Breaking News

Beauty

ໜຸ່ມ Choi Si Won ສິນລະປິນຊື່ດັງລະດັບໂລກ ເດີນທາງມາປະເທດລາວ ເພື່ອຮັບປະກັນເລື່ອງສິດທິເດັກນ້ອຍ ຕາມສົນທິສັນຍາຂອງ UNICEF…

ໜຸ່ມ Choi Si Won ສິນລະປິນຊື່ດັງລະດັບໂລກ ເດີນທາງມາປະເທດລາວ ເພື່ອຮັບປະກັນເລື່ອງສິດທິເດັກນ້ອຍ ຕາມສົນທິສັນຍາຂອງ UNICEF… ເປັນກະແສຮືຮາສໍາລັບແຟນຄຣັບຊາວລາວ ກັບການມາຢ້ຽມຢາມປະເທດລາວຂອງສິນລະປິນລະດັບໂລກ ຄືໜຸ່ມ Choi Si Won (ນັກຮ້ອງ, ນັກສະແດງຊື່ດັງ ປະເທດ ເກົາຫລີໃຕ້) ໂດຍໜຸ່ມ Choi Si Won ໄດ້ເດີນທາງມາຮອດລາວໃນວັນທີ 10 ພະຈິກ ທີ່ຜ່ານມາ ແລະ ມີແຟນຄຣັບຊາວລາວໄປຖ້າຕ້ອນຮັບຢ່າງຄຶກຄື້ນ, ແຕ່ການເດີນທາງມາປະເທດລາວຂອງໜູ່ມ Choi Si Won ໃນຄັ້ງນີ້ ບໍ່ໄດ້ມາເພື່ອການສະແດງໃນຖານະສິນລະປິນແຕ່ຢ່າງໃດ ແຕ່ມາເພື່ອຮັບຕໍາແໜ່ງ “ທູດສັນທະວະໄມຕີ” ຂອງອົງການສະຫະປະຊາຊາດ (UNICEF) ປະຈໍາພາກພື້ນອາຊີ ແລະ ປາຊີຟິກ ໃນງານ ກອງປະຊຸມ ລະດັບສູງ ໂອກາດວັນຄົບຮອບ 30 ປີ ສົນທິສັນຍາ ວ່າດ້ວຍ ສິດທິເດັກ Lao …

Read More »

ຈາກຄູ່ຈີ້ນໃນລາຍການ ມາເປັນຄູ່ແທ້ໃນປັດຈຸບັນ ແລະ ຈະເປັນຄູ່ຊີວິດໃນອະນາຄົດ “ນູ່ນີ່-ອ໊ອຟ” 

ຈາກຄູ່ຈີ້ນໃນລາຍການ ມາເປັນຄູ່ແທ້ໃນປັດຈຸບັນ ແລະ ຈະເປັນຄູ່ຊີວິດໃນອະນາຄົດ “ນູ່ນີ່-ອ໊ອຟ”  ຖືວ່າເປັນຄູ່ຮັກ ທີ່ເລີ່ມຈາກຄູ່ຈິ້ນຈາກລາຍການເລຶອກຄູ່ Take me out Thailand (ປະເທດໄທ) ທີ່ຫຼາຍຄົນລຸ້ນມາຕະຫຼອດສໍາລັບສາວລາວ-ບ່າວໄທຄູ່ນີ້ ສາວ ນູ່ນີ່ ແລະ ໜຸ່ມ ອ໊ອຟ ເຊິ່ງທັງສອງຄົນນີ້ພົບຮັກກັນຍ້ອນລາຍການເລືອກຄູ່ (Take me out Thailand) ແລະ ທັງສອງຄົນກໍຖືກຍົກໃຫ້ເປັນຄູ່ຈິ້ນ (ຄົນທີ່ເໝາະສົມຈະເປັນແຟນກັນ) ຕັ້ງແຕ່ເຫັນກັນຄັ້ງທໍາອິດ ຫຼັງຈາກຜ່ານການວັດໃຈໃນລາຍການແລ້ວ ທັງສອງກໍຍັງຄົບຫາກັນໃນຖານະຄົນຮູ້ໃຈ ແລະ ມີແຟນຄຣັບທາງຊາວລາວ-ຊາວໄທ ລຸ້ນມາຕະຫຼອດວ່າມື້ໃດທັງສອງຈະເຂົ້າພິທີວິວາກັນຈັກເທື່ອ ຈົນໃນທີ່ສຸດ ຫຼັງຈາກເບິ່ງໃຈກັນມາເປັນເວລາ 2 ປີ ສາວນູ່ນີ່ ແລະ ໜຸ່ມອ໊ອຟ ກໍບໍ່ເຮັດໃຫ້ແຟນຄຣັບທັງສອງປະເທດຜິດຫວັງ… ເພາະໜຸ່ມອ໊ອຟໄດ້ຍົກຂັນໝາກຂ້າມແມ່ນໍ້າຂອງມາສູ່ຂໍສາວນູ່ນີ່ແລ້ວ ເມື່ອວັນເສົາ ວັນທີ 9 ພະຈິກ 2019 ທີ່ຜ່ານມາ ຕາມຮີດຄອງປະເພນີລາວ ເຊິ່ງກໍເຮັດໃຫ້ຫຼາຍຄົນຈິກໝອນນອນຟີນໄປອີກຮອບໜຶ່ງ. ແນວໃດກໍຂໍສະແດງຄວາມຍິນດີນໍາທັງສອງຫຼາຍໆເດີ່ …

Read More »

ສ່ອງ!!! ຄູ່ຮັກເນັດໄອດໍ້ສາວລາວ-ບ່າວໄທ “ອ໊ອຟ-ນູ່ນີ່” ຫວານແຮງຈົນແຟນຄຣັບພາກັນລຸ້ນວ່າມື້ໃດຈະແຕ່ງ…

ສ່ອງ!!! ຄູ່ຮັກເນັດໄອດໍ້ສາວລາວ-ບ່າວໄທ “ອ໊ອຟ-ນູ່ນີ່” ຫວານແຮງຈົນແຟນຄຣັບພາກັນລຸ້ນວ່າມື້ໃດຈະແຕ່ງ… ເມື່ອເວົ້າເຖິງຄູ່ຮັກເນັດໄອດໍ້ ສາວລາວ-ບ່າວໄທ ຄູ່ທໍາອິດທີ່ຈະຄິດພໍ້ຄົງຈະໜີບໍ່ພົ້ນຄູ່ຮັກສຸດຫວານຄູ່ນີ້ ສາວນູ່ນີ່ ແລະ ໜຸ່ມອ໊ອຟ ທີ່ພົບຮັກກັນໃນລາຍການຊອກຄູ່ Take me out Thailand ແລະ ປັດຈຸບັນນີ້ກໍຍັງຮັກກັນດີ ແຖມຍັງເພີ່ມທະວີຄູນຄວາມຫວານຂຶ້ນນັບມື້ ຈົນຊາວເນັດ ແລະ ແຟນຄຣັບຕ່າງກໍລຸ້ນຢູ່ວ່າ ມື້ໃດຈະມີຂ່າວດີຈັກເທື່ອ. ແລະ ເມື່ອບໍ່ດົນມານີ້ທັງສອງກໍໄດ້ຄວງຄູ່ກັນໄປງານແຕ່ງດອງຂອງໝູ່ຄົນສະນິດຂອງສາວນູ່ນີ່ ນັ້ນກໍຄື ສາວສຸດາ ທີ່ໄດ້ແຕ່ງດອງໄປເມື່ອວັນເສົາແລ້ວນີ້ເອງ. ຍິ່ງເຫັນວ່າໝູ່ສະນິດເຂົ້າພິທີວິວາໄປແລ້ວແບບນີ້ ແຟນຄຣັບຍິ່ງເຊຍ ແລະ ລຸ້ນເຂົ້າໄປອີກ ເພາະຕັ້ງແຕ່ຄົບກັນເປັນແຟນກໍຈະວ່າ ທັງສອງແມ່ນໂຕຕິດກັນຕະຫຼອດ ບໍ່ວ່າຈະໄປເຮັດວຽກ ຫຼືອອກງານ ເຫັນນູ່ນີ່ຈະຕ້ອງເຫັນອ໊ອຟເກືອບວ່າທຸກງານເລີຍແຫຼະ… ໂອ໊ຍຍຍ ເວົ້າໄປແລ້ວກໍລັກອິດສານູ່ນີ່ເບົາໆທີ່ໄດ້ແຟນທັງຫລໍ່, ທັງເທ້ ແລະ ຮັກແບບສະເໝີຕົ້ນສະເໝີປາຍແບບນີ້!!! ເອົາເປັນວ່າຂໍອວຍພອນໃຫ້ທັງສອງຮັກກັນໄປດົນໆໆໆໆ ແອັດມິ້ນ ແລະ ແຟນຄຣັບຈະຄອຍເຊຍ, ຕິດຕາມຜົນງານ ແລະ ຖ້າມື້ທີ່ທັງສອງຕັດສິນໃຈເຂົ້າສູ່ປະຕຸວິວາກະແລ້ວກັນເດີ້!!!    ຂອບໃຈຮູບພາບຈາກ: …

Read More »

ໂອ໊ຍ… ລູກຊາຍຍຍ!!! “ນ້ອງຄູເປີ ລູກເຄິ່ງ ເກົາຫລີ-ແຄນນາດາ” ໜຸ່ມນ້ອຍໄວ 5 ປີ ທີ່ໜ້າຕາດີຈົນໃຜເຫັນຕ້ອງຕົກຂຸມຮັກ…

ໂອ໊ຍ… ລູກຊາຍຍຍ!!! “ນ້ອງຄູເປີ ລູກເຄິ່ງ ເກົາຫລີ-ແຄນນາດາ” ໜຸ່ມນ້ອຍໄວ 5 ປີ ທີ່ໜ້າຕາດີຈົນໃຜເຫັນຕ້ອງຕົກຂຸມຮັກ… ຊາວເນັດ (ຕ່າງປະເທດ) ຮືຮາກັບຄວາມໜ້າຕາດີຂອງໜຸ່ມນ້ອຍທີ່ມີຊື່ວ່າ ຄູເປີ  ໜຸ່ມນ້ອຍລູກເຄິ່ງເກົາຫລີ-ແຄນນາດາ ເຊິ່ງບໍ່ວ່າໃຜເຫັນກໍຈະຮ້ອງເປັນຄໍາອຸທານວ່າ “ໂອ໊ຍ… ລູກຊາຍ” ແລະ ຕົກຂຸມຮັກໄປຕາມໆກັນຢ່າງແນ່ນອນ ລວມທັງຕົວແອັດມິ້ນເອງ ທີ່ພຽງແຕ່ໄດ້ເຫັນຮູບຂອງໜຸ່ມນ້ອຍຄົນນີ້ກໍຕົກຂຸມຮັກເຂົ້າໄປແລ້ວ ບໍ່ຮູ້ວ່າຕົວຈິງຈະໜ້າຮັກ ໜ້າຊັງ ໜ້າຕາດີຂະໜາດໃດ? ແລະ ເຊື່ອວ່າຖ້າໜຸ່ມນ້ອຍຄົນນີ້ໄດ້ເປັນນາຍຮັບຮອງວ່າອະນາຄົດໄກຢ່າງແນ່ນອນ… ເອົາເປັນວ່າໃຫ້ຜູ້ອ່ານ ແລະ ຜູ້ຊົມມາເບິ່ງກັນເອົາເອງວ່າແມ່ນຄວາມແອັດມິ້ນບໍ່? ລອງມາເບິ່ງກັນເລີຍ…  

Read More »

ຄັ້ງທໍາອິດໃນລາວ!!! ກັບເວທີທີ່ເປີດໂອກາດໃຫ້ສາວປະເພດສອງມາປະຊັນຄວາມງາມ ແລະ ສະແດງຄວາມສາມາດ “Miss Power Queen Laos”

ຄັ້ງທໍາອິດໃນລາວ!!! ກັບເວທີທີ່ເປີດໂອກາດໃຫ້ສາວປະເພດສອງມາປະຊັນຄວາມງາມ ແລະ ສະແດງຄວາມສາມາດ “Miss Power Queen Laos” ເມື່ອເວົ້າເຖິງເພດທີ່ສາມ ຫຼືສາວປະເພດສອງ ຫຼືທີ່ຫຼາຍຄົນມັກເອີ້ນວ່າ “ກະເທີຍ” (ຖ້າເປັນຄໍາບໍ່ສຸພາບຕ້ອງຂໍອະໄພ) ຢູ່ບ້ານເຮົາກໍມີຫຼາຍທັງຄົນງາມ ແລະ ມີຄວາມສາມາດຫຼາກຫຼາຍ ແຕ່ກະຄືທີ່ຮູ້ວ່າໃນບ້ານເຮົາບາງພາກສ່ວນ (ສ່ວນໜ້ອຍ) ກໍຍັງບໍເປີດກວ້າງໃຫ້ພວກເຂົາໄດ້ສະແດງຄວາມສາມາດໄດ້ຢ່າງເຕັມທີ່ເທື່ອ ຕົວຢ່າງ ເມື່ອ 2 ປີກ່ອນ ທີ່ມີສາວປະເພດສອງຄົນໜຶ່ງໄດ້ໂພສຂໍ້ຄວາມຜ່ານ ເຟສບຸກ (Facebook) ສ່ວນຕົວວ່າ “ຕົນເອງໄດ້ໄປສະໝັກວຽກກັບຫ້ອງການແຫ່ງໜຶ່ງແຕ່ຍັງບໍ່ທັນໄດ້ສະແດງຄວາມສາມາດກໍຖືກປະຕິເສດກ່ອນ ຍ້ອນເຫດຜົນທີ່ເຈັບແສບຄື ອົງກອນນັ້ນບໍ່ຮັບສາວປະເພດສອງເຂົ້າເປັນພະນັກງານ” (ລາຍລະອຽດຂ່າວແມ່ນຂວັນໃຈໄດ້ນໍາສະເໜີໄປເມື່ອ 2 ປີກ່ອນ) ເຊິ່ງໃນຕອນນັ້ນກໍມີຊາວເນັດເຂົ້າໄປສະແດງຄວາມຄິດເຫັນຕ່າງໆນາໆ ກ່ຽວກັບການບໍ່ຍອມຮັບເພດທີ່ສາມ ຫຼືສາວປະເພດສອງຂອງອົງກອນດັ່ງກ່າວ… ແຕ່ນັ້ນມັນກໍເປັນສິ່ງທີ່ຜ່ານມາແລ້ວຕັ້ງ 2 ປີ ແອັດມິ້ນກໍບໍ່ຢາກຈະໄປຕອບໂຕ້ວ່າມັນຜິດ ຫຼືບໍ່ຜິດແນວໃດເນາະ!!! ເພາະປັດຈຸບັນ ປີ 2019 ນີ້ມັນໄດ້ປ່ຽນໄປຈາກ 2 ປີກ່ອນຫຼາຍ ເພາະຄົນລາວ ແລະ ຫຼາຍໆອົງກອນໃນປະເທດລາວເຮົາໄດ້ໃຫ້ການຍອມຮັບໃນຄວາມສາມາດຂອງເພດທີສາມຫຼາຍຂຶ້ນ …

Read More »