Breaking News

Beauty

ມາເຮັດຄວາມຮູ້ຈັກກັບໂບທ໋ອກ

    ໂບທ໋ອກ(Botox) ເປັນຊື່ທາງການຄ້າ(trade name) ຂອງສານ Botulinum toxin A ເຊິ່ງເປັນໂປຣຕິນຊະນິດໜຶ່ງທີ່ສ້າງຈາກແບດທີເຣຍຊື່ Clostridium botulinum ທີ່ກໍໃຫ້ເກີດພະຍາດອາຫານເປັນພິດແກ່ມະນຸດ ຫາກໄດ້ຮັບໃນປະລິມານຫຼາຍໆເຊັ່ນ: ຈາກອາຫານກະປ່ອງທີ່ປົນເປື້ອນດ້ວຍເຊື້ອຕົວນີ້ກໍ່ອາດເປັນອັນຕະລາຍເຖິງຊີວິດໄດ້ ຈາກການທີ່ກ້າມຊີ້ນກະບັງລົມບໍ່ເຮັດວຽກ ຜູ້ທີ່ເຈັບປ່ວຍຈຶ່ງຢຸດຫາຍໃຈ.

Read More »

ມີຫຍັງຢູ່ໃນເຄື່ອງສໍາອາງ?

ມີຫຍັງຢູ່ໃນເຄື່ອງສໍາອາງ?    ນໍ້າຫອມ ແລະ ສານກັນບູດຖືໄດ້ວ່າເປັນອົງປະກອບຫຼັກສໍາຄັນໃນເຄື່ອງສໍາອາງ, ນໍ້າຫອມເປັນເປັນສາເຫດຫຼັກທີ່ເຮັດໃຫ້ເກີດອາການແພ້ຂອງຜິວໜັງ ນໍ້າຫອມປະກອບດ້ວຍສານເຄມີ ແລະ ສານທໍາມະຊາດຕ່າງໆລວມກັນຫຼາຍ ເຄື່ອງສໍາອາງທີ່ຕິດປ້າຍວ່າ “ ປາສະຈາກນໍ້າຫອມ ” ບາງຊະນິດປາສະຈາກການໃສ່ນໍ້າຫອມແທ້ໆ ແຕ່ບາງຜະລິດຕະພັນຍັງມີການປຸງແຕ່ງດ້ວຍນໍ້າຫອມເລັກນ້ອຍເພື່ອປົກປິດກິ່ນໄຂ ແລະ ສານປະກອບອື່ນໆ. ສີໃນເຄື່ອງສໍາອາງຕ້ອງເປັນສີທີ່ປອດໄພຕາມຂໍ້ກໍານົດຂອງສໍານັກງານຄະນະກໍາມະການອາຫານ ແລະ ຢາ ຄືສີທີ່ໃຊ້ສໍາລັບອາຫານ, ຢາ ແລະ ເຄື່ອງສໍາອາງ(FD&C) ຫຼື ສີທີ່ໃຊ້ສໍາລັບຢາ ແລະ ເຄື່ອງສໍາອາງ (D&C) ຫຼື ສີທີ່ໃຊ້ພາຍນອກສໍາລັບຢາ ແລະ ເຄື່ອງສໍາອາງເທົ່ານັ້ນ.  

Read More »

ບໍາລຸງຈາກພາຍໃນດ້ວຍອາຫານ

ບໍາລຸງຈາກພາຍໃນດ້ວຍອາຫານເພື່ອຜິວພັນງາມ, ຂາວໃສ ນອກຈາກເລືອກໃຊ້ຜະລິດຕະພັນບໍາລຸງຜິວພັນແລ້ວ ການບໍາລຸງຈາກພາຍໃນກໍສົ່ງຜົນຕໍ່ການມີຜິວພັນ, ສຸຂະພາບດີໄດ້ ດ້ວຍອາຫານເພື່ອສຸຂະພາບ ຍິ່ງບໍາລຸງເທົ່າໃດກໍຈະສະທ້ອນອອກມາໃຫ້ເຫັນພາຍນອກ ແລະ ມື້ນີ້ ວາລະສານຂັວນໃຈ ກໍໄດ້ນໍາມາຝາກດັ່ງນີ້: ປາ: ເປັນແຫຼ່ງໂປຣຕີນຊັ້ນດີ ຊ່ວຍໃຫ້ຮ່າງກາຍທ່ານສ້າງຄໍລາເຈນ ແລະ ເສັ້ນໃຍ Elastin ໄດ້ເປັນຢ່າງດີ ນອກຈາກນີ້ປາຍັງມີກົດໄຂມັນໂອເມກ້າ 3 ທີ່ຊ່ວຍຫຼຸດການອັກເສບຂອງຜິວພັນ. Carbohydrate ຊະນິດດີ: ພະຍາຍາມຫຼີກອາຫານປະເພດແປ້ງຂັດສີ ແລະ ນໍ້າຕານເທົ່າທີ່ຈະເຮັດໄດ້ ແລະ ປ່ຽນມາກິນທາດອແປ້ງຊະນິດດີແທນໄດ້ແກ່: ຜັກ, ໝາກໄມ້, ຖົ້ວ ແລະ ພຶດທັງຫຼາຍ. ຜັກ ແລະ ໝາກໄມ້: ສ່ວນຫຼາຍເຕັມໄປດ້ວຍວິຕາມີC, ທີ່ຮ່າງກາຍຕ້ອງການນໍາໄປໃຊ້ຜະລິດຄໍລາເຈນ, ສານ ແຄໂລທີນ ນອຍ(Carotene carotenoids) ແລະ ວິຕາມິນC ຍັງເຮັດໜ້າທີ່ເປັນສານແອນຕີ້ອອກຊີແດນ(Anti-oxidant) ຊ່ວຍຕ້ານການເກີດອະນຸມູນອິດສະລະອີກດ້ວຍ. ຖົ່ວຕ່າງໆ ແລະ ພຶດ: ຖົ່ວປະເພດ …

Read More »

ການກິນອາຫານເພື່ອສຸຂະພາບທີ່ດີ

ການກິນອາຫານເພື່ອສຸຂະພາບທີ່ດີ ໃນແຕ່ລະມື້ເຮົາຈຳເປັນຕ້ອງກິນອາຫານຫຼາກຫຼາຍ ແລະ ຍັງມີຄຳແນະນຳຫ້າມກິນນັ້ນກິນນີ່ຈົນວ່າບໍ່ຮູ້ຊິເຊື່ອໃຜດີ ມື້ນີ້ ວາລະສານຂັວນໃຈ ກໍ່ມີເຄັດລັບງ່າຍໆຂອງການກິນໃຫ້ໄດ້ປະໂຫຍດສູງສຸດຕໍ່ສຸຂະພາບຢ່າງເຕັມທີ່ມາຝາກດັ່ງນີ້: ກິນເຂົ້າເຊົ້າ: ເປັນພຶດຕິກໍາພື້ນຖານທີ່ສົ່ງຜົນຕໍ່ຈິດໃຈ ແລະ ພະລັງງານຊີວິດຂອງທ່ານຈົນໝົດມື້, ຊ່ວຍຫຼຸດລະດັບຄໍເລດເຕີຣອນ(cholesterol)ໃນເສັ້ນເລືອດ, ຫຼຸດອັດຕາສ່ຽງຕໍ່ການເກີດພະຍາດຫົວໃຈ, ຊ່ວຍເຜົາຜານພະລັງງານໃຫ້ດີຂືນ ເຮັດໃຫ້ທ່ານກິນອາຫານມື້ອື່ນໄດ້ໜ້ອຍລົງ. ປ່ຽນນ້ຳມັນທີ່ໃຊ້ປຸງອາຫານ: ຍອມຈ່າຍແພງນ້ອຍໜຶ່ງເພື່ອຊື້ນໍ້າມັນໝາກກອກ ຫຼື ນໍ້າມັນດອກຕາເວັນເພື່ອປຸງອາຫານແທນນໍ້າມັນແບບເກົ່າທີ່ເຄີຍໃຊ້ ເພາະເປັນໄຂມັນທີ່ບໍ່ເປັນໂທດຕໍ່ຮ່າງກາຍ ແລະ ມີກົດໄຂມັນອີ່ມຕົວທີ່ເປັນປະໂຫຍດ ຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ເປັນຢ່າງດີ. ດື່ມນໍ້າໃຫ້ຫຼາຍຂຶ້ນ: ຄົນເຮົາຄວນດື່ມນໍ້າຢ່າງນ້ອຍມື້ລະ 2 ລິດ( ຍົກເວັ້ນຄົນທີ່ໝາກໄຂ່ຫຼັງເຮັດວຽກຜິດປົກກະຕິ ) ເພື່ອຫຼໍ່ລ້ຽງເຊວໃນຮ່າງກາຍ, ຟື້ນຟູລະບົບຂັບຖ່າຍ, ຮັກສາລະດັບຄວາມເຂັ້ມຂຸ້ນຂອງເລືອດ, ຈະເຮັດໃຫ້ສົດຊື່ນຕະຫຼອດທັງວັນ. ເສີມສ້າງແຄວຊຽມໃຫ້ກັບກະດູກ: ດ້ວຍການດື່ມນົມ, ກິນປານ້ອຍທັງຕົວທັງກ້າງ, ເຕົ້າຫູ່ຜະລິດຕະພັນຈາກຖົ່ວເຫຼືອງ, ຜັກໃບຂຽວ ເພາະແຄວຊຽມເປັນສິ່ງຈຳເປັນທີ່ຈະເສີມສ້າງຄວາມແຂງແຮງໃຫ້ກັບກ້າມເນື້ອ ແລະ ກະດູກ ເຮັດໃຫ້ລະບົບປະສາດເຮັດວຽກໄດ້ເຕັມທີ. ບອກລາເຂົ້າໜົມ ແລະ ຂອງກິນຈຸບຈິບ: ຕັດຂອງໂປດປະເພດໂດນັດ ຄຸກກີ້, ເຄັກໜ້າຄີມໜານຸ່ມອອກຈາກຊີວິດ ແລ້ວປ່ຽນມາກິນໝາກໄມ້ເປັນຂອງຫວ່າງແທນ ວິຕາມິນ …

Read More »

3 ທ່າອອກກໍາລັງກາຍຍອດຮິດ ທີ່ມັກເຮັດຜິດກັນມາແຕ່ດົນ

3 ທ່າອອກກໍາລັງກາຍຍອດຮິດ ທີ່ມັກເຮັດຜິດກັນມາແຕ່ດົນ ທີ່ແທ້ຕ້ອງເຮັດແບບນີ້ ຊິດອັບ (Sit up). ທ່າຜິດ: ຄໍໂນ້ມໄປທາງໜ້າ ເຊິ່ງແປໄດ້ວ່າສຸມໃສ່ທີ່ການຍົກຫົວ ແລະ ລໍາຕົວພາກສ່ວນເທິ່ງຫຼາຍກວ່າໜ້າທ້ອງ ຄ້າຍຄືກັບວ່າບໍ່ໄດ້ອອກແຮງໃນພາກສ່ວນທີ່ຕ້ອງການ ແລະ ຍັງອາດສ່ຽງຕໍ່ອາການບາດເຈັບທີ່ຄໍ ແລະ ບ່າໄຫຼ່. ທ່າທີ່ຖືກຕ້ອງ: ຍົກລໍາຕົວຂຶ້ນໂດຍອອກແຮງເກັງໜ້າທ້ອງ ແລະ ລໍາຕົວພາກສ່ວນເທິ່ງຄວນຢູ່ແນວດຽວກັນກັບໜ້າທ້ອງ ເກັງໜ້າທ້ອງເລັກນ້ອຍ.   ດັນພື້ນ (Push-up). ທ່າຜິດ: ເອົາໜ້າລົງໄປຈົນເກືອບຈະຕິດພື້ນ ແຕ່ກົ້ນງໍຂຶ້ນ ແລະ ບໍ່ເກັງໜ້າທ້ອງໃດໆ ຫຼື ພຸງ ແລະ ກາງລໍາຕົວແນບຕິດກັບພື້ນ. ທ່າທີ່ຖືກຕ້ອງ: ຕັ້ງທ່າໃນລັກສະນະດຽວກັບທ່າແພລງ ແລ້ວອອກແຮງຍົກທັງລໍາຕົວຈົນແຂນຢຽດເຄັ່ງ ລໍາຕົວຕັ້ງແຕ່ພາກສ່ວນບ່າໄຫຼ່ໄປເຖິງປາຍຕີນຕ້ອງຢູ່ໃນແນວດຽວກັນ. ແລ່ນ (Run). ທ່າຜິດ: ແລ່ນເອົາສົ້ນຕີນລົງເຕັມໆ ຫຼື ແລ່ນໂດຍອອກແຮງກະທົບໃສ່ສົ້ນຕີນ ເຊິ່ງອາດຈະເຮັດໃຫ້ຫົວເຂົ່າສ່ຽງຕໍ່ອາການບາດເຈັບ ພ້ອມກັບອາການເຈັບຫຼັງອາດຈະຖາມຫາ. ທ່າທີ່ຖືກຕ້ອງ: ສົ້ນຕີນຄວນຈະສໍາຜັດກັບພື້ນດິນຄ່ອຍໆກ່ອນທີ່ທັງພື້ນຕີນຈະຕາມລົງມາ ແລະ ເມື່ອປາຍຕີ້ນແຕະພື້ນ …

Read More »