Breaking News

Beauty

ຈົບໄປຢ່າງຈົບງາມ!!! ງານແລ່ນປະກາດຈຸດຢືນ ຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກັບຜູ້ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ…

ຈົບໄປຢ່າງຈົບງາມ!!! ງານແລ່ນປະກາດຈຸດຢືນ ຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກັບຜູ້ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ… ຣັນຟໍເຮີ (Run for her) ແມ່ນງານແລ່ນ ເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ພາຍໃຕ້ Slogan “ທຸກບາດກ້າວຄືພະລັງ ຢຸດຢັ້ງຄວາມຮຸນແຮງ” ໂດຍ ວາລະສານ ຂວັນໃຈ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສະຫະພັນແລ່ນແລະລານແຫ່ງຊາດລາວ ມີຈຸດປະສົງເພື່ອ: 1. ປູກຈິດສຳນຶກໃຫ້ສັງຄົມຫັນມາເອົາໃຈໃສ່ ແລະ ຮ່ວມຍຸຕິບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 2.ສ້າງກິດຈະກຳແຂ່ງຂັນແລ່ນ ແລະພັດທະນານັກແລ່ນລຸ້ນໃໝ່. ເຊິ່ງໄດ້ຈັດຂຶ້ນເປັນປີທໍາອິດ ໂດຍຈັດງານຖະແຫຼງຂ່າວເປີດຢ່າງເປັນທາງການໃນວັນທີ 2 ຕຸລາ 2019 ທີ່ຜ່ານມາ ແລະ ເປີດໃຫ້ຜູ້ທີ່ສົນໃຈມາຮ່ວມລົງທະບຽນແລ່ນຕັ້ງແຕ່ວັນທີ 15 ກໍລະກົດ 2019 ຈົນຮອດ ວັນທີ 18 ຕຸລາ 2019 …

Read More »

ສຸດຍອດໄປເລີຍ!!! ນາງງາມລາວ (ລຸ້ນໃຫຍ່) ຄວ້າຕໍາແໜ່ງ Mrs Truism Earth 2019 ຈາກເວທີລະດັບໂລກ…

ສຸດຍອດໄປເລີຍ!!! ນາງງາມລາວ (ລຸ້ນໃຫຍ່) ຄວ້າຕໍາແໜ່ງ Mrs Truism Earth 2019 ຈາກເວທີລະດັບໂລກ… ເວົ້າເລື່ອງຄວາມງາມ ແລະ ຄວາມສາມາດຂອງແມ່ຍິງລາວເຮົານັ້ນ ບໍ່ແມ່ນຕັ້ງຂີ້ໂມ້ໂອ້ອວດເວົ້າຍ້ອງເອົາແມ່ຍິງນໍາກັນ ຫຼືຕັ້ງຍ້ອງເອົາປະເທດຊາດບ້ານເກີດຕົວເອງແຕ່ຢ່າງໃດດອກ ແຕ່ເວົ້າຕາມຄວາມຈິງທີ່ໄດ້ຮູ້ ແລະ ເຫັນຜ່ານມາ ເມື່ອບໍ່ຫຼາຍປີມານີ້ ທີ່ປະເທດລາວເຮົາມີການເປີດກວ້າງເລື່ອງສິດເສລີພາບ, ໃຫ້ຄວາມສະເໝີພາບແກ່ແມ່ຍິງຫຼາຍຂຶ້ນ ກໍຈະໄດ້ເຫັນຜົນງານຂອງແມ່ຍິງລາວໃນດ້ານຕ່າງໆ ບໍ່ວ່າຈະເປັນໃນວົງການເສດຖະກິດ, ການເມືອງ ຫຼືສັງຄົມ ແມ່ຍິງລາວເຮົາກໍໄດ້ມີສ່ວນຮ່ວມໃນທຸກດ້ານ ແລະ ບໍ່ສະເພາະແຕ່ພາຍໃນປະເທດເທົ່ານັ້ນ ແຕ່ແມ່ຍິງລາວເຮົາຫຼາຍຄົນກໍຍັງໄປສ້າງຊື່ສຽງ ແລະ ມີບົດບາດໃນລະດັບສາກົນອີກດ້ວຍ… ເຊິ່ງເຮົາຈະເຫັນຫຼາຍທີ່ສຸດແມ່ນໃນເວທີການປະກວດສາວງາມໃນລະດັບໂລກ ແລະ ພາກພື້ນ ທີ່ປະເທດລາວເຮົາກໍໄດ້ມີນາງງາມເຂົ້າຮ່ວມປະກວດພຽງແຕ່ 2-3 ປີມານີ້ ແຕ່ນາງງາມທີ່ຖືກສົ່ງໄປຫຼາຍຄົນກໍໄດ້ຮັບຕໍາແໜ່ງໃດໜຶ່ງກັບມາ ຖ້າທຽບກັບປະສົບການທີ່ລາວເຮົາຫາກໍສົ່ງໄປຮ່ວມນັ້ນ ຖືວ່າເຮັດໄດ້ດີທີ່ສຸດແລ້ວ. ແຕ່ຜ່ານມາສ່ວນຫຼາຍຈະເປັນນາງງາມລຸ້ນນ້ອຍອາຍຸບໍ່ເກີນ 25 ປີ ທີ່ໄປປະກວດ ແຕ່ມື້ນີ້ແອັດມິ້ນມີນາງງາມລຸ້ນໃຫຍ່ທີ່ເຕັມໄປດ້ວຍຄວາມສາມາດ ຈົນໄດ້ຄອບຄອງຕໍາແ່ໜ່ງ Mrs Truism Earth 2019 ຈາກເວທີ Mrs Truism …

Read More »

ຢາກໃຫ້ນ້ອງໆໄດ້ອ່ານ! ເລີ່ມຕົ້ນສູ່ໄວເຮັດວຽກແນວໃດ? ໃຫ້ກາຍເປັນ Working Women ໃນອະນາຄົດ…

ຢາກໃຫ້ນ້ອງໆໄດ້ອ່ານ! ເລີ່ມຕົ້ນສູ່ໄວເຮັດວຽກແນວໃດ? ໃຫ້ກາຍເປັນ Working Women ໃນອະນາຄົດ… ຖ້າຫາກສາວໆຫາກໍກ້າວເຂົ້າສູ່ການເລີ່ມຕົ້ນທີ່ຈະເຮັດວຽກໃໝ່ ຖືເປັນສິ່ງທີ່ຍາກ ແລະ ທ້າທາຍຫຼາຍ ເພາະຕອຫຼອດເວລາ 10 ກວ່າປີ ສາວໆຈະໃຊ້ຊີວິດໃນການເປັນ ນັກຮຽນ-ນັກສຶກສາ ມາໂດຍຕະຫຼອດ. ການທີ່ຈະມາເລີ່ມຕົ້ນເຮັດວຽກໃໝ່ແມ່ນແນ່ນອນວ່າ ຈະເຮັດໃຫ້ສາວໆເກີດຄວາມກັງວົນໃຈ, ຢ້ານວ່າຈະເຮັດບໍ່ໄດ້ດີ, ເຮັດວຽກບໍ່ລອດ ແລະ ອື່ນໆ ແຕ່ບັນຫາເຫຼົ່ານີ້ຈະໝົດໄປ ເພາະເຄັດລັບຕໍ່ໄປນີ້ຈະສາມາດຊ່ວຍສາວໆໃຫ້ເຮັດວຽກໄດ້ດ້ວຍຄວາມໝັ້ນໃຈ ແລະ ກາຍເປັນ Working Women ໃນອະນາຄົດໄດ້ອີກດ້ວຍ!!! ປ່ຽນແປງຕົນເອງ: ການປ່ຽນແປງຈາກຊ່ວງຊີວິດໜຶ່ງໄປຫາອີກການໃຊ້ຊີວິດຮູບແບບໜຶ່ງ ເພື່ອໃຫ້ ເໝາະສົມໃນສະຖານະການ. ສໍາລັບການເລີ່ມຕົ້ນທີ່ຈະເຮັດວຽກຄັ້ງທຳອິດນັ້ນ ຄວນເຮັດໃຫ້ຕົນເອງເບິ່ງດູດີທີ່ສຸດ ບໍ່ວ່າຈະເປັນຊົງຜົມ, ລົງທຶນຊື້ເຄື່ອງນຸ່ງໃໝ່ດີໆສຳລັບການໄປສຳພາດວຽກ ສວມໃສ່ແລ້ວສະບາຍເບິ່ງຄືມືອາຊີບ, ຮູບແບບໃໝ່ອັນສົດໃສຈະເພີ່ມຄວາມໝັ້ນໃຈໃຫ້ທ່ານເຊັ່ນດຽວກັບຄວາມໝັ້ນໃຈຂອງນາຍຈ້າງທີ່ເບິ່ງທ່ານພະຍາຍາມເຮັດຕົວໃຫ້ດູດີທີ່ສຸດ ແລະ ກໍຄິດວ່າທ່ານຈະຍິນດີເຮັດທຸກຢ່າງໃນການເຮັດວຽກຄືກັນ. ກຽມຕົວໃຫ້ພ້ອມສະເໝີ: ເພາະບໍ່ຮູ້ວ່າຈະຖືກເອີ້ນໄປສຳພາດວຽກເມືອໃດ ຖ້າທ່ານໄດ້ຮັບເຊີນໄປສຳພາດ ທ່ານຈຳເປັນຕ້ອງໄດ້ກະກຽມຊີວະປະຫວັດຫຍໍ້ແນະນຳຕົວເອງໃຫ້ດີ. ຊີວະປະຫວັດເປັນສິ່ງສຳຄັນເພາະມັນຄືທາງເລືອກການຕະຫຼາດສ່ວນຕົວຂອງທ່ານທີ່ຈະນຳສະເໜີໄປນັ້ນມັນໜ້າສົນໃຈຊ້ຳໃດ. ສະນັ້ນເລີ່ມຕົ້ນການຂຽນແນະນຳຕົນເອງໄວ້ຈະເປັນການດີກວ່າຫຼາຍ ແລະ ເບິ່ງຄືງ່າຍຂຶ້ນ ທີ່ຈະຕ້ອງເລີ່ມຕົ້ນຈາກສູນເມືອຖືກເອີ້ນສຳພາດວຽກເປັນຄັ້ງທຳອິດ. ບໍ່ຈຳເປັນເຮັດທຸກຢ່າງພຽງລຳພັງ: …

Read More »

ໜ້າຍິນດີຫຼາຍ! ໜຸ່ມລາວຄວ້າ 2 ລາງວັນ ແລະ ເຂົ້າຮອບ 10 ຄົນສຸດທ້າຍໃນເວທີ Mr. Working Men International 2019

ໜ້າຍິນດີຫຼາຍ! ໜຸ່ມລາວຄວ້າ 2 ລາງວັນ ແລະ ເຂົ້າຮອບ 10 ຄົນສຸດທ້າຍໃນເວທີ Mr. Working Men International 2019 ເປັນຂ່າວທີ່ໜ້າຍິນດີຫຼາຍ ກັບການຕ້ອນຮັບການກັບມາຂອງໜຸ່ມ ຕ້າ ພິມມະສອນ ຫຼື ພິມມະສອນ ສິງສະຫວັນ ອາຍຸ 21 ປີ ໜຸ່ມນ້ອຍຜູ້ເຂົ້າປະກວດ Mr. Working Men International Laos 2019 ທີ່ເດີນທາງມາຈາກປາກເຊ ເຈົ້າຂອງສ່ວນສູງ 1.82 Cm ຜູ້ຄວ້າຕໍາແໜ່ງອັນດັບໜຶ່ງໃນເວທີການປະກວດຄັ້ງນີ້ ແລະ ໄດ້ເປັນຕົວແທນປະເທດລາວເດີນທາງໄປປະກວດ  Mr. Working Men International 2019 ຢູ່ທີ່ປະເທດໄທ. ທີ່ຈັດຂຶ້ນໃນຄໍ່າຄືນຂອງ ວັນທີ 21 ຕຸລາ 2019 ທີ່ຜ່ານມາ ແລະ ຕັດສິນໃນຄໍ່າຄືນຂອງມື້ນັ້ນເລີຍ. …

Read More »

ແອັບເປິ່ນ-ຟຣຸກ ໂຊຫວານ!!! ເກັບພາບຄວາມຊົງຈໍາດີໆ ກ່ອນຮອດກໍານົດເກີດລູກສາວ…

ແອັບເປິ່ນ-ຟຣຸກ ໂຊຫວານ!!! ເກັບພາບຄວາມຊົງຈໍາດີໆ ກ່ອນຮອດກໍານົດເກີດລູກສາວ… ໂອ໊ຍ… ເຫັນແຕ່ຮູບກະຍັງອິດສາຕາຮ້ອນແລ້ວ ກັບຄວາມຫວານຂອງວ່າທີພໍ່-ແມ່ ມືໃໝ່ ສາວແອັບເປິ່ນ ແລະ ໜຸ່ມຟຣຸກ ຈີຣະ ຄອບຄົວສຸກສັນ ທີ່ກໍາລັງນັບຖອຍຫຼັງ ຄອງຄອຍເບິ່ງໜ້າລູກສາວສຸດທີ່ຮັກ ຫຼັງຈາກທີ່ຄອງຄອຍມາໄດ້ 35 ອາທິດແລ້ວ… ໃນໂອກາດນີ້ ວ່າທີ່ແມ່ສຸດແຊ໋ບ ກັບວ່າທີ່ພໍ່ສຸດຫລໍ່ ຈຶ່ງໄດ້ມີການຖ່າຍແບບເພື່ອເກັບພາບຄວາມຊົງຈໍາ ກ່ອນລູກສາວໂຕນ້ອຍຈະອອກມາມືນຕາເບິ່ງໂລກໃນອີກບໍ່ດົນ!!! ເຊິ່ງເປັນພາບທີ່ໃຜໆເຫັນແລ້ວກໍຕ້ອງອິດສາກັນໄປຕາມໆກັນຢ່າງແນ່ນອນ… ລອງມາເບິ່ງຮູບພາບດັ່ງກ່າວພ້ອມກັນເລີຍ!!!  

Read More »