Breaking News

pou peng

ໜຸ່ມນ້ອຍຜູ້ມີຄວາມຝັນຢາກເປັນນັກດົນຕີ!

ໜຸ່ມນ້ອຍຜູ້ມີຄວາມຝັນຢາກເປັນນັກດົນຕີ! ມື້ນີ້ “ລູກຊາວບ້ານ” ຈະພາສາວໆແຟນເພຈ ເວັບໄຊ້ ຂວັນໃຈ ມາຮູ້ຈັກກັບ ໜຸ່ມນ້ອຍເຈົ້າສະເໜ່ ທີມີຊື່ວ່າ ພະນະກຸນ ສີປະເສີດ (ນິວ) ປັດຈຸບັນ ນິວ ອາຍຸ 9 ປີຮຽນຢູ່ ປ 4 ຮຽນໂຮງສິນໄຊ ເປັນໜຸ່ມນ້ອຍໜ້າຕາດີແຖມມີສະເໜ່ ທີ່ມີຄວາມມັກຮັກໃນສຽງດົນຕີ, ມັກຮ້ອງເພງ, ມັກຫຼິ້ນກິຕ່າເປັນຊີວິດຈິດໃຈ ພໍແຕ່ເລີກຮຽນກໍຟ້າວມາຈັບກິຕ່າມາດີດຫຼິ້ນໂລດ ໃນອະນາຄົດ ນິວ ຢາກມີວົງເປັນຂອງຕົນເອງ, ສໍາຫຼັບ Idol ຂອງເພິ່ນແມ່ນ ອ້າຍສັກ ວົງ Cell ນັ້ນເອງເຫັນແລ້ວໜ້າຊົມເຊີຍ ແລະ ຂໍໃຫ້ເປັນດັ່ງທີ່ໄດ້ຕັ້ງໃຈເອົາໄວ້ເດີ ນ້ອງ ນິວ ເຫັນແບບນີ້ແລ້ວຢ່າລືມເປັນກຳລັງໃຈໃຫ້ນ້ອງດ້ວຍການກົດໄລ້ ກົດແຊຣເພື່ອເປັນກຳລັງໃຈໃຫ້ນ້ອງແດ່ເດີ້! ພາບຈາກ: ລູກຊາວບ້ານ

Read More »

ໂອ້!!! ຜູ້ໂຊກດີທີ່ໄດ້ຮັບລາງວັນທີ 1 ເປັນເງິນສົດ 250.000.000 ກີບ

ໂອ້!!! ຜູ້ໂຊກດີທີ່ໄດ້ຮັບລາງວັນທີ 1 ເປັນເງິນສົດ 250.000.000 ກີບ ຈາກຜົນການອອກຫວຍພັດທະນາ (ກອງທັບ) ເປັນເລກ 5 ໂຕ ໃບລະ 20.000 ກີບ ອອກຄັ້ງວັນທີ 18 ມັງກອນ 2017 ການອອກຫວຍຄັ້ງນີ້ເປັນການລະດົມທືນພັດທະນາ ກິລາກອງທັບ ເນຶ່ອງໃນໂອກາດ ຊົມເຊີຍວັນສ້າງຕັ້ງກອງທັບຄົບຮອບ 68 ປີ (1949-2017) ເຊິ່ງຜູ້ທີ່ໄດ້ຮັບລາງວັນທີ 1 ນັ້ນກໍແມ່ນ ອ້າຍບ່າວທະຫານຄົນນີ້ເອງ (ສ່ວນວ່າເພີ່ນຊື່ຫຍັງ ຢູ່ກົມກອງໃດນັ້ນ Beauty Guru ຈະມາແຈ້ງຕາມຫຼັງ) ໂອ໋ຍ!!! ຈັ່ງແມ່ນເພີ່ນໂຊກດີຂະໜາດເນາະ Beauty Guru ກະຢາກມີຄວາມຮູ້ສຶກແບບນີ້ເບິ່ງເດ້ຈັກເທຶ່ອໜຶ່ງເນາະເກີດມາໃນຊີວິດນີ້!!! ແຕ່ຕອນນີ້ເຮົາມາ່ວມສະແດງຄວາມຍິນດີກັບ ອ້າຍທະຫານເພີ່ນກ່ອນເນາະ ແລະ ກະໄປເບິ່ງວ່າໜ້າຕາເພີ່ນຈະເປັນຈັ່ງໃດ ໄປເບິ່ງພ້ອມໆກັນເລີຍ!!!

Read More »

ເຈົ້າພໍ່ຄ້າຢາເສບຕິດລາວ ຖືກທາງການໄທຈັບຄາສະໜາມບິນສຸວັນນະພູມ!

ເຈົ້າພໍ່ຄ້າຢາເສບຕິດລາວ ຖືກທາງການໄທຈັບຄາສະໜາມບິນສຸວັນນະພູມ! ທ້າວ ໄຊຊະນະ ແກ້ວພິມພາ  (ລົບ) ອາຍຸ 41 ປີ  ຖືກຕຳຫຼວດຈາກທາງການໄທຈັບກຸມຄາສະໜາມບິນສຸວັນນະພູມ ຫຼັງຈາກທີ່ເດີນທາງໄປທ່ຽວທີ່ເກາະ ພູເກັດ, ເຊິ່ງຜູ້ກ່ຽວເປັນນັກຄ້າຢາລາຍໃຫ່ຍທີ່ສຸດ ແລະ ໃຫ່ຍກວ່າ ເຫຼົາຕ້າ ແສນລີ່ ທີ່ຢູ່ທາງພາກເໜືອຂອງໄທ, ຜູ້ກ່ຽວໄດ້ຖືກທາງການໝາຍຫົວມາແລ້ວເປັນເວລາ 5 ປີ ແຕ່ຕໍາຫຼວດຍັງບໍ່ສາມາດເຂົ້າເຖິງຕົວໄດ້ ແລະ ໃນວັນທີ 19 ມັງກອນ 2017 ທີ່ສະໝາມບິນສຸວັນນະພູມ (ປະເທດໄທ) ໄດ້ມີສາຍສືບລາຍງານວ່າ ທ້າວ ໄຊຊະນະ ຈະເດີນທາງຜ່ານ ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ຕຽມການເພື່ອຈັບກຸມໄດ້ຢ່າງສຳເລັດ, ສ່ວນຜູ້ຕ້ອງຫາຈະຖືກຄວບຄຸມຕົວ ແລະ ຍຶດຊັບສິນຕໍ່ໄປ. ທ່ານສາມາດເບິ່ງຄຮິບ

Read More »

ຫລິວເຕີຫົວເກີດອຸບັດເຫດ!

ຫລິວເຕີຫົວ ຕົກມ້າໃນຂະນະຖ່າຍໂຄສະນາທີ່ປະເທດໄທ! ພະເອກລຸ້ນໃຫຍ່ເດີນທາງມາທີ່ ຈັງຫວັດ ນະຄອນລາຊະສີມາ ປະເທດໄທ ເພື່ອຖ່າຍໂຄສະນາຂອງທາງຮ່ອງກົງ ຊຶ່ງຕາມກໍານົດວັນຖ່າຍຕາມແຜນໃນວັນທີ 18-19 ມັງກອນ ແຕ່ກໍມາເກີດອຸບັດຕິເຫດຂຶ້ນ ເນື່ອງຈາກລາວໄດ້ຕົກຈາກຫຼັງມ້າ ຫຼັງຈາກນັ້ນ ທາງທີມງານໄດ້ເຂົ້າປະຖົມພະຍາບານປະກົດວ່າ: ໄດ້ຮັບບາດເຈັບບໍລິເວນກະດູກສັງຫຼັງ ແລະ ນໍາຕົວສົ່ງກັບຮ່ອງກົງເພື່ອຮັກສາຕົວ. ໃນຂະນະດຽວກັນດຽວກັນ ສື່ທາງຮ່ອງກົງລາຍງານວ່າ: ຫລິວເຕີຫົວກໍາລັງຮັກສາຕົວຢູ່ປະເທດໄທ ແລະ ຕອນນີ້ຍັງບໍ່ມີຂໍ້ສະຫຼຸບຊັດເຈນກ່ຽວກັບອາການບາດເຈັບຂອງນັກສະແດງທ່ານນີ້ ແຕ່ແນວໃດກໍຕາມອຸບັດຕິເຫດຄັ້ງນີ້ກໍບໍ່ສົ່ງຜົນກະທົບເຖິງການຖ່າຍໂຄສະນາແຕ່ຢ່າງໃດ ເພາະວ່າໄດ້ຖ່າຍສໍາເລັດໄປກ່ອນແລ້ວ.

Read More »

ຫົວເຫວີຍແຈກລາງວັນໃຫ່ຍໃຫ້ຜູ້ໂຊກດີ

ລາງວັນລົດໃຫຍ່ Ford Fiesta ຜູ້ໂຊກດີແມ່ນ ນາງ ຈັນຄໍາ ພົນທອງສີ ປະຊາຊົນແຂວງຫຼວງນໍ້າທາ ໂດຍການເປັນກຽດມອບ ລາງວັນຄັ້ງນີ້ແມ່ນ ທ່ານ ຊູຈີຢອງ ຜູ້ອໍານວຍຍການຝ່າຍອຸປະກອນໂທລະສັບຂອງຫົວເຫວີຍປະຈໍາລາວ ແລະ ທ່ານ ຈຽງຟູ່ຫຼົງ ຜູ້ອໍານວຍການໃຫຍ່ ບໍລິສັດ MKE. ຜູ້ໂຊກດີທີ່ໄດ້ຮັບລາງວັນໃນຄັ້ງນີ້ກ່າວວ່າ: ເພີ່ນໄດ້ຊື້ ໂທລະສັບຫົວເຫວີຍ ລຸ້ນ GR5 2017 ຢູ່ທີ່ແຂວງຫຼວງນໍ້າທາ ເປັນຂອງຂວັນປີໃໝ່ໃຫ້ກັບລູກສາວ ພໍຂູດຊິງໂຊກພົບລາງວັນຕົວເອງກໍຕົກໃຈ ແລະ ບໍ່ຢາກເຊຶ່ອເລີຍ ຈຶ່ງໄດ້ໂທສອບຖາມກັບພະນັກງານ ແລະ ພະນັກງານກໍມີການຕິດຕໍ່ກັບໃຫ້ມາຮັບເອົາຂອງລາງວັນຢູ່ທີ່ນະຄອນຫຼວງວຽງຈັນ, ໃນໂອກາດນີ້ຂ້າພະເຈົ້າກໍຂໍຂອບໃຈທາງ ບໍລິສັດຫົວເຫວີຍ ທີ່ມີ “ໂປຼໂມຊັນ” ດີໆແບບນີ້ ຂ້າພະເຈົ້າເຊື່ອວ່າທ່ານໃດທີ່ຊື້ຫົວເຫວີຍເວົ້າໄດ້ເລີຍວ່າໄດ້ທັງມືຖື ຫົວເຫວີຍງາມໆໄປໃຊ້ ແລະ ໄດ້ທັງລົດງາມໆໄປຂັບອີກ. ທ່ານ ຊູຈີຢອງ ໄດ້ກ່າວວ່າ: ໃນປີທີ່ຜ່ານມາ, ຫົວເຫວີຍໄດ້ລົງທຶນຢ່າງມະຫາສານ ເຂົ້າໃນການຂະຫຍາຍຕະຫຼາດ, ພັດທະນາບຸກຄະລາກອນ ຈັດກິດຈະກໍາສົ່ງເສີມການຂາຍ …

Read More »