7 ເຫດຜົນ! ທີ່ຜູ້ຊາຍບໍ່ມັກຈີບຄົນງາມມາເປັນແຟນ! Why! Why! Why! ເປັນຫຍັງຜູ້ຊາຍຈຶ່ງບໍ່ມັກຈີບຄົນງາມ? ນັ້ນແຫຼະ! ເປັນຫຍັງ! ເຫັນແມ່ຍິງງາມໆຢູ່ໃກ້ໆແຕ່ບໍ່ເຂົ້າໄປຈີບກັນເລີຍ ມີແຕ່ເບິ່ງນໍາຈົນສຸດສາຍຕາເອົາຊື່ໆ! ບໍ່ຮູ້ວ່າເປັນຫຍັງ ບາງເທື່ອອາດຈະບໍ່ກ້າ ແຕ່ບໍ່ວ່າດ້ວຍເຫດຜົນໃດກໍແລ້ວແຕ່ ຈາກທີ່ສັງເກດມານີ້ແມ່ຍິງທີ່ງາມໆສ່ວນຫຼາຍມັກຈະໂສດ ບໍ່ຄ່ອຍມີແຟນເລີຍ ເພາະບໍ່ຄ່ອຍມີຜູ້ຊາຍເຂົ້າມາຈີບ ເຮົາໄປຄົ້ນຫາດີບໍ່ວ່າຍ້ອນຫຍັງ? ຜູ້ຊາຍບໍ່ມັກຄົນງາມບໍ່ ຫຼືແນວໃດ ໄປເບິ່ງເລີຍ ຢ້ານບໍ່ຖືກໃຈ: ມັກຈະຖືກເຂົ້າໃຈຜິດຢູ່ສະເໝີວ່າ ແມ່ຍິງງາມມັກຈະຫຼາຍເລື່ອງ ເອົາໃຈຍາກ ນັ້ນກໍບໍ່ເອົານີ້ກໍບໍ່ຖືກ ກິນເຂົ້າຂ້າງທາງບໍ່ໄດ້ຕ້ອງກິນອາຫານຫຼູໆລະດັບ 5 ດາວ ອາຫານຕ້ອງຄຼີນ ຕ້ອງມີຜັກ 3 ສີ ໃນຈານ ທຸກວັນສໍາຄັນຕ້ອງມີຂອງຂວັນ ຂອງຂວັນກໍຕ້ອງລະດັບໄຮ!!! ແມ່ເຈົ້າເອີ້ຍ ມັນກໍມີຢູ່ດອກຄົນງາມແບບນັ້ນ ແຕ່ກໍບໍ່ຫຼາຍດອກ ແຕ່ຍ້ອນຜູ້ຊາຍຢ້ານຄວາມຫຼາຍເລື່ອງຂອງແມ່ຍິງທີ່ງາມ ເລີຍບໍ່ກ້າເຂົ້າໄປຈີບນັ້ນເອງ 2.ຢ້ານວ່ານາງມີຄ່າໃຊ້ຈ່າຍຫຼາຍ: ເພາະຄວາມງາມຕ້ອງໃຊ້ເງິນ! ຄົນງາມຈໍາເປັນຕ້ອງໃຊ້ເງິນເບິ່ງແຍງສ່ວນຕ່າງໆຂອງຮ່າງກາຍເພື່ອໃຫ້ງາມຢູ່ຕະຫຼອດເວລາ ບໍ່ວ່າຈະເປັນເຮັດໜ້າ, ນວດໜ້າ, ສະປາຕົວ ຄີມບໍາລຸງຕ້ອງມາຈາກທະເລນໍ້າເລິກ ພອກໜ້າຕ້ອງມາຈາກດິນພູເຂົາໄຟຢ່າງດີ ເພາະຖ້າບໍ່ເບິ່ງແຍງກະຊິບໍ່ງາມລະເນາະ! …
Read More »Home
ໂອ້ວ້າວ! ມາສ່ອງ ຊຸດປະຈຳຊາດລາວ ທີ່ໃຊ້ເຂົ້າໃນການປະກວດ “Miss Tourism Queen International 2018”
ໂອ້ວ້າວ! ມາສ່ອງ ຊຸດປະຈຳຊາດລາວທີ່ ເມ ວະລິສະລາ ຕັງສຸວັນ ໃຊ້ເຂົ້າໃນການປະກວດ “Miss Tourism Queen International 2018” ເຊິ່ງໃນຊຸດປະຈຳຊາດທີ່ໃຊ້ເຂົ້າປະກວດໃນເທື່ອນີ້ແມ່ນມີຊື່ຊຸດວ່າ “ຊຸດລາວຫຼວງພະບາງ” ໄດ້ແຮງບັນດານໃຈຈາກສະຕີຜູ້ສູງສັກແຫ່ງນະຄອນຫຼວງພະບາງ ໂດຍອອກແບບໃຫ້ປະສົມປະສານລວດລາຍທີ່ອອກແບບທີ່ລົງໂຕ, ເບິ່ງແລ້ວງົດງາມອ່ອນຊ້ອຍ ບົ່ງບອກເຖິງເອກະລັກລາວຢ່າງແທ້ຈິງ ແລະ ຊຸດປະຈຳຊາດນີ້ອອກແບບໂດຍ ຂຸນພິທັກ. ສຳລັບການປະກວດ “Miss Tourism Queen International 2018” ແມ່ນຢູ່ໃນຊ່ວງທີ່ສາວງາມກຳລັງເກັບຕົວ ຮ່ວມກິດຈະກຳຕ່າງໆກັບທາງກອງປະກວດ, ຢ່າງໃດຄົນລາວເຮົາກໍ່ຢ່າລືມທຸ້ມເທຈິດໃຈເຊຍລາວເົຮາແດ່ເດີ້… #ຮັກລາວເຊຍລາວ ?? ຮູບພາບຈາກ: Varissara May Tangsouvanh
Read More »ດວງປະຈຳວັນ ສຸກ, ວັນທີ 11 ພຶດສະພາ 2018
• ວັນອາທິດ ການເງິນ: ຍັງຢູ່ໃນເກນທີ່ຊົງຕົວ ແລະ ຕ້ອງພ້ອມລະມັດລະວັງໃນການໃຊ້ຈ່າຍ ວາງແຜນການໃຊ້ເງິນໃຫ້ດີຈະເຮັດໃຫ້ສາມາດເກັບເງິນໄດ້ ວຽກງານ: ລະມັດລະວັງຢ່າງເລັ່ງດ່ວນຫຼາຍເກີນໄປ ຈົນເຮັດໃຫ້ເກີດຄວາມຜິດພາດ ແລະ ເມື່ອຕ້ອງແກ້ໄຂຍິ່ງຈະໃຊ້ເວລາຫຼາຍກວ່າເກົ່າ ຄວາມຮັກ: ສາມາດພັດທະນາຄວາມສໍາພັນໃຫ້ຢູ່ເກນທີ່ດີກວ່າເກົ່າໃນໄລຍະນີ້ ຫຼື ຜູ້ທີ່ແຕ່ງງານແລ້ວຈະມີຂ່າວດໃນເລື່ອງການມີລູກ • ວັນຈັນ ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເລື້ອຍໆ ໄລຍະນີ້ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ກ່ອນຢ່າງເຫັນໄດ້ຈະແຈ້ງ ວຽກງານ: ເລັ່ງດ່ວນໃນເລື່ອງຂອງວຽກ ແຕ່ກໍຈະເກີດຄວາມສໍາເລັດທີ່ດີດ້ວຍຄວາມດຸໝັ່ນ ແລະ ຄວາມສາມາດໃນການເຮັດທຸລະກິດວຽກງານໃຫ້ມີຄວາມກ້າວໜ້າ ມີຫຸ້ນສ່ວນທີ່ດີຄອຍສົ່ງເສີມກັນ ຄວາມຮັກ: ໄລຍະນີ້ມີຄວາມຫວັງໃນການທີ່ຈະພັດທະນາຄວາມສໍາພັນດ້ານຄວາມຮັກ ເປັນການໃຊ້ເວລາເພື່ອພິສູດ ແລະເບິ່ງໃຈກັນໄປນັ້ນເອງ • ວັນອັງຄານ ການເງິນ: ໄລຍະນີ້ຊອກເຂົ້າມາໄດ້ຢ່າງຕໍ່່ເນື່ອງ ແລະ ອາດຈະມີຜູ້ໃຫຍ່ໃຫ້ການອຸປະຖໍາທາງດ້ານການເງິນກໍເປັນໄປໄດ້ ວຽກງານ: ເມື່ອຍໃນເລື່ອງຂອງວຽກໃນໄລຍະນີ້ ແຕ່ກໍ່ຄຸ້ມຄ່າໃນຄວາມພະຍາຍາມ ການລົງນາມເອກະສານສັນຍາຕ່າງໆໃນໄລຍະນີ້ ຄວນກວດກາໃຫ້ດີກ່ອນ ຄວາມຮັກ: ຄົນທີ່ມີຄົນຮັກແລ້ວພາບລວມຍັງຄົງຢູ່ໃນສະຖານະການທີ່ດີ ສ່ວນຜູ້ທີ່ຍັງບໍ່ມີໃຜມີໂອກາດພົບຄົນເກັ່ງ ມີຄວາມສາມາດ ມີສະເໜ່ • ວັນພຸດ ການເງິນ: ສະຖານະການດ້ານການເງິນຍັງຄົງຕົວ …
Read More »(ບໍ່ຫຍຸ້ງຍາກອີກແລ້ວ) ແຈ້ງການ! ຍົກເລີກຂຽນແບບຟອມ ແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ
ແຈ້ງການຍົກເລີກ ຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ ທີ່ອາໃສຢູ່ໃນ ສປປ ລາວ (ດ່ານສາກົນສະໜາມບິນ 4 ແຫ່ງ) ນັກເດີນທາງມີເຮ…ຕໍ່ຈາກນີ້ຈະບໍ່ມີຄວາມຫຍຸ້ງຍາກ ຈະເດີນທາງໄປໃສມາໃສກໍຈະສະດວກສະບາຍຂຶ້ນແລ້ວເດີ້ ເພາະບໍ່ໄດ້ຂຽນຟອມເຂົ້າ-ອອກເມືອງໃຫ້ຫຍຸ້ງຍາກຄືເກົ່າແລ້ວ. ທາງກົມໃຫຍ່ສັນນິບານ ກະຊວງປ້ອງກັນສະຫງົບ ໄດ້ອອກແຈ້ງການໃນວັນທີ 26 ເມສາ 2018 ທີ່ຜ່ານມາວ່າ ໄດ້ຍົກເລີກການຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວທີ່ອາໄສ ຢູ່ ສປປ ລາວ. ຢູ່ສະເພາະ 4 ດ່ານຂອງສະໜາມບິນ ຄື: ສະໜາມສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ສະໜາມບິນສາກົນສະຫວັນນະເຂດ ແລະ ສະໜາມບິນສາກົນປາກເຊ. ສ່ວນດ່ານສາກົນອື່ນໆແມ່ນຕ້ອງໄດ້ຂຽນແບບຟອມຄືເກົ່າ. ສຳລັບ, ຄົນຕ່າງປະເທດ ແລະ ບໍ່ມີສັນຊາດ ແມ່ນຍັງໄດ້ຂຽນຟອມເຂົ້າ-ອອກເມືອງຕາມລະບຽບການຄືເກົ່າ, ຈົນກວ່າຈະມີແຈ້ງການເພີ່ມຕື່ມ.
Read More »ເປັນກຳລັງໃຈໃຫ້ນາງງາມຈາກລາວແດ່!!! ສາວລາວເດີນທາງປະກວດ Miss Tourism Queen International 2018
(ລາວສູ້ໆ…ເຊຍລາວສູ້ໆໆໆ) ເປັນກຳລັງໃຈໃຫ້ ເມ ວະລິສະລາ ຕັງສຸວັນ ກັນແດ່ພີ່ນ້ອງຊາວລາວ, ຫຼ້າສຸດສາວຄົນນີ້ກໍ່ເດີນທາງເປັນສາວງາມຈາກປະເທດລາວເຮົາເພື່ອປະກວດໃນເວທີ “Miss Tourism Queen International 2018” ເຊິ່ງໄດ້ຈັດຂຶ້ນຢູ່ທີ່ປະເທດໄທ ແລະ ມີສາວງາມຈາກທົ່ວທຸກມຸມໂລກໄປຮ່ວມແຂ່ງຂັນເຖິງ 67 ປະເທດ (ໂອ້!! ວ້າວວວ), ແຕ່ງານນີ້ຮັບຮອງເລີຍວ່າ ສາວ ເມ ຂອງເຮົາກໍ່ມີຄວາມພ້ອມແບບລ້ານເປີເຊັນ ເພາະສາວຄົນນີ້ກໍ່ບໍ່ແມ່ນໜ້າໃໝ່ໃນການປະກວດໃນເວທີນາງງາມ ມີປະສົບການມາແລ້ວຫຼາຍຕໍ່ຫຼາຍເວທີ…ເຊື່ອວ່າຕ້ອງມີຄວາມໝັ້ນໃຈ ແລະ ເຮັດອອກມາໄດ້ດີແນ່ນອນ. ສຳລັບການປະກວດ “Miss Tourism Queen International 2018” ແມ່ນຢູ່ໃນຊ່ວງທີ່ສາວງາມກຳລັງເກັບຕົວ ຮ່ວມກິດຈະກຳຕ່າງໆກັບທາງກອງປະກວດ, ຢ່າງໃດຄົນລາວເຮົາກໍ່ຢ່າລືມທຸ້ມເທຈິດໃຈເຊຍລາວເົຮາແດ່ເດີ້… #ຮັກລາວເຊຍລາວ ?? ຮູບພາບຈາກ: Varissara May Tangsouvanh
Read More »