5 ທ່າອອກກໍາລັງກາຍຫຼຸດພຸງໃຫ້ແບນລຽບງ່າຍໆ ຟິດໜ້າທ້ອງໃຫ້ປັງໄດ້ໃນ 5 ນາທີ ສໍາລັບໃຜທີ່ຢາກຫຼຸດພຸງ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາເຄັດລັບໃນການຫຼຸດພຸງມາຝາກ ແລະ ວິທີເຮັດກໍງ່າຍໆດັ່ງນີ້: ທ່າທີ 1 Basic Crunches. ນອນຕັ້ງເຂົ່າເທິ່ງເສື່ອໂຍຄະ. ຢຽດແຂນຊື່ໃຫ້ຂະໜານກັບຕົ້ນຂາທີ່ຕັ້ງໄວ້. ອອກແຮງຍົກບ່າໄຫຼ່ທັງສອງຂ້າງໃຫ້ພົ້ນຈາກພື້ນ ເກັງໜ້າທ້ອງແລ້ວເອົາມືທັງສອງໄປແຕະຫົວ ຈາກກັບກັບສູ່ທ່າເລີ່ມຕົ້ນ ແລະ ເຮັດຊໍ້າໄປມາຈົນຄົບ 40 ວິນາທີແລ້ວພັກ 20 ວິນາທີ ກ່ອນເລີ່ມທ່າໃໝ່. ທ່າທີ 2 Toe Dip. ນອນຕັ້ງເຂົ່າເທິ່ງເສື່ອໂຍຄະ ແຂນທັງສອງວາງຂ້າງລໍາຕົວ. ອອກແຮງຍົກຂາຂຶ້ນພ້ອມກັນທັງສອງຂ້າງ ບ່ອນນີ້ຈະຢຽດຂາໃຫ້ຊື່ ຫຼື ບໍ່ກໍໄດ້. ຄ່ອຍໆປ່ອຍຂາກັບສູ່ທ່າເກົ່າ ແລະ ເຮັດຕໍ່ໄປຈົນຄົບ 40 ວິນາທີແລ້ວພັກ 20 ວິນາທີ. ທ່າທີ 3 Hand to Toe Touch. …
Read More »Beauty
5 ວິທີຫຼຸດດ່ວນ ສໍາລັບຄົນຕຸ້ຍລົງພຸງ
5 ວິທີຫຼຸດດ່ວນ ສໍາລັບຄົນຕຸ້ຍລົງພຸງ ມື້ນີ້ ວາລະສານຂັວນໃຈ ຈະມາແນະນໍາໃຫ້ຮູ້ກ່ຽວກັບ ພະຍາດຕຸ້ຍລົງພຸງ ຫຼື Metabolic syndrome ເປັນພາວະທີ່ຕຸ້ຍສະເພາະສ່ວນແອວ ແລະ ເຮັດໃຫ້ເກີດຜົນເສຍຕໍ່ຮ່າງກາຍຫຼາຍດັ່ງນີ້: ຜົນຈາກການວິນິດໄສ: ເພາະການວິນິດໄສພາວະຕຸ້ຍລົງພຸງຕາມເກນຂອງ Adult treatment Panel III ແລະ ດັດແປງມາໃຊ້ກັບຄົນອາຊີ ຜູ້ທີ່ເຈັບປ່ວຍຈະຕ້ອງມີລັກສະນະ 3 ໃນ 5 ຂໍ້ດັ່ງຕໍ່ໄປນີ້: ຈະຕ້ອງຕຸ້ຍຊະນິດລົງພຸງ ຄືມີເສັ້ນຮອບແອວຫຼາຍກວ່າ 90 cm ແລ 80 cm ໃນເພດຊາຍ ແລະ ເພດຍິງຕາມລໍາດັບ. ມີຄວາມດັນເລືອດຫຼາຍກວ່າ 130/85 ມິນລີແມັດບາລອດ(mmHg) ຫຼື ໄດ້ຮັບຢາປິ່ນປົວຄວາມດັນເລືອດ. ມີລະດັບ triglycerides ຫຼາຍກວ່າ 150 ມິນລີກຼາມ / ເດຊີລິດ(deciliter) ຫຼື ເປັນຜູ້ທີ່ມີໄຂມັນສູງ ແລະ …
Read More »5 ວິທີເບິ່ງແຍງເສັ້ນຜົມຂັ້ນພື້ນຖານ
5 ວິທີເບິ່ງແຍງເສັ້ນຜົມຂັ້ນພື້ນຖານ ທີ່ເຮັດງ່າຍ ແລະ ປະຫຍັດເງິນ ການເບິ່ງແຍງເສັ້ນຜົມຖືວ່າເປັນສ່ວນໜຶ່ງທີ່ສໍາຄັນສໍາລັບສາວໆເລີຍກໍ່ວ່າໄດ້ ຄືຊິບໍ່ມີສາວໆຄົນໃດທີ່ບໍ່ຢາກໃຫ້ຜົມຂອງຕົນເອງນັ້ນຕ້ອງເງົາງາມ, ອ່ອນນຸ່ມ ແລະ ມື້ນີ້ ວາລະສານຂັວນໃຈ ຈະນໍາເອົາວິທີໃນການເບິ່ງແຍງເສັ້ນຜົມແບບງ່າຍໆ ມາຝາກ ແລະ ຍັງປະຫຍັດເງິນອີກດ້ວຍ: ບໍາລຸງຜົມດ້ວຍນໍ້າມັນຫຼາຍຊະນິດ. ວິທີຄົນທີ່ມີຜົມເງົາງາມເລືອກໃຊ້ບໍາລຸງເສັ້ນຜົມຢ່າງສະໝໍ່າສະເໝີດ້ວຍບັນດານໍ້າມັນຕ່າງໆທີ່ມີປະໂຫຍດຕໍ່ເສັ້ນຜົມບໍ່ວ່າຈະເປັນນໍ້າມັນໝາກພ້າວທີ່ເຮັດໃຫ້ເສັ້ນຜົມອ່ອນນຸ່ມ, ນໍ້າມັນໝາກກອກເພື່ອເສັ້ນຜົມເງົາງາມ ຄວນໝັກຜົມດ້ວຍນໍ້າມັນເຫຼົ່ານີ້ກ່ອນສະປະມານ 1 ຊົ່ວໂມງເຮັດຕິດຕໍ່ກັນ 1-2 ເທື່ອຕໍ່ອາທິດພຽງເທົ່ານີ້ກໍ່ຈະເຮັດໃຫ້ເສັ້ນຜົມເງົາງາມ. ຫວີຜົມແບບຄ່ອຍໆ. ແມ່ນວ່າຈະຟ້າວປານໃດແຕ່ທ່ານກໍ່ບໍ່ຄວນຮີບຫວີຜົມໃຫ້ໄວ ແລະ ແຮງຈົນເກີນໄປ ຄວນຫວີຜົມແບບຄ່ອຍໆ ຖ້າບໍ່ດັ່ງນັ້ນຜົມຂອງທ່ານອາດຈະຂາດ ຫຼື ຫຼົ່ນອອກມາເປັນກໍາ ນອກຈາກນີ້ທ່ານກໍ່ບໍ່ຄວນຫວີຜົມໃນເວລາທີ່ຜົມປຽກ ເພາະເປັນເວລາທີ່ຮາກຜົມກໍາລັງອ່ອນແອ ຫາກໃຜຜົມຫຼົ່ນຕະຫຼອດ ຫຼື ມີບັນຫາຜົມບາງ ລອງສັງເກດພຶດຕິກໍາການຫວີຜົມຂອງຕົນເອງໃຫ້ດີແລ້ວຟ້າວແກ້ໄຂ. ບໍ່ຕ້ອງຈັດແຕ່ງຊົງຜົມຕະຫຼອດ. ປະເພດເຄື່ອງມ້ວນຜົມໄຟຟ້າ ຫຼື ເຄື່ອງຈັດແຕ່ງຊົງຜົມຕ່າງໆທີ່ເຮັດໃຫ້ຜົມຕ້ອງຖືກຄວາມຮ້ອນ ຖືວ່າເປັນສິ່ງທີ່ສໍາຄັນທີ່ເຮັດໃຫ້ຜົມຂອງທ່ານມີບັນຫາ ສະນັ້ນຢ່າໃຫ້ເສັ້ນຜົມຖືກຄວາມຮ້ອນຫຼາຍເກີນໄປ ໃຫ້ປ່ອຍຕາມທໍາມະຊາດແດ່ ຖ້າບໍ່ດັ່ງນັ້ນຮາກຜົມ ແລະ ໜັງຫົວຈະອ່ອນແອຈົນຕ້ອງປິ່ນປົວອີກດົນ. ເລືອກໃຊ້ຜະລິດຕະພັນກ່ຽວກັບຜົມທີ່ດີ. ດຽວນີ້ແຊມພູສະຜົມ ແລະ …
Read More »7 ເຄັດລັບ ເຮັດຄວາມສະອາດ ແລະ ບໍາລຸງຜົມ
ເຮັດຄວາມສະອາດ ແລະ ບໍາລຸງຜົມດ້ວຍ 7 ເຄັດລັບ ມື້ນີ້ ວາລະສານຂັວນໃຈ ມີເຄັດລັບໃນການເຮັດຄວາມສະອາດ ແລະ ບໍາລຸງຜົມດ້ວຍການເບິ່ງແຍງຜົມຢ່າງເປັນມືອາຊີບ ສາມາດເຮັດງ່າຍໆຢູ່ບ້ານໄດ້ດ້ວຍຕົນເອງໂດຍການເພິ່ມປະສິດທິພາບຂອງຜະລິດຕະພັນດ້ວຍການເຮັດຄວາມສະອາດ ແລະ ບໍາລຸງເສັ້ນຢ່າງທົ່ວເຖິງ ແລະ ຖືກຈຸດ ດັ່ງນີ້: ຫວີແປງເສັ້ນຜົມກ່ອນຜົມປຽກ: ຈະຊ່ວຍຈັດພື້ນທີ່ຂອງເສັ້ນຜົມໃຫ້ໄດ້ຮັບການເຮັດຄວາມສະອາດໄດ້ຢ່າງທົ່ວເຖິງຍິ່ງຂື້ນ. ສະຜົມດ້ວຍແຊມພູ 2 ເທື່ອ: ເທື່ອທໍາອິດຄືການລ້າງຄາບສິ່ງທີ່ເປິະເປື້ອນຂີ້ຝຸ່ນ ສ່ວນຄັ້ງທີ່ສອງຄືການສະໃຫ້ເສັ້ນຜົມເພື່ອໃຫ້ເສັ້ນຜົມສໍາຜັດເຖິງຄຸນຄ່າຈາກຜະລິດຕະພັນໄດ້ຢ່າງແທ້ຈິງ. ໃຊ້ນໍ້າອຸ່ນລ້າງເຮັດຄວາມສະອາດຜົມກ່ອນສະ : ເພື່ອເປີດເສັ້ນຜົມຊັ້ນນອກໃຫ້ເນື້ອແຊມພູສາມາດຊືມເຂົ້າໄປເຮັດຄວາມສະອາດໄດ້ຢ່າງເຕັມທີ່. ການໃຊ້ນໍ້າເຢັນລ້າງເສັ້ນຜົມໃນຂັ້ນຕອນສຸດທ້າຍ: ທີ່ຈະຊ່ວຍປິດເນື້ອສໍາຜັດຂອງຜົມ ແລະ ຍັງຊ່ວຍເຮັດຜົມເບິ່ງເປັນປະກາຍເງົາງາມໄດ້ຍາວນານ. ບີບນໍ້າອອກຈາກຜົມກ່ອນການທາຄຣີມນວດຜົມ : ເພື່ອໃຫ້ເນື້ອຄຣີມເຮັດວຽກໄດ້ຢ່າງເຕັມປະສິດທິພາບຫຼາຍຍິ່ງຂຶ້ນ. ໃສ່ຄຣີມນວດຜົມພຽງແຕ່ກາງເຖິງປາຍຜົມ: ເພາະການທາເທິ່ງໜັງຫົວອາດຈະເຮັດໃຫ້ຜົມມັນຈົນເກີນໄປ. ການທາຄຣີມນວດຜົມປະໄວ້ຢ່າງໜ້ອຍ 2 ນາທີແລ້ວຈຶ່ງລ້າງອອກ: ເພື່ອໃຫ້ເສັ້ນຜົມໄດ້ຮັບການບໍາລຸງຢ່າເຕັມທີ່.
Read More »ເລັບງາມ ສຸຂະພາບດີດ້ວຍຢາພື້ນເມືອງລາວ
ສາວໆທ່ານໃດທີ່ຢາກມີເລັບງາມ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີໃນການເຮັດໃຫ້ເລັບງາມດ້ວຍຢາພື້ນລາວເມືອງຂອງລາວເຮົາ ແລະ ວິທີເຮັດກໍ່ງ່າຍໆສາວໆທຸກຄົນສາມາດເຮັດໃຫ້ເລັບຂອງໂຕເອງງາມໄດ້. ປ້ອງກັນເຊື້ອຣາດ້ວຍນໍ້າໝາກຂີ້ຫູດ. ສາເຫດ: ເຊື້ອຣາເປັນພະຍາດເກີດຂຶ້ນໄດ້ງ່າຍສ່ວນຫຼາຍແມ່ນເກີດມາຈາກການທີ່ເລັບມື ຫຼື ເລັບຕີນຢູ່ໃນທີ່ຄັບແຄບ, ອາກາດບໍ່ຖ່າຍເທເປັນເວລາດົນ ສ່ວນຫຼາຍແມ່ນເກີດກັບເລັບຕີນຫຼາຍກວ່າເລັບມື ເພາະມືເຮົາແຫ້ງຢູ່ຕະຫຼອດເວລາ ແຕ່ເລັບຕີນບາງເທື່ອເຮົາໃສ່ເກີບໃສ່ຖົງຕີນດົນເກີນໄປ ໂດຍທີ່ບໍ່ໄດ້ຖອດອອກສະນັ້ນມັນຈຶ່ງເຮັດໃຫ້ເກີດເຊື້ອຣາ ແລະ ມີກິ່ນເໝັນໄດ້. ບໍາລຸງດ້ວຍຢາພື້ນເມືອງ: ເອົາມາຂີ້ຫູດມາຄັ້ນເອົານໍ້າແລ້ວໃຊ້ສໍາລີຈຸ່ມລົງນໍ້າໝາກຂີ້ຮູດມາທາບໍລິເວນທີ່ຕິດເຊື້ອໃຫ້ທາຕະຫຼອດ ນໍ້າໝາກຂີ້ຫູດຈະຊ່ວຍຂ້າເຊື້ອຣາໃຫ້ຈົນໝົດໄປ. ເນັນໃນການກິນຜັກປະເພດຫົວກະທຽມ, ຖົ່ວຍາວ ແລະ ໝາກເຜັດ ຫຼື ຜັກໃບຂຽວ ອາຫານທະເລປະເພດຫອຍ, ປາ ແລະ ໝາກໄມ້ທີ່ມີວິຕາມິນ C ສູງເຊັ່ນ: ສົ້ມໝາກຂາມ, ໝາກໂມ ອາຫານເຫຼົ່ານີ້ຈະຊ່ວຍຢຸດແບັດທີເຣຍ ແລະ ເຊື້ອຣາເທິ່ງຜິວໜັງໃຫ້ໝົດໄປ. ໃບພູ(ໃບພູຄ້ຽວໝາກ) ແລະ ໃບໝາກສີດາແກ້ອາການເລັບສັກ, ເລັບຊໍ້າ ແລະ ເປັນໜອງ. ສາເຫດ: ເມື່ອເລັບຍາວແລ້ວຕັດເລັບຜິດແບບ ບໍ່ຄວນຕັດເລັບໃຫ້ມີລັກສະນະປາຍໂຄ້ງງໍເປັນຮູບໄຂ່ ເມື່ອເລັບໃໝ່ຍາວຂຶ້ນມາມັນກໍ່ຈະສັກລົງ ຫຼື ໃສ່ເກີບທີ່ນ້ອຍຈົນເກີນໄປ …
Read More »