ກຳລັງໃຈທະຍອຍມາເລື້ອຍໆ ຫຼ້າສຸດ ອະນັນດາ ເອເວີຣິງແຮມ ຫຼື (ຈ່ອຍ) ນັກສະແດງໜຸ່ມສຸດຫຼໍ່ເຊື້ອສາຍລາວ ໄດ້ອອກມາໂພສຄລິບໃຫ້ກຳລັງໃຈ ພໍ່ແມ່ພີ່ນ້ອງຊາວ ມ.ສະໜາມໄຊ ແຂວງ ອັດຕະປື ແບບນີ້… To my brothers and sisters in Laos ? ? #prayforlaos A post shared by ananda everingham (@ananda_everingham) on Jul 25, 2018 at 6:07am PDT ອະນັນດາ ເອເວີຣິງແຮມ ຍັງໄດ້ຂຽນແຄັບຊັ່ນ “To my brothers and sisters in Laos ? ? #prayforlaos” ເຮັດໃຫ້ມີຄົນເຂົ້າໄປຊ່ວຍໃຫ້ກຳລັງໃຈ ພໍ່ແມ່ພີ່ນ້ອງທີ່ກຳລັງຖືກປະສົບໄພກັນຢ່າງຫຼວງຫຼາຍ. …
Read More »Home
ເບວລ່າ ນາງເອກດັງອອກມາໂພສຮູບ ພ້ອມຕິດແຮສແທັກ (#Prayforlaos) ແລະ ໃຫ້ກຳລັງໃຈພີ່ນ້ອງຊາວລາວແບບນີ້…
ນອກຈາກນໍ້າໃຈຈາກຄົນລາວແລ້ວ ຍັງມີນໍ້າໃຈຈາກຫຼາຍປະເທດ ຫຼ້າສຸດ ເບວລ່າ ເຄມເປນ ນາງເອກດັງຈາກປະເທດເພື່ອນບ້ານ (ປະເທດໄທ) ໄດ້ອອກມາໂພສຮູບພາບສື່ຄວາມໝາຍ ພ້ອມຂຽນແຄັບຊັ່ນໃຫ້ກຳລັງໃຈ ຝາກເຖິງພີ່ນ້ອງຊາວລາວວ່າ: “ເປັນກຳລັງໃຈໃຫ້ພີ່ນ້ອງຊາວລາວທຸກທ່ານ ຂໍໃຫ້ເຫດການຜ່ານໄປໂດຍໄວ #Prayforlaos” เป็นกำลังใจให้พี่น้องชาวลาวทุกท่าน ขอให้เหตุการณ์ผ่านพ้นไปโดยเร็วนะคะ ??❤️ #prayforlaos A post shared by Bella Ranee Campen (@bellacampen) on Jul 25, 2018 at 2:07am PDT ຈາກໂພດດັ່ງກ່າວເຮັດໃຫ້ມີແຟນຄລັບຈາກທັງສອງຝັ່ງ ລາວ ແລະ ໄທ ເຂົ້າໄປໃຫ້ກຳລັງໃຈພໍ່ແມ່ພີ່ນ້ອງຊາວລາວຜູ້ປະສົບໄພ ພ້ອມພາວະນາໃຫ້ທຸກໆຄົນປອດໄພ. ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ) via: IG/bellacampen
Read More »ເຜີຍແລ້ວ! ຮູບພາບພໍ່ແມ່ພີ່ນ້ອງຜູ້ປະສົບໄພພິບັດນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື (ຄົນແຫ່ໃຫ້ກຳລັງໃຈລົ້ນຫຼາມ)
ເປີດເຜີຍຮູບພາບປະຊາຊົນຜູ້ປະສົບໄພພິບັດນໍ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປື ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໄດ້ເຕົ້າໂຮມກັນທີ່ສະໂມສອນເມືອງ . ເຊິ່ງຮູບພາບເຫຼົ່ານີ້ຖືກເປີດເຜີຍໃນຄໍ່າຄືນຂອງ ວັນທີ 25 ກໍລະກົດ 2018 ຈົນເຮັດໃຫ້ມີຄົນແຫ່ເຂົ້າໄປໃຫ້ກຳລັງໃຈ ພໍ່ແມ່ພີ່ນ້ອງຜູ້ປະສົບໄພ ເປັນຈຳນວນຫຼວງຫຼາຍ. ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ) ຂໍຂອບໃຈຮູບພາບຈາກ Support Prime Minister Thongloun Sisoulith
Read More »ແອບເປີ້ນ-ຟຣຸກ ໄລ້ສົດຫາທຶນຊ່ວຍເຫຼືອພີ່ນ້ອງຊາວ ອັດຕະປື ທະລຸຫຼາຍຮ້ອຍລ້ານ (#Prayforattapue)
ຍາມທຸກແບບນີ້ເຮົາຕ້ອງຊ່ວຍກັນຄົນລະໄມ້ລະມື ຫຼ້າສຸດ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ໄດ້ລະດົມທຶນເພື່ອຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວ ອັດຕະປື ຜ່ານການໄລ້ສົດ ລະດົມທຶນຈາກທັງສອງຝັ່ງ ລາວ ແລະ ໄທ ປັດຈຸບັນນີ້ ທະລຸຫຼາຍຮ້ອຍລ້ານ ແລະ ເງິນສ່ວນທຳອິດ 100 ລ້ານກີບແມ່ນນຳໄປຊື້ເຄື່ອງໃຊ້ທີ່ຈຳເປັນເຊັ່ນ: ໄຟສາຍ ຜ້າອານາໄມ ໂສ້ງ ຍາໄຕ້ຍຸງ ເກີບ ມຸ້ງ ສິ້ນແຕ້ມ ແລະ ອີກຈຳນວນຫຼວງຫຼາຍ ເຊິ່ງເຄື່ອງແລະເງິນຈະນຳໄປມອບໃຫ້ຜູ້ປະສົບໄພໃນມື້ອື່ນ. ປັດຈຸບັນຍອດບໍລິຈາກຂອງ ແອບເປີ້ນ ແລະ ຟຣຸກ ກໍ່ຍັງຈະມີຍອດເພີ່ມຂຶ້ນເລື້ອຍໆ… (ສາທຸ ສາທຸ) ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ)
Read More »ກ້ອງ ຫ້ວຍໄລ່ ແລະ ເບີ້ນ ປະທຸມລາດ ນັກຮ້ອງດັງຈາກປະເທດເພື່ອນບ້ານ ອອກມາປະກາດຊ່ວຍເຫຼືອພີ່ນ້ອງຊາວລາວ!!!
ຮັບຮູ້ກັນໄປທົ່ວໂລກແລ້ວ ເນື່ອງຈາກເຫດເຄື່ອນແຕກ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ໃນວັນທີ 24 ກໍລະກົດ 2018 ເຮັດໃຫ້ປະຊາຊົນຄົນໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນເທື່ອນີ້ຫຼາຍພັນຄົນ, ຫຼ້າສຸດ ກ້ອງ ຫ້ວຍໄລ່ ແລະ ເບີ້ນ ປະທຸມລາດ ນັກຮ້ອງດັງຈາກປະເທດເພື່ອນບ້ານ ກໍ່ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວເພື່ອຕ້ອງການຮ່ວມຊ່ວຍເຫຼືອຜູ້ປະສົບໄພໃນເທື່ອນີ້… ເຊິ່ງ ເບີ້ນ ປະທຸມລາດ ແລະ ກ້ອງ ຫ້ວຍໄລ່ ຈະໄລ້ສົດຮ້ອງເພງຄູ່ກັນເພື່ອຮັບບໍລິຈາກ ຕາມສັດທາຈາກແຟນເພງ ເພື່ອຊ່ວຍພີ່ນ້ອງຊາວລາວທີ່ຖືກປະສົບໄພ ແລະ ເບີ້ນ ຍັງໄດ້ກ່າວອີກວ່າ ໃຈແທ້ຢາກເຮັດຄອນເສີດ ແຕ່ຄົງຈະຫຼ້າຊ້າໃນການກະກຽມງານ (ໃນວິກິດທີ່ເກີດຂຶ້ນໃນເທື່ອນີ້ ຈະຊ່ວຍໃຫ້ເຕັມທີ່ ແລະ ຊ່ວຍຢ່າງມີຄຸນນະທຳທີ່ສຸດ) ນັບວ່າເປັນນໍ້າໃຈອັນປະເສີດ ລະຫວ່າງ ປະເທດບ້ານໃກ້ເຮືອນຄຽງ (ລາວ-ໄທ) ທີ່ມີນໍ້າໃຈໃນຍາມທີ່ອີກຝ່າຍກຳລັງຕົກທຸກໄດ້ຍາກ. (ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ #PrayforAttapue ??????)
Read More »