Breaking News

Beauty

ໃຜເຄີຍປະສົບກັບບັນຫາຄວາມລົ້ມເຫຼວໃນຊີວິດແດ່ ທັງການຮຽນ ການງານ… ລອງມາອ່ານ!

12 ສິ່ງທີ່ບໍ່ຄວນເຮັດ! ເພາະອາດຈະເຮັດໃຫ້ຊີວິດຂອງ “ເຈົ້າລົ້ມເຫຼວ” ຊໍ້າແລ້ວຊໍ້າອີກ ສະບາຍດີສາວໆຂວັນໃຈ ໃຜເຄີຍປະສົບກັບບັນຫາຄວາມລົ້ມເຫຼວໃນຊີວິດແດ່ ທັງການຮຽນ ການງານ ມື້ນີ້ ຂວັນໃຈ ມີເຄັດ (ບໍ່) ລັບດີໆໃນການພັດທະນາຕົວເອງມາຕ້ອນກັນ!!! ຫຼາຍໆຄົນມີຄວາມຜິດພາດ ລົ້ມເຫຼວເກີດຂຶ້ນມາໃນຊີວິດ ແລ້ວຍ້ອນຫຍັງ? ບາງຄົນຊອກເຫດຜົນໄດ້ ແຕ່ຍັງບໍ່ສາມາດແກ້ໄຂບັນຫາທີ່ເກີດຂຶ້ນໄດ້ຈັກເທື່ອ ມື້ນີ້ ເຮົາລອງມາເບິ່ງເລີຍວ່າເຮົາມີນິໄສແບບນີ້ບໍ່ ແລະ ຕ້ອງເຊົາພຶດຕິກໍານີ້ດ້ວຍວິທີໃດ? ຖ້າພ້ອມແລ້ວເຮົາໄປເບິ່ງກັນເລີຍ… ໃຫ້ຄົນອື່ນມານິຍາມ “ຄວາມສໍາເລັດ” ແທນຕົວເອງ ຖາມຕົວເອງວ່າຊີວິດເຮົາຕ້ອງການນິຍາມ “ຄວາມສໍາເລັດ” ໃນແບບໃດ ຊຶ່ງແນ່ນອນວ່າແຕ່ລະຄົນນິຍາມຄວາມສໍາເລັດບໍ່ຄືກັນ ເພາະຄວາມຕ້ອງການທີ່ແຕກຕ່າງກັນ ດັ່ງນັ້ນ ຈົ່ງນິຍາມຄວາມສໍາເລັດຂອງເຮົາດີກວ່າ ເຊື່ອໃນສິ່ງທີ່ຄົນບອກຕໍ່ ໂດຍບໍ່ລອງຊອກຄໍາຕອບດ້ວຍຕົວເອງ ເມື່ອສົງໄສໃນເລື່ອງໃດຄວນຕັ້ງຄໍາຖາມ ແລະ ພິສູດດ້ວຍຕົວເອງກ່ອນ ກ່ອນທີ່ຈະເຊື່ອໃນສິ່ງທີ່ຄົນອື່ນເລົ່າຕໍ່ກັນມາເພາະເມື່ອໄດ້ລົງມືເຮັດ ແລະ ພິສູດດ້ວນຕົນເອງອາດຈະເຮັດໃຫ້ເກີດຄໍາຕອບທີ່ແຕກຕ່າງຈາກຄໍາບອກເລົ່າກໍ່ເປັນໄດ້ ໃຫ້ຄົນອື່ນມາຕັດສິນໃຈໃນເລື່ອງທີ່ ສໍາຄັນຂອງຊີີວິດ ໃນເລື່ອງຂອງການຕັດສິນໃຈ ອາດຈະມີບາງເທື່ອທີ່ຕ້ອງມີຄົນອື່ນມາຊ່ວຍຕັດສິນໃຈ ແຕ່! ຢ່າລືມວ່າໃນການຕັດສິນໃຈເລື່ອງສໍາຄັນຂອງຊີວິດເຮົາ ເຮົາຄືຄົນທີ່ສາມາດຕັດສິນໃຈໄດ້ພຽງຄົນດຽວເທົ່ານັ້ນບໍ່ວ່າຈະເປັນ ການເລືອກສາຍຮຽນ, …

Read More »

ຫຼີກທາງໃຫ້ແມ່ໆຈະຍ່າງ! ຊົມພູ່ ອາຣາຍາ ຮ່ວມເສີດສາຍພົມແດງໃນງານ Cannes film festival 2018

ຫຼີກທາງໃຫ້ແມ່ໆຈະຍ່າງ! ຊົມພູ່ ອາຣາຍາ ເອຮາເກັດ ດາລາ-ນັກສະແດງແຖວໜ້າປະເທດເພື່ອນບ້ານ ຮ່ວມເສີດສາຍພົມແດງໃນງານ “Cannes film festival 2018” ທີ່ປະເທດ ຝຣັ່ງ, ແລະ ໃນປີນີ້ ຊົມພູ່ ອາຣາຍາ ເຈົ້າແມ່ແຟຊັ່ນກໍ່ຈັດເຕັມໃນມື້ເດີນພົມແດງມື້ທຳອິດ (DAY 1) ມາໃນຊຸດສີແດງແຮງລິດສຸດເລີດ ພ້ອມດ້ວຍເຄື່ອງປະດັບສຸດຫຼູຫຼາ… ເຊິ່ງປີນີ້ກໍ່ເດີນທາງມາຮອດປີທີ 6 ແລ້ວ ທີ່ດາລາສາວໄດ້ໄປຮ່ວມໃນງານດັ່ງກ່າວ, ສຳລັບລຸກໃນມື້ຕໍ່ໆໄປຈະເປັນແນວໃດ ລໍຖ້າຕິດຕາມກັນເບິ່ງເດີ້ແຟນໆ!!!   ຮູບພາບຈາກ: ig/nuttjibii

Read More »

ຕາມກົດໝາຍວຽກທີ່ບໍ່ອະນຸຍາດ ໃຫ້ແມ່ຍິງຖືພາ ແລະ ແມ່ລູກອ່ອນເຮັດ ມີຫຍັງແດ່?

ມາເດີ້…ແມ່ຍິງຖືພາ ແລະ ແມ່ລູກອ່ອນທີ່ມີລູກນ້ອຍ ອາຍຸຕ່ຳກວ່າ 1 ປີ ມາຟັງທາງນີ້!! ຢາກຮູ້ບໍ່ວ່າ ອີງຕາມກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (ປີ 2014) ເພິ່ນກໍານົດວ່າ ວຽກໃດແດ່ທີ່ບໍ່ອະນຸຍາດໃຫ້ພວກເຈົ້າເຮັດ? ມາອ່ານພ້ອມກັນເລີຍ ມາດຕາ 97 (ປັບປຸງ) ການນໍາໃຊ້ແຮງງານເພດຍິງທີ່ຖືພາ ຫຼືໃນໄລຍະລ້ຽງລູກນ້ອຍ ວຽກທີ່ບໍ່ອະນຸຍາດໃຫ້ເຮັດ ສຳລັບຜູ້ອອກແຮງງານເພດຍິງ ທີ່ຖືພາ ແລະ ໃນໄລຍະລ້ຽງລູກນ້ອຍ ທີ່ມີອາຍຸຕ່ຳກວ່າ 1 ປີ ມີດັ່ງນີ້: ວຽກເຮັດເທິງຮ້ານ ທີ່ມີຄວາມສູງກວ່າ 2 ແມັດ; ວຽກຍົກ ແລະລາກແກ່ດ້ວຍມື, ແບກ, ຫາມ, ຫາບ ວັດຖຸສິ່ງຂອງ ທີ່ມີນ້ຳໜັກເກີນກວ່າ 10 ກິໂລກຣາມ; ວຽກກາງຄືນ; ວຽກເພີ່ມໂມງ ແລະ ວຽກໃນວັນພັກ; ວຽກທີ່ຕ້ອງໄດ້ຢືນເປັນເວລາ 2 ຊົ່ວໂມງຕິດຕໍ່ກັນ; ວຽກທີ່ໄດ້ກຳນົດໄວ້ໃນ …

Read More »

5 ຂໍ້ທີ່ຈະຊ່ວຍເສີມສ້າງສະເໜ່ ໄປໃສໃຜກໍ່ຮັກກໍ່ຫອມ…

ແຕ່ງຕົວໃຫ້ມີສະຕາຍ ມີລົດສະນິຍົມໃນການແຕ່ງຕົວ ເລືອກເສຶ້ອຜ້າ ຈະຊ່ວຍເພີ່ມໃຫ້ເປັນສາວທີ່ມີສະເໜ່ ໜ້າຄົ້ນຫາ ບໍ່ຈຳເປັນຕ້ອງຊື້ເຄື່ອງແບຼນເນມມາໃສ່ ແຕ່ຄວນເບິ່ງໃຫ້ເຂົ້າກັບບຸກຂະລິກ ແລະ ເລືອກໃສ່ເສື້ອຜ້າທີ່ໃສ່ແລ້ວເຮັດໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນ ອອກກຳລັງກາຍເປັນປະຈຳ ສຸຂະພາບທີ່ດີຈະເຮັດໃຫ້ຜິວພັນຂອງທ່ານສົດໃສ ເຕັ່ງຕຶງ ໂດຍບໍ່ຕ້ອງເພິ່ງພາຄີມລາຄາແພງ ນອກຈາກນີ້ການອອກກຳລັງກາຍຍັງສົ່ງຜົນໃຫ້ຮູບຮ່າງຂອງທ່ານສົມສ່ວນໃສ່ເສຶ້ອຜ້າກໍງາມ ຫຸ່ນດີແລ້ວແບບນີ້ຈະບໍ່ເປັນຄົນງາມໄດ້ແນວໃດລະວ່າບໍ່? ຮູ້ຈັກມັກສະອາດ ເຫັນຫຼາຍຄົນທີ່ແຕ່ງໜ້າແຕ່ງຕົວງາມໆ ອອກຈາກເຮືອນແຕ່ໃຜຊິໄປຮູ້ວ່າສະພາບເຮືອນນັ້ນຮົກໆ ແຖມຍັງບໍ່ມັກອາບນ້ຳ ແບບນີ້ບໍ່ດີເດີ້ ສຸຂະອະນາໄມເປັນເລື່ອງສຳຄັນຫຼາຍ ສະນັ້ນງາມ ແລະ ຕ້ອງສະອາດນຳເດີ້ທ່ອງເອົາໄວ້ເລີຍ. ບຸກຂະລິກດີ ບຸກຂະລິກເປັນສິ່ງທີ່ບໍ່ຄວນເບີ່ງຂ້າມ ບາງຄົນໜ້າຕາດີຫຼາຍແຕ່ຍ່າງຫຼັງກົ່ງ ເບີ່ງແລ້ວບໍ່ມີສະເໜ່ຊວນແນມເລີຍ ລອງປ່ຽນຕົວເອງເບີ່ງເດີ້ຢືດບ່າໃຫ້ຊື່ ຫຼື ເຝິກການນັ່ງເຝິກໃຫ້ເປັນນິໄສ ນອກຈາກຈະເປັນຕາເບີ່ງແລ້ວທ່ານຈະບໍ່ມີບັນຫາເລຶ່ອງເຈັບຫຼັງນຳອີກ. ຄິດບວກ ເລຶ່ອງນີ້ສຳຄັນຫຼາຍເຖີງວ່າເບີ່ງແຍງຕົວເອງໃຫ້ດີພຽງໃດແຕ່ຖ້າທ່ານເປັນຜູ້ຍິງທີ່ມີຄວາມທຸກໝົ່ນໝອງຢູ່ອ້ອມຕົວ ຄົງຈະບໍ່ມີໃຜຢາກເຂົ້າໃກ້ ການເປັນຄົນຄິດບວກບໍ່ໄດ້ໝາຍຄວາມວ່າໃຫ້ທ່ານຕົວະຕົວເອງ ແຕ່ໝາຍເຖິງວ່າໃຫ້ທ່ານຍອມຮັບບັນຫາ ແລະ ຢູ່ຮ່ວມກັບບັນຫານັ້ນໆໄດ້ຢ່າງບໍ່ເປັນທຸກ ຈື່ໄວ້ວ່າຖ້າຈິດໃຈທ່ານງາມ ທ່ານກໍຄືແມ່ຍິງທີ່ງາມ.

Read More »

ດູມໆໃຫ່ຍໆບໍ່ແມ່ນວ່າຈະດີສະເໝີໄປ ບັນຫາຂອງສາວເອິກໃຫ່ຍທີ່ຫຼາຍຄົນຍັງບໍ່ຮູ້?

 ສາວໆຫຼາຍທ່ານປາດຖະໜາທີ່ຈະມີໜ້າເອິກໃຫ່ຍ ການມີໜ້າເອິກໃຫ່ຍອາດຈະດີໃນໄລຍະຍາວ ແຕ່ໃນຊີວິດປະຈຳວັນມີໃຜຮູ້ແດ່ບໍ່ວ່າການມີເອິກໃຫ່ຍອາດເຮັດໃຫ້ເຮົາເມື່ອຍ ເພາະດ້ວຍຂະໜາດຂອງໜ້າເອິກທີ່ລົ້ນອອກມາກໍອາດຈະສ້າງອຸປະສັກໃນການດຳເນີນຊີວິດ ໂດຍສະເພາະເວລານອນ ແຖມຍັງຕ້ອງເຈິກັບບັນຫາເຈັບຫຼັງຢ່າງຫຼີກເວັ້ນບໍ່ໄດ້, ເຊິ່ງທ່ານອນແຄງອາດຈະເປັນທ່າທີ່ນອນສະບາຍ ແຕ່ບໍ່ແມ່ສຳລັບສາວໜ້າເອິກໃຫ່ຍ ເພາະຈະເຮັດໃຫ້ຮູ້ສຶກຄ້າຍໆກັບວ່າກ້ອນຊີ້ນມັນຈະລະເບີດອອກມາສູ່ພາຍນອກ ເພາະໜ້າເອິກຈະບຽດເຂົ້າຫາກັນເຮັດໃຫ້ຫາຍໃຈລຳບາກ ເຮັດໃຫ້ນອນຫຼັບບໍ່ຄ່ອຍມີຄວາມສຸກ ຍິ່ງຖ້າແມ່ນທ່ານນອນຄວໍ້າແລ້ວກໍບໍ່ສາມາດເຮັດໄດ້ເລີຍ ຢາກຈະນອນອາບແດດໃຫ້ຜິວເປັນສີແທນ ຫຼື ນອນຄວໍ້າໃຫ້ຄົນນວດກໍຈະຮູ້ສຶກອຶດອັດ ແຖມເວລານອນຖ້ານຸ່ງເສື້ອຊ້ອນໃນເວລານອນກໍຈະເຮັດໃຫ້ເລືອດລົມໄຫຼວຽນບໍ່ສະດວກ ແລະ ທີ່ໜີບໍ່ພົ້ນເລີຍຄືຕື່ນມາກັບອາການເຈັບທີ່ຫຼັງອີກດ້ວຍ. ຍິ່ງໄປກວ່ານັ້ນ ເຕົ້ານົມຂະໜາດໃຫ່ຍ ອາດໜັກເຖິງ 1ກິໂລກຼາມຕໍ່ຂ້າງ ນັ້ນໝາຍຄວາມວ່າເຈົ້າຂອງນົມຈະຕ້ອງແບກຮັບນໍ້າໜັກເຖິງ 2 ກິໂລກຼາມ ທີ່ບໍລິເວນດ້ານໜ້າຂອງລຳໂຕ ສິ່ງທີ່ຈະຕາມມາກໍຄື ເຮັດໃຫ້ເຈັບຫຼັງ ເຈັບບ່າ ຈະລຸກ ຈະນັ່ງ ຈະນອນ ກໍບໍ່ສະບາຍໂຕ ເວລາແລ່ນກໍຍິ່ງລຳບາກອີກຕ່າງຫາກ. ສຳລັບສາວທີ່ມີເອິກໃຫ່ຍອ່ານແລ້ວກໍບໍ່ຕ້ອງຊີລຽດໄປ ເພາະເຮົາຍັງມີວີທີແກ້ທີ່ຈະເຮັດໃຫ້ເຈົ້າໃຊ້ຊີວິດໄດ້ຢ່າງສະບາຍໆໄປກັບເອິກດູມໆນຳເດີ້ ມາເບິ່ງກັນເລີຍ! ຫາກວ່າເຈົ້າມັກທ່ານອນແຄງນັ້ນຖືວ່າດີຫຼາຍ ແຕ່ຄວນຫາໝອນນ້ອຍໆມາວາງລະຫວ່າງໜ້າເອິກ ເພື່ອບໍ່ໃຫ້ໜ້າເອິກບຽດກັນ ເພື່ອປ້ອງກັນບໍ່ໃຫ້ໜ້າເອິກແຫ່ວໄວ ແລະ ນອນໃນທ່າແຄງທັງຊ້າຍ ແລະ ຂວາ ຈະຊ່ວຍໃນເລື່ອງຂອງຮູບໜ້າເອິກໃນໄລຍະຍາວ, ແຕ່ເຖິງຢ່າງໃດທ່າທີ່ເໝາະສົມທີ່ສຸດກໍຄືທ່ານອນຫງາຍ. ເສື້ອຊ້ອນແນວສະປອດບຣາ ຈະຊ່ວຍກະຈາຍ ແລະ …

Read More »