Breaking News

Beauty

ບໍ່ໜ້າເຊື່ອ! ດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ ແລະ ອີກຫຼາຍໆພະຍາດໄດ້!!!

10 ຄຸນປະໂຫຍດຂອງການດື່ມກາເຟ ໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມ ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ B ມີນັກວິໄຈພິສູດວ່າໃນກາເຟດໍາ ຫຼືກາເຟທີ່ເຮົາຊົງກິນໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມສາມາດປ້ອງກັນພະຍາດໄວຣັດຕັບອັກເສບ B ໄດ້ ດື່ມກາເຟເປັນປະຈຳສາມາດປ້ອງກັນພະຍາດຫອບຫືດ ເຊິ່ງພະຍາດນີ້ມີສາເຫດມາຈາກກພູມແພ້ຊະນິດໜຶ່ງ ໂດຍທົ່ວໄປແລ້ວຮ່າງກາຍມະນຸດຈະບໍ່ມີອາການຂອງພະຍາດຫອບຫືດໄດ້ງ່າຍໆ ແຕ່ຖ້າຫາກປະສາດສຳລອງຖືກກະຕຸ້ນກໍຈະເກີດອາການຫອບທັນທີ, ດັ່ງນັ້ນເມື່ອທ່ານດື່ມກາເຟເຂົ້າໄປໃນຮ່າງກາຍ ຄາເຟອີນທີ່ມີຢູ່ໃນກາເຟກໍຈະຊ່ວຍລະງັບການຕຶງຄຽດຂອງປະສາດສຳຜັດສຳຮອງ ຫຼຸດອາການເກີດຫອບຫືດໄດ້ເປັນຢ່າງດີ 3. ການດື່ມກາເຟເປັນປະຈຳສາມາດຫຼຸດອາການເກີດພະຍາດຕັບທີ່ເປັນສາເຫດຈາກການດື່ມເຫຼົ້າຫຼາຍ ຕາມທີ່ນັກວິຊາການສຳຫຼວດແລ້ວຈຶ່ງຄົ້ນພົບວ່າ ກາເຟຊ່ວຍຫຼຸດຜົນຮ້າຍທີ່ຈະມີຕໍ່ຕັບໄຕ 4. ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນມະເຮັງຕັບ ມະເຮັງລຳໄສ້ ແລະ ມະເຮັງໃນຊ່ອງປາກ ຈາກຜົນການທົດລອງຂອງນັກວິໄຈຈຶ່ງຄົ້ນພົບວ່າໃນກາເຟມີປະສິດທີພາບປ້ອງກັນພະຍາດໃນຂັ້ນຕົ້ນ ໂດຍສະເພາະໃນຄາເຟອີນທີ່ມີຢູ່ໃນກາເຟຈະມີກົດອະຊີຕິກ ທີ່ຊ່ວຍປ້ອງກັນພະຍາດດັ່ງກ່າວໄດ້ 5. ການດື່ມກາເຟເປັນປະຈຳຊ່ວຍຂັບໄລ່ຄວາມຊະລາ ອົກຊີເຊນເປັນສານທີ່ສຳຄັນທີ່ຮ່າງກາຍຂອງມະນຸດຕ້ອງການຫຼາຍກໍແມ່ນຄວາມຈິງ ແຕ່ໃນທາງກົງກັນຂ້າມກັນຖ້າຮ່າງກາຍມີອົກຊີເຊນຫຼາຍເກີນໄປຈະເຮັດໃຫ້ມີໂອກາດເປັນພະຍາດມະເຮັງສູງ ແລະ ເຖົ້າໄວ ແຕ່ຖ້າທ່ານດື່ມກາເຟໃນປະລິມານທີ່ເໝາະສົມຈະເຮັດໃຫ້ຫຼຸດຜ່ອນການເກີດມະເຮັງໄດ້ ແລະ ຍັງກະຕຸ້ນການເຜົາຜານໃນຮ່າງກາຍໄດ້ເປັນຢ່າງດີ 6. ການດື່ມກາເຟເປັນປະຈຳຊ່ວຍຫຼຸດອັດຕາໄຂມັນ ຊ່ວຍປ້ອງກັນພະຍາດຫົວໃຈ ແລະ ຍັງສາມາດຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ອີກດ້ວຍ 7. ການດື່ມກາເຟເປັນປະຈຳສາມາດຊ່ວຍລະລາຍໄຂມັນ ກາເຟທີ່ດື່ມຫຼັງອາຫານ ຈະຊ່ວຍໄປກຳຈັດໄຂມັນທີ່ເກາະຕິດໃນຮ່າງກາຍເຮົາໄດ້ …

Read More »

ແມ່ຍິງແທ້ໆຫຼີກທາງໄປກ່ອນສະເນາະ! ວິນາທີນີ້ຕ້ອງມາສ່ອງ ສາວປະເພດສອງສຸດຮ້ອນແຮງຂອງລາວ!!!

ໂອ່ຍຍຍຍ!!! ຮູ້ສຶກຮ້ອນໆວູບໆ ວາບໆແດ່ບໍ່? ແນ່ນອນເລີຍເພາະຈະພາມາສ່ອງ 5 ສາວປະເພດສອງຂອງລາວ ຫຼິງຫຼິງ ປິຍະດາ ອິນທະວົງ, ວັນໃໝ່ ທຳມະວົງ, ເຈນລີ້ ຫຼອງສີ ສີນະຄອນ, ໂອ່ເລ້ ໂພທິມາດ ແລະ ປໍ້ ກັນລະຍານີ ໂພທິມາດ ທີ່ເອີ້ນໄດ້ວ່າມີຄວາມງາມ… ເລີດ… ອໍລ້າຈັບ… ແຖມເຊັກຊີ່ຮ້ອນແຮງ (ໂອ້!!!ວ້າວວວ)  ກຳລັງມາແຮງແຊງທາງໂຄ້ງ ຈົນແມ່ຍິງແທ້ໆຕ້ອງຫຼີກທາງໃຫ້ ແຖມຍັງໄປສ້າງຊື່ສຽງໃຫ້ປະເທດມາແລ້ວ (ເລີດໆໆໆ) ຕ້ອງຍອມຮັບໃນຄວາມງາມຂອງພວກນາງອີ່ຫລີ!!! (ບອກເດີ້ແມ່ຍິງແທ້ໆຕ້ອງຫຼົບ…ຫຼີກທາງໃຫ້ພວກນາງໄປກ່ອນສະເນາະ) ປໍ້ ກັນລະຍານີ ໂພທິມາດ ຄົນນີ້ນ້ອງໃໝ່ທີ່ກຳລັງມາແຮງສຸດໆສາວຄົນນີ້ມາໃນລຸກໂມເດວ ຜິວສີນໍ້າເຜິ້ງ ແຖມຫຼ້າສຸດຍັງໄດ້ໄປເດີນແຟຊັ່ນໂຊທີ່ປະເທດ ມຽນມ້າ ອີກເດີ້ ບໍ່ທຳມະດາອີ່ຫລີ ຈັບຕາເບິ່ງໄວ້ເລີຍຄົນນີ້ ປ້ຽງປ້າງແນ່ນອນ!!! ໂອ່ເລ້ ໂພທິມາດ ຄົນນີ້ບໍ່ເວົ້າເຖິງແມ່ນບໍ່ໄດ້ເດີ້ ເພາະນາງກໍ່ມາແຮງບໍ່ແພ້ຄົນອື່ນໆ ທັງບຸກຂະລິກໜ້າຕາ ນິດໃສຕະຫຼົກເຮຮາ ແຟນໆຫຼາຍຄົນຄົງຈະໄດ້ຕິດຕາມຜົນງານຂອງນາງທັງບົດບາດພິທິກອນ, ເດີນແບບ ແລະ ຜົນງານຫຼ້າສຸດຂອງນາງແມ່ນເປັນໜຶ່ງໃນຜູ້ເຂົ້າຮອບໂຄງການປະກວດ ລາວຊຸບເປີໂມເດວ 2018 ໃຜເປັນ …

Read More »

ໄດ້ແລ້ວ! ງາມມີຄວາມເໝາະສົມ Miss USA 2018.

ຜ່ານພົ້ນກັນແບບສົດໆຮ້ອນໆ ສຳລັບເວທີການປະກວດ Miss USA 2018  ແລະ ກໍ່ຄົງຈະໄດ້ຮູ້ກັນແດ່ແລ້ວວ່າສາວງາມຄົນທີ່ຄວ້າມົງກຸດໃນປີນີ້ກໍ່ຄື ຊ່າຣ່າ ໂຣດ ຊໍາເມີ (Sarah Rose Summers) ສາວງາມຈາກ ລັດເນບຣາດກຣາ ( Nebraska ) ອາຍຸ 23 ປີ ເອົາຊະນະສາວງາມທີ່ເຂົ້າປະກວດເຖິງ 50 ສາວງາມກັນເລີຍ!!! ໃນຄໍ່າຄືນຂອງການປະກວດນອກຈາກຄວາມງາມ ບຸກຂະລິກໂດດເດັ່ນ ຊ່າຣ່າ ໂຣດ ຊໍາເມີ ກໍ່ໄດ້ເອົາຊະນະໃຈກຳມະການດ້ວຍການຕອບຄໍາຖາມຢ່າງສະຫຼາດວ່ອງໄວ ເຊິ່ງຄຳຖາມຂອງ ຊ່າຣ່າ ກໍ່ຄື:ຖ້າເຈົ້າໄດ້ໄປເດີນຂະບວນປະທ້ວງສິ່ງໃດສິ່ງໜຶ່ງ ແລ້ວມີຄົນຍື່ນປ້າຍສີຂາວໃຫ້ ເຈົ້າຈະຂຽນຫຍັງ?ແລະນາງກໍ່ໄດ້ຕອບຄຳຖາມໃນເທື່ອນີ້ວ່າ “ຂ້ອຍຈະຂຽນວ່າ ຈົ່ງສະແດງສຽງຂອງເຈົ້າ ຈົ່ງອອກໄປເວົ້າກັບຜູ້ຄົນ ເມື່ອໃດກໍ່ຕາມທີ່ຜູ້ຄົນຕັ້ງຄຳຖາມ ຈົ່ງໄປໂອ້ລົມກັບພວກເຂົາ  ແລະ ຮັບຟັງຄວາມຄິດເຫັນຂອງພວກເຂົາໃນເວລາດຽວກັນ ພວດເຮົາທຸກຄົນຄວນເປີດກວ້າງ ແລະ ຮັບຟັງຄວາມເຫັນຂອງກັນແລະກັນ ນີ້ຄືຄວາມສຳຄັນທີ່ຄວນເກີດຂຶ້ນໃນສັງຄົມ ອາເມລິກາ ໃນເວລານີ້” ຮູບພາບຈາກ Instagram sarahr_summers,  Miss …

Read More »

ເປັນກຳລັງໃຈໃຫ້ແມ່ຮ້າງທຸກໆຄົນ ບໍ່ມີໃຜຫຼຸດຄຸນຄ່າຂອງເຈົ້າໄດ້!!!

ເຈົ້າເຫັນຫຍັງແດ່ຈາກການອະພິເສກສົມຣົດຂອງ ເຈົ້າຊາຍ ແຮ່ລີ່ ແລະ ເມແກຣນ? ເມແກຣນ – ເມແກຣນ ອາຍຸ 37 ປີ ນາງມີອາຍຸຫຼາຍກວ່າເຈົ້າຊາຍ – ເມແກຣນ ເຄີຍຜ່ານການຢ່າຮ້າງມາກ່ອນ – ເມແກຣນ ບໍ່ໄດ້ມີເຊື້ອສາຍຣາດຊະວົງ ຫຼື ເປັນຄົນຊັ້ນສູງແຕ່ຢ່າງໃດ – ເມແກຣນ ບໍ່ແມ່ນແມ່ຍິງທີ່ບໍລິສຸດ – ເຄີຍເປັນນັກສະແດງ ແລະ ຈູບກັບຜູ້ຊາຍມາແລ້ວຫຼາຍຄົນ – ບໍ່ແມ່ນແມ່ຍິງທີ່ເຮັດອາຫານຕອນ 2 ໂມງກາງຄືນ – ບໍ່ແມ່ນພັນລະຍາທີ່ສົມບູນແບບ – ບາດຫຼວງບໍ່ໄດ້ບອກໃຫ້ ເມແກຣນ ຍິນຍອມ ຫຼື ເອີ້ນເຈົ້າຊາຍວ່າ ກະສັດ ນາຍທ່ານ ຫຼື ພະເຈົ້າ – ພໍ່ສາມີຍ່າງຈູງນາງຕາມທາງຍ່າງໃນໂບດ ແບບທຳມະດາ – ເມແກຣນ ບໍ່ມີຫຍັງຄູ່ຄວນທີ່ຈະເປັນເຈົ້າສາວໃນ ຣາດຊະວົງ…ແຕ່ລາວສົມຣົດກັບເຈົ້າຊາຍໃນຖານະຄູ່ຊີວິດທີ່ເທົ່າທຽມກັນ ບໍ່ແມ່ນໃນຖານະທາດທີ່ອ່ອນນ້ອມ ຫຼື ພັນລະຍາທີ່ດ້ອຍກວ່າ …

Read More »

ຄວາມເຊື່ອຜິດໆເວລາມີປະຈຳເດືອນທີ່ສາວໆຄວນຮູ້!!!

ເຊື່ອວ່າສາວໆຫຼາຍຄົນຄົງໄດ້ຍິນຄວາມເຊື່ອມາແບບຜິດໆກ່ຽວກັບການມີ ປະຈຳເດືອນ ກັນມາແດ່ແລ້ວວ່າ ເວລາມີປະຈຳເດືອນຫ້າມກິນນໍ້າເຢັນ ຫ້າມກິນນໍ້າໝາກພ້າວ ຫ້າມລົງຫຼິ້ນນໍ້າ ລວມໄປຮອດການຫ້າມມີເພດສຳພັນ ແລະ ໃນມື້ນີ້ເຮົາຈະພາສາວໆໄປໄຂຂໍ້ຂ້ອງໃຈຂອງຄວາມເຊື່ອເຫຼົ່ານີ້ກັນວ່າມັນເປັນເລື່ອງເທັດຈິງພຽງໃດ? 1. ຫ້າມອາບນໍ້າເຢັນ ເວລາທີ່ມີປະຈຳເດືອນ ຮໍໂມນໃນຮ່າງກາຍແມ່ຍິງເຮົາຈະມີການແປປວນ ພູມຄຸ້ມກັນຫຼຸດລົງ ເມື່ອສາວໆອາບນໍ້າເຢັນຂະເຮັດໃຫ້ຮ່າງກາຍຕ້ອງໄດ້ປັບອຸນຫະພູມ ຈົນອາດເຮັດໃຫ້ເກີດອາການເຈັບປ່ວຍໄດ້ ແຕ່ຄວາມເປັນຈິງແລ້ວສາວໆທີ່ເປັນປະຈຳເດືອນກໍ່ສາມາດອາບນໍ້າເຢັນໄດ້ ໃນລະດັບອຸນຫະພູມທີ່ປົກກະຕິ. 2. ຫ້າມກິນຂອງເຢັນ ຫຼື ນໍ້າແຂງ ຫຼາຍຄົນຄົງໄດ້ຍິນມາວ່າເວລາມີປະຈຳເດືອນຫ້າມກິນຂອງເຢັນ ເພາະດຽວເລືອດຈະແຂັງຕົວ ເຮັດໃຫ້ປະຈຳເດືອນຕົກຄ້າງ ອອກມາບໍ່ໝົດ ຊຶ່ງໃນຄວາມເປັນຈິງກໍ່ສາມາດກິນໄດ້ ແຕ່ຕ້ອງກິນຢູ່ໃນປະລິມານທີ່ເໝາະສົມ ບໍ່ຄວນກິນຫຼາຍຈົນເກີນໄປ. 3. ຫ້າມອອກກຳລັງກາຍໃນເວລາທີ່ມີປະຈຳເດືອນ ຂໍບອກເລີຍວ່າເປັນຄວາມເຊື່ອທີ່ຜິດເອົາຫຼາຍໆ ເພາະໃນເວລາທີ່ເຮົາອອກກຳລັງກາຍຈະເຮັດໃຫ້ຮ່າງກາຍເຮົາຫຼັ່ງສານເອັນໂດຟິນອອກມາ ຊຶ່ງສານນີ້ເຮັດໃຫ້ມີຄວາມສຸກ ຊ່ວຍຜ່ອນຄາຍຄວາມຄຽດ ແລະ ບັນເທົາອາການເຈັບປວດໄດ້ອີກດ້ວຍ. 4. ຫ້າມມີເພດສຳພັນ ໃນຄວາມເປັນຈິງແລ້ວຂໍຫ້າມນີ້ຄົງບໍ່ແມ່ນຂໍ້ຫ້າມແຕ່ຢ່າງໃດ ພຽງແຕ່ຢາກໃຫ້ລະມັດລະວັງໃນເລື່ອງຂອງການຮັກສາຄວາມສະອາດໃຫ້ຫຼາຍກວ່າປົກກະຕິບໍ່ວ່າຈະເປັນແມ່ຍິງ ຫຼຶ ຜູ້ຊາຍ ເພາະມີໂອກາດສ່ຽງທີ່ຈະຕິດເຊື້ອ 5. ຫ້າມລົງຫຼິ້ນນໍ້າ ສາວໆທີ່ກຳລັງມີປະຈຳເດືອນແລ້ວຢາກໄເຮັດກິດຈະກຳທາງນໍ້າກໍ່ຄົງຕ້ອງເຊັງກັນໄປຕາມລະບຽບ ເພາະຄວາມເຊື່ອນີ້ ແຕ່ທີ່ຈິງແລ້ວຢສກໃຫ້ລະມັດລະວັງ ແລະ …

Read More »