ເປັນທີ່ຮືຮາໃນໂລກໂຊຊ່ຽວໃນຊ່ວງຕົ້ນເດືອນທີ່ຜ່ານມາ ນັ້ນກໍຄືງານແຕ່ງດອງລູກສາວທາຍາດເຈົ້າຂອງໂຮງແຮມດັງ Champasak Grand hotel , ເພາະງານມີຄວາມເວີ້ວັງອະລັງການງານສ້າງ ແຖມຄູ່ບ່າວສາວກໍເປັນທີ່ຮືຮາອີກເພາະວ່າເປັນງານແຕ່ງດອງຂອງ ສາວລາວ-ບ່າວໄທ ເຊິ່ງພາຍໃນງານເຕັມໄປດ້ວຍຄວາມຫຼູລາສົມສັກສີລູກສາວເຈົ້າຂອງໂຮງແຮມ ນອກຈາກນັ້ນຍັງມີທັງຄົນດັງໃນວົງການໄປຮ່ວມສະແດງຄວາມຍິນດີຫຼາຍຄົນເຊັ່ນ: ຫຼິງຫຼິງ ປິຍະດາ, ອະເລັກ ອາລິຍາ ແລະ ເມເມ ສະຫວັນ ໄຮໂຊຊື່ດັງ…ເວົ້າແບບນີ້ຍາກເຫັນແລ້ວແມ່ນບໍ່ວ່າງານດອງຂອງຄູ່ຮັກສາວລາວ-ບ່າວໄທ ຈະເລີດໆໆໆຊໍ່າໃດ ລອງມາເບິ່ງຮູບພາບທີ່ເຮົານຳມາຝາກໄດ້… ມິຄລິບຄວາມໜ້າຮັກລະຫວ່າງຄູ່ບ່າວສາວທີ່ໄດ້ຟ້ອນລຳວົງຮ່ວມກັນມາຝາກ… ເຈົ້າບ່າວໄທ ຟ້ອນລຳວົງລາວງາມຫຼາຍเจ้าบ่าวไทย ฟ้องลำวงลาวงามหลายCr: adlovestudio โพสต์โดย Lao Wedding ງານວິວາລາວ บน 4 พฤษภาคม 2017 ຂໍຂອບໃຈສຳລັບຮູບພາບ… ຂໍຂອບໃຈຄລິບຈາກ: Lao Wedding ງານວິວາລາວ
Read More »pou peng
ປັດ Mascara ແນວໃດ? ໃຫ້ຖືກວິທີ
ວິທີຜິດໆຂອງການໃຊ້ Mascara ທີ່ສາວໆອາດຈະເບິ່ງຂ້າມໄປ ສາວໆເວລາປັດ Mascara ແລ້ວມັກພົບບັນຫາເຫຼົ່ານີ້ບໍ່ ປັດແລ້ວຕິດເປັນກ້ອນ, ປັດທາງເທິງເປື້ອນທາງລຸ່ມ, ປັດທາງລຸ່ມເປື້ອນທາງເທິງ ຈະເຊັດອອກແຕ່ລະເທື່ອກໍຍາກແສນຍາກ ແຖມຍັງຕ້ອງເສຍເວລາແຕ່ງຕາໃໝ່ອີກ. ມາເບິ່ງນີ້ເລີຍ! ວ່າເຮັດແນວໃດໃຫ້ບັນຫາເຫຼົ່ານັ້ນໄປຕ້ອງໝົດໄປ? ທີ່ຂວັນໃຈເອົາມາຕ້ອນກັນໃນມື້ນີ້! 1. ຄວນປັດຂົນຕາລຸ່ມກ່ອນ: ເຊື່ອວ່າສາວໆຫຼາຍຄົນອາດຈະເຄີຍລໍາຄານວ່າ ເວລາປັດ Mascara ແລ້ວເປື້ອນເປັດຈຸດໆບ່ອນເປືອກຕາ ແລະ ໃຕ້ຕາ ເພື່ອປ້ອງກັນບັນຫາເຫຼົ່ານັ້ນໃຫ້ໝົດໄປ ໃຫ້ເລີ່ມປັດຂົນຕາຈາກທາງລຸ່ມກ່ອນ ບໍ່ດັ່ງນັ້ນບັນຫາທີ່ປັດ Mascara ແລ້ວເປື້ອນກໍຈະຍັງມາກວນໃຈສາວໆຢູ່ບໍ່ເລີກນັ້ນເອງ 2. ຢ່າປໍ້າຫົວແປງ Mascara ເຂົ້າໆອອກ: ຖ້າສາວໆບໍ່ຢາກໃຫ້ Mascara ສຸດທີ່ຮັກແຫ້ງໄວຢ່າເຮັດ!! ການທີ່ເຮົາປໍ້າແປງ Mascara ເຂົ້າໆອອກໆຫຼາຍໆ ຈະເປັນການດັນອາກາດເຂົ້າໄປໃນຕົວຂອງ Mascara ເຮັດໃຫ້ແຫ້ງໄວຂຶ້ນ ແລ້ວເນື້ອຂອງ Mascara ຈະຈັບກັນເປັນກ້ອນ ປ່ຽນມາເປັນການໝູນແປງໄປໜ້າ-ຫຼັງ ແທນຈະເປັນການດີກວ່າ 3. ຄວນເຊັດເນື້ອ Mascara ອອກກ່ອນເລັກນ້ອຍ: …
Read More »ຮ້ານອາຫານລາວເດີມ
ຂໍແນະນໍາຮ້ານອາຫານອີກແຫ່ງໜຶ່ງ ທີ່ຢູ່ໃຈກາງເມືອງ ເຖິງບໍ່ແມ່ນຮ້ານອາຫານເປີດໃໝ່ ແຕ່ກໍຢາກໃຫ້ຊອກຫາໂອກາດໄປລອງຊີມ. ເພາະມີອາຫານລາວໄວ້ຄອຍເອົາໃຈທຸກທ່ານ ຮ້ານນີ້ມີຊື່ວ່າ: “ຮ້ານອາຫານລາວເດີມ” ຕັ້ງຢູ່ເຂດຕະຫລາດວັງທອງ 450 ປີ,ສະຖານທີ່ໂດດເດັ່ນ ຕິດແຄມທາງໃຫຍ່ ຮັບປະກັນວ່າຊອກງ່າຍ. ຟັງແຕ່ຊື່ຮ້ານ ກໍຮູ້ແລ້ວວ່າ ຮ້ານອາຫານລາວເດີມນີ້ ໃຫ້ບໍລິການອາຫານລາວຈາກທຸກພາກຂອງປະເທດໂດຍເນັ້ນລົດຊາດແບບດັ່ງເດີມນັ້ນເອງ ເຊິ່ງມີຫລາຍລາຍການອາຫານຈານຫາຍາກ ຂ້າພະເຈົ້າເຊື່ອແນ່ວ່າຈະຖືກໃຈນັກຊີມລຸ້ນອາວຸໂສ ຫລື ແມ່ນແຕ່ນັກຊິມລຸ້ນໃໝ່ ທີ່ອາດຍັງບໍ່ທັນມີໂອກາດ ໄດ້ຮັບປະທານອາຫານລາວຫາຍາກນີ້ດ້ວຍ. ຮ້ານອາຫານລາວເດີມ ມີການປະດັບປະດາໃນແບບທີ່ແຕກຕ່າງຈາກຮ້ານອາຫານລາວທົ່ວໄປ ໂດຍປະສົມປະສານການອອກແບບສະໄໝໃໝ່ ບວກກັບເອກະລັກຂອງຄວາມເປັນລາວ ໃຫ້ບັນຍາກາດແບບເຮືອນສະໄໝເກົ່າ. ພິເສດຢູ່ຊັ້ນສອງຂອງຮ້ານກໍ່ເໝາະສໍາລັບທ່ານທີ່ກໍາລັງຊອກຫາສະຖານທີ່ເພື່ອພົບປະສັງສັນ ເຊິ່ງເພິ່ນໃຫ້ຊື່ ວ່າ: Sky Bar . ຮ້ານອາຫານລາວເດີມ ໃຫ້ບໍລິການອາຫານລາວເປັນຫລັກ ໂດຍນໍາໃຊ້ວັດຖຸດິບທີ່ຜ່ານການຄັດເລືອກມາເປັນພິເສດ ທາງຮ້ານເພິ່ນເອົາໃຈໃສ່ເປັນພິເສດ ໃນການຄັດເລືອກສ່ວນປະກອບ ທີ່ນໍາມາປຸງແຕ່ງອາຫານ ບໍ່ວ່າຈະເປັນ ຜັກສົດ, ຊີ້ນ ແລະ ອື່ນໆ ເພື່ອໃຫ້ໝັ້ນໃຈວ່າ ລູກຄ້າຈະໄດ້ຮັບປະທານອາຫານລົດຊາດແຊບ ທັງມີຄຸນນະພາບໄປພ້ອມໆກັນ. ທາງຮ້ານມີການປັບປຸງ ແລະ ປ່ຽນລາຍການຕາມລະດູການຂອງອາຫານ …
Read More »ກິກ ໄພລິນດາ ຈາກອະດີດນາງງາມສູ່ວ່າທີ່ແມ່ມືໃໝ່ ຖືພາທ້ອງແກ່ແລ້ວແຕ່ຍັງງາມ…
ກິກ ໄພລິນດາ ອະດີດ Miss Laos ປີ 2009 ດຽວນີ້ນາງແຕ່ງດອງມີຄອບຄົວແຖມກຳລັງຈະມີລູກ ແຕ່ເບິ່ງແລ້ວ ກິກ ກໍຍັງງາມບໍ່ມີປ່ຽນເຖິງແມ່ນວ່ານາງກຳລັງຖືພາລູກຢູ່… ເຮົາເລີຍອົດບໍ່ໄດ້ທີ່ຈະລວບລວມເອົາຮູບພາບທີ່ແສນໜ້າຮັກຂອງແມ່ມານກິກມາຝາກ, ຢ່າງໃດກໍຂໍສະແດງຄວາມຍິນດີກັບວ່າທີ່ແມ່ມືໃໝ່ເດີ້ ຂໍໃຫ້ສຸຂະພາບແຂງແຮງທັງແມ່ທັງລູກ… ມານ 2017 ດູດ້ວຍຍຍ 😎💇👼👨👩👦💢 โพสต์โดย Kik Phailinda Philavanh บน 27 เมษายน 2017 ເລາະກິນອາຫານຢູໂຣບກ່ອນ โพสต์โดย Kik Phailinda Philavanh บน 6 พฤษภาคม 2017 👪 tgt โพสต์โดย Kik Phailinda Philavanh บน 14 เมษายน 2017 ຂໍຂອບໃຈຮູບພາບຈາກ: Kik Phailinda Philavanh
Read More »ແພນດ້າ ສາວລາວໜ້າຮັກຂວັນໃຈໜຸ່ມໆ…
ຈະເອ໋…ສະບາຍດີແຟນໆ ມື້ນີ້ ຊະນີIndy ຈະພາທຸກຄົນມາຮູ້ຈັກກັບສາວນ້ອຍໜ້າຮັກຂວັນໃຈໜຸ່ມໆນັ້ນກໍຄື ແພນດ້າ ຝົນນະພາ ໄຕມະນີ ອາຍຸ 22 ປີ ສາວລາວໜ້າຮັກ ແຖມຮຽນເກັ່ງ ນາງສາມາດເສັງເອົາທຶນໄປຮຽນຕໍ່ທີ່ ສ.ເກົາຫລີ ໃນດ້ານການອອກແບບສື່ສິ່ງພິມ ພຸ້ນໃດ…(ຊົມເຊີຍເດີ້), ແພນດ້າ ເປັນສາວໜ້າຫວານທີ່ເບິ່ງແລ້ວຄ້າຍໆຄືກັບສາວເກົາຫລີ ແຕ່ຂໍບອກເດີ້ວ່ານາງເປັນສາວລາວແທ້ໆມາແຕ່ກຳເນີດ ແລະສາວຄົນນີ້ກໍມີແຟນຄລັບຕິດຕາມເປັນຈຳນວນຫຼາຍ ຫຼື ຈະເອີ້ນງ່າຍໆວ່າ ເນັດໄອດໍ້ ນັ້ນແຫຼະ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມໜ້າຮັກຂອງສາວລາວ ຖ້າແຟນໆຢາກຮູ້ທີ່ມາທີ່ໄປຂອງສາວນ້ອຍໜ້າຕາຈິ້ມລິ້ມຄົນນີ້ເພີ່ມຕື່ມ ສາມາດຕິດຕາມໄດ້ທີ່ ວາລະສານ ຂວັນໃຈ ສະບັບທີ 117 ມີວາງຂາຍແລ້ວຕາມມິນີມາກ U Express M Point Mart ແລະ Jeffy Mart ທຸກສາຂາ. ຂໍຂອບໃຈຮູບພາບຈາກ: panda_f5 ແລະ ວາລະສານ ຂວັນໃຈ ສະບັບທີ 117
Read More »