Breaking News

pou peng

ຂ່າວດີສໍາລັບແມ່ຍິງຖືພາ ແລະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ

ຂ່າວດີສໍາລັບແມ່ຍິງຖືພາ ແລະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ຂ່າວດີສໍາຫຼັບແມ່ຍິງຖືພາຝາກທ້ອງໂດຍບໍ່ໄດ້ເສຍຄ່າ ແລະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີລົງມາ ທີມີອາການເຈັບໜັກສາມາດປິ່ນປົວ ແລະ ຮັກສາໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ຢູ່ທີ່ໂຮງໝໍເມືອງ ໄຊທານີ (ທ່າງ່ອນ) ນະຄອນຫຼວງວຽງຈັນ.

Read More »

ຜູ້ຢູ່ເບື້ອງຫຼັງໃນການສ້າງດາລາແຫ່ງວົງການບັນເທິງລາວ!

  ຊະນີIndy ມາແລ້ວຈ້າ….ບ່າຍໆແບບນີ້ມາເວົ້າມາລົມກັນ ມື້ນີ້ຈະມາແນະນຳໃຫ້ແຟນໆໄດ້ຮູ້ກັບ ນັກປັ້ນດາລາແຫ່ງວົງການບັນເທິງລາວ ທະວີໄຊ ໄຊທິລາດ ຫຼື ຕ້າ ເອແພັກ ເພິ່ນເປັນສີລະປິນ ນັກຮ້ອງ ນັກແຕ່ງເພງ ລວມເຖິງຜູ້ຢູ່ເບື້ອງຫຼັງໃນການສ້າງດາລາສີລະປິນຫຼາຍໆຄົນມາແລ້ວບໍ່ວ່າຈະເປັນ ລູກນໍ້າ ທິດາລັດ, ຄຣິດຕິນ້າ, ບິນລີ່, ຕຸ່ນ ດີວ້າ, ຕິກ ພິ້ນເຊັດ ແລະ ຍັງມີນ້ອງໆອີກຫຼາຍໆຄົນທີ່ກຳລັງຈະມາເສີດສາຍສະແດງຄວາມສາມາດໃນວົງການບັນເທິງບ້ານເຮົາທີ່ນັບມື້ນັບໂດດເດ່ນ ແລະ ຫຼ້າສຸດ ຕ້າ ເອແພັກ ຍັງໄດ້ເປັນກຳມະການຮ່ວມຕັດສິນນ້ອງໆທີ່ມາຮ່ວມແຂ່ງຂັນໃນໂຄງການ ‘ຄົ້ນຫາໄວລຸ້ນຍຸກໃໝ່ສະໄຕສເກຣດ A’ ອີກດ້ວຍ, ຂໍຕົບມືແບບລົວໆໃຫ້ເລີຍເນາະ ແບບວ່າເກັ່ງສຸດຍອດ. #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາເກັ່ງບໍ່ດ້ອຍກວ່າຊາດອື່ນ ມາເບິ່ງ! ຮູບພາບທີ່ຖ່າຍຮ່ວມກັບສີລະປິນ… ຂໍຂອບໃຈທີ່ມາ ແລະ ຮູບພາບຈາກ: Tar Apacts Thavixay  ແລະ TAR APACTS  

Read More »

ສາວປະເພດສອງຕົວແທນໄປແຂ່ງຂັນເວທີ Miss International Queen 2016

  ນ້ອງ ວັນໃໝ່ ສາວປະເພດສອງທີ່ກຳລັງມາແຮງທີ່ສຸດໃນຕອນນີ້  ໄດ້ຖ່າຍແບບຊຸດປະຈໍາຊາດລາວເພື່ອກຽມຕົວໄປແຂ່ງຂັນສາວງາມປະເພດສອງເວທີລະດັບໂລກ Miss International Queen 2016 ໃນວັນທີ 10 ມີນາ 2017 ທີ່ຈະຮອດໃນໄວໆນີ້, ເຊິ່ງນ້ອງ ວັນໃໝ່ ອາຍຸ 21 ປີ ສາວປະເພດສອງຈາກແຂວງ ສະຫວັນນະເຂດ ທີ່ມີຄວາມໄຝ່ຝັນໃນດ້ານການເດີນແບບ ແລະ ການສະແດງ ຈຶ່ງຕັດສິນໃຈເພື່ອເຂົ້າປະກວດໃນເວທີດັ່ງກ່າວເພື່ອເກັບກ່ຽວປະສົບການ, ຊະນີIndy ແລະ ພໍ່ແມ່ພີ່ນ້ອງຊາວລາວທຸກຄົນຂໍເປັນກໍາລັງໃຈໃຫ້ນ້ອງ ວັນໃໝ່ ເພື່ອໃຫ້ປະສົບຜົນສໍາເລັດໃນການປະກວດ Miss International Queen 2016 ເທື່ອນີ້ເດີ້ ສູ້ໆໆ. #ກົດໄລ້ກົດແຊຣໄປໃຫ້ໂລກຮູ້ວ່າສາວປະເພດສອງບ້ານເຮົາກໍບໍ່ນ້ອຍໜ້າປະເທດອື່ນ   ຢ່າລືມໄປກົດໂຫວດໃຫ້ນ້ອງໄດ້ເດີ້ທີ່ເພສ Miss International Queen 2016 ນ້ອງ ວັນໃໝ່ ໝາຍເລກ 24 ຂໍຂອບໃຈຂໍ້ມູນແລະຮູບພາບຈາກ:Tutou Nouaneviengkham ແລະ ร้านเสีมสวย ทิดาสะหวัน – ตุตู่.

Read More »

ແມ່ຊີສາຍພັນ Rock ໃນເປຣູ

ມາຮູ້ຈັກກຸ່ມແມ່ຊີຊາວຣ໋ອກໃນເປຣູທີ່ມີຄວາມສາມາດໃນດ້ານດົນຕີລວມຕົວຕັ້ງວົງດົນຕີແນວຣ໋ອກ  ວົງ “ຊິສເຕີ ໂມນີກາ ແອນ ເຊີຍບາສ” ເປັນວົງຣ໋ອກວົງໜຶ່ງໃນເປລູທີ່ກໍາລັງເປັນທີ່ໂດ່ງດັງໃນເວລານີ້ ກໍ່ຕັ້ງວົງຂຶ້ນໃນຄອນຫຼວງລີມ່າ ຈາກການຮ່ວມຕົວຂອງບັນດາແມ່ຊີ ຊຶ່ງມີຄວາມສາມາດໃນການຫຼິ້ນດົນຕີຫຼາຍປະເພດ ບັນດາແມ່ຊີທີ່ເປັນຊະມາຊິກວົງນີ້ມາຈາກຫຼາຍປະເທດ ຈາກເປຣູ, ຈີນ, ຍີ່ປຸ່ນ, ເອກວາດໍ, ຊີລີ, ອາເຈນຕີນາ, ຟີລິບປິນ ແລະ ເວເນຊູເອລາ. ວົງເຊີຍບາສ ເປັນວົງດົນຕີແນວຣ໋ອກ ມີເນື້ອເພງທັງໝົດເປັນພາສາແອັດສະປາຍທັງໝົດ ແລະ ຕອນນີ້ກໍາລັງເປັນທີນິຍົມຂອງຊາວເນັດທັງຫຼາຍ.  

Read More »

ງານທຶນການສຶກສາ ແລະ ການສຶກສາໃນຕ່າງປະເທດ

ໃນວັນເສົາ 11 ກຸມພາ 2017 ເວລາ 8.30-17.30 ນີ້. ລົງທະບຽນ ເຂົ້າງານເຂົ້າງານຟຣີ ໂຮງແຮມ Mercure ນະຄອນຫຼວງວຽງຈັນ.  ລົງທະບຽນໃນງານ ລຸ້ນທຶນການສຶກສາ ຄ່າຮຽນພາສາ ຟຣີ 1 ເດືອນ ປະເທດ ອົດສະຕາລີ 3 ທຶນ ແລະ ລາງວັນຕ່າງໆອີກ. Study Plus International Scholarships and Education Fair 2017  ການສຶກສາ ໃນຕ່າງປະເທດ 16 ປະເທດ. ເກຣດນ້ອຍ (ຄະແນນນ້ອຍ) ສາມາດສະຫມັກໄດ້ ທຶນການສຶກສາ ຮຽນພາສາ, ມັດທະຍົມ, ວິທະຍາໄລ, ມະຫາວິທະຍາໄລ ໃນທຸກໆລະດັບທັງໝົດ ຢູ່ຕ່າງປະເທດ ການສຶກສາ ໃນຕ່າງປະເທດ 16 ປະເທດ …

Read More »