Breaking News

Home

ມາແຮງງງງ! ບາບີ້ ປິຍະມາດ ເປັນທີ່ສົນໃນຂອງຄົນທົ່ວໂລກ ວ່າທີ່ຕົວເກັງຄວ້າມົງກຸດ Miss International 2018

ເອີ້ນໄດ້ວ່າ…ມາແຮງເປັນທີ່ສົນອົກສົນໃຈຈາກຄົນທົ່ວໂລກ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ຫຼັງຈາກມີເວັບໄຊ້ນາງງາມສື່ດັງຈັດອັນດັບໃຫ້ ບາບີ້ ຂຶ້ນເປັນຕົວເກັງອັນດັບ 1 ໃນການປະກວດສາວງາມລະດັບໂລກ Miss International 2018 ແລະ ຫຼັງຈາກນັ້ນກະແສຂອງສາວງາມຈາກປະເທດລາວເຮົາກໍດີຂື້ນມາເລື້ອຍໆ ເປັນທີ່ສົນໃຈຂອງຄົນທົ່ວໂລກ ລວມທັງສື່ຕ່າງຊາດຫຼາຍສຳນັກອີກດ້ວຍ.  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ເພາະປີນີ້ເວົ້າໄດ້ເລີຍວ່າສາວງາມຈາກປະເທດລາວເຮົາ ໂດດເດັ່ນ ເປັນທີ່ຈັບຕາຈາກຄົນທົ່ວໂລກ ອາດມີລຸ້ນທີ່ຈະຄວ້າມົງກຸດໃນເວທີໂລກມາເປັນຄັ້ງທຳອິດໃນປະຫວັດສາດຂອງວົງການນາງງາມລາວເຮົາກໍເປັນໄດ້. ການປະກວດຈະມີຮອບຕັດສິນ ໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??   Story: ຊະນີIndy  

Read More »

ໂອ້ຍໆໆໆ…ຫວານເວີ້! ຟຣຸກ ຈັດເຊີໄພ້ ແອັບເປີ້ນ ສະຫຼອງຄົບຮອບແຕ່ງດອງ 1 ປີ

ໂອະ ໂອະ ໂອ້ຍ! ເຮັດເອົາຄົນໂສດນັ່ງບໍ່ຕິດ ຫຼັງຈາກທີ່ມີຮູບພາບຫວານຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ເພາະໃນວັນທີ 4 ພະຈິກ ທີ່ຜ່ານມາ ເປັນວັນຄົບຮອບແຕ່ງດອງ 1 ປີ ຂອງທັງສອງນັ້ນເອງ, ແຖມ ໜຸ່ມ ຟຣຸກ ຍັງຈັດເຊີໄພ້ໃຫ້ ສາວ ແອັບເປີ້ນ ພາດິນເນີໃຕ້ແສງທຽນ ພ້ອມຫອບຊໍ່ດອກໄມ້ຊໍ່ໃຫ່ຍເຊີໄພ້ ງານນີ້ຫວານ… ຊຶ້ງ…ສຸດໆ ຍັງບໍ່ໝົດ…ທັງສອງຍັງມີແຄັບຊັ່ນຫວານໆ ຢອດໃຫ້ກັນແບບໜ້າຮັກສຸດໆ!!! ເປັນອີກໜຶ່ງຄູ່ທີ່ໜ້າຮັກຫຼາຍໆ, ຢ່າງໃດກໍຂໍໃຫ້ທັງສອງຄອງຮັກກັນໄປດົນໆເລີຍເດີ້ ສາວ ແອັບເປີ້ນ ໜຸ່ມ ຟຣຸກ. ຮູບພາບ: fb/Fluke Jira, Appleminiberry

Read More »

ໃຜວ່າຫຼຸດໄຂມັນໜ້າທ້ອງເປັນເລື່ອງທີ່ເຮັດໄດ້ຍາກ??? (ເຮັດແບບນີ້ເລີຍ)

ຖ້າສາວໆຮູ້ສຶກວ່າການອອກກໍາລັງກາຍເພື່ອຫຼຸດໄຂມັນໜ້າທ້ອງເປັນເລື່ອງທີ່ເຮັດໄດ້ຍາກແລ້ວ ໃນມື້ນີ້ມີ 4 ກິດຈະກໍາການອອກກຳລັງກາຍທີ່ຮັບຮອງວ່າໜ້າທ້ອງຂອງສາວໆນັ້ນ ຈະຕ້ອງນ້ອຍລົງຢ່າງແນ່ນອນ!!!\ ປັ່ນລົດຖີບກາງອາກາດ ທ່າອອກກຳລັງກາຍງ່າຍໆ ທີ່ສາວໆສາມາດເຮັດໄດ້ຢູ່ເທິງຕຽງນອນ ພຽງແຕ່ສາວໆນອນປັ່ນລົດຖີບກໍສາມາດເພີ່ມກ້າມຊີ້ນ ໜ້າທ້ອງໄດ້ແລ້ວ ໂດຍໃຊ້ມືທັງສອງຂ້າງຈັບທາງຫຼັງຫົວເອົາໄວ້ ແຂນສອກ ແລະ ລຳຕົວຈະບິດໄປມາຕາມແຮງປັ່ນລົດຖີບ ເກັງໜ້າທ້ອງເອົາໄວ້ ຈາກນັ້ນຍົກຫົວເຂົ່າຂຶ້ນ ແລ້ວກຽມປັ່ນລົດຖີບໄດ້ ເຮັດແນວນີ້ຢ່າງນ້ອຍ 12 – 16 ຄັ້ງຕໍ່ 1 ຮອບ ເຮັດປະມານ1-3 ຮອບ. ໝາກບານໂຍຄະ ການອອກກໍາລັງກາຍດ້ວຍໝາກບານໂຍຄະນອກຈາກຈະມ່່ວນແລ້ວຍັງເຮັດໃຫ້ໜ້າທ້ອງນ້ອຍລົງ ພຽງແຕ່ໃຊ້ມືທັງ 2 ຈັບຫົວເອົາໄວ້ ແລ້ວກໍແອນຫຼັງລົງໃສ່ໝາກບານ ແລ້ວກໍSit upຂຶ້ນລົງ ເຮັດແນວນີ້ຢ່າງນ້ອຍ 12-16 ຄັ້ງຕໍ່ 1 ຮອບ ເຮັດປະມານ 1-3 ຮອບ. ນອນຍົກຂາ ນອນຍົກຂາຂຶ້ນສູງທ່ານີ້ນອກຈາກຈະຊ່ວຍໃຫ້ຂານ້ອຍແລ້ວ ຍັງຊ່ວຍຫຼຸດໜ້າທ້ອງໄດ້ດີອີກດ້ວຍ ພຽງແຕ່ເອົາມືຈັບຫົວ ຍົກຫົວຂຶ້ນ ຈາກນັ້ນຍົກຂາຂຶ້ນສູງຄ້າງເອົາໄວ້ປະມານ 12-16 ວິນາທີ …

Read More »

ສະແດງຄວາມຍິນດີ! Miss Intercontinental Laos 2018 ຈະໄປປະກວດເວທີໂລກໄວໆນີ້…

ຫຼາຍເວທີຈົນນັບບໍ່ຖ້ວນກັນແລ້ວໃນເວລານີ້… ມີຂ່າວສານເລື່ອງວົງການນາງງາມມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼ້າສຸດກໍເປີດຕົວ Miss International Laos 2018 ນັ້ນກໍຄື ຢາດຟ້າ ພົມມະວົງໄຊ ອະດີດຮອງອັນດັບ 1 Miss International Laos 2018 ແຕ່ປັດຈຸບັນຖືກແຕ່ງຕັ້ງໃຫ້ເປັນ Miss Intercontinental Laos 2018 ເພື່ອກຽມໄປປະກວດໃນເວທີໂລກ ຕົ້ນປີ 2019 ທີ່ຈະມາເຖິງນີ້… ງົດງາມ ສົມມົງແທ້ໆ!!! ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ ນ້ອງ ຢາດຟ້າ Miss Intercontinental Laos 2018 ຕົວແທນສາວງາມຈາກປະເທດລາວ, ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/FyFa Phommavongsay

Read More »

ເຈົ້າໜ້າທີ່ພາສີຂົວມິດຕະພາບ 1 ຢຶດເງິນໂດລາ-ເງິນເອີໂຣ ມູນຄ່າຫລາຍກວ່າ 1,5 ຕື້ກີບ

ໃນວັນທີ 31 ຕຸລາ 2018 ທີ່ຜ່ານມາ ດ່ານພາສີສາກົນ ຂົວມິດຕະພາບ 1 (ນະຄອນຫລວງວຽງຈັນ-ໜອງຄາຍ) ເຈົ້າໜ້າທີ່ພາສີ ສາມາດຢຶດເງິນໂດລາສະຫະລັດໄດ້ 170.000 ໂດລາ,ໂດລາອົດສະຕຣາລີ 7.470 ໂດລາ, ເງິນເອີໂຣ 3.145 ເອີໂຣ ທີ່ຊຸກເຊື່ອງໃນກະເປົາເປ້ສີດໍາໃນລົດກະບະໝາຍເລກທະບຽນ ຂກ 6633 ກຳແພງນະຄອນ, ກຽມນຳເງິນຕາອອກນອກປະເທດ, ຕີເປັນມູນຄ່າເງິນກີບຫລາຍກວ່າ 1,5 ຕື້ກີບ. ອີງຕາມການລາຍຂອງ ທ່ານ ບຸນແອງ ພັນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 1 ໄດ້ໃຫ້ຮູ້ວ່າ: ໃນວັນທີ 31 ຕຸລາ 2018 ເວລາ 10:25 ໂມງ, ເຈົ້າໜ້າພາສີ ໄດ້ຮັບແຫລ່ງຂ່າວວ່າຈະມີການລັກລອບເງິນຕາອອກນອກປະເທດ. ພ້ອມກັນນັ້ນ, ຈຸງານກວດກາພາຫະນະ-ຜູ້ໂດຍສານ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ກຽມພ້ອມກວດກາ, ພໍມາຮອດ ເວລາ 11:37 …

Read More »