Breaking News

Home

ມາຮູ້ຈັກ! ສາວນ້ອຍຈາກພາກໃຕ້ ຜູ້ຄວ້າໄຊຊະນະໃນການສອບເສັງນັກຮຽນເກັ່ງລະດັບຊາດ!

ມາຮູ້ຈັກກັບນັກຮຽນເກັ່ງ ນ້ອງ ວັນວິໄລ ເພັດສະໄພວັນ ອາຍຸ 19 ປີ ຈາກ ແຂວງ ຈຳປາສັກ, ນັກຮຽນເກັ່ງຊັ້ນ ມໍ 7 ມສ. ໂພນໄຊ ຊຶ່ງເປັນຕົວແທນໃຫ້ແກ່ນັກຮຽນເກັ່ງຂອງແຂວງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດໃນ ສາຂາວິຊາພາສາລາວ-ວັນນະຄະດີ ໃນວັນທີ 24-27 ເມສາ 2018  ທີ່ຜ່ານມາ ຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ສາມາດຍາດໄດ້ອັນດັບທີ 1 ໄດ້ຮັບເງິນລາງວັນ 10 ລ້ານກີບ. ນອກຈາກນັ້ນນ້ອງ ວັນວິໄລ ຍັງໄດ້ກ່າວວ່າເຖິງແຮງບັນດານໃຈ ແລະ ເຄັດລັບການຮຽນວ່າ: ກ່ອນຈະມາເປັນນັກຮຽນເກັ່ງໄດ້ຍ້ອນນ້ອງເອງມີຈິດໃຈມັກຮຽນວິຊາ ພາສາລາວ-ວັນນະຄະດີ ເປັນພິເສດ ມາແຕ່ໄລຍະຮຽນຢູ່ຊັ້ນປະຖົມ ເຊິ່ງມີແຮງຈູງໃຈຈາກຮຸ່ນເອື້ອຍຄົນໜຶ່ງ ໂດຍເຫັນເພິ່ນໄປຮ່ວມເສັງນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ອັນດັບ 3 ກໍ່ເກີດມີແນວຄິດ, ມີຄວາມຫວັງຢາກເຮັດໄດ້ຄືເພິ່ນ ຈຶ່ງຖືເອົາເພິ່ນເປັນແບບຢ່າງ, ເລີ່ມແຕ່ນັ້ນມາກໍ່ພະຍາຍາມຄົ້ນຄ້ວາຮໍ່າຮຽນໃຫ້ດີທີ່ສຸດ. ສໍາລັບວິທີການຄົ້ນຄ້ວາຮໍໍ່າຮຽນກໍ່ຄ້າຍໆຄືກັບໝູ່ເພື່ອນຄື: ເວລາຮຽນໃນຫ້ອງກໍ່ຕັ້ງໃຈຟັງຄໍາຄູອະທິບາຍ, …

Read More »

ດວງປະຈໍາວັນ ສຸກ, ວັນທີ 25 ພຶດສະພາ 2018

• ວັນອາທິດ. ການເງິນ: ຈະມີໂອກາດການເງິນທີ່ດີເຂົ້າມາ ຈຶ່ງເຮັດໃຫ້ມີເງິນທ້ອນ ວຽກງານ: ມີດວງຈະໄດ້ຍ້າຍໜ້າທີ່ ຫຼື ສະຖານທີ່ເຮັດວຽກ ຄວາມຮັກ: ຄົນໂສດ ລະວັງຜິດຖຽງກັບຄົນທີ່ທ່ານມັກ ຈຶ່ງເຮັດໃຫ້ຄວາມສໍາພັນຫ່າງໄກອອກໄປ ສ່ວນຄົນມີຄູ່ ມີດວງຜິດຖຽງກັບຄົນຮັກເພາະຄວາມຫຶງຫວງ ບໍ່ເຊື່ອໃຈກັນ • ວັນຈັນ. ການເງິນ: ການທວງໜີ້ ຫຼື ເຈລະຈາດ້ານການເງິນ ຈະບໍ່ຄ່ອຍປະສົບຄວາມສໍາເລັດ ວຽກງານ: ວຽກຫຼາຍ ເພາະຕ້ອງເຮັດໂປຼເຈັກໃໝ່ໆ ໂດຍທີ່ຫາຄົນຊ່ວຍເຫຼືອຍາກ ຄວາມຮັກ: ຄົນໂສດ ຍັງບໍ່ມີວີ່ແວວຂອງເລື່ອງຄວາມຮັກເລີຍ ສ່ວນຄົນມີຄູ່ ມີດວງຜິດຫວັງ ຫຼື ເລີກກັບແຟນສູງ ແບບບໍ່ທັນຕັ້ງຕົວ • ວັນອັງຄານ. ການເງິນ: ດີເປັນພິເສດ ຈະໄດ້ໂຊກ ຫຼື ເງິນຈາກຄົນທີ່ບໍ່ເຄີຍຄິດມາກ່ອນ ວຽກງານ: ຈະຮັບໂອກາດດີໆດ້ານວຽກງານ ຫຼື ໄດ້ຄວາມຄິດເລີ່ມຢາກເຮັດທຸລະກິດໃໝ່ໆ ຄວາມຮັກ: ຄົນໂສດ ຈະພົບຮັກກັບຄົນຕ່າງໄວ ກາຍເປັນຄວາມຮັກທີ່ຫວານຊຶ້ງ …

Read More »

ນາງງາມ ສາຍຮາ ຕ້ອງຄົນນີ້ເລີຍ ສຸດາ ວັນທອງທິບ

ເບິ່ງແຕ່ບຸກຂະລິກພາຍນອກເຫັນ ສຸດາ ວັນທອງທິບ ເປັນສາວຮຽບຮ້ອຍ ໜ້າຕາຫວານໆ ໃຜລະຈະຄິດວ່ານາງຈະມີຄວາມໜ້າຮັກ ຂີ້ດື້ ແຖມຕະຫຼົກເຮຮາ ຈີກອອກຈາກຄາເລັກເຕີ້ເກົ່າໆຂອງນາງໄປເລີຍ, ຊ່ວງຫຼັງໆມານີ້ ສຸດາ ນາງກໍ່ປ່ອຍຄລິບ ເຮຮາ ໜ້າຮັກໆມາໃຫ້ແຟນໆໄດ້ອົມຍິ້ມກັນເລື້ອຍໆ… ລະຫວ່າງພັກກອງ ພວກເຮົາກະເລີຍຫໍ່ມົກຄາຍຄຽດ5555#ระหว่างพักกองเราก็ห่อมกกัน???#คายเคียดเตีมพลัง???? โพสต์โดย Souda Vanthongthip เมื่อ 10 พฤษภาคม 2018 โพสต์โดย Souda Vanthongthip เมื่อ 23 พฤษภาคม 2018 โพสต์โดย Souda Vanthongthip เมื่อ 23 พฤษภาคม 2018   ນີ້ເປັນພຽງແຕ່ຄລິບບາງສ່ວນທີ່ ຊະນີIndy ເອົາມາຝາກແຟນໆ ສ່ວນໃຜຢາກເບິ່ງແບບເຕັມໆກໍ່ສາມາດເຂົ້າໄປເບິ່ງທີ່ ເຟສບຸກ  Souda Vanthongthip ກັນໄດ້ ຮັບຮອງໜ້າຮັກ ແຖມຮາອີກເດີ້ແຟນໆ ໃຜຈະຢາກເຊື່ອເຫັນ ສາວ ສຸດາ ໜ້າຫວານ …

Read More »

ໄປທ່ຽວນຳກັນບໍ່? ແບກໃຈໄປຖິ້ມໄວ້ ວັງວຽງ…3 ມື້ 2 ຄືນ (ເດີນທາງຕອນແລງວັນສຸກ ກັບຕອນແລງວັນອາທິດ) 

Hello ໝູ່ເພື່ອນຊ່ວງນີ້ເຫັນຫຼາຍຄົນຈົ່ມວ່າ ເຊັງ ຄຽດຈາກວຽກ-ການຮຽນ ແຟນຖິ້ມ ອົກຫັກ ໝູ່ບໍ່ຫຼິ້ນນໍາ (ເອົ້າໆໆ! ງານດຣ່າມ່າກໍ່ມາ 555) ຢ່າເດີ້!!! ເຂດນີ້ເປັນເຂດງົດເລື່ອງດຣ່າມ່າ ເພາະເປັນເຂດທີ່ມີແຕ່ຄວາມສະບາຍ ງົດເລື່ອງວຽກ-ເລື່ອງຮຽນ ໃຜທີ່ອົກຮັກແຟນບໍ່ຮັກກໍ່ບໍ່ຕ້ອງເສົ້າເພາະ ຂວັນໃຈ ເຮົາຈະພາໄປທ່ຽວທີ່ ເມືອງ ວັງວຽງ ແຂວງ ວຽງຈັນ ເປັນດິນແດນສວຍງາມ ສະຖານທີ່ທ່ອງທ່ຽວຍອດຮິດ ແລະ ສຳຄັນຂອງປະເທດລາວ. ຫຼັງຈາກທີ່ເມື່ອຍຈາກການເຮັດວຽກຫຼືການຮຽນອັນຕຶງຄຽດ ແຕ່ບໍ່ຢາກເດີນທາງໄກ ບໍ່ຢາກໃຊ້ເວລາຫຼາຍມື້ ຢາກທ່ຽວທຳມະຊາດ ແລະ ໂດດນໍ້າໄປພ້ອມໃນເວລາດຽວກັນ ຂວັນໃຈ Travel ເລີຍຂໍເອົາໃຈໝູ່ເພື່ອນທີ່ກຳລັງວາງແຜນທີ່ຈະທ່ຽວ ມີຄວາມຢາກໄປທ່ຽວພັກໃຈ ພັກກາຍແຕ່ມີວັນພັກກໍ່ດັນມີແບບຈຳກັດເຫຼືອເກີນ, ດັ່ງນັ້ນ ແນະນຳເລີຍ ວັງວຽງ ອອກເດີນທາງຕອນແລງວັນສຸກ ກັບມາຕອນແລງວັນອາທິດ ໃຊ້ເວລາເດີນທາງດ້ວຍລົດສ່ວນຕົວປະມານ 2 ຊົ່ວໂມງປາຍກໍຮອດແລ້ວ ແຕ່ຖ້າເປັນລົດໂດຍສານກໍເກີນ 3-4 ຊົ່ວໂມງແນ່ນອນ ແຖມມີກິດຈະກຳຜະຈົນໄພ ແລະ ມີແຫຼ່ງທ່ອງຫຼາຍແຫ່ງໃຫ້ຫຼິ້ນຈົນບາງເທື່ອອາດຈະລືມມື້ກັບພຸ້ນໄດ໋… …

Read More »

ຕຸລີ່ ບິດາລັກ ດຽວນີ້ຈັດວ່າເດັດ ເຜັດກວ່າເກົ່າ ເຊັກຊີ່ຂຶ້ນເປັນກອງ

ການເວລາບໍ່ສາມາດເຮັດຫຍັງ ຕຸລີ່ ບິດາລັກ ສີອັກຄະພົມ ນັກຮ້ອງ-ພິທີກອນຊື່ດັງ ດຽວນີ້ຂໍບອກວ່າສາວຄົນນີ້ຜ່ານໄປຈັກປີນາງກໍ່ຍັງຄົງຄວາມເປັນຕົວຂອງຕົວເອງ ມີເອກກະລັກໂດດເດັ່ນ ແລະ ບອກເລີຍດຽວນີ້ນາງເຊັກຊີ່ຂຶ້ນເປັນກອງ… ສຳລັບ ຕຸລີ່ ບິດາລັກ ປັດຈຸບັນອາຍຸ 30 ປີ ສາວຄົນເກັ່ງຫຼາກຫຼາຍຄວາມສາມາດຈາກ ນະຄອນຫຼວງພະບາງ ເປັນອີກໜຶ່ງສາວທີ່ເດີນທາງຢູ່ໃນວົງການບັນເທິງມາຫຼາຍປີ ເປັນນັກຮ້ອງທີ່ມີນໍ້າສຽງທີ່ເປັນເອກະລັກ ແຖມມີຄວາມສາມາດຫຼາຍດ້ານ, ເລີ່ມເຂົ້າວົງການບັນເທີງດ້ວຍຄວາມມັກຮັກໃນການຮ້ອງເພງ ແລະ ມີຄວາມສາມາດຂຽນເນື້ອເພງ ໃສ່ທຳນອງເອງ ແລະ ດ້ວຍພອນສະຫວັນ ບວກພອນສະແຫວງ ຈຶ່ງເຮັດໃຫ້ ຕຸລີ່ ອອກອາລະບໍ້າທຳອິດໃນປີ 2008 ເພງຂອງນາງກໍ່ເອີ້ນໄດ້ວ່າມີເພງທີ່ຮິດຕິດຫູແຟນໆຫຼາຍຕໍ່ຫຼາຍເພງ ຮອດປັດຈຸບັນຜົນງານເພງຂອງນາງກໍ່ມີເຖິງ 30 ກວ່າເພງແລ້ວ ແລະ ຮັບຮອງວ່ານາງຈະມີຜົນງານມາຝາກແຟນໆເລື້ອຍໆແນ່ນອນ. ຮູບພາບຈາກ: target magazine , Bidalack Syackhaphom

Read More »