Breaking News

pou peng

ຄຸນປະໂຫຍດດີໆຂອງອາຫານເຊົ້າທີ່ທ່ານຄວນຮູ້! (ຄວນກິນ 1 ຊົ່ວໂມງຫຼັງຈາກຕື່ນນອນ)

ອາຍຸເພີ່ມຂຶ້ນການຮັກສາສຸຂະພາບຈຶ່ງເປັນສິ່ງທີ່ຈຳເປັນທີ່ສຸດ ແລະ ການທີ່ຈະຮັກສາສຸຂະພາບໄດ້ດີນັ້ນ ເຮົາຈຳເປັນຈະຕ້ອງເປັນຄົນທີ່ມີວິໄນໃສ່ໃຈໃນການກິນ ຄວນເລືອກອາຫານທີ່ມີປະໂຫຍດ ສະອາດ ບໍ່ຄວນກິນມັນ ແລະ ຫວານຈົນເກີນໄປ, ສຳລັບທ່ານໃດທີ່ມີບັນຫາເລື່ອງນໍ້າໜັກ ມີນໍ້າໜັກເກີນ ຈົນແພດຕ້ອງສັ່ງໃຫ້ກິນຢ່າງລະມັດລະວັງ ເພື່ອສຸຂະພາບທີ່ດີ ມື້ນີ້ເຮົາມີຄຸນປະໂຫຍດໃນການກິນອາຫານເຊົ້າແຕ່ສາມາດຊ່ວຍຫຼຸດນໍ້າໜັກຂອງທ່ານໄດ້ ແລະ ຍັງມີຄຸນປະໂຫຍດດີໆໃນການກິນອາຫານເຊົ້າມາຝາກ ຈະມີຄຸນປະໂຫຍດຢ່າງໃດແດ່ ລອງມາເບິ່ງໄດ້ເລີຍ… ກະຕຸ້ນຈິດໃຈໃຫ້ແຈ່ມໃສ-ມີຄວາມຈື່ຈຳດີ ການວິໄຈຂອງ  National Weight Control Registry ພົບວ່າ 78% ຂອງຄົນທີ່ຫຼຸດນ້ຳໜັກໄດ້ມັກຈະເປັນຄົນທີ່ກິນອາຫານເຊົ້າຫຼັງຕື່ນນອນບໍ່ເກີນ 1 ຊົ່ວໂມງ ເຊິ່ງນອກຈາກຈະເປັນຜົນປະໂຫຍດເລຶ່ອງຫຼຸດຄວາມຕຸ້ຍແລ້ວຜົນການວິໄຈພົບອີກວ່າ ຄົນທີ່ກິນອາຫານເຊົ້າຫຼັງຕື່ນນອນ 1 ຊົ່ວໂມງມີທ່າອ່ຽງອາລົມແຈ່ມໃສ ຈິດໃຈເບີກບານ ລວມທັງມີທັກສະການຮຽນຮູ້ ແລະ ຈື່ຈຳໄດ້ດີຂຶ້ນກວ່າປົກກະຕິນຳອີກ ແລະ ຊ່ວຍໃຫ້ມີສຸຂະພາບທີ່ແຂງແຮງ ບໍ່ເຈັບບໍ່ໄຂ້ໄດ້ງ່າຍ ແຖມຍັງຊ່ວຍໃຫ້ຫຼຸດນ້ຳໜັກໄດ້ງ່າຍຂຶ້ນອີກດ້ວຍ     ຊ່ວຍຫຼຸດນ້ຳໜັກໄດ້ດີ ການກິນອາຫານເຊົ້າໃນຊົ່ວໂມງທຳອິດຂອງການຕື່ນນອນຈະຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດໃຫ້ເປັນປົກກະຕິ ໃນເວລາດຽວກັນນ້ຳຕານໃນເລືອດຈະຊ່ວຍປຸກລະບົບເຜົາຜານໃຫ້ຕື່ນມາເຮັດວຽກດ້ວຍຄວາມດຸໝັ່ນແຂງແຮງໄປໄດ້ໝົດມື້ ແຕ່ຖ້າທ່ານອົດອາຫານເຊົ້າ ລະດັບນ້ຳຕານໃນເລືອດທີ່ຢູ່ໃນລະດັບຕ່ຳຕັ້ງແຕ່ຕອນຕື່ນນອນຈະເຮັດໃຫ້ທ່ານຫວັ່ນໄຫວໄປກັບອາການແຄລໍລີ່ສູງ ແລະ ນ້ຳຫວານໄດ້ງ່າຍຂຶ້ນ …

Read More »

ຟ້າຜ່າບາດດຽວ ຄວາຍຕາຍ 20 ກວ່າໂຕ

ລາຍງານຈາກປະຊາຊົນຜ່ານເພສນາທີຊີວິດ ໃຫ້ຮູ້ວ່າ: ເມື່ອວັນທີ 9 ພຶດສະພາ 2017 ທີ່ຜ່ານມາໄດ້ເກີດເຫດຟ້າຜ່າ ລົງກາງທົ່ງນາຖືກຄວາຍເຮັດໃຫ້ຄວາມຕາຍພ້ອມກັນບາດດຽວເຖິງ 26 ໂຕ ເຫດການດັ່ງກ່າວເກີດຂຶ້ນທີ່ບ້ານ ນາຂາມ ເມືອງ ຄູນຄໍາ ແຂວງຄໍາມ່ວນ. ຊຶ່ງຄວາຍທັງ 26 ໂຕນີ້ມີ 3 ເຈົ້າທີ່ມີຄວາຍຫຼາຍ ແລະ ນອກຈາກນັ້ນກໍຍັງມີອີກຫຼາຍເຈົ້າ ທີ່ກໍາລັງກິນຫຍ້າຢູ່ທົ່ງນາໃນເວລາຝົນຕົກ ຟ້າໄດ້ຜ່າລົງທົ່ງນາ ເຮັດໃຫ້ກະແສໄຟຟ້າຊ໋ອດຄວາຍທັງ 26 ໂຕລົ້ມລົງກັບທີ່. ຂອບໃຈ: ນາທີຊີວິດ

Read More »

ປ໋ອກ ແສງມະນີ ຢາທໍ່ຕູ້ ທັງງາມທັງເກັ່ງສົມກັບເປັນ Net Idol ຕົວຈິງ!!!

ມາຮູ້ຈັກກັບ ແສງມະນີ ຢາທໍ່ຕູ້ (ປ໋ອກ) ແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງຄົນ ແລະ ສົມກັບເປັນເນັດໄອດໍ້ຕົວຈິງສຽງຈິງ ເພາະນາງສາມາດພິສູດແລ້ວວ່ານາງສາມາດເຮັດທຸກໆຢ່າງໄດ້ດ້ວຍຄວາມສາມາດ ເພາະນາງເປັນທັງລັດຖະກອນປະຈຳການຢູ່ທີ່ ສະພາແຫ່ງຊາດ, ເປັນທັງ CEO ຂອງ  ລາວເດລີ້ຟາມ ແລະ ເປັນແມ່ຂອງລູກນ້ອຍໄວກຳລັງໜ້າຮັກເຖິງ 3 ຄົນ, ເຊື່ອເລີຍວ່າແຟນເພສຫຼາຍໆຄົນອາດຈະເຄີຍຕິດຕາມນາງຜ່ານເຟສບຸກແດ່ແລ້ວ ເພາະນາງກໍເປັນ ເນັດ ໄອດໍ້ ອີກຄົນໜຶ່ງທີ່ເປັນແບບຢ່າງທີ່ດີໃຫ້ແກ່ໜູ່ເພື່ອນ ແລະນ້ອງໆໄວໜຸ່ມ ປັດຈຸບັນ ປ໋ອກ ກຳລັງສຳເລັດການສຶກສາປະລິນຍາໂທດ້ານກົດໝາຍທີ່ ສປ.ຈີນ, ຊະນີIndy ແລະ ແຟນໆ ຂໍສະແດງຄວາມຍິນດີນຳເດີ້ ແລະຢ່າລືມນຳສິ່ງທີ່ຮຽນມາເພື່ອພັດທະນາບ້ານເຮົາຕໍ່ໄປ… #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ຂໍຂອບໃຈຮູບພາບຈາກ: Maminé Pockyy

Read More »

ວິທີເຮັດ ແກງໜໍ່ໄມ້

ແກງໜໍ່ໄມ້ເປັນອາຫານພື້ນບ້ານຂອງຄົນລາວເຮົາ ແຕ່ເໜືອຮອດໃຕ້ເລີຍ ເຊິ່ງເປັນອາຫານທີ່ຂຶ້ນຊື່ວ່າແຊບຫຼາຍອີຫລີ ແລະ ທຸກໆຄົນມັກກິນ ແບບປະຕິເສດບໍ່ໄດ້ເລີຍ.  ມື້ນີ້! GookGril ຈະມາບອກວິທີ່ເຮັດແກງໜໍ່ໄມ້ ເພາະເຊື່ອວ່າບາງຄົນໄວໜຸ່ມໄວລຸ້ນເຮົາ ຍັງເຮັດແກງໜໍ່ບໍ່ເປັນ ແຕ່ມັກກິນຕະຫຼອດ ແມ່ນບໍ່?. ແຕ່ຕໍ່ໄປນີ້ ການເຮັດແກງໜໍ່ກິນເອງບໍ່ບ້ານຈະບໍ່ຄິດຍາກອີກຕໍ່ໄປ ເຮົາກໍສາມາດເຮັດກິນເອງດ້ວຍວິທີງ່າຍໆ ທີ່ GookGril ນຳມາບອກ ອີກຢ່າງສ່ວນປະກອບຕ່າງໆທີ່ຈະເຮັດແກງໜໍ່ໄມ້ ດຽວນີ້ກໍສະດວກສະບາຍເພາະແມ່ຄ້າຢູ່ຕະຫຼາດເພິ່ນເຮັດເປັນຊຸດ, ເປັນກອງ ໄວ້ຂາຍໂດຍສະເພາະເລີຍກໍມີ. ສ່ວນປະກອບ:  ໜໍ່ໄມ້,  ໝາກອຶ, ໝາກບວບ,  ຍອດໝາກອຶ,  ເຂົ້າເບືອ, ເຫັດຂາວ ຫຼື ເຫັດຫູໜູ, ປາແດກ, ຢານາງ,  ຜັກຂະແຍງ, ໝາກເຜັດ, ໝາກແຄ້ງຟ້າ(ບາງທ້ອງຖິ່ນກໍ່ບໍ່ໃສ່). ການກະກຽມ: ໜໍ່ໄມ້ຊອຍເປັນຕ່ອນພໍດີ, ໝ່າເຂົ້າເບືອແລ້ວຕຳໃສ່ກັບໝາກເຜັດ, ຢານາງຄັ້ນນ້ຳໄວ້, ໝາກອຶຕັດເປັນຕ່ອນພໍດີຄຳ, ສ້ອມຍອດໝາກອຶເອົາເຍືອກອອກ. ວິທີເຮັດ: ກ່ອນອື່ນຄ້າງໝໍ້ນ້ຳລ້າແລ້ວຕົ້ມໜໍ່ໄມ່ທີ່ຕຽມມາໃຫ້ຈືດ.  ຫຼັງຈາກນັ້ນກໍປ່ຽນນ້ຳອອກແລ້ວເອົານ້ຳຢານາງໃສ່, ຫຼັງຈາກນໍ້າຟົດແລ້ວເອົາເຂົ້າເບືອທີ່ຕຳໃສ່ໝາກເຜັດລົງ, ໃສ່ໝາກອຶ, ໝາກບວບ ແລະ ໝາກແຄ້ງຟ້າ(ບາງທ້ອງຖຶ່ນກໍ່ບໍ່ໃສ່ໝາກແຄ້ງ) ແລ້ວຕາມດ້ວຍເຫັດ, …

Read More »

ສ່ອງ! ຄວາມຫວານຂອງຄູ່ຮັກ…ເອກ Overdance ແລະ ເຈນນີ່ Mc ສາວສຸດ Sexy!!!

ມື້ນີ້ຈະພາມາສ່ອງຄວາມຫວານຂອງຄູ່ຮັກຄົນດັງ ເອກ Overdance ແລະ ເຈນນີ່ Mc ສາວສຸດ Sexy, ຄູ່ນີ້ມັກຈະເຕີມຄວາມຫວານໃຫ້ກັນໂດຍທັງສອງມັກຈະໂພສຮູບຄູ່ເປັນປະຈຳຈົນມີຄົນເຂົ້າມາຄອມເມັ້ນວ່າທັງສອງໜ້າຮັກ ເປັນຄູ່ທີ່ເໝາະສົມ, ຫຼ້າສຸດທັງສອງກໍໄດ້ໂພສຮູບພາບພ້ອມຂຽນຄຳເວົ້າຫວານໆຜ່ານສື່…ຈົນມີແຟນຄລັບເຂົ້າໄປຄອມເມັ້ນກັນແບບລົວໆ… ອຸ໋ຍ…ຊ່າງເປັນຄູ່ທີ່ຫວານນນນ…ໜ້າອິດສາແທ້!!! ຢ່າງໃດກໍຂໍໃຫ້ມີຂ່າວດີໄວໆນີ້ເດີ້ ແຟນຄລັບຖ້າລຸ້ນຢູ່!!! https://www.facebook.com/photo.php?fbid=1591643380868681&set=a.197600873606279.51001.100000691023161&type=3 โพสต์โดย Tonkham Phonchanheuang บน 10 พฤษภาคม 2017 ຂໍຂອບໃຈຮູບພາບຈາກ: Mc Jennie Phonchanheuang  , Eck Playmaster

Read More »