Breaking News

pou peng

ແອບເປີ້ນ Net Idol ກັບການແຕ່ງໂຕສຸດແນວ!

ແອບເປີ້ນ Net Idol ກັບການແຕ່ງໂຕສຸດແນວ! ເປັນ Net Idol ອັນດັບຕົ້ນໆຂອງບ້ານເຮົາກັນເລີຍສຳລັບສາວ ແອບເປີ້ນ ສີສະຫວຽນ ສີຫາລາດ ທີ່ນາງເອງ ໄດ້ມີໂອກາດໄປໂດ່ງດັງໄກເຖິງປະເທດເພື່ອນບ້ານ ຜົນງານຂອງນາງມີທັງການສະແດງຮູບເງົາ, ພິທີກອນ, ແຖມນາງຍັງເປັນຫວານໃຈຂອງໜຸ່ມ ຟຸກ ຈິຣະ ຫຼື ຟຸກ ແຫ່ງວົງ C-Quint ດາລານັກຮ້ອງຊື່ດັງຂອງປະ ເທດເພື່ອນບ້ານ,  ຊະນີIndy ຍັງໄດ້ໄປສອດສ່ອງ IG ຂອງສາວແອບເປີ້ນ ນອກຈາກວ່ານາງຈະໂພສຮູບກັບຫວານໃຈໜຸ່ມຫຼໍ່ເລື້ອຍໆແລ້ວ ນາງຍັງມັກຈະອັບເດດເທນສ໌ການແຕ່ງໂຕແບບແນວໆມາໃຫ້ແຟນໆໄດ້ຕິດຕາມອີກດ້ວຍ ຢ່າຊ້າມາເບິ່ງເລີຍຈ້າ…!   ຂໍຂອບໃຈຮູບພາບຈາກ: appleminiberry

Read More »

ຈາກດິນເປົ່າຫວ່າງກາຍເປັນບ່ອນຖິ້ມຂີ້ເຫຍືອ!

ຈາກດິນເປົ່າຫວ່າງກາຍເປັນບ່ອນຖິ້ມຂີ້ເຫຍືອ! ດິນເປົ່າວ່າງຂ້າງຕະຫຼາດ ໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ກາຍເປັນບ່ອນຖິ້ມຂີ້ເຫຍື້ອຂອງ ແມ່ຄ້າຊາວຂາຍ ແລະ ຈູດ ໂດຍບໍ່ຄໍານຶງເຖິງຄວາມຈົບງາມຂອງສະພາບແວດລ້ອມ “ລູກຊາວບ້ານ” ເຫັນແລ້ວເມື່ອຍໃຈເດ້ ໂດຍ: ລູກຊາວບ້ານ

Read More »

ເກືອບບໍ່ຈື່! ສຽວຜິງ ງາມຂຶ້ນຫຼາຍ!!!

ເກືອບບໍ່ຈື່! ສຽວຜິງ ງາມຂຶ້ນຫຼາຍ!!! ມາໆມາຝອຍນຳກັນໄວໆ! ຊະນີIndy ນອນບໍ່ຫຼັບໝົດຄືນຍ້ອນວ່າລັກແອບໄປສ່ອງ IG ຂອງດາລາພິທີກອນຊື່ດັງສາວ ສຽວຜິງ ໄຊຍະລິນ ທີ່ດຽວນີ້ນາງມີຄວາມງາມ ແລະ ເຊັກຊີ່ຂຶ້ນແບບຜິດຫູຜິດຕາ ຈົນຢາກມອບຕຳແໜ່ງເຊັກຊີ່ສະຕາແຫ່ງວົງການໃຫ້ນາງກັນເລີຍ, ຄລິກເບິ່ງຮູບພາບຂອງນາງແຕ່ລະຮູບ ແບບວ່າມີແຕ່ຮູບເລີດໆ ແບບວ່າງາມເວີ້ທຸກຮູບ,​ ບໍ່ຈັກວ່າສາວ ສຽວຜິງ ໄປເຮັດສັນຍະກຳໝໍໃດມາ…ອຸ້ຍບໍ່ແມ່ນເດີ້ໄປກິນຫຍັງມານໍຄືມາງາມເລີດຈົນຈະບໍ່ຈື່ວ່າແມ່ນສາວ ສຽວຜິງ ກັນເລີຍ! ຂອບໃຈຮູບພາບຈາກ: Siewphing

Read More »

ມາຮູ້ຈັກ! ເຈົ້າແມ່ແຟຊັ່ນຂອງລາວກັນ!

ມາຮູ້ຈັກ! ເຈົ້າແມ່ແຟຊັ່ນຂອງລາວກັນ! ບອກເລີຍວ່າ… ສຸດຍອດອີ່ຫຼີ ກັບ Style ເສື້ອຜ້າຂອງນາງ!!!!! ແຟຊັ່ນ ສະຕໍ ກັບເຈົ້າແມ່ແຟຊັ່ນ ເຈົ້າແມ່ແຫ່ງການອອກແບບເສຶ້ອຜ້າ ທີ່ມີແນວຂອງໂຕເອງ ຄືເຈ້ນ້ອຍ ເຈົ້າຂອງແຟຊັ່ນ JJ ສະຕໍ ທັງ 7 ສາຂາ ທີ່ Beauty Guru ເອົາມາຕ້ອນໃນມື້ນີ້ ນາງທັງອອກແບບເອງໃສ່ເອງ ງາມເອງ ບໍ່ພໍຍັງອອກແບບຕາມໃຈລູກຄ້ານຳອີກ !! ວ່າແລ້ວເຮົາໄປເບິ່ງພ້ອມໆກັນເລີຍວ່າຈະ ເວີ່ວັງອາລັງການ ກັນຂະໜາດໃດ!!!! By: Beauty guru ເຄຼດິດຮູບຈາກ: Noytingkham Thongsavanht

Read More »

ມາເບິ່ງ! ສາວລາວຄົນທຳອິດໃນລາຍການ “Take me out Thailand”

ມາເບິ່ງ! ສາວລາວຄົນທຳອິດໃນລາຍການ “Take me out Thailand” ຊະນີIndy ມາແລ້ວຈະມາອັບເດດຂ່າວສານບັນເທິງ ເປັນທີ່ຮືຮາກັນທົ່ວບ້ານທົ່ວເມືອງກັບສາວລາວຄົນທຳອິດທີ່ສາມາດໄປຮ່ວມໃນລາຍການເລືອກຄູ່ “Take me out Thailand” ຊີຊັ່ນ 11 ອອກອາກາດໄປໃນວັນເສົາ ວັນທີ 14 ມັງກອນ 2017 ທີ່ຜ່ານມາ, ເຊິ່ງສາວຄົນນີ້ເປັນສາວໜ້າຮັກ ຜິວພັນດີ ມີຊື່ວ່າ ກິຕ້າ ພັດທະສອນ ມິນີດາລັດ ອາຍຸ 24 ປີ, ສາວ ກິຕ້າ ໄດ້ເປີດເຜີຍວ່າສາເຫດທີ່ມາຮ່ວມໃນລາຍການນີ້ກໍຍ້ອນວ່ານາງຢູ່ໃນສະຖານະພາບໂສດມາດົນ ແລະ ຍາກມີແຟນ, ໂອ້ຍ!! ໜ້າຮັກພຽງນີ້ຍັງບໍ່ມີແຟນ (ບໍ່ຢາກຈະເຊື່ອ)! ເບິ່ງຮູບສາວກິຕ້າແລ້ວຢ່າລືມຄອມເມັ້ນ, ກົດໄລ້ ແລະ ແຊຣ ແດ່ເດີ້ວ່າສາວລາວ ໜ້າຮັກ ແລະ ງາມຊໍ່າໃດ?

Read More »