Breaking News

Daily Archives: 10/03/2017

ຕິນ່າ ສາວລາວໜ້າຮັກ ແລະ ມີຄວາມສາມາດຫຼາກຫຼາຍ!

  ສະບາຍດີ ວັນສຸກ ເປັນວັນສະບາຍໆຂອງທຸກໆຄົນ ແຕ່ ຊະນີIndy ບໍ່ຄ່ອຍສະບາຍປານໃດ…ເພາະວ່າແອບໄປສ່ອງ Profile ຂອງສາວໜ້າຮັກຄົນໜຶ່ງຊື່ວ່າ ຕິນ່າ ແຖມຍິ້ມນາງນິຫວານໆ ໂອ…ໂອ້ຍ ຊະນີIndy ເຫັນແລ້ວມີຄວາມອິດສາໃນຄວາມໜ້າຮັກຂອງນາງໜ້ອຍໜຶ່ງ (ຮະຮ່າ ) ແຕ່ກໍແມ່ນແທ້ໃດທີ່ວ່ານາງໜ້າຮັກ ແຖມມີຄວາມສາມາດຫຼາກຫຼາຍຢ່າງ ເພາະສາວຄົນນີ້ເປັບພະນັກງານສັງກັດລັດເຮັດວຽກຢູ່ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ແຕ່ຍັງບໍ່ໝົດເດີ້ ເພາະນາງຍັງເປັນນາງແບບຕາມປະຕິທິນ ບໍ່ວ່າຈະເປັນແບຼນສິນຄ້າໃດດັງໆນາງກໍໄປຂຶ້ນປະຕິທິນນັ້ນມາແລ້ວ ແຖມນາງຍັງມີງານເດີນແບບຕ່າງໆຫຼາກຫຼາຍ, ແຖມຍັງບໍ່ໝົດພຽງເທົ່ານີ້ເພາະນາງກໍເປັນຄົນໜຶ່ງຢູ່ໃນໂລກອອນລາຍທີ່ມີຄົນຕິດຕາມນາງຫຼາຍພໍສົມຄວນ ບໍ່ວ່ານາງຈະໂພສຮູບພາບໃດກໍຈະມີແຟນໆຂອງນາງຕາມກົດໄລ້ກັນແບບລົວໆ ສາວ ຕິນ່າ ຈະມີຄວາມໜ້າຮັກ ແລະ ຍິ້ມຫວານພຽງໃດ ລອງມາເບິ່ງຮູບພາບຂອງນາງເບິ່ງເດີ້… #ແຊໄປໃຫ້ໂລກຮູ້ວ່າສາວລາວງາມແລະມີຄວາມສາມາດ ຂໍຂອບໃຈຮູບພາບຈາກ: Tinaz Ngonphachanh

Read More »

ຖ້າເຂົາຮູ້ວ່າເຮົາມັກເຂົາຫຼາຍເທົ່າໃດ ເຂົາແຫ່ງຫຼີ້ນຕົວ

ຄໍລໍາ: His Mind ຖ້າສາວຄົນໃດຢາກຮູ້ວ່າ ແມ່ຍິງໃນທັດສະນະຄະຕິຂອງຜູ້ຊາຍເປັນແນວໃດ? ມາຟັງຈາກປາກໜຸ່ມເຈົ້າຊູ້ຄົນນີ້ ສິດທິສອນ ທໍາມະວົງສາ (ກຸ້ງ) ໃນວາລະສານຂັວນໃຈ ສະບັບເດຶອນກຸມພາ 2017 ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ຍອ້ນປະຊາຊົນຈຳນວນໜຶ່ງ ຍັງກັງວົນກັບການເກັບອາກອນມູນຄ່າເພີ່ມ

ທ່ານ ທອງທິບ ສີວິໄຊ ຮັກສາການຫົວໜ້າກອງຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນຕົ້ນເດືອນມີນາ ຜ່ານມາວ່າ: ດ່ານເຮັດໜ້າທີ່ໃນການຄຸ້ມຄອງບໍລິຫານ ແລະ ການບໍລິການເຂົ້າ-ອອກ ກໍ່ຄືຜູ້ໂດຍສານ ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ເລີ່ມແຕ່ປີ 2012 ເປັນຕົ້ນມາແມ່ນນັບມື້ຫຼາຍຂຶ້ນ ສະເລ່ຍທັງເຂົ້າ-ອອກປະມານ 15 ພັນຄົນຕໍ່ວັນ ລົດທົ່ວໄປເຂົ້າ-ອອກປະມານ 3 ພັນຄັນຕໍ່ວັນ ແລະ ລົດບັນທຸກສິນຄ້າ ປະມານ 60-70 ຄັນຕໍ່ວັນ ສ່ວນວັນຈັນ ແລະ ວັນສຸກ ລົດບັນທຸກສິນຄ້າສະເລ່ຍ ປະມານ 300-400 ຄັນຕໍ່ວັນ ສະເພາະປີ 2015 ສະເລ່ຍມີຄົນເຂົ້າ-ອອກ ປະມານ 16 ພັນຄົນ ແຕ່ປີ 2016 ເຫັນວ່າຫຼຸດລົງປະມານ 10% ເນື່ອງຈາກປະຊາຊົນຈຳນວນໜຶ່ງ ມີຄວາມຕື່ນເຕັ້ນກ່ຽວກັບການເກັບອາກອນມູນຄ່າເພີ່ມ 10% …

Read More »

ສັ່ງປິດໂຮງງານປຸງໄມ້-ເຟີນີເຈີເຖື່ອນ 300 ແຫ່ງ

  10 ມີນາ 2017. ພາຍຫລັງອໍານາດການປົກຄອງແຂວງສະຫວັນນະເຂດສັ່ງປິດໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີເຖື່ອນ 300 ແຫ່ງທີ່ພົບວ່າລະເມີດລະບຽບກົດໝາຍ ແລະ ບໍ່ມີໃບອະນຸຍາດ. ຂະນະທີ່ຜູ້ສັງເກດການດ້ານສິ່ງແວດລ້ອມຫລາຍປະເທດສະແດງຄວາມຊົມເຊີຍທີ່ພາກລັດເຮັດແທ້ທໍາຈິງ. ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດໄດ້ເປີດເຜີຍເມື່ອບໍ່ດົນນີ້ວ່າ: ເປັນຜົນສືບເນື່ອງມາຈາກຄໍາສັ່ງເລກທີ 15 ຂອງທ່ານ ນາຍົກລັດຖະມົນແຫ່ງ ສປປ ລາວ ສະນັ້ນ; ທ່ານເຈົ້າແຂວງສະຫວັນນະເຂດໄດ້ອອກຄໍາສັ່ງເລກທີ 236/ຈຂ.ສຂ ວ່າດ້ວຍການຍຸບ ແລະ ຮື້ຖອນໂຮງງານເຟີນີເຈີແບບຄອບຄົວທີ່ບໍ່ມີໃບອະນຸຍາດ 253 ແຫ່ງ ແລະ ໂຮງງານປຸງແຕ່ງໄມ້ບໍ່ຖືກຕ້ອງຕາມລະບຽບກົດໝາຍ 47 ແຫ່ງ. ຊຶ່ງປະຊາຊົນໃນຫຼາຍໆແຂວງໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ປັດຈຸບັນສະພາບການຄ້າ, ການຂາຍ ແລະ ການເຄື່ອນໄຫວດໍາເນີນທຸລະກິດໃນຂອບເຂດທົ່ວປະມິດຈີຫລີ່ ເພາະບໍ່ປະກົດເຫັນລົດແລ່ນຜ່ານເສັ້ນທາງໄປມາຕາມເສັ້ນທາງຕ່າງໆຫລາຍຄືແຕ່ກ່ອນ ແລະ ຮ້ານກິນດື່ມກໍປິດຫລາຍແຫ່ງ ເຊິ່ງບັນຫາດັ່ງກ່າວເປັນຍ້ອນກຸ່ມຄ້າຂາຍໄມ້ຜິດກົດໝາຍ ແລະ ກຸ່ມເຮັດທຸລະກິດນອກລະບົບປົບໜີ ຫລື ຢູ່ແຕ່ໃນເຮືອນຂອງເຂົາເຈົ້າ ໂດຍບໍ່ມີການເຄື່ອນໄຫວຫຍັງໝົດ. …

Read More »

ວັນໃໝ່ ດາວເດັ່ນໃນການປະກວດ “Miss International Queen 2016” (ຢ່າລືມເປັນກຳລັງໃຈໃຫ້ວັນໃໝ່ແດ່ເດີ້)

  ລໍຖ້າລຸ້ນກັນມາພໍສົມຄວນກັບການປະກວດທີ່ເອີ້ນໄດ້ວ່າເປັນກະແສທີ່ຮືຮາທີ່ສຸດໃນຕອນນີ້ ນັ້ນກໍຄືເວທີການປະກວດສາວງາມປະເພດສອງ “Miss International Queen 2016” ແລະ ໜຶ່ງໃນນັ້ນກໍມີສາວງາມປະເພດສອງຈາກປະເທດລາວເຮົານັ້ນກໍຄື: ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ອາຍຸ 21 ປີ ຈາກແຂວງ ສະຫວັນນະເຂດ ທີ່ເອີ້ນສຽງຮືຮາທັງພາຍໃນປະເທດ ແລະ ຕ່າງປະເທດໄດ້ເປັນຢ່າງດີ ແຖມຕ່າງຊາດກໍຕ້ອງຂໍຍອມນາງໃນຄວາມງາມ ແຖມພຽບພ້ອມທັງກິຣິຍາທ່າທາງ ຈົນໃນໂລກສັງຄົມອອນລາຍມີການກົດໄລ້ ກົດແຊຣຮູບພາບ ແລະ ຕິດຕາມນາງໃນຕາມໜ້າເພສຕ່າງໆ ຈົນຂຶ້ນເປັນດາວເດັ່ນໃນການປະກວດ “Miss International Queen 2016” ໃນເທື່ອນີ້ໄປແລ້ວ. ໃນວັນທີ 10 ມີນາ 2017 ນີ້ ຈະເປັນທີ່ຮູ້ກັນແນ່ນອນວ່າສາວງາມປະເພດສອງຈາກປະເທດໃດຈະໄດ້ຮັບມົງກຸດອັນຊົງກຽດນີ້ໄປຄອງ ແລະ ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຂວັນໃຈປະຊາຊົນລາວຈະໄດ້ລາງວັນມາຝາກພີ່ນ້ອງຊາວລາວເຮົາ ຫຼື ບໍ່?  ຢ່າລືມເປັນກຳລັງໃຈຕິດຕາມການປະກວດຂອງນ້ອງ ວັນໃໝ່ ມົນຈຳປາ ໄດ້ທີ່ທາງໂທລະພາບຊ່ອງ 7 …

Read More »