Breaking News

Home

ກອງປະຊຸມແນະນໍາວຽກງານສົ່ງເສີມການລ້ຽງລູກດ້ວຍນົມແມ່ ເພື່ອກະກຽມສະເຫຼີມສະຫຼອງວັນສັບປະດາສາກົນ

ເພື່ອເປັນການກະກຽມສະເຫຼີມສະຫຼອງວັນສັບປະດາສາກົນ ໃນການລ້ຽງລູກດ້ວຍນົມແມ່ ລະຫວ່າງວັນທີ 1-7 ສິງຫາ 2017 ຈະມີການສະເຫຼີມສະຫຼອງຂຶ້ນໃນທຸກໆປີ. ດ້ວຍການຈັດກິດຈະກໍາຕ່າງໆເພື່ອເປັນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ດ້ວຍຫຼາຍໆຮູບແບບ ເຊິ່ງໃນນັ້ນການອອກຂ່າວໂຄສະນາ ກໍ່ແມ່ນກິດຈະກໍາໜຶ່ງເພື່ອປົກປ້ອງຊຸກຍູ້ສົ່ງເສົມ ສະໜັບສະໜູນການລ້ຽງລູກດ້ວຍນົມແມ່ໃຫ້ເປັນຂະບວນຟົດຟື້ນ ເຊິ່ງປີນີ້ອົງການພັນທະມິດ ສາກົນ ການລ້ຽງລູກດ້ວຍນົມແມ່ ( WABA ) ໄດ້ເນັ້ນໜັກໃນຫົວຂໍ້ “ ຮ່ວມແຮງຮ່ວມໃຈເຮັດໃຫ້ການລ້ຽງລູກດ້ວຍນໍ້ານົມແມ່ຍືນຍົງ ” ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ໃນການຄົບຮອບ ສັບປະດາຂອງການລ້ຽງລູກດ້ວຍນໍ້ານົມແມ່ ລະຫວ່າງວັນທີ 1-7 ສິງຫາ 2017 ນີ້, ອົງການ ຢູນິເຊບ ໄດ້ຮ່ວມມືກັບເພື່ອນຮ່ວມງານໃນກຸ່ມການລ້ຽງລູກດ້ວຍນົມແມ່ຂອງໂລກ ເພື່ອຍົກໃຫ້ເຫັນຄວາມສໍາຄັນຂອງການລ້ຽງລູກດ້ວຍນົມແມ່ ສໍາລັບເດັກນ້ອຍ ແລະ ສໍາລັບປະເທດຊາດ. ຮ່ວມມືກັບເພື່ອນຮ່ວມງານ ທັງພາກສະຖາບັນ, ໜ່ວຍງານທີ່ບໍ່ແມ່ນລັດຖະບານ ແລະ ຜູ້ໃຫ້ທຶນ ພາຍໃຕ້ການເປັນຜູ້ນໍາຮ່ວມກັບອົງການອະນາໄມໂລກ ກຸ່ມສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ ນີ້ສ້າງຂຶ້ນມາເພື່ອຊຸກຍູ້ ແລະ …

Read More »

ມາຮູ້ຈັກກັບ! ນູນີ່ ຜູ້ຊ່ຽວຊານລະບົບນິເວດນໍ້າຈືດສາວ! Degree ນັກຮຽນນອກ (ສາວລາວຄົນເກັ່ງ)

ມາແລ້ວ! ມາແລ້ວ! ບົດເຕັມສໍາລັບ ຄໍລໍາ Chic working Women ປະຈໍາເດືອນ ກຸມພາ 2017 ໃຜທີ່ຍັງບໍ່ທັນໄດ້ອ່ານປຶ້ມ ຟ້າວເຂົ້າມາເລີຍ ເພາະມື້ນີ້ເຮົາໃຈດີເອົາມາໃຫ້ແຟນໆໄດ້ອ່ານກັນແບບເຕັມແລ້ວ! ສໍາລັບ ແຮງບັນດານໃຈຈາກສາວໜ້າຮັກຄົນນີ້ ທິບພະວັນ ມະນີພູໃສ (ນູນີ່) ຜູ້ຊ່ຽວຊານລະບົບນິເວດນໍ້າຈືດຄົນນີ້! ໝາຍເຫດ: ສໍາລັບໃຜທີ່ສົນໃຈຢາກໄດ້ແຮງບັນດານໃຈໃນຮູບແບບຕ່າງໆ ແນະນໍາໃຫ້ໄປຊອກອ່ານໄດ້ໃນ ວາລະສານຂວັນໃຈ ມີວາງຂາຍຕາມ U Express M Point Mart ແລະ Jeffy Mart ທຸກສາຂາ. ເຊິ່ງທຸກໆເດືອນພວກເຮົາຈະໄດ້ຂັດສັນເອົາແຮງບັນດານໃຈໃນຮູບແບບຕ່າງໆມາຕ້ອນແຟນໆກັນແບບເຕັມອີ່ມ ນອກຈາກນັ້ນ ໃນວາລະສານຂອງພວກເຮົາ ຍັງອັດແໜ້ນໄປດ້ວຍສາລະໜ້າຮູ້ຕ່າງເຊັ່ນ: ຄວາມຮູ້ທາງດ້ານກົດໝາຍຄຸ້ມຄອງແມ່ຍິງ, ຄວາມງາມ, ການເບິ່ງແຍງສຸຂະພາບ… ຮັບຮອງບໍ່ມີຜິດຫວັງ!

Read More »

ມາເບິ່ງ! ຄວາມຫຼໍ່ເຂັ້ມ ແຖມຮອຍຍິ້ມຫວານມີສະເໜ່ຂອງ ອ໋ອບ ລາຍພາງ ຫວານໃຈ ນູ່ນີ່ ກຸມພົນພັກດີ!!!

ເອີ່ຍເຖິງຄູ່ຮັກ Hot and Hit ຄົງຈະໜີບໍ່ພົ້ນ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ທີ່ທັງສອງກາຍເປັນຄູ່ຮັກໄອດໍ້ (Idol) ທີ່ກຳລັງເປັນກະແສທີ່ສຸດໃນຕອນນີ້ ແລະ ທັງສອງຍັງມີຖານແຟນຄລັບທີ່ໜາແໝ້ນສຸດໆ ບໍ່ວ່າທັງສອງຈະເຮັດຫຍັງ ຈະໄປໃສ ຫຼືແມ້ແຕ່ອັບຮູບລົງເຟສບຸກກໍຈະມີແຟນຄລັບນຳໄປໃຫ້ກຳລັງໃຈ ແລະກົດໄລ້ ກົດແຊຣ ກັນແບບກະໜໍ່າ ແລະ ໃນມື້ນີ້ ຊະນີIndy ໄດ້ນຳເອົາຄວາມຫຼໍ່ເຂັ້ມ ຮອຍຍິ້ມຫວານມີສະເໜ່ ແຖມເປັນສຸພາບບູລຸດລູກຜູ້ຊາຍຂອງ ອ໋ອບ ລາຍພາງ ຫວານໃຈ ນູ່ນີ່ ກຸມພົນພັກດີ ມາຝາກແຟນເພສທຸກໆຄົນ. #ສາວໆຄົນໃດຢາກເຈິຜູ້ຊາຍແບບນີ້ແຊຣໄປໆ ຂໍຂອບໃຈຮູບພາບຈາກ: Yingyot Aoflaiprang Kanjananiyom

Read More »

ນໍາ Fashions ບໍ່ທັນ! ລອງມາແຕ່ງແບບ Basic Look ກັນເບິ່ງບໍ່? ແຕ່ງງ່າຍແຕ່ຮັບຮອງວ່າໂດດເດັ່ນມີ Style ຢ່າງແນ່ນອນ !!

Fashions ນັ້ນປ່ຽນແປງຢູ່ຕະຫຼອດເວລາ ຈົນເຮັດໃຫ້ສາວໆຄືເຮົາຕ້ອງແລ່ນນໍາມັນຈົນເມື່ອຍ ແຖມບາງເທື່ອກໍເປັນ Style ທີ່ແຕ່ງນໍາໄດ້ຍາກເຫຼືອເກີນ ມື້ນີ້ຂວັນໃຈເລີຍຂໍແນະນໍາ ໃຫ້ມາປ່ຽນເປັນ Basic Look ກັນເບິ່ງບໍ່? Look ພື້ນຖານທີ່ມີແຕ່ເສື້ອຢືດ ສົ້ງຢີນ ກັບເກີບຜ້າ ເທົ່ານີ້ກໍງາມໄດ້ ສາວໆລອງເປີດຕູ້ເຄື່ອງ ຊອກຫາສອງສາມຢ່າງນີ້ ເຊື່ອວ່າແຕ່ລະຄົນຕ້ອງມີຢູ່ແນ່ນອນ ແລ້ວໄປເບິ່ງກັນວ່າ Look ງ່າຍໆແບບນີ້ ຈະເຮັດໃຫ້ເຮົາໂດດເດັ່ນມີ Style ໄດ້ແນວໃດ? ໄປເບິ່ງກັນ! Look Sport Girl ດ້ວຍເສື້ອແຂນຍາວກັບຢີນສີດໍາ 2. ເສື້ອແຂນຍາວສີສົດໄສກັບຢີນຊົງ Boy 3. ເສື້ອຢືດຕົວໃຫຍ່ກັບຢີນຂາມ້າ 4. ເສື້ອຢືດລາຍຂວາງກັບຢີນສີດໍາເຂັ້ມ 5. ເສື້ອຢືດແຂນສາມສີຂາວກັບຢີນສີດໍາໝົ່ນ 6. ເສື້ອຢືດລາຍຂວາງກັບຢີນສີຟ້າອ່ອນ 7. ເສື້ອຢືດສີຂາວຕົວໃຫຍ່ກັບຢີນຂາສັ້ນ 8. ເສື້ອຢືດສີຂາວກັບຢີນຊົງສະກິນນີ່ສີດໍາ 9. ເສື້ອຢືດແຂນຍາວກັບຢີນສີ Classic ແບບຂາດ 10. …

Read More »

ມາແລ້ວ!!! ແຮງບັນດານໃຈສໍາລັບຄົນມີຝັນ (Designer your Dream Designer your Life)

ຄໍລໍາ Special Scoop ໃນເດືອນ ກໍລະກົດ ສະບັບເລກທີ 120 ນີ້ເຮົາມາເພີ່ມແຮງບັນດານໃຈໃຫ້ສາວໆ ທີ່ມີຄວາມໃຝ່ຝັນ ຢາກເປັນ Designer ຫຼື ນັກອອກແບບເສື້ອຜ້າ ແຕ່ຖ້າຍັງບໍ່ຮູ້ວ່າຈະເລີ່ມຕົ້ນແນວໃດ ມື້ນີ້ເຮົາໄດ້ນໍາເອົາ ແຮງບັນດານໃຈ ຈາກເລື່ອງລາວຂອງ 3 ສາວເຈົ້າຂອງຫ້ອງເສື້ອທີ່ທຸກຄົນຮູ້ຈັກດີ ຢ່າງ Vina Brand, Chic & Trendy ແລະ TYNA Brand. ເລື່ອງແຮງບັນດານໃຈ, ຄວາມຮູ້ດີໆແບບນີ້ຊອກອ່ານຢູ່ໃສບໍ່ໄດ້ອີກແລ້ວ. ວີນາ ຈັນພະນາ ( ສາວມິ້ມ ) ເຈົ້າຂອງ Vina Brand ( ເມື່ອເຫັນລົມພັດປິວມັນເຮັດໃຫ້ຮູ້ເລີຍວ່າ ຊຸດທີ່ອອກມາຕ້ອງປິວໄປຕາມລົມແບບໃດ ). ດາລຸນີ ພິລາວັນ ( ເອື້ອຍດາ ) ເຈົ້າຂອງຫ້ອງເສື້ອ Chic & …

Read More »