ມີການຄົ້ນພົບໄຫບູຮານບູຮານເກົ່າແກ່ ຈຳນວນ 25 ໄຫ ທີ່ບ້ານ ທາດນາລາວ ເມືອງ ວິລະ ແຂວງສະຫວັນນະເຂດ ໂດຍຄລິບດັ່ງກ່າວຖືກເຜີຍແຜ່ຈາກເຟສບຸກ ຈົນເຮັດໃຫ້ມີຜູ້ຄົນເຂົ້າໄປສະແດງຄວາມຄິດເຫັນເຖິງ ໄຫບູຮານເກົ່າແກ່ ທີ່ໄດ້ຖືກຄົ້ນພົບນີ້ເປັນຈຳນວນຫຼວງຫຼາຍ!!! โพสต์โดย Taiy Xayyavong บน 9 เมษายน 2017 โพสต์โดย ສຸມາລີ ໄຊປັນຍາ บน 9 เมษายน 2017 โพสต์โดย ສຸມາລີ ໄຊປັນຍາ บน 9 เมษายน 2017 ຮູບພາບ ໄຫບູຮານ ທີ່ໄດ້ຄົ້ນພົບ!!! ທີ່ມາ:Taiy Xayyavong , ສຸມາລີ ໄຊປັນຍາ
Read More »Home
ຊົມເຊີຍແມ່ຍິງລາວຄົນເກັ່ງ! ສາວລາວຄົນທຳອິດທີ່ໄດ້ທຶນ ປະລິນຍາເອກ ຈາກມະຫາວິທະຍາໄລ Oxford
ເພື່ອເປັນແຮງບັນດານໃຈໃຫ້ກັບທຸກໆຄົນມື້ນີ້ ຊະນີIndy ຂໍນຳບົດຄວາມດີໆຈາກ ວາລະສານ ຂວັນໃຈ ສະບັບເດືອນ ມັງກອນ 2017 ມາໃຫ້ແຟນໆໄດ້ອ່ານເພື່ອອາດຈະໄດ້ Idea ໄດ້ແຮງບັນດານໃຈ ໄດ້ຄວາມຄິດດີໆໃນການດຳລົງຊີວິດຕໍ່ໄປ ຂໍແນະນຳ ອັກຈຸສັນ ຣາຊພົນ ອາຍຸ 34 ປີ ແມ່ຍິງເກັ່ງ ນິໃສດີ ອີກໜຶ່ງຄົນທີ່ມີດີກຼີ ເປັນເຖິງນັກສຶກສາຍິງລາວທີ່ສາມາດພິຊິດທຶນ ປະລິນຍາເອກ ຈາກມະຫາວິທະຍາໄລ Oxford #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ເມື່ອເວົ້າເຖິງມະຫາວິທະຍາໄລ Oxford ແນ່ນອນວ່າ ບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະເປັນມະຫາວິທະຍາໄລເກົ່າແກ່ ຂອງປະເທດອັງກິດ ແລະມີຊື່ສຽງອັນດັບຕົ້ນໆຂອງໂລກ ຜູ້ທີ່ໄດ້ມີໂອກາດເຂົ້າຮຽນຢູ່ທີ່ນັ້ນ ກໍຕ້ອງບໍ່ທຳມະດາແນ່ນອນ ໂດຍສະເພາະ ຜູ້ທີ່ທີມງານຂວັນໃຈເຮົາ ມີຄວາມຕື່ນເຕັ້ນ ແລະ ຢາກແນະນຳໃຫ້ຮູ້ຈັກໃນມື້ນີ້ ນາງຊື່ ອັກຈຸສັນ ຣາຊພົນ ອາຍຸ 34 ປີ ເປັນສາວລາວຄົນທຳອິດ ທີ່ໄດ້ຮັບທຶນລະດັບປະລິນຍາເອກ ສາຂາສັດຕະສາດ (Zoology) …
Read More »ງາມຫຼາຍ! ນັກສະແດງປະເທດໄທນຸ່ງຊຸດໄໝລາວໃນລະຄອນ “ແຕ່ປາງກ່ອນ”
ຄວາມໜ້າຮັກຂອງ ວິວ ວັນນະຣົດ ນັກສະແດງຍິງຈາກປະເທດໄທ ໃນບົດບາດ ເຈົ້າຍິງມ່ານແກ້ວ ກັບເຄື່ອງແຕ່ງກາຍຊຸດໄໝລາວ ທີ່ມີຄວາມປານີດ ເບິ່ງແລ້ວງາມຫຼາຍ ໃນລະຄອນເລື່ອງ “ແຕ່ປາງກ່ອນ” ທີ່ກຳລັງດຳເນີນໄປຢ່າງເຂັ້ມຂຸ້ນ, ສຳລັບຊຸດໄໝລາວແລ້ວ ເປັນຊຸດປະຈຳຊາດ ເປັນເອກະລັກປະເພນີລາວຂອງຊາດລາວເຮົາ ບໍ່ວ່າຈະເປັນຄົນລາວ ຫຼື ຕ່າງຊາດໄດ້ນຸ່ງ ຊຸດໄໝລາວນັ້ນກໍຍັງຊົງຄຸນຄ່າບົ່ງບອກເຖິງເອກະລັກຄວາມເປັນລາວທີ່ງົດງາມສືບທອດມາແຕ່ບູຮານນະການ. #ແຊຣໄປໃຫ້ໂລກຮູ້ເຖິງຄວມງົດງາມຂອງຊຸດໄໝລາວ ສຳລັບລະຄອນ “ແຕ່ປາງກ່ອນ” ແຟນໆສາມາດຕິດຕາມທຸກໆວັນ ພຸດ-ພະຫັດ ເວລາ 20:30 ທາງຊ່ອງ One (ປະເທດໄທ) ຂໍຂອບໃຈຮູບພາບຈາກ: google
Read More »ຖາງສວນກ້ວຍຖິ້ມແລ້ວ 1.000 ເຮັກຕາ
ໃນວັນທີ 6 ເມສາ 2017 ອໍານາດການປົກຄອງແຂວງບໍ່ແກ້ວຢືນຢັນອາທິດນີ້ວ່າ: ຕົນເອງສາມາດທໍາລາຍ ແລະ ຖາງສ່ວນກ້ວຍຫອມຈໍານວນ 1.000 ເຮັກຕາ ພາຍຫລັງພົບວ່າມີນັກລົງທຶນຕ່າງປະເທດໄດ້ໃຊ້ສານເຄີມີບໍ່ຖືກຕ້ອງ, ການລົງທຶນບໍ່ໄດ້ຮັບອະນຸຍາດຈາກພາກລັດ ໂດຍສ່ວນໃຫຍ່ແມ່ນລົງທຶນກັບປະຊາຊົນເວົ້າກັນເອງ ແລະ ເກີດມີການໂອນການສໍາປະທານໃຫ້ຄົນອື່ນໆແບບເລື່ອນລອຍ. ປັດຈຸບັນນີ້ ທົ່ວແຂວງຍັງເຫລືອສວນກ້ວຍຫອມທີ່ສໍາປະທານໂດຍຄົນຕ່າງປະເທດປະມານ 20 ກວ່າບໍລິສັດ ເນື້ອທີ່ທັງໝົດ 5.000 ກວ່າເຮັກຕາ. ການປູກກ້ວຍໃນແຂວງບໍ່ແກ້ວເລີ່ມປີ 2010 ເປັນຕົ້ນມາ ໂດຍມີເນື້ອທີ່ທັງໝົດ 6.000 ເຮັກຕາ ແຕ່ປັດຈຸບັນນີ້ຍັງເຫລືອພຽງ 5.000 ເຮັກຕາ. ຂໍຂອບໃຈແຫຼ່ງທີ່ມາ: ຂປລ ແລະ ຮູບຈາກ: Biby Vilinthone.
Read More »ເທຼນໃໝ່ ກັບການເລືອກໃສ່ແວ່ນຕາ ໃຫ້ກາຍເປັນສາວ Hot ຕ້ອນຮັບ Summer ນີ້!!!
ສາວໆ Summer ນີ້ມີແຜນໄປຫຼີ້ນສົງການຢູ່ໃສແລ້ວບໍ່? ຖ້າໄປໃສກໍຢ່າລືມຊວນແອດນໍາເດີ້ ເພາະແອດບໍ່ມີບ່ອນຈະໄປ (ນ້ອຍໃຈແປ໊ບບ) ຈັ່ງໃດກໍຕາມສາວໆ ເຖິງຈະໄປໃສກໍພາດບໍ່ໄດ້ທີ່ຈະຕ້ອງເນັ້ນເລື່ອງຄວາມສວຍຄວາມງາມມາກ່ອນແມ່ນບໍ່ສາວໆ ແລະ ແນ່ນອນວ່າສິ່ງທີ່ຂາດບໍ່ໄດ້ສໍາລັບສົງການນີ້ ເວລາໄປຫຼີ້ນໃສ ກໍຕ້ອງມີແວ່ນຕາກັນແດດ ຫຼືອາດຈະເປັນແວ່ນຕາທໍາມະດາກໍຕາມ ກໍເພື່ອຄວາມສວຍງາມອີກຢ່າງໜຶ່ງນັ້ນເອງ ມື້ນີ້ແອດເລີຍຈະມາແນະນໍາສາວໆກ່ຽວກັບວິທີິໃສ່ແວ່ນຕາຫຼີ້ນປີໃໝ່ ຫຼືແວ່ນຕາກັນແດດໃຫ້ສາວໆກາຍເປັນສາວ Hot ຂື້ນມານັ້ນເອງ ຢາກຮູ້ກັນແລ້ວແມ່ນບໍ່ສາວໆ ຖ້າຢາກຮູ້ແລ້ວເຮົາໄປເບີ່ງກັນເລີຍ!! By: BeautyGuru ເຄຼດິດຮູບພາບຈາກ: www.pinterest.com
Read More »