ມີຂ່າວງານ Event ດີໆທີ່ຈະເກີດຂຶ້ນໃນໄວໆນີ້ມາຝາກ ຫຼ້າສຸດປະເທດເພື່ອນບ້ານເຮົາກໍຈະມີການຈັດງານ “STYLE Bangkok” ໃນວັນທີ 17-21ເມສາ 2019 ເປັນງານທີ່ຍິ່ງໃຫ່ຍ ໂດຍລວມງານສະແດງສິນຄ້າໄລ້ສະຕາຍທີ່ສຳຄັນ 3ຢ່າງໄດ້ແກ່ ງານສະແດງສິນຄ້າແຟຊັ່ນ, ງານສະແດງສິນຄ້າເຄື່ອງໜັງ ແລະ ງານສະແດງສີິນຄ້າເຄື່ອງໃຊ້ພາຍໃນບ້ານ ແລະພ້ອມງານສະແດງສິນຄ້າດ້ານເຟີນິເຈີ 3 ຄວາມຍິ່ງໃຫ່ຍໃນງານດຽວ ຫາຊື້ໄດ້ຄົບ ຈົບທີ່ນີ້ບ່ອນດຽວ ການລວມງານສະແດງສິນຄ້າ BIFF&BIL, BIG+BIH ແລະ TIFF ເຊິ່ງຖືເປັນງານສະແດງສິນຄ້ານາໆຊາດທີ່ຈັດຕໍ່ເນື່ອງຍາວນານ ແລະເປັນທີ່ຍອມຮັບໃນລະດັບສາກົນເຂົ້າໄວ້ດ້ວຍກັນ ຈຶ່ງເປັນການອຳນວຍຄວາມສະດວກແກ່ຜູ້ຊື້ໃຫ້ສາມາດພົບສິນຄ້າທີ່ຫຼາກຫຼາຍ ແລະຄົບຖ້ວນພາຍໃນງານດຽວ ສາມາດຕອບໂຈດຄວາມຕ້ອງການຂອງຜູ້ຊື້ ແລະຜູ້ຂາຍທຸກປະເພດ ບໍ່ວ່າຈະເປັນຜູ້ຄ້າລາຍຍ່ອຍ, Concept Store, ຕົວແທນຈັດຊື້ ນັກອອກແບບ, ທຸລະກິດອະສັງຫາລິມະຊັບ, ຫ້າງຊັບພະສິນຄ້າທັງພາຍໃນ ແລະຕ່າງປະເທດ ຊຶ່ງໃນໃນຂະນະດຽວກັນກໍຈະເປັນການຂະຫຍາຍໂອກາດທາງດ້ານການຄ້າຂອງຜູ້ຮ່ວມສິນຄ້າທີ່ຈະໄດ້ພົບຜູ້ຊື້-ຜູ້ຄ້າທີ່ຫຼາກຫຼາຍຍິ່ງຂຶ້ນ Crenovative Origin ພູມປັນຍາ ສ້າງສັນ ຢ່າງມີສະໄຕ STYLE Bangkok ເດືອນເມສາຈັດຂຶ້ນພາຍໃຕ້ຄອນເຊັບສະທ້ອນແນວຄິດໃນການປະສົມປະສານຄວາມຄິດສ້າງສັນ (Creative) ນະວັດຕະກຳ (Innovation) ແລະ (Original) ເຂົ້າໄວ້ໃນໜຶ່ງດຽວ ໂດຍສະເໜີຈຸດເດັ່ນຂອງສິນຄ້າໄລສະຕາຍຂອງຜູ້ປະກອບການໄທທີ່ມີການຕໍ່ຍອດ …
Read More »pou peng
ມາເບິ່ງ! ເຈ້ນໍ້າ ເນັດໄອດໍ້ໄທ ເໝົາລົດຈຳໂບ້ລາຄາ… ເພື່ອທ່ອງທ່ຽວສະຖານທີ່ດັງໃນ ນະຄອນຫຼວງວຽງຈັນ.
ເປັນກະແສຮືຮາ ຫຼ້າສຸດ ນັດຖະນັນ ຕົ້ນສຶກສາ ຫຼຶ ເຈ້ນໍ້າ ເນັດໄອດໍ້ຂອງປະເທດໄທ ເດີນທາງມາຢ້ຽມຢາມ ປະເທດລາວ ແລະ ຍັງເໝົາລົດຈຳໂບ້ລາຄາ 150,000 ກີບ ເພື່ອທ່ອງທ່ຽວສະຖານທີ່ດັງໃນ ນະຄອນຫຼວງວຽງຈັນ ປະເທດລາວ ເຊິ່ງ ເຈ້ນໍ້າ ກໍໄດ້ເດີນທາງໄປທີ່ ວັດສີສະເກດ, ຫໍພຣະແກ້ວ, ອານຸສາວະລີ ແລະ ພຣະທາດຫຼວງ. ພໍແຕ່ໂພສຄລິບທີ່ເນັດໄອດໍ້ຄົນນີ້ເດີນທາງມາລາວກໍເຮັດໃຫ້ມີບັນດາແຟນໆໃຫ້ຄວາມສົນໃຈເປັນຈຳນວນຫຼາຍ… (ເບິ່ງຄລິບການເດີນທາງທ່ອງທ່ຽວໃນລາວຂອງ ເຈ້ນໍ້າ) สบายดี๊ เช้านี้ที่เวียงจันทร์ Ep2 Posted by ณัฐนัน ต้นศึกษา on Wednesday, March 20, 2019 ສຳລັບ ນັດຖະນັນ ຕົ້ນສຶກສາ ຫຼຶ ເຈ້ນໍ້າ ເປັນເນັດໄອດໍ້ທີ່ມີບຸກຂະລິກໂດດເດັ່ນ ໂດ່ງດັງມາຈາກການໄລ້ສົດຂາຍເຄື່ອງຜ່ານຊ່ອງທາງ ເຟສບຸກ ປັດຈຸບັນນາງມີຄົນຕິດຕາມເຖິງ 1ລ້ານກວ່າຄົນ. ຄລິບຈາກ: ณัฐนัน ต้นศึกษา
Read More »ລູກນໍ້າ ທິດາລັດ ກັບບົດບາດການສະແດງເປັນນາງເອກໃນຮູບເງົາເລື່ອງ “ໄຂ່ຂວັນ” ຈາກທີມຜູ້ສ້າງຈາກປະເທດລາວ
ອົດໃຈລໍຖ້າກັນມາດົນເຕີບ ຫຼ້າສຸດ ຮູບເງົາເລື່ອງ ໄຂ່ຂວັນ (Expiration Date) ທີ່ມີ ລູກນໍ້າ ທິດາລັດ ວົງສິລິ ຮ່ວມສະແດງເປັນນາງເອກກໍຮອດກຳນົດປ່ອຍຕົວຢ່າງມາໃຫ້ແຟນໆໄດ້ຕິດຕາມກັນແລ້ວ… (ຕົວຢ່າງ ຮູບເງົາເລື່ອງ ໄຂ່ຂວັນ) “ໄຂ່ຂວັນ” / “Expiration Date" Teaser ມາເເລ້ວ..! ຕົວຢ່າງສັ້ນ(Teaser) ຂອງຮູບເງົາລາວເລື່ອງໃໝ່ “ໄຂ່ຂວັນ” / “ Expiration Date”. ຊ່ວຍກັນເປັນກຳລັງໃຈ ໃຫ້ຄົນໃນວົງການຮູບເງົາລາວເເດ່ເດີ. ກົດ like ກົດshare ເເລະ ຝາກຕິດຕາມ Facebook & IG ພວກເຮົາ ສຳລັບຂໍ້ມູນການເຄື່ອນໄຫວ.ເເລ້ວເຮົາມາເບິ່ງຕົວຢ່າງເຕັມ (Trailer ) ພ້ອມກັນ ໄວໆນີ້ :)Expiration Date Teaser | the latest Lao movie by Lao New …
Read More »ຍ້ອນຫຍັງ Kylie Jenner ຈຶ່ງຂຶ້ນແທ່ນມະຫາເສດຖີພັນລ້ານ ໃນໄວອາຍຸພຽງ 21ປີ?
ປັດຈຸບັນໂລກປ່ຽນໄປ ອາຍຸຍັງນ້ອຍກໍສາມາດເປັນມະຫາເສດຖີໄດ້ ຫຼ້າສຸດມີການເປີດເຜີຍຈາກ Forbes ວ່າ ໄຄລີ່ ເຈນເນີ (Kylie Jenner) ຂຶ້ນແທ່ນມະຫາເສດຖີພັນລ້ານໂດລ່າ ໃນໄວອາຍຸພຽງ 21ປີ. ໄຄລີ່ ເຈນເນີ ເປັນໜຶ່ງໃນສະມາຊິກຕະກູນ ຄາເດຊ່ຽນ ທີ່ແຟນໆຫຼາຍໆທ່ານອາດຈະຮູ້ ເພາະມີຄວາມໂດ່ງດັງມາຈາກຄວາມງາມ ແລະ ຄວາມເລີດຫລູຂອງສາວໆບ້ານນີ້ ແຕ່ວ່າການຂຶ້ນແທ່ນເປັນເສດຖີອາຍຸນ້ອຍຂອງນາງໃນເທື່ອນີ້ ບໍ່ແມ່ນຍ້ອນວ່ານາງມາຈາກຕະກູນລໍ້າລວຍ ແຕ່ນັ້ນມາຈາກ ໄຄລີ່ ເຮັດແບຣນເຄື່ອງສຳອາງເປັນຂອງຕົວເອງ ແລະ ປະສົບຄວາມສຳເລັດຈົນເປັນທີ່ຍອມຮັບຂອງສາວໆທົ່ວໂລກ… ໄຄລີ່ ຕັດສິນໃຈນຳເຄື່ອງສຳອາງແບຣນຂອງຕົວເອງໄປຂາຍທີ່ຮ້ານ Ulta ເຊິ່ງເປັນຮ້ານຂາຍເຄື່ອງສຳອາງທີ່ມີສາຂາຢ່າງຫຼວງຫຼາຍ ຈາກແຕ່ກ່ອນແມ່ນນາງຈະໃຊ້ວິທີຂາຍຜ່ານຊ່ອງທາງອອນລາຍ ແລະ ຈະມີໜ້າຮ້ານນ້ອຍໆຂອງແບຣນຕົວເອງຈາກບໍ່ພຽງເທົ່າໃດສາຂາ ເຮັດໃຫ້ 6ອາທິດຫຼັງຈາກວາງຂາຍທີ່ Ulta ແລະ ສາມາດຂາຍສິນຄ້າໄດ້ເຖິງ 54.5 ລ້ານໂດລ່າ ແບບນີ້ບໍ່ຕ້ອງສົງໃສໄປເລີຍວ່າເປັນຫຍັງໄຄລີ່ຈຶ່ງເປັນມະຫາເສດຖີໃນໄວພຽງ 21 ປີ ລາຍໄດ້ຈາກແບຣນໄຄລີ່ເພີ່ມຂຶ້ນເຖິງ 9% ຫຼືປະມານ 361 ລ້ານໂດລ່າ ຫຼັງຈາກວາງຂາຍທີ່ Ulta ເຊິ່ງ Forbes …
Read More »ທົດສອບການຂັບຂີ່ທີ່ດີທີ່ສຸດຂອງນິສສັນ Nissan (ດີ ທົນທານ ຊໍ່າໃດມາເບິ່ງ!)
ທົດສອບການຂັບຂີ່ທີ່ດີທີ່ສຸດຂອງນິສສັນ Nissan ດ້ວຍຮູບລັກການຂັບເຄື່ອນອັນຊານສະຫຼາດຂອງລົດຍົນນິສສັນ Nissan ເພື່ອຄວາມປວດໄພສຳລັບຕົວທ່ານ ແລະຄວບຄົວຂອງທ່ານ ໃນເດືອນມີນາ, ປີ 2019, ທີ່ນະຄອນຫຼວງວຽງຈັນ. ບໍລິສັດ ຕັນຈົງມໍເຕີ (ລາວ) ຈຳກັດ (Lao) Sole Co., Ltd. (“TCML”), ໄດ້ເປັນຕົວແທ່ນຈຳໜ່າຍລົດຍົນນິສສັນ Nissan ໃນລາວ ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງບໍລິສັດຕັນຈົງມໍເຕີໂຫດດີງສ໌ ເບີຫັດຂອງປະເທດມາເລເຊຍ Tan Chong Motor Holdings Bhd ບໍລິສັດໄດ້ດຳເນີນການກິດຈະການໃນລາວມາໄດ້ຫຼາຍປີ ແລະ ໄດ້ຈັດກິດຈະກຳຕ່າງໆ ເຊັ່ນການທົດລອງການຂັບທີ່ດີທີ່ສຸດເພື່ອລູກຄ້າຂອງນິສສັນ Nissan ແລະ ຜູ້ສົນໃຈທົ່ວໄປ. ເມື່ອວັນທີ 16 -17 ເດືອນມີນາ ປີ 2019 ທີ່ຜ່ານມາເວລາ 9:00 – 6:00 ໂມງ. ທາງບໍລິສັດໄດ້ຈັດງານທີ່ລານຈອດລົດທີ່ຫໍວັດທະນະທຳແຫ່ງຊາດລາວ ຈຸດປະສົງຂອງການຈັດງານກໍ່ຄືການໃຫ້ລູກຄ້າ ແລະ ຜູ້ສົນໃຈໄດ້ເຂົ້າມາທົດລອງຂັບ ຊື່ງງານໄດ້ຈັດຂື້ນເປັນເວລາສອງວັນ. …
Read More »