Breaking News

Home

ແພັດ ໂພສແລ້ວຫຼັງຈາກເກີດເລື່ອງ!

  ຂ່າວດັງຂອງນັກສະແດງສາວ ປະເທດເພື່ອນບ້ານ ທີ່ມື້ເຊົ້ານີ້ໄດ້ມີເຈົ້າໜ້າທີ່ຕຳຫຼວດບຸກເຂົ້າກວດຄົ້ນທີ່ພັກຂອງ ເບນສ໌ ເຣດຊິ່ງ ຜູ້ຕ້ອງສົງໃສກ່ຽວກັບຄະດີຢາເສບຕິດ ເຄືອຄ່າຍໄຊຊະນະ, ເຊິ່ງ ເບນສ໌ ເຣດຊິ່ງ ເປັນຜົວຂອງນັກສະແດງສາວຊື່ດັງ ແພັດ ນະປະພາ (ເຊິ່ງຕອນນີ້ແພັດກຳລັງຖືພາ) ຫຼ້າສຸດນາງກໍໄດ້ມີການໂພສຮູບ ແລະ ຂຽນ Caption ກ້ອງຮູບສັ້ນໆວ່າ (ຮັກ) ຈົນເຮັດໃຫ້ມີແຟນໆໄປສະແດງຄວາມຄິດເຫັນ ໃຫ້ກໍາລັງໃຈກັບນັກສະແດງສາວຢ່າງຫຼວງຫຼາຍ. ***ຈັ່ງໃດກໍຂໍເປັນກຳລັງໃຈໃຫ້ເດີ້***   ຂໍຂອບໃຈຮູບພາບຈາກ: pat_napapa ແລະ Khaosod – ข่าวสด  

Read More »

ກິຕ້າ ໄປອອກລາຍການດັງອີກແລ້ວ! (ມິຄຣິບ)

  ມາໆມາເມົ້າມອຍກັບ ຊະນີIndy ມື້ນີ້ຈະມາອັບເດດຜົນງານຂອງສາວ ກິຕ້າ ຫຼື ພັດທະສອນ ມະນີດາລັດ ອາຍຸ 25 ປີ ສາວລາວທີ່ມີຄວາມກ້າຫານສະໝັກໄປອອກລາຍການເລືອກຄູ່ຊື່ດັງ “Take me out Thailand” ຈົນກາຍເປັນ “Talk of the town” ດັງທັງໃນປະເທດເຮົາ ແລະ ປະເທດເພື່ອນບ້ານມາແລ້ວ, ແຕ່ຫຼ້າສຸດກະແສນາງກໍບໍ່ຕົກເດີ້ ເພາະນາງຖືກເຊີນໄປເປັນແຂກຮັບເຊີນລາຍການດັງອີກແລ້ວ ລາຍການນີ້ມີຊື່ວ່າ “ແຮງຊັດຈັດເຕັມ” ໂດຍມີພິທີກອນອະດີດນາງງາມ ດຣ. ປະນັດດາ ວົງຜູ້ດີ (ບຸມ) ແລະ ໃນຊ່ວງສຳພາດພິທີກອນກໍໄດ້ຖາມໄຖ່ສາວ ກິຕ້າ ວ່າໄປມາຢ່າງໃດເຖິງມາຮ່ວມໃນລາຍການເລືອກຄູ່ໄດ້ສາວກິຕ້າກໍຕອບຄຳຖາມໄດ້ຢ່າງຄ່ອງແຄ້ວ ແບບບໍ່ມີຂາດຕົກບົກຜ່ອງ. ຢ່າລືມ! ກົດໄລ້ ກົດແຊຣເປັນກຳລັງໃຈໃຫ້ສາວກິຕ້າກັນແດ່ເດີ້! ຊະນີIndy ເອົາຄຣິບລາຍການມາຝາກໝູ່ເພື່ອນທຸກຄົນ ສາມາດເບິ່ງຄຣິບໄດ້ເລີຍ!         ຂໍຂອບໃຈຮູບພາບຈາກ: Kitar Phatthasone …

Read More »

ນະຄອນຫຼວງຂຶ້ນລາຄາຄ່າເຂົ້າຊົມພິພິທະພັນບູຮານສະຖານ 3 ແຫ່ງ

  ນະຄອນຫຼວງຂຶ້ນລາຄາຄ່າເຂົ້າຊົມພິພິທະພັນບູຮານສະຖານ 3 ແຫ່ງ ທ່ານ ນາງ ຄຳເປື່ອງ ວົງຈັນດີ ຮອງອຳນວຍການຫໍພິພິທະພັນບູຮານສະຖານນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເລີ່ມແຕ່ເດືອນກຸມພານີ້ ເປັນຕົນໄປພິພິທະພັນບູຮານສະຖານ 3 ແຫ່ງຂອງນະຄອນຫຼວງວຽງຈັນຄື: ພະທາດຫຼວງ, ວັດສີສະເກດ ແລະ ຫໍພະແກ້ວ ຈະປັບຂຶ້ນລາຄາຄ່າເຂົ້າຊົມຄື: ຈາກ 2 ພັນກີບເປັນ 3 ພັນກີບ ສຳລັບຄົນລາວ ແລະ ຈາກ 5 ພັນກີບເປັນ 10 ພັນກີບ ສຳລັບນັກທ່ອງທ່ຽວຕ່າງປະເທດ ແລະ ຂະຫຍາຍເວລາເຂົ້າອອກ ເປັນ 8:00 -18:00 ໂມງ, ເນື່ອງຈາກວ່າລາຄາເຂົ້າຊົມສະຖານທີ່ທ່ອງທ່ຽວພາຍໃນປະເທດເຮົາ ເມື່ອທຽບໃສ່ກັບ ປະເທດອື່ນໆແລ້ວແມ່ນຍັງເຫັນວ່າຖືກກວ່າຫຼາຍ, ທັງນີ້ກໍເປັນການສ້າງລາຍຮັບໃຫ້ຂະແໜງທ່ອງທ່ຽວເພີ່ມຂຶ້ນ. ຮອງອຳນວຍການພິພິທະພັນບູຮານສະຖານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສຳລັບບັນຍາກາດການທ່ອງທ່ຽວ ເດືອນທຳອີກຂອງປີ 2017 ມີຄວາມຄຶກຄື້ນຫຼາຍຖ້າທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ, ໂດຍມີນັກທ່ອງທ່ຽວເຂົ້າມາຢ້ຽມຊົມບູຮານສະຖານດັ່ງກ່າວແລ້ວຫຼາຍກວ່າ 69 …

Read More »

ໂອ້!!! ວ້າວ ນີ້ຫວາກະເປົາຖືທີ່ບໍ່ມີຢູ່ໃສມາກ່ອນ

ໂອ້!!! ວ້າວ ນີ້ຫວາກະເປົາຖືທີ່ບໍ່ມີຢູ່ໃສມາກ່ອນ!! ສາວໆຖ້າສາວໆມັກສະສົມກະເປົາຖືງາມໆ ແລະ ມັກໃນການກິນເປັນຊີວິດຈິດໃຈມື້ນີ້ BeautyGuru ໄດ້ນໍາເອົາແບບກະເປົາຖືທີ່ໄດ້ຮັບການອອກແບບຈາກ ປະເທດເນດທີແລນ ເຊິ່ງມີທັງຄວາມແປກຜະສົມຄວາມງາມ ແລະ ເລີດ!!! ມາຕ້ອນສາວໆກັນ ຮັບຮອງວ່າແປກແບບບໍ່ຄືໃຜແນ່ນອນ ວ່າແລ້້ວເຮົາໄປເບິ່ງພ້ອມກັນເລີຍສາວໆ By: Beautyguru ເຄຼດິດຮູບຈາກ: ເພັດມາຍາ (ພາສາໄທ)

Read More »

ເໝາະສົມກັບຕຳແໜ່ງ MISS UNIVERSE 2016 ສາວງາມທີ່ບໍ່ໄດ້ມີດີແຕ່ໜ້າຕາ!

ເໝາະສົມກັບຕຳແໜ່ງ MISS UNIVERSE 2016 ສາວງາມທີ່ບໍ່ໄດ້ມີດີແຕ່ໜ້າຕາ! ປະກາດຜົນກັນໄປແລ້ວແບບສົດໆຮ້ອນໆກັບ Miss Universe ຄົນໃໝ່ Iris Mittenaere ຫຼືສາວງາມຈາກ ປະເທດ ຝຣັ່ງ (Miss France) ມີຄວາມງາມແຕ່ຫົວຈົນຮອດຕີນກັນເລີຍກັບສາວຄົນນີ້ມີ ອາຍຸ 24 ປີ ແລະ ອະນາຄົດເປັນວ່າທີ່ທັນຕະແພດ ເພາະນາງກຳລັງສຶກສາຢູ່ຄະນະແພດສາດ ແລະ ຫວັງວ່າຈະໃຊ້ເວທີ Miss Universe ຕໍ່ຍອດການຊ່ວຍເຫຼືອເລື່ອງແຂ້ວ ແລະ ຄວາມສະອາດຂອງຊ່ອງປາກ ສິ່ງທີ່ເຮັດໃຫ້  Iris Mittenaere ສາມາດເອົາຊະນະໃຈກຳມະການ ແລະ ຜູ້ຄົນທົ່ວໂລກຈົນໄດ້ມົງກຸດມາຄອງກໍຄືການຕອບຄຳຖາມຢ່າງສະຫຼຽວສະຫຼາດ ຈົນເຮັດກຳມະການ ແລະ ກອງເຊີຍລຸກຂຶ້ນຕົບມືຊົມເຊີຍ Miss Universe 2016 ປີນີ້ບໍ່ໄດ້ມີດີແຕ່ໜ້າຕາ ແຕ່ນາງມີຄວາມຮູ້ຮອບຕົວ ສົນໃຈຄວາມເຄື່ອນໄຫວຂອງໂລກ ແລະ ມີຄວາມຄິດທີ່ເປັນປະໂຫຍດ ສາມາດເປັນກະບອກສຽງໃຫ້ກັບຄົນທົ່ວໂລກໄດ້. Picture Via: missuniverse and irismittenaeremf …

Read More »