບຄຳຖາມຂອງ ນູ່ນີ່ ກຸມພົນພັກດີ ສາວງາມຈາກລາວທີ່ໄປເລືອກຄູ່ໃນລາຍການ Take Me Out Thailand ເຊິ່ງພິທີກອນຊື່ດັງ ນ້າເນັກ ແລະ ກາລະແມ ໄດ້ຖາມ ນູ່ນີ່ ໃນປະໂຫຍກພາສາລາວທີ່ວ່າ…ຂໍບອກເລີຍງານນີ້ມີຄວາມຕະຫຼົກເຮຮາແນ່ນອນ ຈະເປັນແນວໃດນັ້ນມາເບິ່ງຄລິບກັນເລີຍ!!! นุนีเข้าวิน สบายดีนุนีเด้อ กางเกงในเข้าวิน ภาษาลาวพูดว่ายังไง เดี๋ยวถามนุนีให้ วันนี้แต่งตัวซะแดงเป็นพริกชี้ฟ้าเลย #นุนี #tmo11 #takemeoutthailandถ้าไม่อยากพลาดความสนุกของเทคมีเอาท์ กดนี่ไว้เลย https://goo.gl/pEK5w4 โพสต์โดย Take Me Out Thailand บน 9 พฤษภาคม 2017 ຄລິບຈາກ: Take Me Out Thailand ຮູບພາບຈາກ: Noony Koumphonphakdee
Read More »ຫວານຈົນມົດຂຶ້ນ! ສຽວຜິງເປີດໂຕຫວານໃຈ ແບບບໍ່ມີປິດບັງ…!
ຊ່ວງນີ້ໃຜກໍຍ້ອງວ່າ ພິທີກອນສາວຊື່ດັງ ສຽວຜິງ ໄຊຍະລິນ ມີຄວາມງາມ ມີຄວາມສົດໃສ ແບບຜິດຫູຜິດຕາຄ້າຍໆກັບຄົນທີ່ກຳລັງມີຄວາມຮັກ ບອກເລີຍວ່າແມ່ນແລ້ວເພາະ ສຽວຜິງ ໄຊຍະລິນ ກັບຫວານໃຈໜຸ່ມ ຕູ່ ສະຖາພອນ ມີຄວາມຫວານເວີ້…ມົດຕອມເປັນແຖວ ເພາະທັງສອງໜັ່ນໂຊຄວາມຫວານຜ່ານສື່ ດຸໝັ່ນອອກງານຄູ່ ແລະໂພສຮູບຄູ່ລົງໃນເຟສບຸກ ແລະ ອິນສະຕາແກຼມເລື້ອຍໆຈົນມີແຟນຄລັບເຂົ້າມາກົດໄລ້ ແຖມຄອມເມັ້ນວ່າທັງສອງໜ້າຮັກເໝາະສົມກັນ ບາງຄົນກໍມີຄວາມອິດສາໃນຄວາມຫວານຂອງທັງສອງ, ງານນີ້ເວົ້າໄດ້ເລີຍວ່າສາວ ສຽວຜິງ ໄດ້ເປີດໂຕຫວານໃຈແບບທີ່ບໍ່ມີປິດບັງກັນເລີຍ… ເຖິງຢ່າງໃດກໍຂໍໃຫ້ມີຂ່າວດີໄວໆ ຖ້າມີຂ່າວດີຢ່າລືມຊວນ ຊະນີIndy ແລະ ແຟນໆແດ່ເດີ້ ພວກເຮົາຈະໄປຮ່ວມສະແດງຄວາມຍິນດີນຳ. ມີຮູບພາບຄວາມໜ້າຮັກຂອງທັງສອງມາຝາກນຳເດີ້ລອງມາເບິ່ງກັນເລີຍ… Happy valentine's day ❤ " ແຟນຂ້ອຍເອງ " #loveyou #TP โพสต์โดย Siewphing Xyl บน 13 กุมภาพันธ์ 2017 ເອ໋ະໆໆ… ມີນີ້ແມ່ນວັນເກີດໃຜນໍ້…. ເປັນຜູ້ໃຫຍ່ຂຶ້ນອີກແລ້ວປີ1 ວັນເກີດປີນີ້ຂໍໃຫ້ມີຄວາມສຸກ …
Read More »5 ພະຍາດຈະຖາມຫາ ຖ້າບໍ່ກິນເຂົ້າເຊົ້າ
ອາຫານເຊົ້າເປັນອາຫານທີ່ຄົນສ່ວນຫຼາຍບໍ່ມັກໃສ່ໃຈຈົນຕິດເປັນນິໃສ ເພາະອາດຟ້າວໄປເຮັດວຽກ ຫຼືອາດນອນຕື່ນສວາຍ ຖ້າໃຜຮູ້ໂຕວ່າກຳລັງເປັນໜື່ງໃນຈຳນວນທີ່ກ່າວມານັ້ນ ຂໍໃຫ້ທ່ານຈົ່ງຮີບປັບປ່ຽນພຶດຕິກຳດັ່ງກ່າວໂດຍດ່ວນ ເພາະມີຄວາມສ່ຽງທີ່ຈະເປັນພະຍາດຮ້າຍເຊິ່ງແຕ່ລະພະຍາດທີ່ຈະກ່າວມານີ້ບອກເລີຍວ່າເປັນຕາຍ້ານຫຼາຍ: ພະຍາດອ້ວນ ບາງທ່ານເຂົ້າໃຈຜິດມາໂດຍຕະຫຼອດວ່າການອົດອາຫານເຊົ້າຕ້ອງຈ່ອຍຈະຕຸ້ຍໄດ້ຢ່າງໃດ? ແນ່ນອນທີ່ສຸດວ່າຕ້ອງຕຸ້ຍຂຶ້ນແນ່ນອນ ເພາະວ່າຖ້າທ່ານບໍ່ກິນອາຫານເຊົ້າລະບົບເຜົາຜານໃນຮ່າງກາຍຈະເຮັດວຽກຊ້າລົງເຮັດຮູ້ສຶກຢາກອາຫານເລື້ອຍໆ ແລະ ເຮັດໃຫ້ກິນຫຼາຍກວ່າທີ່ຮ່າງກາຍຕ້ອງການ. ພະຍາດເບົາຫວານ ອາຫານເຊົ້າເປັນສິ່ງທີ່ສຳຄັນທີ່ສຸດໃນບັນດາຄາບທັງ 3 ຄາບເພາະຮ່າງກາຍຕ້ອງການພະລັງ ງານ ແລະ ສານອາຫານເຂົ້າໄປກະຕຸ້ນລະບົບເຜົາຜານ ລວມເຖິງສາມາດຊ່ວຍຫຼຸດພາວະ ປົກກະຕິຂອງຮໍໂມນ ອິນຊູລິນ (Insulin) ເຊິ່ງຖືເປັນສາເຫດຂອງການເກີດພະຍາດເບົາ ຫວານກວ່າ 40-50% ດັ່ງນັ້ນບໍ່ແມ່ນພຽງແຕ່ໄວສູງອາຍຸທີ່ສາມາດເປັນພະຍາດເບົາຫວານ ໄດ້ແຕ່ຄົນທີ່ມັກບໍ່ກິນອາຫານເຊົ້າກໍ່ສາມາດເປັນເບົາຫວານໄດ້ທຸກເພດທຸກໄວເຊັ່ນກັນ. ກະເພາະລຳໃສ້ ກະເພາະອາຫານຂອງຄົນເຮົາເມື່ອເຖິງເວລາ ມັນກໍ່ຈະຫຼັ່ງນ້ຳຢ່ອຍອອກມາເພື່ອຍ່ອຍອາຫານເປັນເວລາປົກກະຕິ ແຕ່ເຮົາເອງກັບອົດອາຫານບໍ່ຍອມກິນ ນ້ຳຍ່ອຍເຫຼົ່ານີ້ກໍ່ຈະບໍ່ຖືກໃຊ້ງານ ແລະ ຖືກຂັງຢູ່ໃນຮ່າງກາຍຂອງຄົນເຮົາເຮັດໃຫ້ຫຼອດອາຫານ ແລະ ເຫຍື່ອບຸໂພງອາຫານເກີດການລະຄາຍເຄືອງ ແລະ ຖ້າເຮົາປ່ອຍໃຫ້ເປັນແບບນີ້ຕໍ່ໄປດົນໆຈະເຮັດໃຫ້ກົດນ້ຳຍ່ອຍເຫຼົ່ານີ້ຍ້ອນກັບຈາກຫຼອດອາກຫານຂຶ້ນໄປເທິງຄໍຫອຍ ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບຢ່າງຍິ່ງ. ຄວາມຈຳເຊື່ອມ (Alzheimer) ພະຍາດດັ່ງກ່າວກ່ຽວກັນໂດຍກົງກັບຄົນທີ່ບໍ່ກິນອາຫານເຊົ້າ ກໍ່ເພາະວ່າອາຫານເປັນສິ່ງສຳຄັນທີ່ສຸດສຳຫຼັບສະໝອງ ໃນເວລາກາງຄືນທີ່ເຮົານອນຫຼັບຮ່າງກາຍຂອງຄົນເຮົາຈະບໍ່ໄດ້ຮັບສານອາຫານດົນກວ່າ 8-10 ຊົ່ວໂມງ ຖ້າເຮົາບໍ່ກິນອາຫານເຊົ້າອີກຈະເຮັດໃຫ້ນ້ຳຕານໃນເລືອດຕໍ່າລົງເຮັດໃຫ້ນ້ຳຕານໄປລ້ຽງສະໝອງໜ້ອຍ ສົ່ງຜົນໃຫ້ສະໝອງສ່ວນຄວາມຈື່ຈຳເຮັດວຽກໄດ້ບໍ່ເຕັມທີ່ ແລະ …
Read More »