ເກັ່ງເກີນເດັກ! ໜຸ່ມນ້ອຍຊາວເບລຢ່ຽມ ຮຽນຈົບປະລິນຍາຕີແຕ່ອາຍຸ 9 ປີ ແຖມຍັງສາມາເວົ້າໄດ້ເຖິງ 4 ພາສາ… ວ່າທີ່ນັກພັດທະນາເຕັກໂນໂລຊີອະໄວຍະວະທຽມໃນອານາຄົດ!!! ໃນໂລກນີ້ມີຫຼາຍສິ່ງຫຼາຍຢ່າງທີ່ເກີດຂຶ້ນມາຢ່າງໜ້າອັດສະຈັນ ຈົາບາງສິ່ງບາງຢ່າງນັ້ນກໍບໍ່ຢາກເຊື່ອວ່າມັນຈະເກີດຂຶ້ນກັບມະນຸດ ຫຼືເຫຼືອເຊື່ອວ່າມະນຸດຕົວນ້ອຍໆຄືພວກເຮົາໆຈະສາມາດສ້າງໃຫ້ມັນເກີດປາກົດການເຫຼົ່ານັ້ນຂຶ້ນໄດ້ ຄືດັ່ງເລື່ອງລາວຂອງເດັດນ້ອຍຄົນໜຶ່ງທີ່ອາຍຸພຽງແຕ່ 9 ປີ ແຕ່ລາວສາມາດຮຽນຈົບໃນລະດັບປະລິນຍາຕີ ແລະ ຍັງສາມາດເວົ້າໄດ້ 4 ພາສາ ຈົນໄດ້ຂຶ້ນຊື່ວ່າເປັນ ເດັກນ້ອຍ ອັດສະລິຍະ ແລະ ຖືກບັນທຶກລົງໃນກິເນສບຸກວ່າ ເປັນຜູ້ທີ່ຮຽນຈົບໃນລະດັບປະລິນຍາຕີທີ່ອາຍຸນ້ອຍທີ່ສຸດໃນໂລກ. ໂດຍເລື່ອງລາວດັ່ງກ່າວຖືກເຜີຍແຜ່ອອກສູ່ສັງຄົມເມື່ອ ສຳນັກຂ່າວຊີເອ໊ນເອ໊ນ (ສໍານັກຂ່າວອັນດັບ 1 ຂອງໂລກ) ລາຍງານວ່າ ໂດຍທົ່ວໄປແລ້ວກວ່າຄົນໆໜຶ່ງຈະຮຽນຈົບມະຫາວິທະຍາໄລໄດ້ຕ້ອງໃຊ້ເວລາເປັນ 10 ປີ ແຕ່ສໍາລັບເລື່ອງທີ່ຈະນໍາສະເໜີຕໍ່່ໄປນີ້ຄື ເດັກຊາຍຄົນໜຶ່ງເຂົາໃຊ້ເວລາຈົບການສຶກສາໃນລະບົບພຽງ 5 ປີ ໂດຍເລີ່ມເຂົ້າຮຽນຕັ້ງແຕ່ ອາຍຸ 4 ປີ ແມ່ນແລ້ວພຽງແຕ່ 4 ປີເທົ່ານັ້ນ ຈົນປັດຈຸບັນອາຍຸໄດ້ 9 ປີ ແລະ …
Read More »Beauty
ສ່ອງ! ພັດທະນາການຄວາມເຊັກຊີ່ຂອງ ເນັດໄອດໍ້ສາວ ແກ້ວຕາ ພອນປະເສີດ… ແຊ໋ບຂະໜາດໃດຕ້ອງເບິ່ງເອງ!!!
ສ່ອງ! ພັດທະນາການຄວາມເຊັກຊີ່ຂອງ ເນັດໄອດໍ້ສາວ ແກ້ວຕາ ພອນປະເສີດ… ແຊ໋ບຂະໜາດໃດຕ້ອງເບິ່ງເອງ!!! ຖືວ່າເປັນເນັດໄອດໍ້ອີກຄົນໜຶ່ງທີ່ຄວາມສາມາດ ແລະ ຄວາມດັງນັ້ນບໍ່ເຄີຍຫຼຸດລົງເລີຍ ແຖມຍັງຈະເພີ່ມຂຶ້ນຕະຫຼອດດ້ວຍຊໍ້າ ສໍາລັບເນັດໄອດໍ້ສາວ ແກ້ວຕາ ພອນປະເສີດ ທີ່ແຈ້ງເກີດດ້ວຍຄວາມໜ້າຮັກ ສົດໄສ ສະຕາຍ ສາວມໍປາຍ ແລະ ກາຍເປັນທີ່ຮູ້ຈັກໃນໂລກໂຊຊ່ຽວຢ່າງຫຼວງຫຼາຍເມື່ອ 3-4 ປີກ່ອນ ຈົນໄປໃສມາໃສບໍ່ມີໃຜທີ່ບໍ່ຮູ້ຈັກກັບສາວນ້ອຍຄົນນີ້. ຫຼັງຈາກນັ້ນກໍມີແມວມອງສາຍຕາດີດຶງຕົວເຂົ້າສູ່ວົງການບັນເທິງດ້ວຍຜົນງານການຖ່າຍແບບ, ໂຄສະນາສິນຄ້າ ແລະ ຜັນຕົວມາເປັນ ນາງແບບ, ນັກສະແດງຢ່າງເຕັມຕົວພາຍໃຕ້ສັງກັດຄ່າຍ A- list Agency ໃນປັດຈຸບັນ. ຈາກມື້ນັ້ນຈົນຮອດມື້ນີ້ ສາວນ້ອຍຄົນນີ້ກໍຍັງຄົງຄວາມໜ້າຮັກ ແລະ ພັດທະນາຄວາມສາມາດຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ສິ່ງທີ່ເພີ່ມມາອີກອັນໜຶ່ງກໍຄື ແຫ່ງໃຫຍ່ຂຶ້ນເທົ່າໃດ ສາວແກ້ວຕາ ກໍແຫ່ງສາຍແວວອອກເຖິງຄວາມເຊັກຊີ່ ເຫັນໄດ້ຈາກໂພສທີ່ ແກ້ວຕາ ນັ້ນສວມໃສ່ບີກີນີ່ ໃນທຣີບທະເລເດືອດຄັ້ງທີ່ແລ້ວ, ພ້ອມກັບການຖ່າຍແບບແນວເຊັກຊີ່ຂອງແກ້ວຕາແຕ່ລະຄັ້ງແລ້ວ ຮູ້ເລີຍວ່ານາງພັດທະນາຂຶ້ນອີ່ຫຼີ ແລະ ມື້ນີ້ແອັດມິ້ນກໍຈະຊວນໜຸ່ມໆມາເບິ່ງພັດທະນາການຂອງເນັດໄອດໍ້ສາວຄົນນີ້ ວ່ານາງມາໄກຂະໜາດໃດ໋ແລ້ວ??? …
Read More »ຮ່ວມສະແດງຄວາມຍິນດີ!!! ນາງງາມໄທຄ້ວາຕໍາແໜ່ງ Miss International 2019 ເປັນຄັ້ງປະຫວັດສາດ…
ຮ່ວມສະແດງຄວາມຍິນດີ!!! ນາງງາມໄທຄ້ວາຕໍາແໜ່ງ Miss International 2019 ເປັນຄັ້ງປະຫວັດສາດ… ຈົບລົງໄປແລ້ວສໍາລັບການປະກວດ Miss International 2019 ທີ່ຈັດຂຶ້ນທີ່ ກຸງໂຕກຽວ ປະເທດ ຍີ່ປຸ່ນ ເຊິ່ງຮອບຕັດສິນໄດ້ຈັດຂື້ນໃນຄໍ່າຄືນຂອງວັນທີ 12 ພະຈິກທີ່ຜ່ານມານີ້… ຜົນການຕັດສິນໄດ້ອອກມາຢ່າງເປັນທາງການແລ້ວວ່າ ຜູ້ທີ່ຄວ້າ Miss International 2019 ນັ້ນແມ່ນໄດ້ແກ່ ນາງງາມຕົວແທນຈາກປະເທດ ໄທ ນັ້ນກໍຄື Miss Sireethorn Leearamwat ເຊິ່ງຖືວ່າເປັນຄັ້ງທໍາອິດທີ່ນາງງາມຈາກປະເທດໄທໄດ້ຮັບຕໍາແໜ່ງອັນຊົງກຽດຈາກເວທີນີ້ມາຄອງ ພ້ອມກັນນັ້ນຍັງຄວ້າຕໍາແໜ່ງ Miss International of Asia ມາຄອງນໍາອີກ ຖືວ່າເປັນນາງງາມທີ່ເຕັມໄປດ້ວຍຄວາມສາມາດອີ່ຫຼີ ແນວໃດກໍຂໍສະແດງຄວາມຍິນດີນໍານາງງາມຕົວແທນປະເທດໄທ ແລະ ປະຊາຊົນຄົນໄທຫຼາຍໆເດີ້ ແລະ ຂໍສະແດງຄວາມຍິນດີກັບບັນດານາງສາວງາມທີ່ໄດ້ຕໍາແໜ່ງຮອງອັນດັບ 1 : Miss Andrea Toscano (Mexico); ຮອງອັນດັບ 2 : Miss Evelyn Namatovu (Uganda); …
Read More »ເອົາມາໃຫ້ຟີນຕໍ່! ລວມພາບຄວາມໜ້າຮັກ ຂອງ Choi Si Won ກັບການລົງພື້ນທີ່ເຮັດກິດຈະກໍາຮ່ວມເດັກນ້ອຍຢູ່ລາວ…
ຍັງຟີນກັນບໍ່ຈົບສໍາລັບແຟນຄຣັບຊາວລາວ ກັບການເດີນທາງມາຂອງ ສີລະປິນຊື່ດັງ ຈາກ ສ. ເກົາຫລີ ໜຸ່ມ Choi Si Won ທີ່ແອັດມິ້ນໄດ້ນໍາພາບບັນກາດ ແລະ ຈຸດປະສົງການເດີນທາງມາປະເທດລາວຄັ້ງນີ້ ມາໃຫ້ແຟນໆໄດ້ຟີນໄປເມື່ອ 2 ມື້ຜ່ານມານັ້ນແລ້ວ… ແຕ່ຄວາມຟີນຂອງແຟນຄຣັບຍັງບໍ່ຈົບເທົ່ານັ້ນ ມື້ນີ້ແອັດມິ້ນຈະມາເພີ່ມຄວາມຟີນໃຫ້ກັບສາວໆ ກັບພາບບັນຍາກາດ ການລົງພື້ນທີ່ເຮັດກິດຈະກໍາຮ່ວມກັບເດັກນ້ອຍຕາມໂຮງຮຽນ ແລະ ລົງພື້ນທີ່ຢ້ຽມຢາມທີມເຮັດວຽກໃນອົງການສະຫະປະຊາຊາດ (UNICEF) ປະຈໍາ ສປປ. ລາວ ເຊິ່ງຖືວ່າເປັນພາບທີ່ປະທັບໃຈ ແລະ ເຮັດໃຫ້ແຟນຄຣັບ ພ້ອມດ້ວຍປະຊາຊົນຄົນລາວຍິ້ມໄປຕາມໆກັນເລີຍແຫຼະ! ເອົາເປັນວ່າເຮົາມາເບິ່ງພາບບັນຍາກາດ ທີ່ຈະເຮັດໃຫ້ເຂົ້າສວາຍມື້ນີ້ແຊບຂຶ້ນໄປອີກ ດີກວ່າ! ໄປເບິ່ງກັນເລີຍ!!! #ເບິ່ງຫຼາຍຮອບແຮງ Posted by Saykoson Snb on Monday, November 11, 2019 #ຟີນນນນ #ໜ້າຮັກຫຼາຍເດີ້ #ຫລໍ່ທຸກມຸມ
Read More »ບໍ່ຄວນເບິ່ງຂ້າມ! ບັນຫາການລ່ວງລະເມີດທາງເພດທີ່ແມ່ຍິງ ແລະ ເດັກນ້ອຍຕ້ອງພົບຢູ່ເປັນປະຈໍາ… ດັ່ງປະສົບການທີ່ນັກຮ້ອງຊື່ດັງ ເລດີ່ ກາກ່າ ເຄີຍພົບ!!!
ບໍ່ຄວນເບິ່ງຂ້າມ! ບັນຫາການລ່ວງລະເມີດທາງເພດທີ່ແມ່ຍິງ ແລະ ເດັກນ້ອຍຕ້ອງພົບຢູ່ເປັນປະຈໍາ… ດັ່ງປະສົບການທີ່ນັກຮ້ອງຊື່ດັງ ເລດີ່ ກາກ່າ ເຄີຍພົບ!!! ເຊື່ອວ່າແມ່ຍິງທຸກຄົນເຄີຍຖືກລ່ວງລະເມີດທາງເພດຢ່າງໜ້ອຍ 1 ຄັ້ງໃນຊີວິດ ບໍ່ວ່າຈະດ້ວຍສາຍຕາ, ວາຈາ ຫຼືການກະທໍາ ໃນລັກສະນະທີ່ສື່ເຖິງເລື່ອງເພດ; ເຊັ່ນດຽວກັນກັບນັກຮ້ອງຊື່ດັງ “ສະເຕຟານີ່ ໂຈແອນ ແອງເຈລີນາ ເຈີມານ໊ອດຕາ” ຫຼືທີ່ຮູ້ຈັກກັນດີໃນຊື່ ເລດີ່ ກາກ່າ (Lady Gaga) ສີລະປິນແນວ Pop ລູກເຄິ່ງອາເມຣິກາ-ອີຕາລີ່ ທີ່ໄດ້ອອກມາເລົ່າປະສົບການ ຖືກລ່ວງລະເມີດທາງເພດຕອນອາຍຸ 19 ປີ ເຊິ່ງເປັນໄລຍະທີ່ທຸກທໍລະມານທີ່ສຸດຂອງຊີວິດ ລາວຕ້ອງພົບກັບການຖືກລ່ວງລະເມີດທາງເພດພຽງລໍາພັງ ເຖິງວ່າຈະໄປຂໍຄໍາແນະນໍາຈາກບຸກຄົນທີ່ມີຊື່ສຽງໃນວົງການຫຼາຍຄົນ ແຕ່ທຸກຄົນກໍບໍ່ສາມາດທວງຄວາມຍຸຕິທໍາ ຫຼືແມ່ນແຕ່ແນະນໍາຊ່ອງທາງໃນການຮັກສາຈິດໃຈໃຫ້ລາວໄດ້, ລາວໄດ້ນັ່ງກ່າວໂທດຕົນເອງວ່າເປັນຍ້ອນການແຕ່ງຕົວ ແລະ ວີຖີຊີວິດຂອງລາວທີ່ນໍາໄປສູ່ຝັນຮ້າຍຄັ້ງນັ້ນ; ຈົນນໍາມາເຊິ່ງຄວາມທຸກທໍລະມານ ເປັນໂຣກຊຶມເສົ້າ, ໂຣກຈິດກັງວົນ ແລະໂຣກຄຼຽດຢ່າງໜັກ ລາວໃຊ້ເວລາເຖິງ 7 ປີໃນການບໍາບັດຈິດໃຈ ຈຶ່ງຫັນມາຍອມຮັບໃນຊີວິດ ແລະ ຕົວຕົນຂອງຕົວເອງອີກຄັ້ງ. ຫຼັງຈາກທີ່ເອົາຊະນະເຫດການສະເທືອນຂວັນໃນຄັ້ງນັ້ນໄດ້ສໍາເລັດ …
Read More »