Breaking News

Home

ມາເບິ່ງການທົດລອງບາງຢ່າງໃນຫົວຂໍ້ “ເຈົ້າງາມ…ກວ່າທີ່ເຈົ້າຄິດ”

  ມາເບິ່ງການທົດລອງບາງຢ່າງໃນຫົວຂໍ້ “ເຈົ້າງາມ…ກວ່າທີ່ເຈົ້າຄິດ” (You’re more beautiful than you think) ມີການທົດລອງກ່ຽວກັບແມ່ຍິງ ແລະ ໃຫ້ແມ່ຍິງເວົ້າກັບຕົວເອງ ໃຫ້ເວົ້າໃນສິ່ງທີ່ແມ່ຍິງບໍ່ມັກ ແລະ ບໍ່ພໍໃຈກ່ຽວກັບໜ້າຕາຂອງຕົວເອງ (ໂຈດກໍຄືວ່າໃຫ້ບັນລະຍາຍໃບໜ້າຂອງຕົວເອງ) ແຕ່ເມື່ອໃຫ້ຄົນອື່ນທີ່ພົບເຫັນມາບັນຍາຍໜ້າຕາຄືນແລ້ວ ຄົນອື່ນຈະເວົ້າເຖິງແຕ່ສິ່ງດີໆ ແລະ ຈື່ຈຳໃນໜ້າຕາຂອງແມ່ຍິງຄົນນັ້ນແທນ. #ເລື່ອງເກົ່າເລົ່າໃໝ່ ສາວໆສາມາດເບິ່ງຄຣິບ    

Read More »

ເມືອງເກົ່າສຸວັນນະໂຄມຄໍາເປັນ…

ແຟນໆທີ່ໜ້າຮັກຂອງ ຂວັນໃຈ ທັງຫຼາຍ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວທີ່ຢູ່ທາງພາກເໜືອຂອງລາວເຮົາ ນັ້ນກໍຄືແຂວງ ບໍ່ແກ້ວ ເມື່ອເວົ້າເຖິງ ແຂວງບໍ່ແກ້ວ ແນ່ນອນແລ້ວວ່າ ບັນດາຜູ້ອ່ານທີ່ໜ້າຮັກ ກໍຄົງຈະເຄີຍໄປທ່ຽວມາແລ້ວ ແຂວງບໍ່ແກ້ວ ເປັນອີກແຂວງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍ ບໍ່ວ່າຈະເປັນທາງວັດທະນະທໍາ, ທາງທໍາມະຊາດ ແລະ ທາງປະຫວັດສາດອີກດ້ວຍ ສໍາລັບມື້ນີ້ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກ ໄດ້ຮູ້ຈັກກັບ ເມືອງເກົ່າສຸວັນນະໂຄມຄໍາ ເຊິ່ງເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ຢູ່ແຂວງ ບໍ່ແກ້ວ ເມືອງເກົ່າສຸວັນນະໂຄມຄໍາ ຕັ້ງຢູ່ລະຫວ່າງເຂດບ້ານດອນທາດ ແລະ ບ້ານຮົ່ມເຢັນ ຫ່າງຈາກຕົວເມືອງຕົ້ນເຜິ້ງປະມານ 5 ກິໂລແມັດ ຫ່າງຈາກເທດສະບານແຂວງ 40 ກິໂລແມັດ ເຊິ່ງເມືອງເກົ່າສຸວັນນະໂຄມຄໍາ ກວມເອົາເນື້ອທີ່ປະມານ 10.000 ເຮັກຕາ ສະຖານທີ່ແຫ່ງນີ້ ເປັນແຫຼ່ງທ່ອງທ່ຽວອັນເກົ່າແກ່ ທີ່ປະຊາຊົນແຂວງບໍ່ແກ້ວ ໃຫ້ຄວາມເຄົາລົບສັດທາຫຼາຍ ອີງຕາມຫຼັກຖານຢັ້ງຢືນທາງປະຫວັດສາດໄດ້ໃຫ້ຮູ້ວ່າ ບັນດາພຣະພຸດທະຮູບ ແລະ ພຣະທາດຕ່າງໆທີ່ຢູ່ໃນຂົງເຂດດັ່ງກ່າວ ໄດ້ຖືກສ້າງຂຶ້ນໃນສະຕະວັດທີ 5 …

Read More »

ຊຸດຮັບໃບປະກາສະນີຍະບັດໃນຍີ່ປຸ່ນ

  ຄວາມຄິດທີ່ແປກໆໃໝ່ໆ ແລະ ບໍ່ຄືໃຜ ແລະ ບໍ່ມີໃຜຄື ທີ່ສ້າງຄວາມຮູ້ຮືຮາໃຫ້ກັບຊາວ ໂຊຊ່ຽວໃນທົ່ວໂລກ ຕ້ອງຍີ່ປຸ່ນເທົ່ານັນ. ມີມະຫາວິທະຍາໄລແຫ່ງໜຶ່ງໃນໃນຍີ່ປຸ່ນສັ່ງໃຫ້ນັກສຶກສາແຕ່ງຕົວທໍແບບແປກປະລາດຕາມໃຈມັກຂອງໃຜລາວ ເພື່ອຮັບໃບປະກາສະນີຍະບັດ ຈຸດປະສົງແມ່ນເພື່ອສ້າງຄວາມບັນເທິງ ແລະ ສິລະປະເທົ່ານັ້ນ. ເຫັນແລ້ວບອກເລີຍວ່າ ສຸດຍອດ! ດັ່ງຮູບລຸ່ມນີ້. ຈາກ “ລູກຊາວບ້ານ”

Read More »

ພິທີກອນສຸດເຈົ້າຊູ້ ຄົນນີ້ແມ່ນໃຜ?

  ສະບາຍດີ ໝູ່ເພື່ອນທຸກຄົນ ຊະນີIndy ມາແລ້ວເດີ້ ຫຼັງຈາກທີ່ໄປປະຕິບັດພາລະກິດເຊັ່ນ: ໄປເກາະຕິດກະແສ Superstar ອໍ້າ ພັດຊະຣາພາ ເພື່ອໄປນຳເອົາຮູບພາບ ແລະ ຄຣິບມາຝາກແຟນໆໃຫ້ໄດ້ເຫັນໂສມໜ້າງາມໆຂອງແມ່ອໍ້າແລ້ວ, ແຕ່ຍັງໆຍັງບໍ່ໝົດເດີ້ເພາະ ຊະນີIndy ໄປສະດຸດຕາກັບພິທີກອນລາວເຮົາ ໜຸ່ມສຸດເຈົ້າຊູ້ດູດີທີ່ຢືນສຳພາດດາລານັກສະແດງເບີໜຶ່ງຂອງປະເທດເພື່ອນບ້ານ ແລະ ເທົ່າທີ່ໄດ້ໄປສືບມາແມ່ນເພິ່ນມີຊື່ວ່າ: ຈັນທະສອນ ທະວີໄຊ (ມ໋ອນ) ໜຸ່ມເຈົ້າຊູ້ຂາວຕີ໋ ຖືກສະຕາສາວໆຫຼາຍໆຄົນ ເຊິ່ງວຽກຫຼັກທີ່ເພິ່ນເຮັດກໍແມ່ນຜູ້ປະກາດຂ່າວທາງສະຖານີໂທລະພາບແຫ່ງຊາດ, ພິທີກອນ, ໂຄສົກວິທະຍຸ, ນັກສະແດງຮູບເງົາຫຼາຍເລື່ອງ ແລະ ຍັງເປັນນາຍແບບອີກເດີ້. ມາເບິ່ງຮູບພາບຂອງໜຸ່ມ ມ໋ອນ ກັນເລີຍວ່າຈະເຈົ້າຊູ້ດູດີຊໍ່າໄດ… #ແຊຣວົນໄປໃຫ້ໂລກຮູ້ວ່າໜຸ່ມລາວເຮົາກໍເຈົ້າຊູ້ແລະມີຄວາມສາມາດ ຂໍຂອບໃຈຮູບພາບຈາກ: mondthavixay ເພື່ອນໆສາມາດຕິດຕາມໜຸ່ມຄົນນີໄດ້ເລີຍ!!!

Read More »

ບັນຫາຂີ້ເຫຍື້ອໃນນະຄອນຫຼວງ

  ການເກັບມ້ຽນຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນຍັງບໍ່ສາມາດເຮັດໄດ້ຢ່າງທົ່ວເຖິງ ທ່ານ ພູດອນ ເມກສະຫວັນ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ເປີດເຜີຍວ່າ: ໜ່ວຍ ງານເກັບມ້ຽນຂີ້ເຫຍື້ອມີ 9 ພາກສ່ວນ ໃນນັ້ນ 1 ພາກສ່ວນເປັນຂອງລັດ ໄດ້ບໍລິການເກັບມ້ຽນຂີ້ເຫຍື້ອໃນລາຄາ 10.000 ກີບຕໍ່ເຂັ້ງຢູ່ບັນດາບ້ານໃນ 8 ເມືອງ ແລະ ກຳລັງປຸກລະດົມຢູ່ເມືອງສັງທອງ. ແຕ່ລະເດືອນ ຄບຕ ແລະ 9 ພາກສ່ວນ ໄດ້ປະຊຸມຖອດຖອນບົດຮຽນ ເພື່ອແກ້ໄຂ ແລະ ປັບປຸງບັນດາຂໍ້ຄົງຄ້າງ. ພ້ອມນີ້ ຄບຕ ຍັງໄດ້ ທົດລອງໃຫ້ ປະຊາຊົນພາຍໃນເມືອງ ແລະ ບ້ານ ໃຫ້ແຍກຂີ້ເຫຍື້ອ ເຫັນວ່າໄດ້ຮັບຜົນດີ ແລະ ຈະສືບຕໍ່ຈັດຕັ້ງ ປະຕິບັດຢູ່ແຕ່ລະບ້ານ ໃນທຸກໆ ເມືອງ ເພື່ອເອົາຂີ້ເຫຍື້ອທີ່ຈຳເປັນປະເພດເສດຜັກ, ໝາກໄມ້ ມາຜະລິດເປັນແກັສ. …

Read More »