ເປັນນາທີແຫ່ງຊີວິດ ທີມກູ້ໄພຈາກປະເທດເພື່ອນບ້ານ (ປະເທດໄທ) ໄດ້ລົງພື້ນທີ່ໂດຍການແຕ່ງຕັ້ງຈາກ ເຈົ້ງແຂວງ ອັດຕະປື ເພື່ອຄົ້ນຫາ ປະຊາຊົນ ບ.ໄຊດອນໂຂງ ທີ່ສູນຫາຍ 15 ຄົນ ຈາກເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ, ເຊິ່ງພາລະກິດແຫ່ງຊີວິດນີ້ທາງທີມກູ້ໄພໄດ້ເຮັດສຸດຄວາມສາມາດ ຕໍ່ສູ້ຄົ້ນຫາທ່າມກາງພາຍຸຝົນ ແຕ່ຖ້າຄົ້ນຫາບໍ່ພົບກໍ່ຕ້ອງຢຸດກ່ອນຟ້າມືດ ແຕ່ຍ້ອນຄວາມສາມັກຄີ ແລະ ມຸ່ງໝັ້ນເຮັດໃຫ້ທີມກູ້ໄພຈາກປະເທດເພື່ອນບ້ານສາມາດເຂົ້າຊ່ວຍເຫຼືອທັງໝົດ 15 ຊີວິດໄດ້ສຳເລັດ. ສຳລັບຜູ້ປະສົບໄພທີ່ທາງທີມກູ້ໄພໄດ້ເຂົ້າຊ່ວຍເຫຼືອມີ ເດັກນ້ອຍ 4 ຄົນ, ແມ່ຍິງ 6 ຄົນ (1ຄົນກຳລັງຖືພາ) , ຜູ້ຊາຍ 4 ຄົນ ລວມເປັນ 15 ຊີວິດ, ລາຍງານເບື້ອງຕົ້ນໃຫ້ຮູ້ວ່າ ທຸກຄົນປອດໄພ ແຕ່ມີອາການປ່ວຍ 2 ຄົນ ແລະ ມີອາການເໝື່ອຍ ເພຍ ແລະ ຫິວໂຫຍ ເພາະບໍ່ໄດ້ກິນອາຫານມາເປັນເວລາ 4 ມື້ ຕັ້ງແຕ່ວັນເກີດເຫດ …
Read More »Home
ເຈນນີ່ ມິສເວີລາວ 2017 ແທັກທີມເພື່ອນພ້ອງລົງໃຕ້ ຊ່ວຍເຫຼືອຜູ້ປະສົບໄພ
ສົມແລ້ວທີ່ເປັນນາງງາມ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ມິສເວີລາວ 2017 ແທັກທີມເພື່ອນພ້ອງ ພ້ອມທີມງາມລົງໃຕ້ ເພື່ອຊ່ວຍເຫຼືອຜູ້ປະສົບໄພເຂື່ອນແຕກ ນໍ້າຖ້ວມ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ແລ້ວ ໃນເຊົ້າຂອງວັນທີ 27 ກໍລະກົດ 2018. ເຊິ່ງ ເຈນນີ່ ກໍ່ຍັງໄດ້ໂພສຂອບໃຈຕໍ່ທີມງານ ແລະ ພໍ່ແມ່ພີ່ນ້ອງທີ່ມີນໍ້າໃຈເຂົ້າມາຮ່ວມບໍລິຈາກດັ່ງນີ້: ຄົນລາວເຮົາເຖິງຍາມສຸກກໍ່ສຸກດ້ວຍກັນ ຮອດຍາມທຸກກໍ່ຕ້ອງຊ່ວຍເຫຼືອກັນ ຊ່ວຍກັນຄົນລະໄມ້ລະມື ເຮົາຈະຜ່ານໄພພິບັດຮ້າຍແຮງເທື່ອນີ້ໄປພ້ອມໆກັນ #prayforattapue #prayforlaos ຮູບພາບຈາກ: Tonkham Phonchanheuang . Saykeo Make
Read More »ເຜັດໆໆໆເວີ້!!! ສຽວຜິງ ອົດບໍ່ໄດ້ອອກມາໂພສຊີ້ແຈງເລື່ອງສື່ລາວ ຢຸດປຽບທຽບລະຫວ່າງສື່ບ້ານເຮົາ ແລະ ບ້ານເຂົາໄດ້ແລ້ວ
ກາຍເປັນປະເດັນກະແສຮ້ອນແຮງ ເນື່ອງຈາກວ່າມີກະແສທີ່ວ່າມີຊາວເນັດອອກມາໂພສ ວ່າເຫັນສື່ຫຼາຍປະເທດອອກຂ່າວ ປະຊາຊົນລາວທີ່ກຳລັງປະສົບເຄາະຮ້າຍ ເຂື່ອນແຕກທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແບບລົວໆ… ແຕ່ສື່ບ້ານເຮົາບໍ່ເຫັນອອກຂ່າວ ຈົນເປັນປະເດັນດຣ່າມ່າ ເຮັດໃຫ້ຫຼ້າສຸດ ສຽວຜິງ ໄຊຍະລິນ ພິທີກອນຊື່ດັງ ອົດບໍ່ໄດ້ທີ່ຈະອອກມາໂພສລະບາຍຄວາມໃນໃຈ ແລະ ຊີ້ແຈງໃຫ້ເບິ່ງເປັນຂໍ້ໆກັນເລີຍ (ອູຍ…ເຜັດໆໆໆເວີ້!!!) ເຊິ່ງໃຈຄວາມທີ່ ສາວ ສຽວຜິງ ໄດ້ອອກມາຊີ້ແຈງກໍ່ມີຢູ່ວ່າ: (ຖືວ່າເຄຍກະຈ່າງແຈ້ງເນາະ ບໍ່ເວົ້າຫຼາຍເດີ້ ຟ້າວໄປບໍລິຈາກເຄື່ອງໃຫ້ຜູ້ປະສົບໄພ ຍັງມີຫຼາຍຊີວິດທີ່ລໍຖ້າການຊ່ວຍເຫຼືອຢູ່…) ຢ່າງໃດກໍ່ໃຈເຢັນໆກັນກ່ອນເດີ້ທຸກໆຄົນ ແນ່ນອນວ່າຍາມທຸກຄົນຕົກຢູ່ໃນສະຖານນະການຄັບຂັນແບບນີ້ ຄົນລາວເຮົາບໍ່ເຄີຍຖິ້ມກັນ ປະຊາຊົນລາວເຮົາທຸກຄົນຕ້ອງລວມເປັນຈິດໜຶ່ງໃຈດຽວກັນ ເພື່ອເຮົາຈະຜ່ານຜ່າວິກິດໄພພິບັດສຸກເສີນລະດັບຊາດຄັ້ງນີ້ໄປໃຫ້ໄດ້ ສິ່ງສຳຄັນທີ່ສຸດແມ່ນເຮົາຕ້ອງສາມັກຄີກັນ. (#prayforattapue #prayforlaos #Kjprayforattapue) ທີ່ມາ: FB/Siewphing Xyl
Read More »ໂຕ່ໂນ່ ພາຄິນ ນັກຮ້ອງຊື່ດັງປະເທດເພື່ອນບ້ານ ກຽມລົງພື້ນທີ່ ຊ່ວຍພີ່ນ້ອງຊາວອັດຕະປື!!!
ໂຕ່ໂນ່ ພາຄິນ ນັກຮ້ອງ-ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ກຽມລົງພື້ນທີ່ ພ້ອມທີມງານ ເພື່ອເຂົ້າຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວອັດຕະປືທີ່ປະສົບໄພນໍ້າຖ້ວມ ແລະ ຈະເດີນທາງລົງພື້ນທີ່ໃນວັນທີ 28 ກໍລະກົດ 2018 ນີ້, ເຊິ່ງ ໂຕ່ໂນ່ ໄດ້ໂພສຜ່ານ ອິນສະຕາແກຣມ ເພື່ອຂໍຮັບບໍລິຈາກເຄື່ອງຂອງດັ່ງນີ້ ເສື້ອຜ້າ ເຄື່ອງນຸ່ງຫົ່ມ, ຜ້າອານາໄມ-ແພມເພີດເດັກ, ຜ້າຫໍ່ສົບ, ນໍ້າດື່ມ ອາຫານແຫ້ງ ແລະ ໃນເທື່ອນີ້ແມ່ນບໍ່ຮັບເງິນສົດ ຮັບພຽງສິ່ງຂອງເທົ່ານັ້ນ. กลับกทม.ด่วน!!!!! เพื่อ บ้านพี่เมืองน้องของเรานะครับ ?? ผมกับทีมจะลงพื้นที่ช่วยผู้ประสบภัยในวันที่28นี้นะครับ เรามีเวลาเตรียมตัวแค่2วัน มันเป็นเรื่องเร่งด่วน สิ่งที่เราต้องการ คือ 1.เสื้อผ้า เครื่องนุ่งห่ม 2.ผ้าอนามัย + แพมเพิทเด็ก 3.ผ้าห่อศพ 4.น้ำดื่ม อาหารแห้ง นำสิ่งของมาบริจาคได้ตั้งแต่วันนี้นะครับ ที่จุดรับบริจาค”ห้างยงสงวน จ.อุบลราชธานี” ขอบคุณมากนะครับทุกคน #สปปลาว #เขื่อนแตก #laos ???? #ครั้งนี้ขอไม่รับเงินบริจาคนะครับ …
Read More »ຄົນລາວບໍ່ຖິ້ມກັນ! ກຸ່ມແມ່ຄ້າຊ່ວຍກັນເຮັດ ຊີ້ນຫຼອດໄປມອບໃຫ້ພີ່ນ້ອງຊາວອັດຕະປື!!!
ຄົນລາວເຮົາຍາມສຸກກໍ່ສຸກດ້ວຍກັນ ເຖິງຄາວທຸກມີຫວ໋າ…ທີ່ເຮົາຈະຖິ້ມກັນ ເປັນພາບທີ່ສຸດປະທັບໃຈເມື່ອມີກຸ່ມແມ່ຄ້າຈາກຕະຫຼາດ ໜອງໜ້ຽວ ທີ່ຊ່ວຍກັນອອກເຫື່ອເທແຮງ ເຮັດຊີ້ນຫຼອດ ພ້ອມທັງລະດົມທຶນ ໄປມອບໃຫ້ແກ່ພີ່ນ້ອງ ຊາວແຂວງອັດຕະປື ທີ່ກຳລັງເດຶອດຮ້ອນຈາກນໍ້າຖ້ວມ. ເຫັນນໍ້າໃຈຂອງຄົນລາວ ແລະ ຄົນທົ່ວໂລກທີ່ຫຼັ່ງໄຫຼ ເຂົ້າໄປຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວ ມ.ສະໜາມໄຊ ແຂວງ ອັດຕະປື ແລ້ວກໍ່ດີໃຈແທນ, ຢ່າງໃດກໍ່ຂໍເປັນກຳລັງໃຈແກ່ຜູ້ປະສົບໄພ ເຮົາຈະຜ່ານວິກິດຮ້າຍແຮງເທື່ອນີ້ໄປນຳກັນ #Prayforattapue #Prayforlaos . ຮູບພາບ: FB/ເມກຂະຫຼາ ສະບາພອນ , Support Prime Minister Thongloun Sisoulith
Read More »