ສະບາຍດີ!!! ແຟນເພສ ຂວັນໃຈ ທຸກໆຄົນ… ເຮີ້!!! ຜ່ານໄປແປັບດຽວເວລາກໍເດີນທາງມາຮອດທ້າຍປີ 2017 ແລ້ວໄວໆເນາະ (ອິອິ), ດັ່ງນັ້ນມື້ນີ້ ຊະນີIndy ຂາເມົ້າ ຂາຝອຍຄົນເກົ່າເຈົ້າເດີມ ຈະມາລວບລວມເອົາສິລະປິນຕ່າງຊາດທີ່ມີໂອກາດໄດ້ມາຢ້ຽມຢາມບ້ານເຮົາມາຝາກ, ຜ່ານມາຊ່ວງຫຼັງໆຮູ້ສຶກວ່າມີສິລະປິນຈາກຕ່າງຊາດມາຢ້ຽມຢາມບ້ານເຮົາແບບບໍ່ຂາດສາຍ ບໍ່ວ່າຈະເປັນນັກຮ້ອງ-ນັກສະແດງ ກໍຈະປ່ຽນກັນມາໃຫ້ເຮົາໄດ້ກຣີດໆໆໆ…ດາລາໃນດວງໃຈໂດຍທີ່ເຮົາບໍ່ຈຳເປັນຈະຕ້ອງບິນຂ້າມນໍ້າຂ້າມທະເລເພື່ອໄປເບິ່ງຄືກັບແຕ່ກ່ອນ. ທີ່ຜ່ານມາບໍ່ມີພຽງແຕ່ນັກຮ້ອງ-ນັກສະແດງຈາກປະເທດເພື່ອນບ້ານເທົ່ານັ້ນທີ່ໄດ້ມາຢ້ຽມຢາມ ຫຼືມາໂຊໂຕ ແຕ່ຍັງມີສິລະປິນລະດັບໂລກຫຼາຍທ່ານທີ່ໄດ້ມາໂຊຜົນງານ ເອົາໃຈແຟນໆຊາວລາວ, ເອົ້າ…ເວົ້າໄປຫຼາຍດຽວສິຫາວ່າຝອຍຍາວ ລອງມາເບິ່ງກັນວ່າຜ່ານມາມີສິລະປິນຕ່າງຊາດຄົນໃດມາຢ້ຽມຢາມບ້ານເຮົາແດ່!!! #ແຊຣໄປໃຫ້ໂລກຮູ້ປະເທດລາວສວຍງາມໃຜໆກໍຢາກມາ 1. Joss Stone: ນັກຮ້ອງຊື່ດັງຂອງໂລກສັນຊາດ ອັງກິດ ມີໂອກາດໄດ້ມາປະເທດລາວ ແລະຍັງມີໂອກາດຮ້ອງເພງປະຈຳຊາດຂອງລາວ “ຈຳປາເມືອງລາວ” ອີກດ້ວຍ. 2. DJ Vinai: 2 ດີເຈສຸດຫຼໍ່ ແຖມມີດີກຼີເປັນເຖິງດີເຈອັນດັບໂລກ ງານນີ້ເຮັດເອົາສາວໆທັງສາວແທ້ ສາວທຽມ ກຣີດໆໆໆ…ກັນເລີຍແມ່ນບໍ່? 555 3. DJ Soda: ດີເຈສາວສຸດເຊັກຊີ່ຈາກ ເກົາຫລີໃຕ້ ທີ່ຊື່ສຽງນາງກໍຂຶ້ນຊື່ລະດັບໂລກ ແລະຍັງໄດ້ມາປະເທດລາວ ແລະຍັງມີໂອກາດໄດ້ນຸ່ງຊຸດໄໝລາວ …
Read More »Home
ຕຸ້ຍ ອິນປັນ ຈາກອະດີດນັກຮ້ອງວົງ Overdance ໃນຕຳນານ ສູ່ພິທີກອນຊາຍລະດັບແຖວໜ້າຂອງປະເທດລາວ!!!
ວ້າວ…ມາເລີ່ມຕົ້ນເດືອນ ສິງຫາ 2017 ກັບຄົນເກັ່ງໆມີຄວາມສາມາດຫຼາກຫຼາຍດ້ານທີ່ ຊະນີIndy ຢາກຈະມາແນະນຳໃຫ້ແຟນໆໄດ້ຮູ້ຈັກຕົວຕົນຂອງເພິ່ນ ເປັນໃຜບໍ່ໄດ້ເລີຍນັ້ນກໍຄື ອ້າຍ ຕຸ້ຍ ອິນປັນ ບໍລິຫານ ຫຼື ອ້າຍ ຕຸ້ຍ ແຫ່ງວົງ Overdance ວົງແຫ່ງຕຳນານທີ່ຫຼາຍຄົນຍ່ອມຮູ້ຈັກກັນດີ ຜ່ານມາກໍຫຼາຍປີແລ້ວແຕ່ຊື່ສຽງຂອງ ຕຸ້ຍ Overdance ກໍຍັງບໍ່ໄດ້ຈາງຫາຍໄປໃສ ແນວຄົນມີຄວາມສາມາດແນ່ນອນເລີຍວ່າທຸກຄົນກໍຕ້ອງຈື່ຈຳກັນໄດ້ເປັນຢ່າງດີ, ປັດຈຸບັນ ຕຸ້ຍ Overdance ເຖິງຈະຫ່າງຫາຍໄປຈາກວົງການເພງແດ່ ແຕ່ເພິ່ນກໍບໍ່ໄດ້ໄປໃສເພາະເພິ່ນມີວຽກປະຈຳເປັນເຖິງ ຮອງຫົວໜ້າພະແນກສື່ສານອົງກອນ ຢູ່ທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ຍັງມີອີກໜຶ່ງຢ່າງໃນວົງການບັນເທິງນັ້ນກໍຄື ພິທີກອນ ແຖມຍັງຖືກຍອມຮັບວ່າເປັນພິທີກອນທີ່ມີຄວາມສາມາດລະດັບແຖວໜ້າຂອງປະເທດລາວເຮົາ. ເມື່ອເວົ້າເຖິງພິທີກອນຊາຍຄົນເກັ່ງລະດັບແນວໜ້າໃນບ້ານເຮົາ ທີ່ຮັບງານໃຫຍ່ໆ ລະດັບຊາດຢູ່ເລື້ອຍໆ ບໍ່ວ່າຈະເປັນງານ ນາງສາວອາພອນເພດຊົງລາວ, ນາງສາວລາວ, Gala Dinner ກອງປະຊຸມສຸດຍອດອາຊຽນ 2016, ງານລ້ຽງຮັບແຂກຂອງປະທານປະເທດ, ງານສະຖານທູດ ທີ່ຕ້ອງໃຊ້ສອງພາສາ, ງານປະກວດ Pepsi Singing …
Read More »ເອົາແລ້ວ!!! ພິກລ໋ອກ…ເກີດຫຍັງຂຶ້ນລະຫວ່າງ ນູ່ນີ່ ແລະ ອ໋ອບ (ມີຄລິບ)
ເອົາແລ້ວ!!! ພິກລ໋ອກ…ມາເບິ່ງວ່າເກີດຫຍັງຂຶ້ນລະຫວ່າງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ເມື່ອນູ່ນີ່ຈັບໄດ້ວ່າອ໋ອບເບິ່ງສາວອື່ນຕໍ່ໜ້າຕໍ່ຕາ ຈົນເຮັດໃຫ້ສາວນູ່ນີ່ເກີດອາການບໍ່ພໍໃຈ, ເຊິ່ງຄລິບດັ່ງກ່າວໄດ້ຖືກເຜີຍແຜ່ຈາກລາຍການ Take me out Raelity ເຊິ່ງໄດ້ອອກອາກາດໄປໃນວັນອາທິດທີ່ຜ່ານມາ, ແຕ່ປັດຈຸບັນທັງສອງກໍໄດ້ປັບຄວາມເຂົ້າໃຈກັນແລ້ວ (ໂອ້ຍ…ໄຄແດ່) ວ່າບໍ່ແຟນໆ…!!! ຄລິບຈາກ: TV Thunder Official
Read More »ມາຮູ້ຈັກກັບ! ນີນີ່ ນັກວິສະວະກອນສາວ + ຜູ້ຊ່ຽວຊານສິ່ງແວດລ້ອມ + ຄູສອນພາສາອັງກິດ + ດີເຈລາຍການວິທະຍຸ ແລະອື່ນໆ
ມາແລ້ວ! ກັບຄໍລໍາເຕັມ ສໍາລັບ Chic Working Women ປະຈໍາເດືອນ ມັງກອນ 2017 ຖ້າໃຜຍັງບໍ່ໄດ້ອ່ານ ພວກເຮົານໍາມາໃຫ້ອ່ານກັນແລ້ວໃນມື້ນີ້ [googlepdf url=”https://www.kuanjailao.com/wp-content/uploads/2017/08/kuanjai-issue-114-chic.pdf” width=”350″ height=”550″] ສໍາລັບໃຜທີ່ສົນໃຈຢາກຈະໄດ້ແຮງບັນດານໃຈດີໆແບບນີ້ ສາມາດຕິດຕາມໄດ້ຈາກວາລະສານຂອງພວກເຮົາໃນທຸກໆເດືອນກັນເລີຍ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.
Read More »ນັກສຶກສາລາວມີຄວາມງົດງາມ ແລະ ໜ້າຮັກບໍ່ໜ້ອຍໜ້າປະເທດອື່ນ
ສະບາຍດີ…!!! ແຟນໆຂວັນໃຈ ມາພົບພໍ້ກັນອີກຄັ້ງ ໃນໄລຍະນີ້ນັກຮຽນນັກສຶກສາສະຖາບັນຕ່າງໆກໍພັກເປິດເທີມກັນແລ້ວເນາະ ມື້ນີ້ແອັດກໍບໍ່ມີຫຍັງຫຼາຍ ແອັດກໍ່ໄດ້ນໍາເອົາຮູບພາບງາມໆຂອງບັນດາສາວງາມຂອງຄະນະໜຶ່ງ ຢູ່ມະຫາວິທະຍາໄລແຫ່ງຊາດ ແຕ່ລະຄົນທີ່ແອັດນໍາມາໃຫ້ເບິ່ງນີ້ມີແຕ່ຄົນງາມໆ…ໜ້າຮັກໆ…ເບິ່ງແລ້ວເປັນຕາສະອອນ ນີ້ແຫຼະນັກສຶກສາລາວເຮົາກໍມີຄວາມງົດງາມບໍ່ໜ້ອຍໜ້າປະເທດອື່ນເດີ້ ແຮ່ງເບິ່ງແຮ່ງງາມງາມໄປຄົນລະແບບງາມໄປຄົນລະຢ່າງ ເຮົາໄປເບິ່ງສາວງາມໆພ້ອມກັນເລີຍເດີ້!!! ຮູບພາບ: beautiful_girls_of_laos
Read More »