Breaking News

Home

“ແລ້ວແຕ່” ເພງໃໝ່ຫຼ້າສຸດຈາກສິລະປິນລາວ ວົງ ແບັກອາຍ (Black Eyes)

Hello ໄວລຸ້ນລາວ… ຊ່ວງນີ້ວົງການບັນເທີງບ້ານເຮົາຄຶກຄື້ນ ຄຶກຄັກ ຫຼ້າສຸດຈາກວົງ ແບັກອາຍ (Black Eyes) ກໍໄດ້ປ່ອຍເພງໃໝ່ໃນຮູບເເບບ Lyric Videos ອອກມາໃຫ້ຟັງແບບສົດໆຮ້ອນກັບບົດເພງທີ່ມີຊື່ແນວໆວ່າ “ແລ້ວແຕ່” ມ່ວນຫຼາຍ ຟັງແລ້ວຮູ້ສຶກກິນໃຈ ອິນສຸດໆ, ຢ່າງໃດຄົນລາວເຮົາກໍຢ່າລືມສະໜັບສະໜູນເພງລາວມ່ວນໆ ດີໆແບບນີ້ກັນແດ່ເດີ້. ຂໍຂອບໃຈຄລິບຈາກ Indee Laos

Read More »

ຢາກຟັງແລ້ວ! “ນິລັນດອນ” ໂຈໂຈ້ Miracle ຮ້ອງເພງຄູ່ ຕ່າຍ ອໍລະໄທ ເຊື່ອມຄວາມສຳພັນສອງຝັ່ງຂອງ

ເຫັນຕົວຢ່າງບົດເພງ “ນິລັນດອນ” ທີ່ໄດ້ນັກຮ້ອງດັງຈາກ 2 ຝັ່ງຂອງ ຈາກລາວ ໂຈໂຈ້ Miracle ແລະ ຕ່າຍ ອໍລະໄທ ນັກຮ້ອງລູກທຸ່ງຊື່ດັງຂອງໄທ ທີ່ໄດ້ມາຮ່ວມງານກັນ ແລະ ກຽມປ່ອຍຜົນງານເພງມ່ວນໆ “ນິລັນດອນ” ໃຫ້ແຟນໆໄດ້ຟັງແບບມ່ວນໆ ຊຶ້ງໆ, ເຊິ່ງເນື້ອຫາຂອງເພງໄດ້ເວົ້າເຖິງຄວາມຮັກຂອງ ຍິງ-ຊາຍ ທີ່ພັດພາກຈາກກັນມາຫຼາຍພົບຫຼາຍຊາດ ແຕ່ພໍມາພົບກັນໃນຊາດນີ້ ເຊິ່ງຢູ່ຄົນລະຟາກຝັ່ງແມ່ນໍ້າຂອງ ແຕ່ທັງສອງກໍໄດ້ໃຊ້ຄວາມຮັກຊອກຫາກັນ ແລະ ຂໍຄອງຮັກກັນໄປນິລັນດອນ ຄືດັງກັບຊື່ເພງນັ້ນເອງ. ແລະ ຄວາມພິເສດຍັງບໍໝົດພຽງເທົ່ານັ້ນ ສຳລັບ MV ໄດ້ມີການເດີນທາງໄປຖ່າຍທຳທີ່ ແຂວງຈຳປາສັກ ແລະ ແຂວງ ອັດຕະປື ປະເທດລາວເຮົາ ໂດຍໄດ້ມີສາກສຳຄັນຢູ່ທີ່ ນໍ້າຕົກຕາດເຊປ້ອງໄລ່ ໂດຍໄດ້ນັກສະແດງຈາກທັງ 2 ປະເທດກໍຄື ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ແລະ ຈອມ ສະຣຸດ ສຸວັນພັກດີ (ພະເອກຈາກຊ່ອງ 7 ສີ) …

Read More »

ງາມຫຼາຍ! ບາບີ້ ປິຍະມາດ Miss International Laos 2018  ໃນຊຸດໄໝລາວທີ່ແດນປາດິບ ປະເທດຍີ່ປຸ່ນ!!

ເມື່ອເຫັນເອກະລັກຊຸດໄໝລາວທີ່ແມ່ຍິງລາວທີ່ເຮົາໄດ້ສວມໃສ່ບໍ່ວ່າຈະຢູ່ໃສ??? ແນ່ນອນວ່າຈະຕ້ອງມີຄວາມໂດດເດັ່ນ ແລະ ເປັນເອກະລັກລາວທີ່ມີຄວາມງົດງາມ ແລະ ຄວາມມີສະເໜ່ໃນຕົວ. ມາສ່ອງສາວງາມທີ່ກຳລັງເອີ້ນໄດ້ວ່າທີ່ທີ່ຮືຮາ ແລະ ຕິດກະແສກັນທີ່ສຸດໃນເວລານີ້ ບາບີ້ ປິຍະມາດ Miss International Laos 2018 ທີ່ໄດ້ນຸ່ງຊຸດໄໝລາວຮ່ວມເຮັດກິດຈະກຳໃນກອງປະກວດ Miss International 2018 ທີ່ປະເທດຍີ່ປຸ່ນ ພ້ອມທັງອັບເດດຮູບພາບ ໃຫ້ພໍ່ແມ່ພີ່ນ້ອງຊາວລາວໄດ້ຮູ້ກັນເປັນໄລຍະໆ… (ລອງມາເບິ່ງຮູບພາບ ບາບີ້ ປິຍະມາດ Miss International Laos 2018 ກັບການນຸ່ງຊຸດໄໝລາວໃນແດນປາດິບ ປະເທດ ຍີ່ປຸ່ນ) ເປັນແນວໃດ ງົດງາມສຸດໆເລີຍແມ່ນບໍ່??? ຢ່າງໃດກໍຂໍພະລັງຄົນລາວມາຮ່ວມເຊຍ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໃນການປະກວດ Miss International 2018 ໃນຮອບ Finalກັນແດ່ໄວໆ, ການປະກວດຈະມີຮອບຕັດສິນ ໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວກັນແດ່ເດີ້ #ຮັກລາວເຊຍລາວ ?? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy ຮູບພາບ: …

Read More »

ຂໍພະລັງຄົນລາວ! ມາຮ່ວມເຊຍ ບາບີ້ ປິຍະມາດ ໃນການປະກວດ Miss International 2018 ຮອບ Final ທີ່ປະເທດຍີ່ປຸ່ນກັນແດ່ໄວໆ!!!

ໂຄ້ງສຸດທ້າຍແລ້ວ! ຂໍພະລັງຄົນລາວມາຮ່ວມເຊຍ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໃນການປະກວດ Miss International 2018 ໃນຮອບ Finalກັນແດ່ໄວໆ, ການປະກວດຈະມີຮອບຕັດສິນ ໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວກັນແດ່ເດີ້ #ຮັກລາວເຊຍລາວ ?? ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ເພາະປີນີ້ເວົ້າໄດ້ເລີຍວ່າສາວງາມຈາກປະເທດລາວເຮົາ ໂດດເດັ່ນ ເປັນທີ່ຈັບຕາຈາກຄົນທົ່ວໂລກ ອາດມີລຸ້ນທີ່ຈະຄວ້າມົງກຸດໃນເວທີໂລກມາເປັນຄັ້ງທຳອິດໃນປະຫວັດສາດຂອງວົງການນາງງາມລາວເຮົາກໍເປັນໄດ້. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy  

Read More »

ເລີ່ມລົງທຶນຕອນອາຍຸ 20+ ໄປຈົນເຖິງ 30 ຕົ້ນໆ ແມ່ນໄດ້ປຽບ…

“ການທີ່ເຮົາຍັງຢູ່ໃນໄວເລີ່ມຕົ້ນເຮັດວຽກ ເລີ່ມຕົ້ນລົງທຶນ ເຮັດໃຫ້ເຮົາມີໄລຍະໃນການລົງທຶນສ້າງຜົນກຳໄລທີ່ຍາວນານ” ກ່ອນທີ່ເຮົາຈະພາສາວໆຂວັນໃຈໄປຮູ້ຈັກກັບວິທີການລົງທຶນນັ້ນ ເຮົາມາຮູ້ຈັກລັກສະນະໂດຍທົ່ວໄປ ແລະແຕ່ລະໄລຍະອາຍຸຂອງຄົນກຸ່ມນີ້ກັນກ່ອນ ປົກກະຕິແລ້ວຄົນໃນກຸ່ມນີ້ຄືຄົນໃນກຸ່ມ 20+ ໄປຈົນເຖິງ 30 ຕົ້ນໆ ເຊິ່ງໂດຍທົ່ວໄປແລ້ວກໍຍັງບໍ່ມີຊັບສິນ (financial capital) ຫຼາຍ ລາຍໄດ້ກໍຍັງຖືວ່າຕໍ່າຖ້າທຽບໃສ່ກັບລາຍໄດ້ທີ່ຈະໄດ້ຮັບໃນອະນາຄົດ ແຕ່ສິ່ງໜຶ່ງທີ່ຄົນໃນໄວ 20+ ໄປຈົນເຖິງ 30 ຕົ້ນໆນີ້ມີ ແຕ່ຄົນກຸ່ມອື່ນໆບໍ່ມີກໍຄື ໄລຍະເວລາໃນການລົງທຶນທີ່ຍາວນານ ໄປຈົນກວ່າຈະຮອດໄວບຳນານ ຈຸດນີ້ແຫຼະເຮັດໃຫ້ກຸ່ມໄວໜຸ່ມຢ່າງເຮົາໄດ້ປຽບ ທັງໃນເລື່ອງການຮັບຜົນປະໂຫຍດຈາກການລົງທຶນ ແລະການຮັບຄວາມຜັນຜວນຂອງຜົນຕອບແທນຂອງການລົງທຶນໄດ້ຫຼາຍກວ່າ ລວມໄປເຖິງຊັບສິນທີ່ຕິດຕົວເຮົາ ຫຼື ທຶນມະນຸດ (Human Capital) ທີ່ຄົນໃນໄວນີ້ມີຫຼາຍກວ່ານັ້ນເອງ ເຖິງຢ່າງໃດກໍຕາມຄົນໃນໄວ 20+ ໄປຈົນເຖິງ 30 ຕົ້ນໆ ສ່ວນໃຫ່ຍແລ້ວລ້ວນແຕ່ມີໜີ້ສິນບໍ່ໜ້ອຍກໍຫຼາຍເຊັ່ນ ບາງຄົນອາດຈະຕ້ອງຈ່າຍຄ່າຜ່ອນເຮືອນ ຄ່າເຊົ່າເຮືອນ ຄ່າດາວລົດ ເຊິ່ງຖືເປັນໜີ້ສິນທີ່ບໍ່ໜ້ອຍ ແຕ່ການລົງທຶນເພື່ອກໍ່ສ້າງຖານະກໍຖືເປັນເລື່ອງທີ່ສຳຄັນຫຼາຍ, ດັງນັ້ນ ຈຶ່ງຢາກແນະນຳໃຫ້ແບ່ງເງິນສ່ວນໜຶ່ງມາລົງທຶນ ເພາະຢ່າງທີ່ບອກວ່າການທີ່ເຮົາຍັງຢູ່ໃນໄວເລີ່ມຕົ້ນເຮັດວຽກ ເຮັດໃຫ້ເຮົາມີໄລຍະໃນການລົງທຶນສ້າງຜົນກຳໄລທີ່ຍາວນານກວ່າ ມາເບິ່ງວິທີແນະນຳ ໝູ່ເພື່ອນຄົນໃດທີ່ຕ້ອງການລົງທຶນ …

Read More »