ນ້ອງຮັກ (Dearest Sister) “ນົກ” ຍິງສາວຈາກຊົນນະບົດຂອງລາວ ຖືກເອີ້ນເຂົ້າມາຢູ່ເຮືອນຂອງພີ່ນ້ອງຫ່າງໆ ທີ່ສາຍຕາກຳລັງເສຍເພື່ອເຂົ້າມາເບິ່ງແຍງ “ອານາ” ເສດຖີຍິງ ທີ່ມັກຈະເຫັນພາບຫລອນ ແຕ່ນາງບໍ່ຮູ້ວ່າ ຄວາມຈິງແລ້ວພາບຫລອນທີ່ນາງເຫັນຄືວິນຍານ ຊຶ່ງມາບອກເລກຫວຍ ມີພຽງນົກເທົ່ານັ້ນທີ່ຮູ້ຄວາມລັບນີ້ ແລະ ນາງຕ້ອງເລືອກລະຫວ່າງຊີວິດຄົນ ຫລື ຄວາມລ້ຳລວຍ ນ້ອງຮັກ (Dearest Sister) ເປັນຮູບເງົາແນວລີ້ລັບສະຫຍອງຂວັນ ເຊິ່ງຮູບເງົາເລື່ອງນີ້ໄດ້ອອກສາຍມາແລ້ວເຖິງ 19 ເທສະການຮູບເງົາດັງທົ່ວໂລກ, ແຖມເດັດໄປກວ່ານັ້ນກໍຄື ຜູ້ກຳກັບຮູບເງົາເລື່ອງນີ້ເປັນແມ່ຍິງຄົນເກັ່ງຂອງລາວ ແມັດຕີ້ ໂດ ທີ່ຖືກຍອມຮັບມາແລ້ວຈາກທີມງານລະດັບ Hollywood, ແລະໃນວັນທີ 8 ພຶດສະພາ 2017 ຮູບເງົາເລື່ອງ ນ້ອງຮັກ ກຳລັງຈະເປີດສາຍຮອບສື່ມວນຊົນ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ດັ່ງນັ້ນເພື່ອແຟນເພສທ່ານໃດຍັງບໍ່ຮູ້ທີ່ໄປທີ່ມາຂອງ ຮູບເງົາເລື່ອງ ນ້ອງຮັກ ເປັນຮູບເງົາຈາກລາວເຮົາເລື່ອງນີ້ ຊະນີIndy ເລີຍໄປລວບລວມເອົາ 5 ເຫດຜົນທີ່ຄວນໄປເບິ່ງຮູບເງົາເລື່ອງນີ້ມາຝາກ… #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ເນື້ອເລື່ອງຂອງຮູບເງົາ ບອກເລີຍວ່າເັດດສຸດ… …
Read More »pou peng
ສະເທືອນໃຈເຖິງຂັ້ນກັ້ນນໍ້າຕາບໍ່ຢູ່! ລວມຮູບພາບຄວາມເສຍຫາຍຈາກເຫດການໄຟໃໝ້ຕະຫຼາດວິທະຍາເຂດດົງໂດກ
40 ພາບບັນຍາຍຄວາມເສຍຫາຍ, ຄວາມເສົ້າເສຍໃຈ, ຄວາມສີ້ນຫວັງ ແລະ ຄວາມທຸກໂສກຂອງພໍ່ຄ້າແມ່ຄ້າທີ່ຕະຫຼາດ ວິທະຍາເຂດດົງໂດກຈາກເຫດການໄຟໄໝ້ຕະຫຼາດໃນຄືນວັນທີ 6 ພຶດສະພາ 2017 ເວລາປະມານ 3 ໂມງເຊົ້າ ເຊິ່ງເຫດການໄຟໄໝ້ຕະຫຼາດແຫ່ງນີ້ບໍ່ແມ່ນຄັ້ງທໍາອິດ ແຕ່ຫາກແມ່ນຄັ້ງທີສອງທີ່ພໍ່ຄ້າແມ່ຄ້າຕ້ອງປະເຊີນ. ພວກເຮົາ ທີມງານ ຂວັນໃຈ ແລະ ປະຊາຊົນລາວທຸກຄົນຂໍເປັນກຳລັງໃຈໃຫ້ແມ່ຄ້າພໍ່ຄ້າຊາວຂາຍທຸກຄົນຈົ່ງເຂັ້ມແຂງ ຈົ່ງມີສະຕິ ແລະ ເຊື່ອວ່າ ຟ້າຫຼັງຝົນຍ່ອມສົດໃສສະເໝີ…ສູ້ໆເດີ້! ທີ່ມາ: Tonamcha
Read More »ຮ້ານອາຫານ ຟາມອະລີຊຽດ Farm-a-licious Cafe
ປັດຈຸບັນ, ຄົນສ່ວນຫຼາຍໃນສັງຄົມເລີ່ມມີການພັດທະນາ ຫັນມາໃສ່ໃຈເລື່ອງອາຫານການກິນທີ່ຫຼາກຫຼາຍແບບແຕກຕ່າງກັນໄປ ບໍ່ວ່າຈະເປັນອາຫານແບບງ່າຍໆ ໄວໆ ຫຼື ພິຖີພິຖັນໃນການປຸງແຕ່ງ ເຖິງຢ່າງໃດກໍຕາມ ບາງຄັ້ງເຮົາກໍຕ້ອງເລືອກສິ່ງທີ່ດີໃຫ້ກັບຊີວິດ, ໃຊ້ຊີວິດໃຫ້ກຸ້ມຄ່າ ໂດຍການເລືອກກິນອາຫານທີ່ດີຕໍ່ສຸຂະພາບຮ່າງກາຍ ເຊິ່ງບາງທີກໍໄດ້ໃຊ້ເວລາໃນການພິຈາລະນາ ເໝືອນດັ່ງ ຮ້ານອາຫານ Farm a licious café ທີ່ໄດ້ຄັດສັນແຕ່ສິ່ງທີ່ດີໆຕໍ່ສຸຂະພາບມາໃຫ້ລູກຄ້າສະເໝີ ຍ້ອນຄຳນຶງເຖິງສຸຂະພາບຂອງຄົນລາວໃນຍຸກສະໄໝທີ່ເສດຖະກິດດີຂຶ້ນແນ່ນອນວ່າ ເລື່ອງຂອງການເບິ່ງແຍງສຸຂະພາບກໍຕ້ອງມີເຂົ້າມາຫຼາຍຂຶ້ນຄືກັນ. ຮ້ານອາຫານ Farm a licious cafe ແມ່ນເນັ້ນອາຫານເພື່ອສຸຂະພາບ ວັດຖຸດິບສ່ວນຫຼາຍແມ່ນຜັກປອດສານພິດສຳລັບວັດຖຸດິບບາງຢ່າງ ເພິ່ນກໍສັນຫາສິ່ງທີ່ດີທີ່ສຸດຕໍ່ສຸຂະພາບແທ້ໆ ເຊິ່ງລາຍການອາຫານທີ່ຮ້ານຂໍນຳສະເໜີລວມມີປະເພດສະຫລັດ, ແຊນວິສຄຣົວຊອງ, ຂະໜົມປັງ, ເຄື່ອງດື່ມ ແລະ ເຂົ້າໜົມຫວານພິເສດມີນໍ້າສະຫລັດທີ່ຮ້ານໄດ້ຈັດຂາຍ ແລະ ອາຫານທີ່ຖືກສັ່ງຫຼາຍທີ່ສຸດຈະແມ່ນສະຫລັດທູນາ, ສະຫລັດໝາກໄມ້, ສະຫລັດທັນຍາພືດຕ່າງໆ, ສະຫລັດແຮມ, ສະຫລັດແຊວມອນ ສ່ວນນ້ຳສະຫລັດຈະມີ 7 ຊະນິດ ແຕ່ຖືກສັ່ງຫຼາຍແມ່ນນ້ຳສະຫລັດຍີ່ປຸ່ນ ຊຶ່ງມີລົດຊາດມັນ, ນົວ ແລ້ວຄົນລາວກໍຈະມັກຫຼາຍສ່ວນນ້ຳສະຫລັດໝາກກອກຈະມີລົດສົ້ມໆຫອມໆຕ່າງປະເທດຈະມັກສັ່ງຫຼາຍທີ່ສຸດ ແລະ ນ້ຳສະຫລັດມຼາດຕຼາດມີລົດຊາດຈະອອກເຜັດສົ້ມອົມຫວານຝຣັ່ງຈະມັກສັ່ງຊື້ກິນຢູ່ຕະຫຼອດ …
Read More »ກ້ອຍ ລັດສະວິນ ນັກສະແດງຊື່ດັງຈາກປະເທດເພື່ອນບ້ານໄດ້ມາປະເທດລາວ ແຖມໂພສເວົ້າເຖິງຄົນລາວເຮົາແບບນີ້…
ກ້ອຍ ລັດສະວິນ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານໄດ້ມີໂອກາດມາຢ້ຽມຢາມ ປະເທດລາວ ໂດຍສາວກ້ອຍເພິ່ນກໍໄດ້ມາເປັນດາລາຮັບເຊີນໃນງານເປີດໂຕ ສິນຄ້າຊະນິດໜຶ່ງ, ແຕ່ທີ່ເດັດໄປກວ່ານັ້ນ ກ້ອຍ ລັດສະວິນ ໄດ້ໂພສຮູບພາບໃນ ອິນສະຕຣາແກຼມ ແລະ ເຊັກອິນທີ່ ນະຄອນຫຼວງວຽງຈັນ ປະເທດລາວເຮົາ ແຖມແຕ່ລະຮູບພາບຍັງໂພສຂອບໃຈພີ່ນ້ອງຊາວລາວທີ່ໃຫ້ການຕ້ອນຮັບເປັນຢ່າງດີ ແລະບອກອີກວ່າຄົນລາວເຮົາໜ້າຮັກຂະໜາດ!!! #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວມີດີ วันนี้เค้ามีบอดี้การ์ดประจำตัวด้วยนะ! ดูซะก่อนว่าการ์ดเค้าสวยหล่อแค่ไหน ขอบใจหลายๆเด้ออ #ฮัก #สะบายดีเวียงจันทน์ #ในส่วนของงานวันนี้ #ขอบคุณพี่น้องชาวลาวมากๆนะคะ #คนลาวน่าฮักขนาด ???? A post shared by rachwinwong (@rachwinwong) on Apr 29, 2017 at 9:17am PDT ອຸ໋ຍ…ປາກຫວານແບບນີ້ຈະບໍ່ໃຫ້ຄົນລາວຮັກໄດ້ແນວໃດເນາະ ຖ້າມີເວລາຫວ່າງຝາກໃຫ້ເອື້ອຍ ກ້ອຍ ລັດສະວິນ ມາລາວອີກແດ່ເດີ້ ຊະນີIndy ແລະ ແຟນໆຊາວ ຂວັນໃຈ ຈະພາໄປເລາະ …
Read More »ສຸດຍອດ! DJ ໜູນາ ສາວລາວໜຶ່ງດຽວທີ່ໄດ້ຂຶ້ນໂຊຄວາມສາມາດ ຮ່ວມເວທີດຽວກັບດີເຈລະດັບໂລກ!!!
ມື້ນີ້ ຂວັນໃຈ ຈະພາມາເຮັດຄວາມຮູ້ຈັກກັບ DJ ສາວລາວຄົນງາມ ແລະຫຼາກຫຼາຍຄວາມສາມາດ ເຊິ່ງ DJ ສາວຄົນນີ້ມີຊື່ວ່າ ສຸກພາລັກ ວົງສອນສະໝຸດ ( ໜູນາ) ອາຍຸ 23 ປີ ຫຼືທີ່ຮູ້ກັນໃນວົງການ DJ ສາຍຕືດໆໆໆ…ບ້ານເຮົາກໍຄື DJ ໜູນາ ນັ້ນເອງ, ເຊິ່ງ ຊະນີIndy ເຊື່ອເລີຍວ່າແຟນໆທຸກຄົນຄົງຈະຄຸ້ນໜ້າຕຸ້ນຕາກັນດີ ເພາະດີເຈສາວຄົນນີ້ທົວມາແລ້ວທຸກແຂວງ ທຸກພາກ ທົ່ວປະເທດລາວ ແລະຫຼາຍໆເວທີລະດັບເທດກໍຈະເຫັນນາງໄປໂຊຝີມືມາໝົດແລ້ວທົ່ວປະເທດ ແລະຍັງໆຍັງບໍ່ໝົດເດີ້ ເພາະສາວ ໜູນາ ຄົນນີ້ຍັງມີໂອກາດໄດ້ໄປໂຊຝີມືໃນສະຖານບັນເທິງດັງໆຂອງຕ່າງປະເທດມາແລ້ວໆໆໆ (ໂອ້ໆໆໆ ບໍ່ທຳມະດາ) ເຊິ່ງປະເທດທີ່ ໜູນາ ໄດ້ໄປໂຊນັ້ນກໍມີທັງ Singapore, Thailand, China, Myanmar, Malaysia, Cambodia ແລະ Macau ,ຫຼ້າສຸດ ໃນເທສະການປີໃໝ່ລາວ ທີ່ຜ່ານມາ DJ …
Read More »