Breaking News

Beauty

ເລັບເຫຼືອງໃຫ້ໝາກນາວເປັນຕົວຊ່ວຍ

ເລັບເຫຼືອງໃຫ້ໝາກນາວເປັນຕົວຊ່ວຍ     ສາວໆເຄີຍຮູ້ບໍ່ວ່າໝາກນາວນອກຈາກຈະຊ່ວຍເພິ່ມລົດຊາດໃຫ້ກັບອາຫານແລ້ວຍັງມີຜົນດີຕໍ່ສຸຂະພາບ ແລະ ໝາກນາວຍັງມີປະໂຫຍດອີກຫຼາຍໆດ້ານ ໜຶ່ງໃນນັ້ນໝາກນາວຍັງຊ່ວຍບໍາລຸງເລັບ, ແກ້ໄຂບັນຫາເລັບເຫຼືອງໄດ້ອີກດ້ວຍ ແລະ ມື້ນີ້ ວາລະສານຂັວນໃຈ ຈະນໍາເອົາວິທີໃນການເຮັດໃຫ້ເລັບຂາວໄດ້ມີດັ່ງນີ້: ລ້າງມືໃຫ້ສະອາດແລ້ວເຊັດໃຫ້ແຫ້ງ ແຊ່ປາຍນິ້ວມື້ລົງໃນນໍ້າໝາກນາວປະມານ 5 ນາທີ ຫຼັງຈາກນັ້ນເພິ່ມນໍ້າສົ້ມສາຍຊູ ແລະ ນໍ້າອຸ່ນລົງໄປປະສົມອີກຄົນໃຫ້ເຂົ້າກັນແລ້ວໃຊ້ໄມ້ຖູແຂ້ວຈຸ່ມແລ້ວນໍາຂຶ້ນມາຂັດເລັບໃຫ້ທົ່ວແລ້ວລ້າງອອກດ້ວຍນໍ້າສະອາດ ເຮັດທຸກມື້ອາການເລັບເຫຼືອງຈະຄ່ອຍໆດີຂຶ້ນ ສໍາລັບວິທີນີ້ສາມາດໃຊ້ໄດ້ທັງເລັບຕີນ ແລະ ເລັບມື.

Read More »

ວິທີການເບິ່ງແຍງມື ແລະ ຕີນໃຫ້ນຽນນຸ່ມ

ວິທີການເບິ່ງແຍງມື ແລະ ຕີນໃຫ້ນຽນນຸ່ມ ເປັນສ່ວນໜຶ່ງທີ່ສໍາຄັນຂອງຮ່າງກາຍ ແລະ ມັນກໍ່ບໍ່ໄດ້ເປັນເລື່ອງທີ່ຫຍຸ້ງຍາກເທົ່າໃດໃນການເບິ່ງແຍງມື ແລະ ຕີນຂອງເຮົາໃຫ້ນຽນນຸ່ມຄືກັນກັບຜິວພັນສ່ວນອື່ນໆຂອງຮ່າງກາຍ. ແຕ່ໃນຄວາມເປັນຈິງເຮົາບໍ່ຄ່ອຍທີ່ຈະສົນໃຈເບິ່ງແຍງປານໃດ ສະນັ້ນ ໃນມື້ນີ້ ວາລະສານຂັວນໃຈຈະນໍາເອົາວິທີທີ່ເຮັດໃຫ້ມື ແລະ ຕີນຂອງທ່ານນັ້ນນຸ່ມນຽນມາຝາກດັ່ງນີ້: ເຄັດລັບໃນການເບິ່ງແຍງ ແລະ ຮັກສາມື: ມືເປັນອະຍະວະທີ່ເຮົາຕ້ອງໃຊ້ວຽກຫຼາຍບໍ່ວ່າຈະເປັນພິມເອກະສານ, ຈັບເຄື່ອງຂອງ ຫຼື ວ່າຂຽນໜັງສື ແລະ ອື່ນໆ. ແຊ່ມືໃນນໍ້າອຸ່ນ. ສິ່ງທໍາອິດທີ່ເຮົາຈະຕ້ອງເຮັດກ່ອນທີ່ຈະເຮັດຫຍັງກໍ່ລ້ວນແລ້ວແຕ່ຂຶ້ນກັບມື ແລະ ເລັບຂອງເຮົາ ເຮົາຄວນຈະແຊ່ນໍ້າອຸ່ນເພື່ອຊ່ວຍເຮັດໃຫ້ຜິວໜັງຂອງເຮົາອ່ອນນຸ່ມຫຼາຍຂຶ້ນເຮັດໃຫ້ການຕັດໜັງໃນບໍລິເວນທີ່ແຂງກໍ່ຈະງ່າຍຫຼາຍຂຶ້ນ, ການແຕ່ງເລັບກໍ່ຈະງ່າຍຂຶ້ນເຊັ່ນດຽວກັນ ລວມໄປເຖິງການກໍາຈັດສິ່ງເປີະເປື້ອນທີ່ຕິດຢູ່ຕາມເລັບອອກໄດ້ງ່າຍ. ທາຄຣີມ ຫຼືເຈວບໍາລຸງມື ແລະ ເລັບ. ເລັບ ແລະ ມືຂອງເຮົາເປັນຜິວທີ່ຕ້ອງການວິຕາມິນ ແລະ ການບໍາລຸງຄືກັນກັບຜິວພັນສ່ວນອື່ນໆຂອງຮ່າງກາຍ ເຮົາຈຶ່ງຄວນຫາຄຣີມບໍາລຸງມື ແລະ ເລັບຂອງເຮົາ ນອກຈາກນີ້ ເວລາທີ່ເຮົາໄປລ້າງຖ້ວຍ, ຊັກເຄື່ອງ, ລ້າງລົດ ຫຼື ກິດຈະກໍາໃດໜຶ່ງທີ່ເຮັດໃຫ້ມືຂອງເຮົາຂາດຄວາມຊຸ່ມຊື່ນ ກໍ່ໃຫ້ທາຄຣີມບໍາລຸງມື ແລະ …

Read More »

“ ສິວສ້ຽນ ” ເປັນເລື່ອງທີ່ກວນໃຈເຮົາສາມາດກໍາຈັດໄດ້

“ ສິວສ້ຽນ ” ເປັນເລື່ອງທີ່ກວນໃຈເຮົາສາມາດກໍາຈັດໄດ້ ສິວສ້ຽນເປັນບັນຫາໜຶ່ງທີ່ກວນໃຈຂອງໃຜຫຼາຍຄົນ ສິວສ້ຽນເກີດມາຈາກຄວາມຜິດປົກກະຕິຂອງເສັ້ນຂົນອອ່ນໃນຮູຂຸມຂົນມີການອຸດຕັນລວມຕົວກັບໄຂມັນໃນຮູຂຸມຂົນເປັນຈຸດເສັ້ນຂົນດໍາໆທີ່ບໍລິເວນດັງ ແລະ ສອງຂ້າງແກ້ມໃກ້ປີກດັງ ແລະ ໃນມື້ນີ້ ວາລະສານຂັວນໃຈ ຈະມາແນະນໍາກ່ຽວປັດໄຈທີ່ເຮັດໃຫ້ເກີດສິວສ້ຽນ, ການປິ່ນປົວສິວສ້ຽນ ແລະ ການປ້ອງກັນສິວສ້ຽນ ໃຫ້ສາວໆລອງໄປນໍາໃຊ້ມີດັ່ງນີ້: ປັດໄຈທີ່ເຮັດໃຫ້ເກີດສິວສ້ຽນ. ຮໍໂມນເພດໃນຮ່າງກາຍ ເຊິ່ງມີຜົນກະຕຸ້ນຕ່ອມໄຂ່ມັນໃຫ້ເຮັດວຽກຫຼາຍຂຶ້ນ ຜະລິດໄຂມັນອອກມາຫຼາຍ, ສົ່ງເສີມໃຫ້ເກີດການອຸດຕັນໄດ້ງ່າຍຂຶ້ນ. ການລົບກວນຜິວໜັງຫຼາຍໆເຊັ່ນ: ການເຊັດຖູໜ້າແຮງໆ, ການຂັດ ຫຼື ນວດໜ້າເຊິ່ງການເຮັດແບບນີ້ຈະລົບກວນຮູຂຸມຂົນ ຫຼື ຕ່ອມໄຂມັນເຮັດໃຫ້ຮູຂຸມຂົນຫຼືຮາກຂົນນັ້ນແຕກຂົນຈຶ່ງມີສິດທີ່ຈະຄຸດຂຶ້ນຢູ່ທາງໃນໄດ້ເພິ່ມຫຼາຍຂຶ້ນ ກາຍເປັນໜາມແຫຼມໆ. ການປິ່ນປົວສິວສ້ຽນ. ການລອກສິວສ້ຽນ: ໃຊ້ແຜ່ນແປະດັງລວມກັບສານລອກສິວສ້ຽນແປະທີ່ດັງ ແລະ ປະໄວ້ໄລຍະໜຶ່ງເຊິ່ງມີຄຸນສົມບັດໃນການຕິດ ແໜ້ນຈັບກັບສິວສ້ຽນແລ້ວນໍາໄປວາງບໍລິເວນຜິວໜັງທີ່ມີບັນຫາສິວສ້ຽນແລ້ວດຶງອອກ ສິວສ້ຽນກໍ່ຈະຫຼຸດຕິດອອກມາ. ໃຊ້ທຳມະຊາດກໍາຈັດ: ວິທີທີ່1: ລ້າງໜ້າໃຫ້ສະອາດໃຊ້ນໍ້າເຜິ້ງທາບໍລິເວນທີ່ມີສິວສ້ຽນປະໄວ້ 10 ນາທີແລ້ວໃຊ້ນິ້ວຊີ້ນວດຄ່ອຍໆແລ້ວລ້າງອອກດ້ວຍນໍ້າສະອາດເຮັດເປັນປະຈໍາໜ້າຈະໄດ້ບໍ່ມີສິວສ້ຽນ ໜ້າຈະນຽນນຸ່ມອີກດ້ວຍ. ວິທີທີ່2: ໃຊ້ແຜ່ນລອກສິວສ້ຽນບໍລິເວນທີ່ເປັນສິວສ້ຽນປະໄວ້10 ນາທີ ແລ້ວຈຶ່ງຄ່ອຍໆດຶງອອກຢ່າງຊ້າໆ ສິວສ້ຽນກໍ່ຈະຫຼຸດອອກມາພ້ອມແຜ່ນລອກສິວ ເປັນອີກວິທີໜຶ່ງທີ່ໄດ້ຮັບຄວາມນິຍົມຫຼາຍ ລາຄາບໍ່ແພງແຕ່ການໃຊ້ກໍ່ຕ້ອງລະມັດລະວັງເພາະສານເຄມີທີ່ໃຊ້ອາດກກໍ່ໃຫ້ເກີດການແພ້ໄດ້. ວິທີທີ່3: …

Read More »

6 ວິທີທີ່ຊ່ວຍໃຫ້ເຮົາຕໍ່ສູ້ກັບສິວອັກເສບ

  6 ວິທີທີ່ຊ່ວຍໃຫ້ເຮົາຕໍ່ສູ້ກັບສິວອັກເສບ ສິວເປັນອີີກບັນຫາໜຶ່ງທີ່ເປັນເລື່ອງຮ້າຍແຮງສໍາລັບສາວໆ ບໍ່ວ່າຈະເປັນສິວນ້ອຍທໍາມະດາ ຫຼື ສິວຫົວຊ້າງ. ສິວຫົວຊ້າງແມ່ນສິວທີ່ບໍ່ມີຫົວ ແລະ ເກີດຈາກຮໍໂມນທີ່ບໍ່ປົກກະຕິ , ແບັດທີເຣຍທີ່ເຮັດໃຫ້ເກີດສິວ ເມື່ອຮໍໂມນຫຼາຍຂຶ້ນຜິວໜັງກໍ່ຈະຜະລິດໄຂມັນຫຼາຍຂຶ້ນ ເມື່ອໃດທີ່ໄຂມັນລະບາຍອອກທາງຜິວໜັງບໍ່ໄດ້ກໍ່ຈະອຸດຕັນໃຕ້ຜິວໜັງ ແລະ ເກີດການອັກເສບບໍລິເວນນັ້ນ ດັ່ງນັ້ນ ວາລະສານຂັວນໃຈກໍ່ມີ ວີທີທີ່ຊ່ວຍໃຫ້ເຮົາຕໍ່ສູ້ກັບສິວທີ່ອັກເສບໄດ້ດັ່ງນີ້: ປ່ອຍໄວ້ຢ່າໄປຫຍຸ້ງກັບບໍລິເວນທີ່ເກີດສິວ. ຫ້າມໄປສຳຜັດ, ບີບ, ເຂ່ຍ ຫຼື ເຈາະເດັດຂາດ ເພາະການໄປຫຍຸ້ງກັບສິວຫົວຊ້າງຄືຄວາມຜິດພາດອັນໃຫຍ່ຫຼວງ ສິວຊະນິດນີ້ມີຕົ້ນຕໍຢູ່ໃຕ້ຜິວໜັງ ເຊິ່ງມັນຢູ່ໄກກວ່າທີ່ເຮົາສາມາດຈະຈັດການກັບມັນໄດ້ ຫຼື ຖ້າເຮັດໄດ້ກໍ່ມີແຕ່ຈະສ້າງຄວາມເຈັບປວດລ້າໆ ແລະ ຍັງປະຮອຍປະບາດໄວ້ເປັນທີ່ລະນຶກໃຫ້ເຮົາອີກ ດັ່ງນັ້ນປ່ອຍໄວ້ນັ້ນລະດີ. ກິນຢາແກ້ອັກເສບ. ຫາກຮູ້ສຶກວ່າບໍລິເວນສິວກະຕຸກເປັນຈັງຫວະ ໃຫ້ກິນຢາແກ້ອັກເສບເພື່ອບັນເທົາອາການເຈັບປວດນັ້ນ ເພາະນີ້ເປັນວິທີດຽວທີ່ຈະເຮັດໃຫ້ອາການເຈັບປວດບັນເທົາລົງ. ປະຄົບໜ້າດ້ວຍຄວາມຮ້ອນ. ລອງໃຊ້ຜ້າຂົນໜູອົບຄວາມຮ້ອນມາປະຄົບບໍລິເວນທີ່ເປັນສິວປະມານ 5 ນາທີ ວິທີນີ້ຈະຊ່ວຍໃຫ້ເລືອດໄຫຼ່ວຽນໄດ້ດີ ແລະ ຫຼຸດຄວາມເຈັບປວດຈາກສິວໄດ້ ເຮັດແບບນີ້ປະມານ 3 ເທື່ອ ຫຼື ຈະເອົາເຈວວ່ານຫາງຈໍລະເຂ້ທາລົງເທິ່ງຜ້າ ແລ້ວນໍາໄປນວດຈາກລຸ່ມຂື້ນເທິ່ງກໍ່ຈະດີຂຶ້ນໄປອີກ. …

Read More »

ນອນໃຫ້ດີມີຜົນກັບໜ້າ

ນອນໃຫ້ດີມີຜົນກັບໜ້າ ມື້ນີ້ ວາລະສານຂັວນໃຈ ຈະນໍາເອົາວິທີໃນການນອນ ນອນແນວໃດໃຫ້ມີຜົນດີກັບໜ້າ ສໍາລັບສາວໆທ່ານໃດທີ່ເຄີຍມີທ່ານອນແບບປະຈໍາຂອງຕົນເອງແລ້ວລອງມາອ່ານເບິ່ງວ່າທ່ານອນທີ່ຕົນເອງນອນນັ້ນຖືກວິທີທີ່ຈະເຮັດໃຫ້ມີຜົນດີກັບໜ້າຫຼືບໍ່ ວິທີນອນມີດັ່ງນີ້: ນອນສະແຄງ ການນອນສະແຄງເປັນທ່ານອນທີ່ສາວໆ ຄວນຫຼີກເວັ້ນ ຫຼື ຖ້າເຄີຍນອນຈົນເປັນນິໄສແລ້ວ ແນະນໍາໃຫ້ນອນສະແຄງດ້ານຂວາຈະດີກວ່ານອນສະແຄງດ້ານຊ້າຍເພາະເປັນທ່າທີ່ນອນຫຼັບສະບາຍ ແລະ ດ້ານຂວາຂອງຮ່າງກາຍເຮົາຈະໄດ້ບໍ່ກົດທັບຫົວໃຈ ເຮັດໃຫ້ຫົວໃຈເຮັດວຽກສະດວກ, ເລືອດໄຫຼ່ວຽນໄດ້ດີ. ສະນັ້ນ ບໍ່ຄວນນອນສະແຄງໝົດຄືນເພາະຈະເຮັດໃຫ້ເກີດຮິ້ວຮອຍເທິ່ງໃບໜ້າໄດ້ ເນື່ອງຈາກຈະຖືກການບີບກົດກັບໝອນ ຫຼື ຜ້າປູບ່ອນນອນເປັນຕົ້ນ. ນອນຄວໍ່າ ການນອນຄວໍ່າຈະເຮັດໃຫ້ໜ້າເຮົາຖືກກົດທັບໄປທັງໜ້າ ເຮັດໃຫ້ຄຣີມທີ່ທາໄວ້ທັງຄືນອາດເປື້ອນ ແລະ ລະເຫີຍອອກໄປຕິດໝອນໄດ້ ແລະ ປະສິດທິພາບຕ່າງໆ ຂອງຄຣີມກໍ່ຫຼຸດນ້ອຍລົງ ຫາກຈໍາເປັນທີ່ຈະຕ້ອງນອນຄວໍ່າໜ້າເຊັ່ນ: ເວລາໄປເຮັດສະປາ ຫຼື ນວດຕ່າງໆ ຄວນໃຊ້ໝອນຮອງໃຕ້ໜ້າເອິກເພື່ອບໍ່ໃຫ້ອິດເມື່ອຍກ້ານຄໍ ແລະ ກ້າມຊີ້ນຄໍ. ນອນຫງາຍ ທ່ານີ້ເປັນທ່າທີ່ເໝາະສົມກັບການນອນທີ່ສຸດ ເພາະໃບໜ້າຈະບໍ່ຖືກບີບຮັດ ຫຼື ລົບກວນຈາກໝອນ ເຮັດໃຫ້ເມື່ອຕື່ນມາໜ້າຕາຈະສົດຊື່ນບໍ່ມີຮິ້ວຮອຍໃຫ້ເປັນກັງວົນໃຈ ແຕ່ການນອນຫງາຍກໍ່ບໍ່ເໝາະສົມກັບຜູ້ທີ່ເປັນພະຍາດ ແລະ ພະຍາດຫົວໃຈ ເພາະກ້າມຊີ້ນກະບັງລົມຈະກົດທັບປອດເຮັດໃຫ້ຫາຍໃຈບໍ່ສະດວກອາດເຮັດໃຫ້ມີການເກີດຂຶ້ນອີກ. ນອກຈາກທ່ານອນທີ່ຖືກຕ້ອງແລ້ວ ຍັງມີສິ່ງທີ່ຕ້ອງຄິດເຖິງສິ່ງອື່ນອີກ ເຊິ່ງນັ້ນກໍ່ຄືອຸປະກອນໃນການນອນຕ່າງໆ …

Read More »