Breaking News

Beauty

ໂອ໊ຍ ລູກກກ!! ເມື່ອພໍ່ຟຣຸກ-ແມ່ແອັບເປິ່ນ ຈັບນ້ອງຈູນີ່ ມາຖ່າຍແບບເປັນຄັ້ງທໍາອິດ ບອກໄດ້ເລີຍວ່າງານນີ້ປ້າໆ ນ້າໆໃຈລະລາຍໄປຕາມໆກັນເລີຍຈ່າ…

ໂອ໊ຍ ລູກກກ!! ເມື່ອພໍ່ຟຣຸກ-ແມ່ແອັບເປິ່ນ ຈັບນ້ອງຈູນີ່ ມາຖ່າຍແບບເປັນຄັ້ງທໍາອິດ ບອກໄດ້ເລີຍວ່າງານນີ້ປ້າໆ ນ້າໆໃຈລະລາຍໄປຕາມໆກັນເລີຍຈ່າ… ເອີ້ນໄດ້ວ່າເປັນພໍ່ແມ່ມືໃໝ່ທີ່ກໍາລັງເຫີ່ລູກຢ່າງໜັກເລີຍ ສໍາລັບພໍ່ຟຣຸກ ແລະ ແມ່ແອັບເປິ່ນ ທີ່ຫາກໍໃຫ້ກໍາເນີດລູກສາວ ນ້ອງຈູນີ່ ຄົບຮອບ 8 ມື້ (ມື້ວານນີ້) ໂດຍທັງສອງນັ້ນກໍໄດ້ອັບເດດພັດທະນາການຄວາມໜ້າຮັກຂອງ ນ້ອງຈູນີ່ ອອກມາຜ່ານ ເພຈເຟສບຸກສ່ວນຕົວໃຫ້ ແມ່ໆ ປ້າໆ ນ້າໆ ໄດ້ຕິດຕາມຢູ່ເປັນປະຈໍາ ແລະ ນ້ອງຈູນີ່ເອງກໍເປັນເດັກນ້ອຍທີ່ໜ້າຮັກ ໜ້າຊັງເປັນທີ່ສູດດດດ. ແຕ່ສິ່ງທີ່ເຮັດໃຫ້ປ້າໆ ນ້າໆໃຈລະລາຍ ແລະ ຫຼົງໃນຄວາມໜ້າຮັກຂອງ ນ້ອງຈູນີ່ ຫຼາຍຂຶ້ນຕຶ່ມ ເມື່ອພໍ່ຟຣຸກ-ແມ່ເປິ່ນ ຈັບນ້ອງມາຖ່າຍແບບເປັນຄັ້ງທໍາອິດ ຫຼັງຈາກຄົບຮອບ 8 ມື້. ແຕ່ລະຮູບບໍ່ມີຄໍາບັນຍາຍໄດ້ເຖິງຄວາມໜ້າຮັກຂອງນ້ອງ ຮູ້ແຕ່ວ່າເບິ່ງຮູບໃດລະຕ້ອງຍິ້ມນໍາຢູ່ຕະຫຼອດ. ເຊິ່ງມື້ນີ້ແອັດມິ້ນຈະນໍາເອົາພາບດັ່ງກ່າວໆມາຕ້ອນແຟນໆຂວັນໃຈ ແລະ FC ນ້ອງຈູນີ່ ໃຈລະລາຍນໍາກັນ… ໄປເບິ່ງກັນເລີຍ!!!      ຂອບໃຈຮູບພາບຈາກ: Fluke …

Read More »

ການເສຍຊີວິດຂອງ “ຄູ ຮາຣາ” ອາດີດນັກຮ້ອງວົງ KARA Girls Group ຊື່ດັງຂອງເກົາຫລີໃຕ້ ສື່ໃຫ້ເຫັນເຖິງສັງຄົມທີ່ຜູ້ຊາຍເປັນໃຫຍ່… 

ການເສຍຊີວິດຂອງ “ຄູ ຮາຣາ” ອາດີດນັກຮ້ອງວົງ KARA Girls Group ຊື່ດັງຂອງເກົາຫລີໃຕ້ ສື່ໃຫ້ເຫັນເຖິງສັງຄົມທີ່ຜູ້ຊາຍເປັນໃຫຍ່…  ຖືວ່າເປັນຂ່າວທີ່ເສົ້າສະລົດໃຈ ແລະ ສະເທືອນວົງການ K-Pop ຢ່າງແຮງ ກັບຂ່າວການເສຍຊີວິດຂອງ ອາດີດນັກຮ້ອງ Girls Group ຊື່ດັງຂອງເກົາຫຼີໃຕ້ ຄື ສາວ ຮາຣາ ທີ່ຜ່ານມາ ແລະ ສິ່ງທີ່ມາກັບຄວາມເສົ້າສະລົດໃຈນີ້ ກໍຄືຄໍາຖາມທີ່ເກີດຂຶ້ນຫຼາກເຖິງສາເຫດການເສຍຊີວິດດັ່ງກ່າວ. ແລະ ເຖິງວ່າຜົນການພິສູດສົບອອກມາຢ່າງຊັດເຈນແລ້ວ ແຕ່ທາງຕໍາຫຼວດຂອງເກົາຫຼີໃຕ້ໄດ້ລະບຸເຖິງຈົດໝາຍທີ່ພົບເຫັນເທິງໂຕະທີ່ຂຽນດ້ວຍລາຍມືຂອງ ຮາຣາ ນັ້ນມີເນື້ອໃນເວົ້າເຖິງຄວາມເຈັບປວດທີ່ແສນສາຫັດໃນຊີວິດຂອງລູກຜູ້ຍິງຄົນໜຶ່ງ… ແລະນີ້ກໍບໍ່ແມ່ນຄັ້ງທໍາອິດທີ່ນາງຄິດຈະຂ້າຕົວຕາຍ ເພາະເມື່ອວັນທີ 27 ພຶດສະພາ 2019 ນາງກໍເຄີຍພະຍາຍາມຂ້າຕົວຕາຍແລ້ວ ພ້ອມກັບໂພສຂໍ້ຄວາມໃນ IG ວ່າ “ລາກ່ອນ” ແຕ່ຄັ້ງນັ້ນຕໍາຫຼວດເຂົ້າໄປຊ່ວຍເຫຼືອໄວ້ໄດ້ທັນ. ຫຼັງຈາກນັ້ນນາງກໍໄດ້ໂພສຂໍ້ຄວາມ ຂໍໂທດແຟນໆທີ່ເຮັດແບບນັ້ນລົງໄປໂດຍລະບຸວ່າ “ນາງຮູ້ສຶກເຈັບປວດກັບຫຼາຍສິ່ງຫຼາຍຢ່າງໃນຊີວິດ” ແລະ ເມືຶ່ອຍ້ອນກັບໄປເມື່ອປີ 2018 ຮາຣາ ເຄີຍມີ …

Read More »

ສື່ຕ່າງປະເທດຈັບຕາ! MISS UNIVERSE LAOS ປ່ອຍຂອງກ່ອນເດີນທາງໄປປະກວດເວທີນາງງາມໂລກ ບອກເລີຍວ່າ ແຊ໊ບແຮງ!!!

ສື່ຕ່າງປະເທດຈັບຕາ! MISS UNIVERSE LAOS ປ່ອຍຂອງກ່ອນເດີນທາງໄປປະກວດເວທີນາງງາມໂລກ ບອກເລີຍວ່າ ແຊ໊ບແຮງ!!! ນັບຖອຍຫຼັງກັນແລ້ວສໍາລັບການປະກວດຮອບຕັດສິນ Miss Universe 2019 ທີ່ຈະຈັດຂຶ້ນຢູ່ທີ່ ປະເທດ ສະຫະລັດ ອາເມຣິກາ ເວທີທີ່ມີນາງງາມເຂົ້າຮ່ວມຫຼາຍກວ່າ 100 ປະເທດ. ສໍາລັບນາງງາມຕົວແທນປະເທດລາວເຮົາກໍຄືດັ່ງທີ່ແຟນໆຮູ້ກັນດີແລ້ວວ່າ ແມ່ນ ສາວເມ ວິຈິດຕາ ພອນວິໄລ ຜູ້ທີ່ຄອງຕໍາແໜ່ງ Miss Universe Laos 2019 ນັ້ນເອງ ເຊິ່ງ ສາວເມ ກໍໄດ້ເດີນທາງໄປປະກວດໃນມື້ນີ້ແລ້ວ ແລະ ປີນີ້ທາງກອງປະກວດເພິ່ນໝັ້ນໃຈແຮງ ໃນຄວາມງາມທີ່ມາໃນ Look Inter ຂອງສາວເມ ບວກກັບຄວາມສາມາດ ແລະ ທັກສະດ້ານພາສາອັງກິດທີ່ມາແບບແໜ້ນແຮງ ຈຶ່ງຄາດວ່າ ສາວເມ ຂອງເຮົາຕ້ອງຄວ້າຈັກລາງວັນໃດລາງວັນໜຶ່ງມາຕ້ອນມາຝາກຄົນລາວກັນຢ່າງແນ່ນອນ… ແລະ ກ່ອນທີ່ຈະເດີນທາງໄປປະກວດ ສາວເມ ກໍໄດ້ປ່ອຍຂອງລອງທາງ ຖ່າຍຮູບກັບຊຸດລອຍນໍ້າສຸດເຊັກຊີ່ ອວດຮູບຮ່າງທີ່ໄດ້ສັດສ່ວນ (ໃນການປະກວດຕ້ອງໄດ້ເດີນແບບຊຸດລອຍນໍ້າ) …

Read More »

ຄົນມີຄູ່ຄວນອ່ານ! 5 ວິທີງ່າຍໆ ທີ່ເຮັດໃຫ້ຊີວິດຄູ່ຫວານຂຶ້ນ… ແລ້ວບັນຫາມືທີ 2-3-4 ຈະບໍ່ມີມາໃຫ້ເຈັບຫົວ!!!

ຄົນມີຄູ່ຄວນອ່ານ! 5 ວິທີງ່າຍໆ ທີ່ເຮັດໃຫ້ຊີວິດຄູ່ຫວານຂຶ້ນ… ແລ້ວບັນຫາມືທີ 2-3-4 ຈະບໍ່ມີມາໃຫ້ເຈັບຫົວ!!! ສາວໆ ຖ້າຈະເວົ້າເຖິງຄວາມຮັກແລ້ວ ມັນອາດຈະເປັນສິ່ງສວຍງາມສໍາລັບຫຼາຍຄົນ ແຕ່ມັນອາດຈະເປັນສິ່ງທີ່ເປັນຕາຢ້ານສໍາລັບບາງຄົນ ບາງຄົນໃນຊີວິດບໍ່ເຄີຍສົມຫວັງກັບຄວາມຮັກເລີຍ ບາງຄົນຖືກທໍາຮ້າຍຈິດໃຈມານັບຄັ້ງບໍ່ຖ້ວນ ຈົນເຮັດໃຫ້ເຄັດຫຼາບກັບຄວາມຮັກ ເມື່ອມີຮັກອີກຄັ້ງກໍເຮັດໃຫ້ລະແວງ, ຄິດຫຼາຍຈົນບໍ່ມີຄວາມສຸກໃນຊີວິດຄູ່… ແຕ່ສາວໆ ຖ້າໃຜທີ່ກໍາລັງພົບກັບຄວາມກັງວົນນີ້ຢູ່ ມື້ນີ້ ຂວັນໃຈເລີຍຢາກຈະມາຊ່ວຍສາວໆແກ້ໄຂບັນຫາຄວາມກັງວົນດ້ວຍການແນະນໍາ 5 ວິທີ ເຄັດ (ບໍ່) ລັບທີ່ຈະເຮັດໃຫ້ຄົນຮັກຂອງເຈົ້າ ຮັກເຈົ້າຫຼາຍຂຶ້ນ ແລະ ໝົດກັງວົນວ່າ ຄວາມຮັກຄັ້ງນີ້ຈະກັບໄປສູ່ຈຸດຈົບແບບເກົ່າໆອີກ ມາເບິ່ງກັນເລີຍ… ການໃຫ້ອະໄພ ສາວໆຈະສາມາດປະຄອງຄວາມຮັກ ໄປໄດ້ຕະຫຼອດຮອດຝັງ ກໍຕໍ່ເມື່ອຮູ້ຈັກຍົກໂທດໃຫ້ກັບຄົນທີ່ເຈົ້າຮັກ ເພາະລາວເອງກໍເປັນພຽງຄົນທຳມະດາຄົນໜຶ່ງທີ່ເຮັດຜິດໄດ້ສະເໝີ. ບໍ່ຄວນປະຊົດປະຊັນຊີວິດ ສາວໆ ເມື່ອໃດກໍຕາມທີ່ມີບັນຫາກັນ ຫ້າມເດັດຂາດເລີຍຄື ການປະຊົດຊີວິດດ້ວຍການລົມຄົນໃໝ່ເພື່ອເຮັດໃສ່ຄົນຮັກນັ້ນ ເພາະເປັນສິ່ງທີ່ເຮັດໃຫ້ລາວຕັດສິນໃຈໄປຈາກເຮົາໄດ້ໄວທີ່ສຸດ ເພາະມັນໃຊ້ບໍ່ໄດ້ກັບຄວາມຮູ້ສຶກ ຂອງຄົນທີ່ຮັກເຈົ້າແທ້ໆ ເອົາໃຈໃສ່ຕົວເອງຫຼາຍຂຶ້ນ ສາວໆ ເມື່ອມີຄູ່ ຫຼືມີຄອບຄົວແລ້ວກໍບໍ່ຄວນປ່ອຍຕົວ ຕ້ອງສ້າງຕົວເອງເຮັດໃຫ້ດູດີ ແລ້ວປ່ຽນມາເອົາໃຈໃສ່ໃນການແຕ່ງຕົວໃຫ້ງາມຢູ່ສະເໝີ ເພາະເຮົາບໍ່ແມ່ນຂອງຕາຍຂອງໃຜ… ປີ່ນໜ້າເຂົ້າຫາກັນ …

Read More »

ສະແດງຄວາມຍິນດີນໍາ! ຄູ່ຮັກດາລາ ຄຣິສຕີນ່າ-ວິນລີ່ ຄວ້າລາງວັນ Asian International Super Model Contest 2019 ທີ່ມາເກົ໊າ.

ສະແດງຄວາມຍິນດີນໍາ! ຄູ່ຮັກດາລາ ຄຣິສຕີນ່າ-ວິນລີ່ ຄວ້າລາງວັນ Asian International Super Model Contest 2019 ທີ່ມາເກົ໊າ. ຖືວ່າເປັນຄູ່ຮັກດາລາ ລະດັບແຖວໜ້າຂອງລາວທີ່ເໝາະສົມກັນທັງຄວາມສາມາດ, ຄວາມຫຼໍ່-ຄວາມງາມອີ່ຫຼີສໍາລັບຄູ່ຂອງ ໜຸ່ມ ວິນລີ່ ແລະ ສາວ ຄຣິສຕີນ່າ ແຖມຍັງເປັນຄູ່ຮັກທີ່ຫຼາຍໆຄົນກໍາລັງອິດສາຕາຮ້ອນຢູ່ໃນໄລຍະນີ້ ເພາະມີຮູບໂຊຄວາມຫວານອອກມາໃຫ້ແຟນຄຣັບໄດ້ຟີນກັນເປັນໄລຍະໄລຍະ ຈົນຫຼາຍຄົນລຸ້ນວ່າມື້ໃດຈະມີຂ່າວດີຈັກເທື່ອ… ແຕ່ກ່ອນທີ່ຈະມີຂ່າວດີຄື ການເຂົ້າສູ່ປະຕູວິວານັ້ນ ທັງສອງກໍໄດ້ມີຂ່າວດີກ່ອນນັ້ນມາໃຫ້ຄົນລາວ ແລະ ວົງການບັນເທີງລາວກ້າວຂຶ້ນໄປອີກຂຶ້ນຄື ທັງສອງໄດ້ໄປຄວ້າລາງວັນຈາກການເດີນແບບໃນງານ Silk Road International Fashion Week 2019 ທີ່ຈັດຂຶ້ນຢູ່ທີ່ປະເທດ ມາເກົ໊າ ໃນທ້າຍອາທິດທີ່ຜ່ານມານີ້ເອງ… ເຊິ່ງດ້ານຂອງ ສາວ ຄຣິສຕີນ່າ ແມ່ນໄດ້ຮັບລາງວັນ Excellent Model ຫຼື ລາງວັນນາງແບບດີເດັ່ນ ສ່ວນດ້ານ ໜຸ່ມວິນລີ່ ແຟນໜຸ່ມຂອງນາງກໍບໍ່ໄດ້ນ້ອຍໜ້າ ສາມາດຍາດລາງວັນ ນາຍແບບອັນດັບຕົ້ນໆຂອງ Asian …

Read More »