Breaking News

Beauty

ຮ່ວມສົ່ງກຳລັງໃຈ! ເຊຍນາງງາມລາວ ນິ້ງ ປາວີນາ ເດີນທາງໄປປະກວດ Miss Tourism International 2019 ທີ່ປະເທດ ມາເລເຊຍ.

ຮ່ວມສົ່ງກຳລັງໃຈ! ເຊຍນາງງາມລາວ ນິ້ງ ປາວີນາ ເດີນທາງໄປປະກວດ Miss Tourism International 2019 ທີ່ປະເທດ ມາເລເຊຍ. ນິ້ງ ປາວິນາ ຍົງວົງສິດທິ Miss Tourism International Laos ໄດ້ອອກເດີນທາງ ໄປປະຕິບັດພາລະກິດ ຕາງໜ້າໃຫ້ແກ່ປະເທດລາວ ເພື່ອສົ່ງເສີມການທ່ອງທ່ຽວໃຫ້ກັບສາກົນໄດ້ຮັບຮູ້ ໃນເວທີປະກວດ  Miss Tourism International 2019 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22 ຕຸລາ – 11 ພະຈິກ 2019 ທີ່ນະຄອນຫລວງກົວລາລໍາເປີດ ປະເທດມາເລເຊຍ… ສະນັ້ນ ຈຶ່ງຂໍແຮງເຊຍແຮງໃຈຈາກແຟນໆນາງງາມ ແລະ ແຟນໆຂວັນໃຈ ຮ່ວມສົ່ງກໍາລັງໃຈໃຫ້ກັບສາວ ນິ້ງ ຕົວແທນປະເທດລາວ ໃນເວທີສາກົນ ໃຫ້ປະຕິບັດໜ້າທີ່ຂອງຕົນເອງຢ່າງສຸດຄວາມສາມາດ ແລະ ຍາດໄດ້ລາງວັນກັບມາໃຫ້ຄົນລາວທັງປະເທດໄດ້ພູມໃຈ!!! ປະຫວັດສ່ວນຕົວ: ຊື່: ນ. ປາວີນາ ຍົງວົງສິດທິ ຫຼື ນິ້ງ …

Read More »

ສ່ອງໂປຣຟາຍໜ້າຮັກ!!! ນ້ອງແຮນນ້າ ຕົວແທນປະເທດລາວ ໄປປະກວດນາງງາມໃນເວທີໂລກ… MISS ASIA 2019

ສ່ອງໂປຣຟາຍ!!! ນ້ອງແຮນນ້າ ນັກສະແດງລຸ້ນນ້ອຍ ທີ່ກໍາລັງຈະເປັນຕົວແທນປະເທດລາວ ໄປປະກວດນາງງາມໃນເວທີໂລກ… ເມື່ອເວົ້າເຖິງນັກສະແດງລຸ້ນນ້ອຍທີ່ຫຼາກຫຼາຍຄວາມສາມາດ ແລະ ກໍາລັງມາແຮງທີ່ສຸດໃນຕອນນີ້ ເຊື່ອວ່າແຟນໆຄົງຈະຄິດພາບ ແລະ ຊື່ຂອງສາວນ້ອຍຄົນນີ້ຢູ່ໃນລີສແນ່ນອນແມ່ນບໍ່? ເພາະຖ້າຖາມແອັດມິ້ນແລ້ວ ແອັດກໍຄິດເຫັນແຕ່ພາບຂອງສາວນ້ອຍຄົນນີ້ຢູ່ສະເໝີ ນັ້ນກໍຄື ນ້ອງ ແຮນນ້າ ສາວນ້ອຍໜ້າຮັກທີ່ໃຜເຫັນກໍຕ້ອງຕົກຂຸມຮັກນາງ. ນ້ອງແຮນນ້າ ຫຼື ແຮນນ້າ ໂຣເຊັ່ນບຣູ້ມ ສາວນ້ອຍອາຍຸ 18 ປີ ທີ່ເລີ່ມເຂົ້າວົງການດ້ວຍການປະກວດຮ້ອງເພງ ແປັບຊີ່ ຊິງກິ່ງຄອນເທັດ, ໂຄງການ ໂຊຟີ ຄອນເທັດ ຈົນມີຜົນງານການສະແດງເລື່ອງທໍາອິດຄື: ຮັກນີ້ສີບົວ Season 1, Dairy Love ຮັກວຸ້ນວາຍຂອງຄຸນໜູເນເນ່ Season 1&2, Sofy girl dairy ແລະ ຫຼ້າສຸດກັບຜົນງານການປະກວດເວທີ Miss Teen Lao 2019  ໄດ້ຮອງອັນດັບ 1 …

Read More »

ສະແດງຄວາມຍິນດີນໍາ! ເນັດໄອດໍ້ສາຍຮາ ສຸດາ ວັນທອງທິບ ວ່າທີ່ເຈົ້າສາວປ້າຍແດງ… ພ້ອມສ່ອງ! Pre Wedding ສຸດຫວານ…

ສະແດງຄວາມຍິນດີນໍາ! ເນັດໄອດໍ້ສາຍຮາ ສຸດາ ວັນທອງທິບ ວ່າທີ່ເຈົ້າສາວປ້າຍແດງ… ພ້ອມສ່ອງ! Pre Wedding ສຸດຫວານ… ໄລຍະນີ້ຖືວ່າເປັນລະດູການຂອງການກະກຽມງານແຕ່ງຂອງຄູ່ບ່າວສາວທັງຫຼາຍ ແລະ ເປັນລະດູການທີ່ທໍາຮ້າຍຄົນໂສດຢ່າງຮຸນແຮງ (ໂດຍສະເພາະແອັດມີ້ນ) ທີ່ບໍ່ວ່າຈະເຂົ້າເຟສບຸກຊອກເບິ່ງຫຍັງ ກໍຈະເປັນແຕ່ Promotion ຂອງຮ້ານຖ່າຍຮູບສໍາລັບຄູ່ບ່າວສາວເຕັມເຟສບຸກໄປໝົດ ຊໍ້າບໍ່ໜໍາຍັງເຫັນແຕ່ຄົນໂພສຮູບຄູ່ຖ່າຍ Pre Wedding ແລະ ຮູບກາສຊອງບັດເຊີນພ້ອມແຄັບຊັ່ນເຊີນໃຫ້ທຸກຄົນໄປຮ່ວມງານ… ແລະ ຊໍ້າບໍ່ໜໍາອີກ ຍັງໄດ້ຮັບບັດເຊີນຈາກໝູ່ຄູ່, ອ້າຍເອຶ້ອຍນ້ອງທີ່ກໍາລັງຈະແຕ່ງງານເຊີນໃຫ້ໄປຮ່ວມງານນໍາ ໂອ່ຍຍຍຍ… ຖ້າບໍ່ເອີ້ນວ່າ ລະດູການຂ້າຄົນໂສດຈະເອີ້ນວ່າລະດູການໃດອີກນໍ້??? ແຕ່ຈັ່ງເດີກະຕາມແຕ່ ເອົາເປັນວ່າແອັດຈະພະຍາມຄິດວ່າ ມັນຍັງບໍ່ຮອດທີຂອງເຮົາກະແລ້ວກັນ ແລະ ສະແດງຄວາມຍິນດີກັບຄົນທີ່ກໍາລັງຈະມີຂ່າວດີໃນໄວໆນີ້ນໍາ!!! ລວມທັງເນັດໄອດໍ້ສາວຊື່ດັງ ສາຍຮາ ຄົນນີ້ “ສຸດາ ວັນທອງທິບ” ທີ່ໄດ້ຕັດສິນໃຈສະຫຼະຄວາມໂສດ ກັບແຟນໜຸ່ມ ໂບນັດ (ບ່າວໄທ) ທີ່ຄອງໃຈສາວສຸດາ ຄົບຫາກັນໃນຖານະຄົນຮູ້ໃຈມາດົນເຖິງ 8 ປີ ນັ້ນເອງ… ເຊິ່ງທັງສອງກໍໄດ້ອອກມາປະກາດຕໍ່ໜ້າສື່ມວນຊົນກ່ອນໜ້ານີ້ແລ້ວວ່າ ທັງສອງໄດ້ຜ່ານຮ້ອນຜ່ານໜາວ, …

Read More »

ຍິນດີນໍາ!!! ຊ່າງຕັດຜົມລາວ ຄວ້າອັນດັບ 1 ປະເພດ ແກະລາຍ ຈາກງານ Dcash professional ທີ່ປະເທດໄທ…

ຍິນດີນໍາ!!! ຊ່າງຕັດຜົມລາວ ຄວ້າອັນດັບ 1 ປະເພດ ແກະລາຍ ຈາກງານ Dcash professional ທີ່ປະເທດໄທ… ຍັງຈື່ກັນໄດ້ບໍ່ “ຊ່າງດ່ອນ” ຊ່າງຕັດຜົມທີ່ເຄີຍໂດ່ງດັງໃນໂລກໂຊຊ່ຽວ ເມື່ອປີກ່ອນ ກັບການຕັດຜົມທີ່ແຕກຕ່າງ ແລະ ບໍ່ຄືໃຜ ໂດຍການຕັດຜົມໃຫ້ເປັນຮູບຊົງຕ່າງໆ ເຊິ່ງຕອນນັ້ນກໍເປັນທີ່ຮືຮາ ແລະ ໄດ້ຮັບຄວາມສົນໃຈຈາກຊາວເນັດຫຼາຍພໍສົມຄວນ ແລະ ເມື່ອເວລາຜ່ານໄປ ພັດທະນາການຂອງການຕັດຜົມຂອງຊ່າງດ່ອນກໍເພີ່ມຂຶ້ນໄປນໍາ ເພາະຖ້າໃຜຕິດຕາມ Facebook: ຊ່າງດ່ອນ ຕັດຜົມຕາມສັ່ງ ເຊິ່ງເປັນເຟສບຸກສ່ວນຕົວຂອງຊ່າງດ່ອນ ກໍຈະໄດ້ເຫັນຜົນງານຂອງເພິ່ນຢູ່ເປັນປະຈໍາ. ແລະ ຫຼ້າສຸດ ຊ່າງດ່ອນກໍໄດ້ໂພສຮູບພາບຂອບໃຈຜູ້ສະໜັບໜູນງານປະກວດງານໜຶ່ງ ທີ່ຈັດຂຶ້ນຢູ່ທີ່ປະເທດໄທ ໂດຍໃນຮູບພາບແມ່ນຊ່າງດ່ອນຖືປ້າຍລາງວັນທີ 1 ກ່ຽວກັບການຕັດຜົມ ແລະ ຜູ້ຄົນກໍເຂົ້າມາຄອມເມັ້ນເປັນຈໍານວນຫຼວງຫຼາຍ… ຕໍ່ມາຈຶ່ງໄດ້ຮູ້ວ່າ ຊ່າງດ່ອນ ໄດ້ເຂົ້າຮ່ວມແຂ່ງຂັນ Dcash Professional ເຊິ່ງເປັນງານປະກວດຕັດຜົມ ແລະ ອອກແບບຊົງຜົມຫຼາຍປະເພດ ຈັດຂຶ້ນຢູ່ທີ່ ກຸງເທບມະຫານະຄອນ (ປະເທດໄທ) ທີ່ 5 ແລະ ຊ່າງດ່ອນ …

Read More »

ຮູ້ຈັກ! ອາລີ້ ທະນູພົນ ຜູ້ຄ້ວາອັນດັບ 1 ໃນເວທີ Mr International Laos 2019 ແລ້ວຈະຫຼົງຮັກຜູ້ຊາຍຄົນນີ້ຫຼາຍຂຶ້ນກວ່າເກົ່າ!!!

ຫຼັງຈາກທີ່ລຸ້ນກັນມາຕະຫຼອດຫຼາຍເດືອນ ສໍາລັບການປະກວດ Mr International Laos 2019 ຈົນຮອດມື້ສິ້ນສຸດການລໍຄອຍ ໃນຄໍ່າຄືນຂອງວັນທີ 13 ຕຸລາ 2019 ທີ່ຜ່ານມາ ຜົນການປະກວດທີ່ຫຼາຍຄົນລຸ້ນໄດ້ອອກມາແລ້ວວ່າ ໜູ່ມ ອາລີ້ ທະນູພົນ ໄຊຖາວອນ ເປັນຜູ້ຄອງຕໍາແໜ່ງ Mr International Laos ປະຈໍາປີ 2019 ເຊິ່ງກໍເຫັນແລ້ວວ່າມີຄວາມເໝາະສົມຫຼາຍ ບໍ່ວ່າຈະເປັນຮູບຮ່າງ, ໜ້າຕາ ແລະ ຄວາມສາມາດທີ່ເອົາຊະນະໃຈກໍາມະການຕະຫຼອດເວລາທີ່ເກັບຕົວ ແລະ ໃນຄໍ່າຄືນຂອງການປະກວດ… ແລະ ມື້ນີ້ແອັດກໍຢາກຈະນໍາສະເໜີໃຫ້ສາວໆຮູ້ຈັກກັບໜຸ່ມ ອາລີ້ ຫຼາຍຂຶ້ນ ໃນມຸມມອງຂອງຜູ້ໃກ້ຊິດທີ່ສຸດໃນຂະນະເກັບຕົວ ນັ້ນກໍຄື ເທນເນີ່ ນູ່ນູ່ ຜູ້ທີ່ເປັນ ເທນເນີ່ ຊ່ວຍສ້າງຫຸ່ນກໍາຍໍາ ແລະ ເປັນແມ່ທີ່ຄອຍໃຫ້ຄໍາປຶກສາແກ່ໜຸ່ມໆທີ່ເຂົ້າຮ່ວມປະກວດທັງ 20 ຄົນ… ເຊິ່ງເທນເນີ່ ນູ່ນູ່ ໄດ້ເວົ້າເຖິງໜູ່ມອາລີ້ວ່າ ບໍ່ແປກໃຈເລີຍທີ່ ອາລີ້ …

Read More »