Breaking News

Beauty

ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ສູດເດັດຫຼຸດນໍ້າໜັກພາຍໃນ 5 ນາທີ!!!

 ສູດຫຼຸດນໍ້າໜັກ ພາຍໃນ 5 ນາທີ ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ບໍ່ຕ້ອງກັງວົນເດີ້ ຂວັນໃຈ ໄດ້ນໍາເອົາເຄັດລັບການຫຼຸດນໍ້າໜັກງ່າຍໆໃຜໆກໍ່ເຮັດໄດ້ມາແນະນໍາ ເຊິ່ງໃຊ້ເວລາໃນການອອກກໍາລັງກາຍພຽງແຕ່ 5 ນາທີຕໍ່ມື້ເທົ່ານັ້ນ ສາວໆກໍສາມາດມີຫຸ່ນທີ່ດີທີ່ງາມໄດ້ ແລະຈະມີທ່າໃດແດ່ນັ້ນເຮົາໄປເບິ່ງກັນເລີຍ… ໜ້າທ້ອງແບນລຽບດ້ວຍການຢືດຮ່າງກາຍ ກໍານົດລົມຫາຍໃຈໄວ້ຢູ່ທ້ອງ ຍົກມືຂຶ້ນສູງເໝືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງ ອ້າຂາອອກໃຫ້ເປັນມຸມ 45 ອົງສາ ງໍຫົວເຂົ່າ ໃຫ້ຮູ້ສຶກວ່າຢືນສະບາຍໆຄ້າງໄວ້ 30 ວິນາທີ ຫາຍໃຈເຂົ້າທາງດັງ ແລະ ຫາຍໃຈອອກທາງປາກ 30 ວິນາທີຄືກັນ ຍົກມືຂຶ້ນສູງເໜືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງຄືເກົ່າ ງ່ຽງລໍາຕົວໄປດ້ານຫຼັງ ເພື່ອກໍານົດລົມຫາຍໃຈທີ່ໜ້າທ້ອງໄດ້ຢ່າງສົມບູນ ຍົກມືຂຶ້ນສູງ ຈາກນັ້ນຜ່ອນຄາຍດ້ວຍການຄ່ອຍໆໂນ້ມຕົວກົ້ມລົງໄປດ້ານໜ້າ ຕາມດ້ວຍບິດຕົວໄປດ້ານຊ້າຍ ແລະ ຂວາເພື່ອໃຫ້ຮູ້ສຶກຜ່ອນຄາຍ ຫຼຸດກົ້ນ ແລະ ສະໂພກດ້ວຍການອອກກໍາລັງກາຍທ່ານີ້ ນັ່ງຕັ້ງເຂົ່າ ຈາກນັ້ນນໍາຂາຂ້າງຊ້າຍວາງພາດໄວ້ເທິ່ງຫົວເຂົ່າດ້ານຂວາ ໂດຍໃຊ້ແຂນທັງສອງຂ້າງຢັນພື້ນເອົາໄວ້ ການຍົກຕີນຂຶ້ນພາດຫົວເຂົ່າ ຈະຊ່ວຍເປີດສະໂພກ, ກົ້ນ ແລະ …

Read More »

ລະວັງ! ສາວໆທີ່ມັກເຮັດເລັບເຈວຄວນອ່ານ ກ່ອນຈະສາຍເກີິນແກ້!!!

ດຽວນີ້ການເຮັດເລັບເຈວກຳລັງເປັນທີ່ນິຍົມກັນຂອງບັນດາສາວໆ ນອກຈາກເຮົາຈະໄດ້ເລັບທີ່ງົດງາມແລ້ວ ມັນຍັງຕິດທົນ ທາກໍ່ແຫ້ງໄວ ບໍ່ຫຼຸດອອກງ່າຍ ຟັງເບິ່ງຂໍ້ມີແຕ່ຂໍ້ດີໆເນາະວ່າບໍ່ສາວໆ ແຕ່ຢ່າຟ້າວດີໃຈໄປເພາະຂໍ້ເສຍກໍ່ມີເດີ້ ເພາະມັນຈະເຮັດໃຫ້ເລັບຂອງເຮົາບາງ ແລະ ສາວໆເອງບາງເທື່ອກໍ່ບໍ່ຮູ້ແມ່ນບໍ່ວ່າຈະຮູ້ໄດ້ແນວໃດວ່າເລັບເຮົາບາງ ຫຼື ເບິ່ງແນວໃດວ່າເລັບເຮົາເສຍ ແລະ ຄວນລະວັງຫຍັງແດ່ເມື່ອເຮັດເລັບເຈວ ລອງມາເບິ່ງຄຳຕອບກັນເລີຍ!!! 1. ເລັບຈີກຂາດງ່າຍ ສັນຍານເຕືອນຂໍ້ທຳອິດທີ່ສາວໆ fc ເລັບເຈວທັງຫຼາຍຕ້ອງສັງເກດຄື ເລັບຂອງເຮົາຫັກ ຫຼື ຈີກຂາດງ່າຍຫຼືບໍ່ ຫາກພົບພໍ້ວ່າເລັບຈີກງ່າຍ ຫຼື ລ້າງເລັບອອກມາແລ້ວເລັບແຕກ ຄວນຢຸດພັກການເຮັດເລັບເຈວໄປກ່ອນປະມານ 3-4 ເດືອນ 2. ເລັບຫັກງໍ ຂໍ້ສັງເກດອີກຢ່າງໜຶ່ງເລີຍກໍ່ຄືໃຫ້ສາວໆລອງຈິກປາຍເລັບຂອງຕົວເອງລອງເບິ່ງ ຖ້າຫາກວ່າມັນຢຸບ ຫຼື ຫັກໄດ້ງ່າຍໆນັ່ນກໍ່ໝາຍຄວາມວ່າ ໜ້າເລັບຂອງສາວໆກຳລັງຕ້ອງການໆພັກຜ່ອນຢ່າງດ່ວນນນນ 3. ຫຼຽມໜ້າເລັບຫາຍໄປ ເຄີຍສັງເກດເລັບຂອງຕົວເອງຫຼືບໍ່ວ່າມັນຈະມີເສັ້ນຄ້າຍໆ ຫຼ່ຽມຢູ່ ຫາກເສັ້ນນັ້ນເລີ່ມຫາຍໄປ ຫຼື ເບິ່ງບໍ່ຄ່ອຍເຫັນແລ້ວ ແປວ່າໜ້າເລັບຂອງສາວໆເລີ່ມບາງລົງ ຕ້ອງເວັ້ນການເຮັດເລັບເຈວໄປຈັກໄລຍະແລ້ວລະ ຖ້າສາວໆລອງລ້າງເລັບອອກມາ ແລ້ວພົບວ່າມີສັນຍານເຕືອນຂໍ້ໃດ ຂໍ້ໜຶ່ງ ຫຼື ຄົບທັງ …

Read More »

ໄດ້ແລ້ວວວ! ສາວງາມຈາກ Brazil ຄວ້າມົງກຸດ Miss Tourism Queen International 2018

ມາສ່ອງອີກໜຶ່ງເວທີນັ້ນກໍ່ຄື Miss Tourism Queen International 2018 ທີ່ປະກາດຜົນກັນແບບສົດໆຮ້ອນໆ ໃນຄໍ່າຄືນຂອງວັນທີ 16 ພຶດສະພາ 2018 ທີ່ຜ່ານມາ ແລະ ແຟນໆອາດຈະໄດ້ຮູ້ກັນໄປຄ່າວໆແລ້ວວ່າສາວງາມທີ່ຄວ້າມົງກຸດໃນປີນີ້ກໍ່ຄື Camilla Reis Cavalcanti Gois ສາວງາມຈາກປະເທດ Brazil ຜູ້ມີຄວາມເໝາະສົມ ແຖມມີຮອຍຍິ້ມທີ່ຫວານບາດໃຈ ຄວ້າມົງກຸດ Miss Tourism Queen International 2018 ໄປນອນກອດແບບສະບາຍໆໆ (ຍິນດີນຳຫຼາຍໆເດີ້) ສ່ວນລາງວັນຮອງຕຳແໜ່ງມີດັ່ງນີ້: ຮອງອັນດັບ 1 Victoria Romanova ຈາກປະເທດ ທາທາສຖານ (Tatarstan) ຮອງອັນດັບ 2 Rachel Corinne Nimegeersຈາກປະເທດ ເບວຢ່ຽມ (Belgium) ຮອງອັນດັບ 3 Andrea – Sinziana Sirghi ຈາກປະເທດ ໂຣມາເນຍ (Romania) ຮອງອັນດັບ …

Read More »

ລອງປັບປ່ຽນຄວາມຄິດ ແລ້ວຊີວິດຈະປ່ຽນໄປ!!!

ມາເບິ່ງ! 12 ຂໍ້ຄິດທີ່ເຮັດໃຫ້ “ຊີວິດມີຄວາມສຸກ” ເຖິງຈະເຄີຍຜ່ານເລື່ອງຮ້າຍໆມາ ສາວໆ! ເຊື່ອວ່າຊີວິດຂອງຄົນເຮົາທຸກຄົນຕ້ອງຜ່ານເລື່ອງຮ້າຍໆມາທັງນັ້ນ ແຕ່ຖ້າລອງປັບປ່ຽນຄວາມຄິດຈັກໜ້ອຍ ຊີວິດກໍ່ປ່ຽນໄດ້ຄືກັນເດີ່! ຊຶ່ງມື້ນີ້ ຂວັນໃຈ ຂໍສະເໜີຂໍ້ຄິດ ທີ່ຈະເຮັດໃຫ້ສາວໆມີຄວາມສຸກໃນຊີວິດຫຼາຍຂຶ້ນ! ເອົາເປັນວ່າເຮົາໄປເບິ່ງພ້ອມກັນເລີຍ ຫັດປ່ອຍວາງ ຊ່າງມັນ ຢ່າເຮັດຄືຕົວເອງແບກໂລກທັງໜ່ວຍເລີຍ ທຸກບັນຫາມີທາງແກ້ກະແມ່ນ ແຕ່ກໍ່ບໍ່ແມ່ນວ່າເຮົາຈະຕ້ອງເປັນຄົນທີ່ຄອຍແກ້ບັນຫາຢູ່ຝ່າຍດຽວ ເລື່ອງໃດທີ່ມັນເກີນຄວາມສາມາດ ແລະ ຄວາມຈໍາເປັນຂອງເຮົາ ກໍ່ປ່ອຍໆມັນໄປແດ່ ເຮົາເກີດມາເພື່ອໃຊ້ຊີວິດໃຫ້ມີຄວາມສຸກ ບໍ່ແມ່ນແບກຮັກຄວາມທຸກ! ຖ້າສາວໆປ່ອຍວາງໄດ້ຈະຄົ້ນພົບຄວາມສຸກທີ່ແທ້ຈິງແມ່ນຫຍັງ ໄລຍະທາງພິສູດມ້າ ການເວລາພິສູດຄົນ ບໍ່ມີຄວາມຈໍາເປັນທີ່ເຮົາຕ້ອງພະຍາຍາມກະຕືລືລົ້ນ Present ຕົວເອງ! ກະສໍ່າເວົ້າໃຜກະເວົ້າໄດ້ຫັ່ນລະ ຖ້າຍັງບໍ່ຢາກໃຫ້ມິດໃໝ່ເບື່ອ ໄດ້ໂປດສໍາລວມ ແລະ ປ່ອຍໃຫ້ມັນເປັນຕາມທີ່ຈະຄວນເປັນ ໃຫ້ການກະທໍາ ແລະ ເວລາເປັນເຄື່ອງພິສູດຈະດີກວ່າ… ໃຫ້ເວລາກັບຕົວເອງສັກນິດ ຈິດແຈ່ມໃສ ເປົ້າໝາຍມີໄວ້ພຸ່ງຊົນ ແຕ່ຖ້າສາວໆບໍ່ຢຸດພັກໃຫ້ເວລາຕົວເອງແດ່ ກໍ່ອາດຈະເຮັດໃຫ້ເກີດຄວາມຕຶງຄຽດ ແລະ ຄວາມກົດດັນທີ່ຫຼາຍເກີນຄວາມຈໍາເປັນ ຊຶ່ງສົ່ງຜົນເສຍຕໍ່ສຸຂະພາບຈິດທີ່ສຸດ! ນອກຈາກຈະບໍ່ເຮັດໃຫ້ຫຍັງດີຂຶ້ນ ຍັງເປັນການທໍາຮ້າຍຕົວເອງນໍາ ດັ່ງນັ້ນ …

Read More »

ໃຜເຄີຍປະສົບກັບບັນຫາຄວາມລົ້ມເຫຼວໃນຊີວິດແດ່ ທັງການຮຽນ ການງານ… ລອງມາອ່ານ!!!

12 ສິ່ງທີ່ບໍ່ຄວນເຮັດ! ເພາະອາດຈະເຮັດໃຫ້ຊີວິດຂອງ “ເຈົ້າລົ້ມເຫຼວ” ຊໍ້າແລ້ວຊໍ້າອີກ ສະບາຍດີສາວໆຂວັນໃຈ ໃຜເຄີຍປະສົບກັບບັນຫາຄວາມລົ້ມເຫຼວໃນຊີວິດແດ່ ທັງການຮຽນ ການງານ ມື້ນີ້ ຂວັນໃຈ ມີເຄັດ (ບໍ່) ລັບດີໆໃນການພັດທະນາຕົວເອງມາຕ້ອນກັນ!!! ຫຼາຍໆຄົນມີຄວາມຜິດພາດ ລົ້ມເຫຼວເກີດຂຶ້ນມາໃນຊີວິດ ແລ້ວຍ້ອນຫຍັງ? ບາງຄົນຊອກເຫດຜົນໄດ້ ແຕ່ຍັງບໍ່ສາມາດແກ້ໄຂບັນຫາທີ່ເກີດຂຶ້ນໄດ້ຈັກເທື່ອ ມື້ນີ້ ເຮົາລອງມາເບິ່ງເລີຍວ່າເຮົາມີນິໄສແບບນີ້ບໍ່ ແລະ ຕ້ອງເຊົາພຶດຕິກໍານີ້ດ້ວຍວິທີໃດ? ຖ້າພ້ອມແລ້ວເຮົາໄປເບິ່ງກັນເລີຍ… ໃຫ້ຄົນອື່ນມານິຍາມ “ຄວາມສໍາເລັດ” ແທນຕົວເອງ ຖາມຕົວເອງວ່າຊີວິດເຮົາຕ້ອງການນິຍາມ “ຄວາມສໍາເລັດ” ໃນແບບໃດ ຊຶ່ງແນ່ນອນວ່າແຕ່ລະຄົນນິຍາມຄວາມສໍາເລັດບໍ່ຄືກັນ ເພາະຄວາມຕ້ອງການທີ່ແຕກຕ່າງກັນ ດັ່ງນັ້ນ ຈົ່ງນິຍາມຄວາມສໍາເລັດຂອງເຮົາດີກວ່າ ເຊື່ອໃນສິ່ງທີ່ຄົນບອກຕໍ່ ໂດຍບໍ່ລອງຊອກຄໍາຕອບດ້ວຍຕົວເອງ ເມື່ອສົງໄສໃນເລື່ອງໃດຄວນຕັ້ງຄໍາຖາມ ແລະ ພິສູດດ້ວຍຕົວເອງກ່ອນ ກ່ອນທີ່ຈະເຊື່ອໃນສິ່ງທີ່ຄົນອື່ນເລົ່າຕໍ່ກັນມາເພາະເມື່ອໄດ້ລົງມືເຮັດ ແລະ ພິສູດດ້ວນຕົນເອງອາດຈະເຮັດໃຫ້ເກີດຄໍາຕອບທີ່ແຕກຕ່າງຈາກຄໍາບອກເລົ່າກໍ່ເປັນໄດ້ ໃຫ້ຄົນອື່ນມາຕັດສິນໃຈໃນເລື່ອງທີ່ ສໍາຄັນຂອງຊີີວິດ ໃນເລື່ອງຂອງການຕັດສິນໃຈ ອາດຈະມີບາງເທື່ອທີ່ຕ້ອງມີຄົນອື່ນມາຊ່ວຍຕັດສິນໃຈ ແຕ່! ຢ່າລືມວ່າໃນການຕັດສິນໃຈເລື່ອງສໍາຄັນຂອງຊີວິດເຮົາ ເຮົາຄືຄົນທີ່ສາມາດຕັດສິນໃຈໄດ້ພຽງຄົນດຽວເທົ່ານັ້ນບໍ່ວ່າຈະເປັນ ການເລືອກສາຍຮຽນ, …

Read More »