Breaking News

Career Advice

ຄົນລາວແຫ່ແຊຣ໌!! ໂຈໂຈ້ ມິຣາໂຄ ຝາກຄໍາຖາມແທນໃຈຄົນລາວ… ຖ້າຄົນລາວຕິດເຊື້ອ Covid-19 ຈະໄປປິ່ນປົວໄດ້ຢູ່ໃສ??

ບໍ່ວ່າຈະເຮັດຫຍັງ ໄປໃສ ຊ່ວງນີ້ກໍມີແຕ່ຄົນເວົ້າເຖິງເລື່ອງໄວຣັສສາຍພັນໃໝ່ ຫຼື Covid-19 ເພາະຖືວ່າເປັນພະຍາທີ່ຮ້າຍແຮງທີ່ສຸດໃນປັດຈຸບັນນີ້ ເຊິ່ງຫຼັງຈາກມີການປະກາດຈາກຫຼາຍພາກສ່ວນວ່າໃຫ້ມີການປ້ອງກັນ ເພາະໄວຣັສສາຍພັນໃໝ່ນີ້ ໄດ້ແຜ່ລະບາດໄປເກືອບທົ່ວໂລກ ແລະ ເມື່ອບໍ່ດົນມານີ້ ອົງການອານາໂລກ ກໍໄດ້ອອກມາປະກາດແລ້ວວ່າ  Covid-19  ເປັນພະຍາດໃຫຍ່ລະດັບໂລກໄປແລ້ວ… ສ່ວນປະເທດລາວເຮົາເອງກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ເພາະເຖິງວ່າປັດຈຸບັນ ລາວເຮົາຍັງບໍ່ມີຕົວເລກຜູ້ຕິດເຊື້ອທີ່ແນ່ນອນ ແຕ່ພາກສ່ວນທີ່ກ່ຽວຂ້ອງກໍໄດ້ອອກມາດຕະການປ້ອງກັນຫຼາຍຢ່າງບໍ່ວ່າຈະເປັນ ການໃຫ້ຍຸຕິງານສັງສັນ, ງານແຕ່ງງານ, ງານບຸນປະເພນີຕ່າງໆ ທັງນີ້ກໍເພື່ອຄວາມປອດໄພຂອງທຸກຄົນ!! ແລະ ຄືທີ່ທຸກຄົນຮູ້ກັນແລ້ວວ່າ  Covid-19  ເປັນພະຍາໄຂ້ຫວັດທີ່ຮ້າຍແຮງທີ່ສຸດທີ່ເຄີຍມີມາ ແລະ ເນື່ອງຈາກວ່າ ປະເທດລາວເຮົາຍັງບໍ່ມີຜູ້ຕິດເຊື້ອ ແຕ່ກໍມີກໍລະນີເຝົ້າລະວັງຢູ່ບໍ່ໜ້ອຍ ໂດຍສະເພາະຄົນລາວທີ່ເດີນທາງກັບຈາກຕ່າງປະເທດ ລວມທັງຄົນຕ່າງປະເທດທີ່ເດີນທາງເຂົ້າມາລາວໃນໄລຍະນີ້ ຈຶ່ງເຮັດໃຫ້ສັງຄົມມີຄໍາຖາມຢ່າງຫຼວງຫຼາຍກ່ຽວກັບການປິ່ນປົວຂຶ້ນມາ… ຈົນມີໂພສຂອງນັກຮ້ອງຊື່ດັງຄື ອ້າຍໂຈໂຈ້ ມີຣາໂຄ ທີ່ໄດ້ອອກມາຝາກຄໍາຖາມແທນໃຈຄົນລາວທຸກຄົນວ່າ “ຖ້າມີຄົນລາວຕິດ Covid-19 ແທ້ໆ ຈະໄປຮັກສາປິ່ນປົວຢູ່ໃສ? ຖາມເພື່ອທຸກຄົນ…” ແລະ ຫຼັງຈາກທີ່ຂໍ້ຄວາມດັ່ງກ່າວໄດ້ເຜີຍແຜ່ອອກມາ ກໍມີຊາວເນັດພ້ອມດ້ວຍຄົນດັງຫຼາຍຄົນ ເຂົ້າໄປສະແດງຄວາມຄິດເຫັນຢ່າງຫຼວງຫຼາຍວ່າ ເຫັນດີນໍາອ້າຍໂຈໂຈ້ ທຸກຄົນກໍຢາກຮູ້ຄືກັນ; ພ້ອມທັງແຊຣ໌ …

Read More »

ແມ່ຍິງຍຸກໃຫມ່ພຽງແຕ່ Strong ແລະ ໝັ່ນໃຈກໍປະສົບຜົນສໍາເລັດໄດ້…

ສັງຄົມເຮົາໃນປັດຈຸບັນໃຫ້ຄວາມສໍາຄັນກັບ “ຄວາມສະເໝີພາບທາງເພດ” ເຮັດໃຫ້ແມ່ຍິງທົ່ວໂລກມີບົດບາດສໍາຄັນ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນໃນທຸກແວດວົງ ບໍ່ວ່າຈະເປັນທາງດ້ານການເມືອງ ວິຊາການ ທຸລະກິດ ຫຼືວິທະຍາສາດ ແມ່ຍິງກໍມີອິດທິພົນຫຼາຍຂຶ້ນ. ທຸກຄົນເຄີຍ ສົງໄສບໍວ່າ “ແມ່ຍິງ” ຄວນມີບຸກຄະລິກແບບໃດຈື່ງຈະກ້າວໄປສູ່ຄວາມສໍາເລັດໄດ້? ມື້ນີ້ຂວັນໃຈມີສິ່ງດີໆມີແນະນໍາວ່າ ແມ່ຍິງທີ່ຈະປະສົບຄວາມສໍາເລັດໄດ້ຄວນເປັນແນວໃດ… 1. ແມ່ຍິງທີ່ພັດທະນາຄວາມສາມາດຂອງຕົນເອງຢູ່ຕະຫລອດເວລາ ຢູ່ໃນໂລກທີ່ເຕັມໄປດ້ວຍການແຂ່ງຂັນໃນປັດຈຸບັນ ແມ່ຍິງບໍ່ສາມາດປ່ອຍເວລາໃຫ້ສູນເສີຍອີກຕໍ່ໄປ ບໍ່ແມ່ນວ່າທຸກຄົນເກີດມາພ້ອມກັບຄວາມສາໍເລັດ ການທີ່ຈະປະສົບຜົນສໍາເລັດໄດ້ນັ້ນຕ້ອງອາໄສເວລາ ແລະ ຄວາມມຸ່ງໝັ່ນ ແມ່ຍິງທີ່ຈະປະສົບຜົນສໍາເລັດຕ້ອງມີຄວາມພ້ອມທັງຮ່າງກາບຍ ແລະ ຈິດໃຈ ໃນການພັດທະນາທັກສະ ແລະ ຄວາມສາມາດຂອງຕົນເອງໃຫ້ມີປະສິດທິພາບຫຼາຍຂຶ້ນ ເພື່ອໃຫ້ໝັ່ນໃຈໄດ້ວ່າ ທັກສະທີ່ມີນັ້ນເປັນສິ່ງຈໍາເປັນ ແລະ ບໍ່ສາມາດທົດແທນໄດ້ 2. ແມ່ຍິງທີ່ສາມາດບໍລິຫານຈັດການເລື່ອງການເງິນໄດ້ເປັນຢ່າງດີ ໃຜແດ່ທີ່ຈະບໍ່ມັກແມ່ຍິງສະຫຼາດ? ແມ່ນຍິງທີ່ປະສົບຜົນສໍາເລັດສ່ວນໃຫຍ່ນັ້ນມີຄວາມສາມາດໃນການບໍລິຫານຈັດການເລື່ອງການເງິນໄດ້ເປັນຢ່າງດີ ແລະ ແມ່ຍິງເຫຼົ່ານັ້ນ ກໍຈະສາມາດຄວບຄຸມ ບໍລິຫານຈັດການຊີວິດໄດ້ 3. ແມ່ຍິງທີ່ມີຄວາມໝັ່ນໃຈ ບໍ່ຍອມແພ້ ການມີຄວາມໝັ່ນໃຈ ແລະ ຄວາມພະຍາຍາມເປັນຄຸນລັກສະນະທີ່ສໍາຄັນສໍາລັບແມ່ຍິງທີ່ປະສົບຜົນສໍາເລັດ ທຸກມື້ນີ້ມີແມ່ຍິງບາງຄົນທີ່ປະເມີນຄ່າຕໍ່າເກີນໄປໃນຫຼາຍໆດ້ານ ໂດຍສະເພາະແມ່ນເລື່ອງຂອງການເຮັດວຽກ …

Read More »

ບູລີ่่ ( Bully) ແມ່ນຫຍັງ?? ຢາກໃຫ້ອ່ານ!! ເລື່ອງລາວຂອງ ຕຸກ The Wow ນາງແບບສາວແຖວໜ້າຂອງປະເທດລາວ ກັບຄໍາວ່າ “ອີດໍາຕັບເປັດ-ອີເຢີນ”

ເຄີຍໄດ້ຍິນຄໍາວ່າ “Bully” ກັນບໍ? ບາງຄົນອາດຈະເຄີຍ ແລະ ບໍ່ເຄີຍໄດ້ຍິນ ເລີ່ມສົງໄສກັນແລ້ວບໍ ຄໍາວ່າ ບຸລີ่่ ( Bully) ແມ່ນຫຍັງ? ມື້ນີ້ຂັວນໃຈຈະພາໄປຮູ້ຈັກຄວາມໝາຍຂອງຄໍານີ້ກັນ… ບູລີ่่ ( Bully) ແມ່ນຫຍັງ? ບູລີ่่ ( Bully) ຄື ພຶດຕິກໍາຮຸນແຮງ ກັ່ນແກ້ງ ເຮັດໃສ່ຄົນອື່ນທາງວາຈາ ແລະ ຮ່າງກາຍ ບໍ່ວ່າຈະເປັນການດູຖູກທາງຮູບຮ່າງ ໜ້າຕາ ສະຖານະທາງສັງຄົມ ຮວມໄປເຖິງທໍາຮ້າຍຮ່າງກາຍ  ໂດຍສະເພາະຄົນທີ່ອ່ອນແອກວ່າ ແລະ ການບູລີ່ເກີດຂຶ້ນໄດ້ທຸກທີ່ໃນຊີວິດປະຈໍາວັນ ບໍ່ວ່າຈະເປັນທາງສະຖາບັນການສຶກສາ ບ່ອນເຮັດວຽກ ເກືອບທົ່ວໂລກ ບໍ່ແມ່ນແຕ່ສະເພາະໃນປະເທດລາວ ແລະ ເກີດຂຶ້ນມາດົນແລ້ວ… ການຖືກ ບູລີ่่ ( Bully) ບໍ່ແມ່ນເລື່ອງປົກກະຕິ… ປະໂຫຍກທີ່ວ່າ ບູລີ่่ ( Bully)  ຟັງຄໍານີ້ອາດຈະເປັນຄໍາເວົ້າທໍາມະດາ  ແຕ່ວ່າໃນສັງຄົມຂອງຄົນໆໜື່ງ ອາດຈະເປັນບັນຫາໃຫຍ່ ສໍາລັບພວກເຂົາເລີຍ ເພາະມັນໝາຍເຖິງ …

Read More »

ການສ້າງຄວາມສຸກ!!! ໃນການເຮັດວຽກ…

ຄວາມສຸກ ເປັນສິ່ງທຸກຄົນປາຖະໜາ ບໍ່ວ່າຈະເປັນໃນແງ່ມຸມຂອງຊີວິດສ່ວນຕົວ ຄອບຄົວ ຫຼືການເຮັດວຽກ ຄົນທີ່ມີຄວາມສຸກ ຄືຄົນທີ່ມີທັດສະນະຄະຕິທີ່ດີ ຄິດບວກ ຢູ່ສະເໝີ  ເຊິ່ງໂດຍທົ່ວໄປແລ້ວຄົນໄປເຮັດວຽກໃຊ້ເວລາບໍ່ຕໍ່າກວ່າໜື່ງສ່ວນສາມຂອງແຕ່ລະມື້ ໃຊ້ຊີວິດ ຢູ່ບ່ອນເຮັດວຽກ ແລະ ປຽບສະເໝືອນບ້ານຫຼັງທີ່ສອງ ດັ່ງນັ້ນ, ຖ້າບ່ອນເຮັດວຽກນ່າຢູ່ ຄົນທີ່ເຮັດວຽກກໍຢາກໄປເຮັດວຽກ ແລະ ຢາກສະແດງຜົນງານໃຫ້ດີທຸກມື້ ສະນັ້ນ, ຈະເຫັນໄດ້ວ່າບ່ອນເຮັດວຽກມີບົດບາດສໍາຄັນຕໍ່ຄວາມສຸກຂອງບຸກຄົນຫຼາຍ ຖ້າບ່ອນເຮັດວຽກນ່າຢູ່ ຄົນກໍຈະແຂງແຮງ ແລະ ມີຄວາມສຸກ ພະນັກງານກໍຈະມີປະສິດທິຜົນໃນໄລຍະຍາວ ການສ້າງຄວາມສຸກໃນການເຮັດວຽກຈື່ງເປັນສິ່ງຈໍາເປັນຫຼາຍໃນການປະຕິບັດວຽກງານໃນອົງກອນ ເຮົາມາດສ້າງຄວາມສຸກໃນການເຮັດວຽກໄດ້ດ້ວຍວິທີນີ້: 1. ການແກ້ໄຂບັນຫາຢ່າງຖືກວິທີ:  ການເຮັດວຽກລ້ວນແຕ່ມີບັນຫາເປັນເລື່ອງທໍາມະດາ  ຢ່າແກ້ໄຂບັນຫາໂດຍການໃຊ້ອາລົມ ຈະເຮັດໃຫ້ເຮົາຄຽດຂຶ້ນ ທຸກບັນຫາລ້ວນແຕ່ມີທາງອອກ ຈົ່ງຫາຄົນຊ່ວຍ ເຝິກການຖາມ ແກ້ໄຂບັນຫາໄດ້ ກໍຈະສະບາຍໃຈ ຫາຍຄຽດ 2. ພັດທະນາທັກສະໃນການເຮັດວຽກ:  ບາງຄົນເຮັດວຽກບໍ່ຖະນັດ ວຽກທີ່ຍາກ ບໍ່ກົງກັບຄວາມສາມາດຂອງຕົນເອງ ຈົນເຮັດໃຫ້ວຽກອອກມາບໍ່ດີ ໝົດກຳລັງໃຈໃນການເຮັດວຽກ ການພັດທະນາຕົວເອງຈະປະສົບຜົນສໍາເລັດກັບວຽກຫຼາຍຂຶ້ນ  ໄດ້ຮັບການຍອມຮັບຈາກຫມູ່ຮ່ວມງານ ແລະ ຫົວໜ້າ …

Read More »

ເຮົາມາຮູ້ຈັກກັບ!! ຄວາມໝາຍທີ່ແທ້ຈິງຂອງຄໍາວ່າ “LGBT” ຫຼືຄວາມຫຼາກຫຼາຍທາງເພດ…

ສິດທິມະນຸດ ຄວາມເທົ່າທຽມ ການໃຫ້ຄວາມເຄົາລົບເຊິ່ງກັນ ແລະ ກັນ ຖືວ່າເປັນເລື່ອງສໍາຄັນໃນສັງຄົມຂອງເຮົາໃນປັດຈຸບັນ ທຸກຄົນຕ່າງກໍຊອກຫາຄວາມເທົ່າທຽມກັນໃນສັງຄົມຕະຫລອດເວລາ ບໍ່ວ່າຈະເປັນຄວາມເທົ່າທຽມທາງດ້ານ ການເງິນ, ສັງຄົມ ທີ່ຢູ່ອາໄສ ແຕ່ເຈົ້າຮູ້ ຫຼືບໍວ່າຍັງມີອີກກຸ່ມຄົນໜື່ງທີ່ຍັງລໍຖ້າໃຫ້ສັງຄົມຍອມຮັບ ເຄົາລົບ ແລະ ເຂົ້າໃຈໃນສິ່ງທີ່ເຂົາເຈົ້າເປັນ ນັ້ນກໍຄື ກຸ່ມຂອງ LGBT ຫຼື ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ມື້ນີ້ຂັວນໃຈ ຈຶ່ງຢາກໃຫ້ທຸກຄົນມາຮູ້ຈັກ ແລະ ເຂົ້າໃຈກັບຄົນກຸ່ມນີ້ຫຼາຍຂຶ້ນ… LGBT ເປັນບຸກຄົນທີ່ມີອະໄວຍະວະສືບພັນທັງສອງເພດ (Intersex); ຫຼືເອີ້ນເປັນຄໍາສັບລວມແມ່ນ: ກຸ່ມຄົນຫຼາກຫຼາຍທາງເພດ (LGBT) ເຊິ່ງມາຈາກຕົວອັກສອນຂອງຄໍາຕ່າງໆດັ່ງນີ້: L – ຫຍໍ້ມາຈາກຄໍາວ່າ (Lesbian) : ຄືຄວາມຮັກຂອງເພດຍິງທີ່ມີໃຫ້ກັບເພດຍິງຢ່າງດຽວ ຫຼືໃນອີກແງ່ມຸມໜື່ງຄື ເພດຍິງທີ່ຮັກເພດດຽວກັນ  (ຍິງຮັກຍິງ) G – ຫຍໍ້ມາຈາກຄໍາວ່າ (Gay): ຄືຄວາມຮັກຂອງເພດຊາຍທີ່ມີໃຫ້ກັນນັ້ນເອງ  (ຊາຍຮັກຊາຍ) B – ຫຍໍ້ມາຈາກຄໍາວ່າ  (Bisexual):  ແມ່ນຄວາມຮັກລະຫວ່າງເພດຍິງ ຫຼືເພດຊາຍ ທີ່ໃຫ້ກັບເພດດຽວກັນ …

Read More »