ກ້າວໄປອີກໜຶ່ງຂັ້ນກັບວົງການບັນເທິງບ້ານເຮົາ ຫຼ້າສຸດກໍ່ມີໜຸ່ມໆບອຍແບຣນລາວ ຈາກວົງ GB2 ບໍ່ວ່າຈະເປັນ ອາເລັກ, ເລັນ, ເປີ້ນ, ອ໋ອດ ແລະ ຍັງມີ ໜຸ່ມ ສັນຕິ ສັນຕິກອນ ພິທີກອນ ທີ່ໄດ້ເດີນສາຍໃຫ້ສຳພາດສື່ດັງຂອງປະເທດໄທຫຼາຍສື່ໃນຄັ້ງນີ້ດ້ວຍ. ສຳຫຼັບ ການເດີນທາງໄປຮ່ວມໃຫ້ສຳພາດໃນເທື່ອນີ້ແມ່ນເດີນສາຍໄປສຳພາດກັບສື່ດັງໆຂອງປະເທດເພື່ອນບ້ານຫຼາຍຕໍ່ໆສື່. ວ້າວ…ເຫັນແບບນີກໍ່ດີໃຈກັບສິລະປິນລາວ ນັກຮ້ອງລາວຂອງເຮົາ ທີ່ຈະໄດ້ມີແຟນໆຈາກຕ່າງຊາດ ແລະ ເປັນການສື່ເຖິງວ່າຄົນລາວເຮົາກໍ່ມີຄວາມສາມາດບໍ່ແພ້ຊາດອື່ນ. ຮູບພາບ: GB2 Boyband Laos
Read More »Home
ງານດີເວີ້! ສ່ອງນາຍແບບໃນງານ Lao Fashion Week 2018
ເອົາໃຈສາວນ້ອຍ ສາວໃຫ່ຍ ສາວແທ້ ສາວທຽມທັງຫຼາຍ ຫັ້ນແນ່…ຢາກຮູ້ແລ້ວແມ່ນບໍ່ວ່າຈະເປັນເລື່ອງຫຍັງ ໃນມື້ນີ້ ຊະນີIndy ຈະພາມາແອບສ່ອງ ຜູ້ຊາຍ (555) ເປັນນາຍແບບທີ່ເດີນໃນງານ Lao Fashion Week 2018 ຂໍບອກວ່າແຕ່ລະຄົນນັ້ນ ງານດີເວີ້ໆໆໆ… ບໍ່ເຊື່ອລອງມາເບິ່ງກັນເອງເດີ້… ງານດີໆທັງນັ້ນ!!! ເປັນແນວໃດແດ່ ງານດີສົມກັບ ຊະນີIndy ບອກເລີຍແມ່ນບໍ່? ເອົາເປັນວ່າເບິ່ງພໍຫອມປາກຫອມຄໍກັນໄປຊໍ່ານິກ່ອນເນາະ (555) ຮູບພາບ: Jean-Christophe Olry
Read More »ແຈ້ງເຕືອນ! ລົມພາຍຸໜູນເຂດຮ້ອນ ບາລີແຈັດ (Barijat) ໄລຍະວັນທີ 14 ຫາ 15 ກັນຍາ 2018 ນີ້!!!
ຄາດວ່າໃນໄລຍະ ວັນທີ 14 ຫາ 15 ກັນຍາ 2018 ລົມພາຍຸໜູນເຂດຮ້ອນ ບາລີແຈັດ (Barijat), ພາຍຸຫົວນີ້ຈະເຄື່ອນທີ່ ຜ່ານພາກເໜືອຂອງປະເທດຫວຽດນາມ. ດັ່ງນັ້ນຈື່ງແຈ້ງເຕືອນເຖີງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ພາກເໜືອ ແລະ ພາກກາງ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບ ສະພາບລົມແຮງ, ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ດິນເຈື່ອນ ແລະ ນໍ້າຖ້ວມຊຸ ທີ່ອາດຈະເກີດຂື້ນໄດ້ ແລະ ຂໍໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ຕິດຕາມສະພາບອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈໍາ. (ຢ່າລືມແຊຣບອກຕໍ່ໆກັນ ເພາະຈະໄດ້ເປັນການແຈ້ງເຕືອນກັນໃຫ້ຮັບຮູ້) ທີ່ມາ: ກົມອຸຕຸນິຍົມແລະອຸທົກກະສາດ
Read More »ສ່ອງ! ຫຼິງຫຼິງ ປິຍະດາ ໃນງານ Laos Fashion Week 2018 (ງານນີ້ອິິນເນີ້ມາເຕັມ)
Wowww ຕ້ອງຂໍບອກກ່ອນວ່າ ເລີດສຸດ!!! ຫຼ້າສຸດ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງຄົນດັງ ຮ່ວມເປັນໜຶ່ງໃນນາງແບບ ໃນງານ Laos Fashion Week 2018 ທີ່ເລີ່ມກັນໄປຕັ້ງແຕ່ວັນທີ 11 ກັນຍາ 2018 ທີ່ຜ່ານມາ, ເຊິ່ງງານນີ້ຂຶ້ນຊື່ວ່າ ຫຼິງຫຼິງ ແລ້ວມີຫວ໋າທີ່ນາງຈະທຳມະດາ ຕ້ອງຈັດເຕັມ ງາມ ເລີດແນ່ນອນ!!! ລອງມາສ່ອງແຕ່ລະຮູບຂອງນາງເບິ່ງເດີ້ ແຕ່ລະມຸມຂໍບອກວ່າອິນເນີ (Inner) ນາງມາເຕັມສຸດຍອດ. ຮູບພາບ: Pitadar Lingling Inthavong
Read More »ການນຳລັດຖະບານ ຕິດຕາມ ສະພາບນ້ຳຖ້ວມ ພ້ອມມອບເງິນຊ່ວຍເຫຼືອຜູ້ປະສົບໄພ
ຄະນະການນຳລັດຖະບານ ເຊິ່ງນຳໂດຍ ທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ທ່ານ ຄຳມະນີ ອິນທິລາດ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ການນຳຈາກລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ໄດ້ລົງຕິດຕາມ ສະພາບນ້ຳຖ້ວມ ຕາມລ່ອງນ້ຳງື່ມ ໃນວັນທີ 8 ກັນຍາ 2018. ຫລັງຈາກນັ້ນຄະນະທີມງານ ໄດ້ຮັບຟັງລາຍງານຈາກ ຄະນະຮັບຜິດຊອບສະກັດກັ້ນ ແລະ ຕ້ານໄພພິບັດ ຢູ່ຫ້ອງວ່າການປົກຄອງເມືອງທຸລະຄົມ ກ່ຽວກັບ ສະພາບນ້ຳຖ້ວມ ໃນຂົງເຂດດັ່ງກ່າວ. ໃນໂອກາດດັ່ງກ່າວນີ້ ກໍ່ໄດ້ມອບເງິນຈຳນວນ 200.000.000 (ສອງຮ້ອຍລ້ານກີບ) ໃຫ້ແກ່ສູນສະກັດກັ້ນ ແລະ ຕ້ານໄພນ້ຳຖ້ວມ ເພື່ອເອົາໄປນຳໃຊ້ໃນວຽກງານ ຊ່ວຍເຫຼືອຜູ້ປະສົບໄພ ພາຍຫລັງຕິດຕາມ ສະພາບນ້ຳຖ້ວມ ຈາກລຳນ້ຳງື່ມ ຕອນລຸ່ມແລ້ວ, ຄະນະ ໄດ້ເດີນທາງໄປເຂື່ອນໄຟຟ້າ ນ້ຳງື່ມ-1 …
Read More »