Breaking News

Home

ມາພົບກັບຄວາມມ່ວນຊື່ນໃນງານມະຫະກຳສົ່ງເສີມການທ່ອງທ່ຽວປີ 2017 ທີ່ຫາດຊາຍແຄມຂອງ ( ດອນຈັນ )

ໃນຕອນແລງຂອງ ວັນທີ 11 ເມສາ 2017 ຢູ່ທີ່ ຫາດຊາຍແຄມຂອງດອນຈັນ (ກົງກັນຂ້າມກັບສາມແຍກປາກປ່າສັກ) ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວເປີດງານ “ມະຫາກໍາການສົ່ງເສີມການທ່ອງທ່ຽວ ປີ 2017” ໂດຍແມ່ນ ບໍລິສັດ ລາວ ອາເມຊິງ ສະຕາເວີ ທ່ອງທ່ຽວ ຮ່ວມກັບ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ບໍລິສັດ CNP ຂາອອກ-ຂາເຂົ້າ ຈໍາກັດ ຮ່ວມກັນຈັດງານຄັ້ງນີ້ ໂດຍການໃຫ້ກຽດຂຶ້ນກ່າວເປີດງານຄັ້ງນີ້ມີ ທ່ານ ສຸລິຍາສັກ ປະທານ ບໍລິສັດ ລາວ ອາເມຊິງ ສະຕາເວີ ທ່ອງທ່ຽວ ແລະ ທ່ານ ນາງ ຈັນນະພາ ປະທານບໍລິສັດ CNP ການຄ້າ ຂາອອກ-ຂາເຂົ້າ ພ້ອມດ້ວຍ ພາກສ່ວນບໍລິສັດທີ່ກ່ຽວຂ້ອງທັງລາວ ແລະ …

Read More »

ດ່ວນ!!! ແຈ້ງການຫຼິ້ນບຸນປີໃໝ່ລາວ ໃນເມືອງປາກເຊ

  ໃນການຫຼິ້ນບຸນປີໃໝ່ລາວປີນີ້ ເຈົ້າເມືອງປາກເຊ ໄດ້ອອກແຈ້ງການສະບັບ ເລກທີ 009/ຈມ.ປຊ, ລົງວັນທີ 27/3/2017 ເລື່ອງຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນ ການຫຼິ້ນບຸນປີໃໝ່ລາວ ພ.ສ 2560 ຊຶ່ງໃນແຈ້ງການສະບັບນີ້ ໄດ້ເນັ້ນໃຫ້ທຸກພາກສ່ວນເອົາໃຈໃສ່ບັນຫາຄວາມ ສະຫງົບຂອງສັງຄົມ, ບັນຫາຄວາມສະອາດສວຍງາມຂອງບ້ານເມືອງ, ການຂັບຂີ່ປອດໄພ ແນໃສ່ເພື່ອ ເຮັດໃຫ້ບັນຍາກາດຂອງການຫຼິ້ນບຸນປີໃໝ່ລາວຢູ່ເມືອງປາກເຊປີນີ້ ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ, ຮັກສາໄດ້ ຮີດຄອງປະເພນີ ແລະ ຂະນົບທຳນຽມອັນດີງາມຂອງຊາດ ແລະ ແຈ້ງການນີ້ຍັງອອກ 9 ຂໍ້ຫ້າມເດັດຂາດຄື: ຫ້າມເອົານໍ້າເປື້ອນ, ນໍ້າສີ ຫຼື ນໍ້າທີ່ເປັນພິດຕໍ່ສຸຂະພາບມາຫົດໃສ່ກັນ. ຫ້າມເດັດຂາດບໍ່ໃຫ້ຄອບຄົວອະນຸຍາດໃຫ້ບຸກຄົນ, ກຸ່ມຄົນຕໍ່ນໍ້າໃຊ້ທໍ່ ຫຼື ໂຕໂຢນໍ້າຊີດຫົດກັນຕາມເສັ້ນທາງ. ຫ້າມ ບຸກຄົນ, ກຸ່ມຄົນລັດລົດນຳທາງ ເພື່ອສວຍໂອກາດຫົດນໍ້າ, ລ້າງລົດເອົາເງິນ ທີ່ເປັນການກີດຂວາງການສັນຈອນໄປມາ ແລະ ເປັນສາເຫດພາໃຫ້ເກີດອຸບັດເຫດ ທັງຜິດຕໍ່ວັດທະນະທຳ ຮີດຄອງປະເພນີຂອງລາວເຮົາ. ຫ້າມບໍ່ໃຫ້ເອົານໍ້າກ້ອນໃສ່ຖົງຢາງ, ຖັງນໍ້າ …

Read More »

ເຊີນຮ່ວມງານ ສະເຫຼີມສະຫຼອງບຸນປີໃໝ່ລາວ 2560 ທີ່ຫາດຊາຍດອນຈັນ 14-16 ເມສານີ້!!!

ເຊີນຮ່ວງານ ບຸນສະເຫຼີມສະຫຼອງບຸນປີໃໝ່ລາວ 2560 ທີ່ຫາດຊາຍດອນຈັນ ທີ່ນະຄອນຫຼວງວຽງຈັນ 14-16 ເມສາ 2017, ພາຍໃນງານທ່ານຈະພົບກັບກິດຈະກຳຕົບພະທາດຊາຍ ແລະ ມີອີກຫຼາກຫຼາຍໃຫ້ທ່ານໄດ້ມ່ວນຊື່ນ ນອກນັ້ນທ່ານຍັງຈະໄດ້ພົບກັບ ດາລາ ນັກຮ້ອງ ທັງພາຍໃນ ແລະຕ່າງປະເທດຢ່າງຫຼວງຫຼາຍ ທີ່ຈະມາຮ່ວມສ້າງຄວາມມ່ວນຊື່ນ ສ້າງຄວາມສຸກໃນມື້ພັກຜ່ອນຊ່ວງປີໃໝ່ລາວນີ້ຢ່າງແນ່ນອນ. ພາດບໍ່ໄດ້ເດີ້ກັບງານນີ້!!! ລາຍລະອຽດເພີ່ມຕື່ມ: https://www.facebook.com/events/400520526995543/

Read More »

ວານີພອນ ພູມີໄຊ (ໂຢ່ໂຢ່) ສາວງາມທີ່ສາມາດຄວ້າລາງວັນມາໄດ້ຄອບຄອງເຖິງ 5 ຕຳແໜ່ງ!

ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດ ນາງສາວນະຄອນຫຼວງວຽງຈັນ 2017  ໃນວັນທີ 8 ເມສາ 2017 ທີ່ຜ່ານມາ  ແລະ ຕ້ອງຂໍສະແດງຄວາມຍິນດີກັບ ນາງ ວານີພອນ ພູມີໄຊ ຫຼຶ ໂຢ່ໂຢ່ ທີ່ໄດ້ຮັບຕຳແໜ່ງນາງສາວນະຄອນຫຼວງວຽງຈັນ 2017  ແລະ ກາຍເປັນປະກົດການທີ່ກຳລັງຮືຮາຫຼາຍທີ່ສຸດໃນຕອນເວລານີ້ ເພາະສາວງາມຄົນນີ້ສາມາດກວດມາໄດ້ທັງໝົດເຖີງ 5 ຕຳແໜ່ງຖືເປັນນາງສາວງາມ ຄົນທຳອີດທີ່ໄດ້ຮັບລາງວັນຫຼາຍທີ່ສຸດ ຕຳແໜ່ງທີ່ ວານີພອນ ພູມີໄຊ (ໂຢ່ໂຢ່) ໄດ້ຮັບມີດັ່ງລູ່ມນີ້: 1. ນາງສາວ ນະຄອນຫຼວງວຽງຈັນ 2017 2. ຂວັນໃຈຊ່າງພາບ 3. ນາງສາວ ຜິວງາມ 4. ນາງສາວ ໜ້າໃສ 5. ນາງສາວ ທັນສະໄໝ #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມງາມຂອງແມ່ຍິງລາວ ຂໍຂອບໃຈ: Miss Vientiane ນາງສາວນະຄອນຫຼວງວຽງຈັນ

Read More »

ນາງສາວນະຄອນຫຼວງ ປະຈໍາປີ ພສ 2560

  ການປະກວດນາງສາວ ນະຄອນຫຼວງວຽງຈັນໃນຮອບຊິງຊະນະເລີດ ປະຈໍາປີ 2017 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ເມື່ອຄໍ່າຄືນຂອງວັນທີ 8 ເມສາ 2017 ທີ່ໂຮງແຮມ ແລນມາກ. ຜ່ານການຄັດເລືອກຂອງຄະນະກໍາມະການຈາກນາງສາວທີ່ເຂົ້າສະໝັກທັງໝົດ 164 ຄົນ ຊຶ່ງນາງສາວຜູ້ທີ່ສາມາດຜ່ານເຂົ້າມາໃນການຕັດສິນຮອບສຸດທ້າຍນີ້ມີທັງໝົດ 20 ນາງສາວງາມ ແລະ ຄັດເລືອກ 7 ນາງສາວງາມ ເພື່ອເປັນຕົວແທນລູກສາວທັງ 7 ຂອງພະຍາກະບິນລະພົມ ຊຶ່ງຈະໄດ້ເຂົ້າຮ່ວມຂະບວນແຫ່ຫົວຂອງພະຍາກະບິນລະພົມ ລົງມາຫົດສົງ ໃນມື້ສະຫຼອງປີໃໝ່ລາວ ໃນວັນທີ 14 ເມສາ ພສ 2560. ຜົນການປະກວດໃນຮອບຊິງຊະນະເລີດໃນປີນີ້ ແມ່ນ ນາງ ວານິພອນ ພູມີໄຊ (ອາຍຸ 21 ປີ) ຜູ້້ເຂົ້າປະກວດໝາຍເລກ MVT10 ຕົວແທນຈາກເມືອງ ສີສັດຕະນາກ ຖືກຄັດເລືອກໃຫ້ເປັນນາງສາວນະຄອນຫຼວງ ປະຈໍາປີ 2560 ຊຶ່ງໄດ້ຮັບມົງກຸດເພັດ ມູນຄ່າ …

Read More »