Breaking News

Career Advice

ຕອນໄປສໍາພາດວຽກ ຢ່າເຮັດສິ່ງນີ້ເດັດຂາດ!!!

ປັດຈຸບັນໃນການສໍາພາດວຽກຄົນບາງຄົນອາດເບິ່ງຂ້າມບາງສິ່ງທີ່ຕົນເອງຄິດວ່າມັນບໍ່ເປັນ ເປັນຕົ້ນແມ່ນການນຸ່ງຖື ສິ່ງຂອງທີ່ເຈົ້າໃສ່ໃນການສໍາພາດວຽກເປັນສິ່ງທີ່ສະແດງໃຫ້ເຫັນເຖິງຕົວຕົນຂອງເຈົ້າ ດັ່ງນັ້ນ ເຈົ້າຕ້ອງໝັ່ນໃຈວ່າຊຸດທີ່ເຈົ້າສວມໃສ່ ຈະສ້າງຄວາມປະທັບໃຈໃຫ້ກັບອົງກອນທີ່ເຈົ້າຈະໄປສໍາພາດ ຫຼັັກການທີ່ເຈົ້າຄວນປະຕິບັດກໍຄືເລືອກຊຸດທີ່ເໝາະສົມກັບອົງກອນ ຫຼືບໍລິສັດທີ່ເຈົ້າສະມັກວຽກນໍາ ດັ່ງນັ້ນ ຄວນສຶກສາລ່ວງໜ້າ ເພື່ອໃຫ້ຮູ້ວ່າຊຸດທີ່ຕ້ອງໃສ່ໃນການເຮັດວຽກໃນອະນາຄົດຂອງເຈົ້າເປັນແນວໃດ ຖ້າວ່າສະພາບແວດລ້ອມທີ່ບໍ່ເປັນທາງການ ແຕ່ເຈົ້າແຕ່ໂຕບໍ່ເໝາະເຊັ່ນວ່າ ສຸພາບ ໃສ່ສູດ… ອາດຈະສົ່ງຜົນຕໍ່ໂອກາດທີ່ເຈົ້າຈະໄດ້ເຮັດວຽກ ເຊັ່ນວ່າ ການແຕ່ງຕົວແບບສະບາຍ ເກີນໄປກໍອາດຈະພາດໂອກາດໄດ້ຄືກັນ ເລື່ອງ Style ການແຕ່ງຕົວເຮົາສາມາດປັບປ່ຽນກັນໄດ້ຕາມຄວາມເໝາະສົມ ແຕ່ 2 ເລື່ອງທີ່ຫ້າມເຮັດໂດຍເດັດຂ້າມກ່ອນທີ່ເຈົ້າຈະໄປສໍາພາດວຽກນັ້ນກໍຄື ຫຼີກລ່ຽງການໃສ່ນໍ້າຫອມທີ່ມີກິ່ນແຮງ ການທີ່ເຮົາໃສ່ນໍ້າຫອມກ່ອນຈະໄປສໍາພາດວຽກເປັນເລື່ອງທີ່ບໍ່ຜິດ ແຕ່ວ່າເຮົາບໍ່ຄວນໃສ່ນໍ້າຫອມທີ່ມີກິ່ນທີ່ແຮງເກີນໄປ ນອກຈາກນີ້ຍັງເຫັນວ່າຫຼາຍໆຄົນແພ້ກິ່ນນໍ້າຫອມ ເລື່ອງນີ້ເປັນເລື່ອງໃຫຍ່ໃນບາງອົງກອນ ຈົນບາງບ່ອນຕ້ອງຫ້າມໃຊ້ນໍ້າຫອມ  ຖ້າເປັນແບບນີ້ເຈົ້າອາດຈະບໍ່ຢາກຕົກສໍາພາດຕັ້ງແຕ່ຮອບທໍາອິດແມ່ນບໍ ຖ້າວ່ານໍ້າຫອມນັ້ນກິ່ນແຮງເກີນໄປ ກໍອາດຈະເຮັດໃຫ້ຜູ້ສໍາພາດເຈົ້າຕັດບົດສໍາພາດໃຫ້ສັ່ນລົງ ໂດຍບໍ່ຄໍານຶງວ່າເຈົ້າຈະມີຄຸນສົມບັດອື່ນທີ່ຈໍາເປັນສໍາຫຼັບວຽກທີ່ພວກເຂົາຕ້ອງການເລີຍ ຢ່າໃສ່ເຄື່ອງນຸ່ງທີ່ຄັບເກີນໄປ ເຄື່ອງນຸ່ງທີ່ເຈົ້າໃສ່ບໍ່ຈໍາເປັນຕ້ອງໃສ່ຂອງແບຣນເນມກໍໄດ້ ແຕ່ຕ້ອງເຂົ້າກັບເກີບທີ່ເຈົ້າໃສ່ ນອກຈາກນີ້ການໃສ່ເຄື່ອງນຸ່ງທີ່ຫຼວມ ຫຼື ຄັບເກີນໄປກໍຈະເຮັດໃຫ້ເຈົ້າເສຍບຸກຄະລິກ ບໍ່ມີຄວາມເປັນມືອາຊີບ  ແລະ ເບິ່ງຄືບໍ່ມີການກຽມຕົວ ໂດຍສະເພາະແມ່ນເກີບບໍ່ວ່າຈະເປັນຜູ້ຍິງ ຫຼືຜູ້ຊາຍໃຫ້ຫຼີກລ່ຽງການໃສ່ເກີບຜ້າໃບ ຫຼື ເກີບແຕະ ເມື່ອເລືອກຊຸດໃສ່ໄດ້ແລ້ວ ກ່ອນຈະໄປສໍາພາດໃຫ້ລອງໃສ່ທຸກຢ່າງທີ່ຢູ່ບ້ານກ່ອນ …

Read More »

ວິທີແກ້ໄຂບັນຫາໃນການເບື່ອວຽກ ແລະ ເຮັດວຽກຢ່າງບໍ່ມີຄວາມສຸກ

ໃນປັດຈຸບັນ ເຊື່ອວ່າ ມີຄົນຈໍານວນບໍ່ໜ້ອຍທີ່ກຳລັງ ພົບພໍ້ກັບບັນຫາການເບື່ອ ຫຼືບໍ່ມີຄວາມສຸກຢູ່ທີ່ບ່ອນເຮັດວຽກ  ຫຼາຍໆຄົນທີ່ຕົກຢູ່ໃນສະພາວະນີ້ຈົນຕ້ອງລາອອກຈາກບ່ອນເຮັດວຽກ ແຕ່ສໍາລັບບາງຄົນ ຖ້າເຈົ້າມີແຜນທີ່ຈະລາອອກ ຫຼືມີວຽກບ່ອນໃຫມ່ລໍຖ້າຢູ່ກໍແລ້ວໄປ ແຕ່ຖ້າເຈົ້າຕ້ອງການລາອອກມາແລ້ວຕ້ອງເລີ່ມຊອກວຽກໃຫມ່ ເສັ້ນທາງຂອງເຈົ້າຍັງບໍ່ເຫັນແສງສະຫວ່າງບ່ອນໃດເລີຍ ຖ້າເປັນແບບນີ້ຢາກແນະນໍາໃຫ້ເຮັດວຽກບ່ອນເກົ່າຕໍ່ໄປ ເພາະວ່າຢ່າງໜ້ອຍເຈົ້າຈະມີບັນຫາດຽວຄືເລື່ອງວຽກ ແຕ່ເຈົ້າຈະບໍ່ມີບັນຫາເລື່ອງເງິນ ມື້ໃດທີ່ເຈົ້າລາອອກມາບັນຫາເລື່ອງເງິນອາດຈະເກີດຂຶ້ນແນ່ນອນ ມື້ນີ້ຂວັນໃຈມີວິທີແກ້ໄຂບັນຫາການເບື່ອ ແລະ ບໍ່ມີຄວາມສຸກໃນການເຮັດວຽກມາແນະນໍາ!!!   ຮັກວຽກທີ່ເຮັດ ເວົ້າງ່າຍແຕ່ເຮັດຍາກ ຫຼືບໍ ຄົນທີ່ກຳລັງເບື່ອວຽກຂະໜາດ ຈະຮັກວຽກທີ່ກຳລັງເຮັດແນວໃດ ຢ່າຟ້າວໝົດຫວັງ ການທີ່ເຮົາຮັກວຽກໄດ້ ກໍຕ້ອງຫາຂໍ້ດີໃນການເຮັດວຽກໃຫ້ໄດ້ກ່ອນບໍ່ວ່າຈະເປັນ:  ເປັນແຫຼ່ງທີ່ມາຂອງລາຍໄດ້: ວຽກນີ້ແມ່ນບໍທີ່ສາມາດລ້ຽງເຈົ້າ ຫຼືຄອບຄົວເຈົ້າໄດ້ ຖ້າຂາດວຽກນີ້ໄປແລ້ວເຈົ້າຈະເອົາເງິນມາແຕ່ໃສໃຊ້ຈ່າຍ ແລ້ວຄົນໃນຄອບຄົວເດຈະເປັນແນວໃດ ຄິດເບິ່ງດີໆຖ້າເຈົ້າລາອອກຈາກວຽກ ຈະຕ້ອງໃຊ້ເວລາດົນປານໃດ ມີໝູ່ຮ່ວມງານທີ່ເຮົາຮັກ: ແນ່ນອນວ່າວຽກຂອງເຈົ້າມີໝູ່ຮ່ວມງານຫຼາຍແນ່ນອນ ເຈົ້າບໍ່ຢາກເຫັນເຂົາທຸກມື້ບໍ ຮັກວຽກສາ!ໃນລະຫວ່າງເຈົ້າເຮັດວຽກກໍໄດ້ຢູ່ກັບຄົນທີ່ຮັກ.  ເປັນວຽກທີ່ຖືກກັບສາຍທີ່ເຈົ້າຮຽນມາ ເຫັນບໍ? ມີຄົນອີກຫຼາຍຄົນທີ່ບໍ່ໄດ້ເຮັດວຽກຕາມສາຍວິຊາທີ່ຮຽນມາ ເຈົ້າມີສິ່ງດີໆຢູ່ແລ້ວຈະໜີໃນສິ່ງທີ່ຮັກໄປໃສ ໃຫ້ເຫັນຄຸນຄ່າຂອງວຽກທີ່ເຮັດ ວຽກນີ້ບໍ່ແມ່ນຫວາທີ່ເຈົ້າຕ້ອງຍາດຊີງມາຈາກຜູ້ສະມັກຄົນອື່ນ ມັນເປັນວຽກທີ່ເຈົ້າຕ້ອງການເຮັດຫຼາຍ ເມື່ອຮຽນຈົບມາເຈົ້າກໍມຸ່ງມາຫາວຽກນີ້ ເມື່ອເຈົ້າໄດ້ເຮັດແລ້ວເປັນຫຍັງຈື່ງເບືີ່ອວຽກນັ້ນ ເປັນຫຍັງຈື່ງຢາກລາອອກ ເປັນຫຍັງເຈົ້າຄືບໍ່ຮັກວຽກນີ້ຕໍ່ໄປ ຕັ້ງໃຈເຮັດວຽກໃຫ້ດີທີ່ສຸດ ບໍ່ແນ່ມັນອາດຈະສົ່ງຜົນດີໆກັບມາກໍໄດ້ ເບິ່ງຄົນທີ່ດ້ອຍກວ່າ  …

Read More »

ຖ້າຍັງບໍ່ຮູ້ ກໍຄວນຮູ້ເອົາໄວ້ຊ໊ະ!!! ບັນຫາ ຫຼືອຸປະສັກເປັນສິ່ງທີ່ທຸກຄົນຕ້ອງພົບ ເຖິງວ່າເຈົ້າຈະເກັ່ງປານໃດກໍຕາມ…

ທາງພຸດທະສາສະໜາ ໄດ້ເວົ້າເລື່ອງບັນຫາ ແລະ ວິທີແກ້ໄຂບັນຫາໄວ້ວ່າ  ຄົນເຮົາຈໍາເປັນຕ້ອງໃຊ້ສະຕິເມື່ອເວລາພົບບັນຫາ ເພາະບໍ່ມີໃຜໜີບັນຫາ ແລະ ຄວາມທຸກທີ່ເຂົ້າມາໄດ້ ມີວິທີດຽວທີ່ເຮົາຈະເຮັດໄດ້ ກໍຄືໃຊ້ສະຕິ ເພື່ອພິຈາລະນາບັນຫາທີ່ເຂົ້າມາ ແລະ ຫາທາງແກ້ໄຂຢ່າງມີເຫດຜົນ ຖ້າແກ້ໄຂໄດ້ ກໍຄ່ອຍໆໃຊ້ສະຕິປັນຍາແກ້ໄຂໄປ ໃນກໍລະນີທີ່ຍັງແກ້ໄຂບໍ່ໄດ້ ກໍບໍ່ຈໍາເປັນຕ້ອງທົນທຸກ ຫຼືຈົມຢູ່ກັບບັນຫາເຫຼົ່ານັ້ນຕະຫຼອດເວລາ  ແຕ່ໃຫ້ຢຸດຄິດໄວ້ກ່ອນ ເຊິ່ງການຢຸດຄິດບໍ່ໄດ້ໝາຍຄວາມວ່າໃຫ້ເຊົາຄິດ ແຕ່ເປັນການຢຸດຄິດເພື່ອໃຊ້ສະຕິ ໃຫ້ເບິ່ງເຫັນບັນຫານັ້ນ ແລະ ຄົ້ນຄິດດ້ວຍປັນຍາ ບັນຫາທຸກຢ່າງບໍ່ວ່າຈະນ້ອຍ ຫຼືໃຫຍ່ ຍ່ອມມີທາງແກ້ໄຂໄດ້ ຖ້າຮູ້ຈັກຄິດໃຫ້ດີ ປະຕິບັດໃຫ້ຖືກ ການຄິດໄດ້ດີນັ້ນບໍ່ແມ່ນການຄິດແບບໃຊ້ເລ່ຫຼ່ຽມ ເພາະໂລກເຮົາໃນປັດຈຸບັນຈະພັດທະນາໄປຫຼາຍພຽງໃດກໍຕາມ  ແຕ່ຍັງບໍ່ມີເຄື່ອງມືຊະນິດໃດທີ່ຈະວິເສດ ຈົນສາມາດຄິດແກ້ໄຂບັນຫາຕ່າງໆໄດ້ຢ່າງສົມບູນເທື່ອ ສະນັ້ນ ການຄົ້ນຄິດແກ້ໄຂບັນຫາຈື່ງຕ້ອງໃຊ້ສະຕິປັນຍາ ຄືຄິດດ້ວຍສະຕິ  ເພື່ອຢຸດຢັ້ງຄວາມຜິດພາດ ແລະ ອັກຄະຕິຕ່າງໆ ບໍ່ໃຫ້ເກີດຂຶ້ນ ຊ່ວຍເຮັດໃຫ້ປັນຍາແກ້ໄຂບັນຫາຕ່າງໆໄດ້ ເຮັດໃຫ້ເຫັນຜົນທີ່ກ່ຽວຂ້ອງກັນຢ່າງຕໍ່ເນື່ອງ “ສະຕິ” ສໍາຄັນຫຼາຍເມື່ອເວລາທີ່ເຮົາພົບບັນຫາ ເມື່ອໃດກໍຕາມທີ່ເຮົາມີສະຕິພິຈາລະນາ ບັນຫາຕ່າງໆ ໄດ້ຢ່າງມີເຫດຜົນ ເຂົ້າໃຈບັນຫາທີ່ສໍາຄັນ ເຮົາຈະຜ່ານບັນຫາເຫຼົ່ານັ້ນໄປໄດ້ແນ່ນອນ ສໍາຫຼັບບາງຄົນຖືວ່າການຕັ້ງສະຕິເປັນເລື່ອງທີ່ຍາກ  …

Read More »

ກຳນົດທິດທາງໃນການເຮັດວຽກ ເພື່ອຄວາມສຳເລັດຂອງທ່ານ

ໃນໂລກຂອງການເຮັດວຽກ ເຮົາຄວນຕັ້ງເປົ້າໝາຍ ກຳນົດທິດທາງໃນການເຮັດວຽກ ເພື່ອໃຫ້ໄປເຖິງຈຸດໝາຍໄດ້ໃນເວລາທີ່ກຳນົດ ຜູ້ທີ່ປະສົບຄວາມສຳເລັດໃນການເຮັດວຽກນັ້ນ ມີວິທີການປະຕິບັດຕົວດັ່ງຕໍ່ໄປນີ້: ທ່ານຈະເຮັດວຽກໄດ້ດີຄື ຕ້ອງມ່ວນຊື່ນໄປກັບວຽກທີ່ເຮັດ ເມື່ອທ່ານເຮັດວຽກດ້ວຍຄວາມມ່ວນຊື່ນ ທ່ານຈະມີແຮງຂັບເຄື່ອນ ໃນຄວາມພະຍາຍາມ. ຕ້ອງໃສ່ຄວາມຈິງຈັງມຸ່ງໝັ້ນສູ່ຄວາມສຳເລັດລົງໄປດ້ວຍຄວາມພາກພຽນພະຍາຍາມ ຈະນຳພາທ່ານໄປພົບກັບຄວາມສຳເລັດໃນທີ່ສຸດ. ຄວາມເຊື່ອໝັ້ນໃນຕົນເອງຕ້ອງມີຢູ່ສະເໝີ ເພາະນັ້ນຈະເຮັດໃຫ້ທ່ານກ້າຄິດກ້າທຳ ແລະ ກ້າຮັບຜິດຊອບ ເຊິ່ງຈະເຮັດໃຫ້ທ່ານໄດປຽບກວ່າຄົນອື່ນໆ. ມີຄວາມຄິດສ້າງສັນ ປະດິດ ຫຼື ສ້າງນະວັດຕະກຳໃໝ່ໆຂຶ້ນ ຖ້າທ່ານເປັນນັກຄິດຮັບຮອງໄດ້ວ່າຈະສຳເລັດ. ການປັບຕົວໄດ້ໄວວາ ເພາະຄົນຈາກຫຼາກຫຼາຍສັງຄົມມາຢູ່ລວມກັນໃນສັງຄົມໃໝ່. ເປັນຄົນທີ່ຄິດບວກ ແລະ ສະແດງທ່າທີໃນທາງບວກ ບໍ່ຫຍໍ້ທໍ້ຕໍ່ອຸປະສັກ ມີມະນຸດສຳພັນດີ ເປັນທີ່ຮັກ ແລະ ຊື່ນຊົມຂອງຄົນອ້ອມຂ້າງ. ມີລະບຽບວິໄນເຊັ່ນ: ຕ້ອງມາເຮັດວຽກໃຫ້ກົງເວລາ, ສົ່ງວຽກກົງເວລາ, ປະຕິບັດຕາມກົດບໍລິສັດຢ່າງເຄັ່ງຄັດ. ມີຄວາມຊື່ສັດ ແລະ ຊ່ວຍເຫຼືອຜູ້ອື່ນໃຫ້ປະສົບຄວາມສຳເລັດ ຄົນດີມີນ້ຳໃຈ ຢູ່ໃສກະມີແຕ່ຄົນຮັກເອັນດູ ແລະ ຄອຍສະໜັບສະໜູນ. ກ້າຫານທີ່ຈະສ່ຽງ ແນ່ນອນວ່າບໍ່ມີວຽກໃດຈະລຽບງ່າຍໄປໝົດທຸກວຽກ ເມື່ອພົບພໍ້ກັບອຸປະສັກ ທ່ານຕ້ອງກ້າພໍທີ່ຈະສ່ຽງ. ທ່ານຄວນພັດທະນາການຕໍ່ການສື່ສານກັບຜູ້ອື່ນຢູ່ສະເໝີ ເພື່ອໃຫ້ທ່ານສາມາດຖ່າຍທອດແນວຄິດຕ່າງໆເຂົ້າເຖິງທຸກຄົນໄດ້ຢ່າງຖືກຕ້ອງ.

Read More »

ຄົນທີ່ຈະເປັນ Freelance ຄວນຮູ້!! 6 ຂໍ້ດີ ແລະ 6 ຂໍ້ເສຍຂອງການເປັນ Freelance…

ຕ້ອງຍອມຮັບວ່າ ໃນປັດຈຸບັນມີຄົນທີ່ມີຄວາມສາມາດຫລາຍຂຶ້ນທຸກມື້ ຄົນໜຶ່ງຄົນສາມາດເຮັດວຽກໄດ້ຫຼາຍກວ່າ 1 ວຽກ ປະກອບກັບໂລກເຮົາໄດ້ມີການພັດທະນາຂຶ້ນ ແລະ ກ້າວສູ່ຄວາມເປັນທຶນນິຍົມຢ່າງເຕັມຕົວແລ້ວ ຄົນໄວເຮັດວຽກສ່ວນຫຼາຍຈື່ງມີຄວາມຕ້ອງການ Make Money  ຫາເງິນ ສ້າງລາຍໄດ້ໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້ ບາງຄົນຕ້ອງການເຮັດວຽກເປັນ “Freelance” ເພື່ອເຕີມເຕັມຄວາມຮູ້ສຶກບາງຢ່າງທີ່ຂາດຫາຍໄປຈາກວຽກປະຈໍາ ຫຼືການຝຶກທັກສະ  ແຕ່ບໍ່ແມ່ນໄດ້ໃຊ້ກັບວຽກປະຈໍາຕະຫຼອດ  ແຕ່ອາຊີບ “Freelance” ນັ້ນ ຕ້ອງມີທັງຂໍ້ດີ ແລະ ຂໍ້ເສຍຢູ່ໃນຕົວຂອງມັນເອງຢູ່ແລ້ວ ສະນັ້ນ, ມື້ນີ້ຂວັນໃຈຈະຂໍນໍາສະເໜີ ຂໍ້ດີ ແລະ ຂໍ້ເສຍ ຂອງການເຮັດວຽກເປັນ “Freelance” ເພື່ອຕ້ອງການໃຫ້ຜູ້ທີ່ກຳລັງຫາໂອກາດສ້າງລາຍໄດ້ຈາກອາຊີບນີ້ລວມໄປເຖິງຄົນທີ່ກຳລັງເຮັດ “Freelance” ນໍາຂໍ້ມູນໄປປັບໃຊ້ໃຫ້ເກີດປະໂຫຍດ ເຮົາມາເບິ່ງນໍາກັນເລີຍ!!! ຂໍ້ດີຂອງການເຮັດອາຊີບ “Freelance”  1. ມີເວລາ ສາມາດເລືອກໄດ້ວ່າຈະເຮັດວຽກໃນເວລາໃດ ເປີດ-ປິດຮ້ານຂອງຕົນເອເວລາໃດ ບໍ່ມີໃຜບັງຄັບ ຖ້າຮູ້ສຶກບໍ່ສະບາຍກໍສາມາດພັດຜ່ອນໄດ້ ຕ່າງຈາກມະນຸດເງິນເດືອນ ທີ່ຄ່ອນຂ້າງເຄັ່ງຄັດກັບເວລາເຂົ້າວຽກ-ເລິກວຽກ ທັງນີ້ຍັງຕ້ອງມີເຫດຜົນທີ່ພຽງພໍຕໍ່ການຂໍພັກວຽກນໍາອີກ 2. ປ່ຽນບັນຍາກາດຂອງການເຮັດວຽກໄດ້ຕາມໃຈມັກ ຈະເຮັດວຽກຢູ່ສະຖານທີ່ໃດກໍໄດ້ ອາຊີບ “Freelance” ມີສິດກຳນົດສະຖານທີ່ເອງ ເພື່ອໃຫ້ຕົນເອງເຮັດວຽກໄດ້ຢ່າງສະບາຍໃຈ ຕ່າງຈາກມະນຸດເງິນເດືອນທີ່ຢູ່ແຕ່ບ່ອນເກົ່າ …

Read More »