Breaking News

Career Advice

ສະຖານະການເກີນຄວບຄຸມ!!! ຈໍານວນຜູ້ຕິດເຊື້ອ ໂຄວິດ-19 ຢູ່ ສ.ອາເມລິກາ ທະລຸ 2 ແສນກວ່າຄົນແລ້ວ….  “ປະເທດລາວຄວນເບິ່ງເປັນບົດຮຽນ”

ແຜ່ລະບາດຢ່າງຕໍ່ເນື່ອງກັບພະຍາດໂຄວິດ-19 ທີ່ກຳລັງແຜ່ລາມໄປທົ່ວທຸກພື້ນທີ່ໃນໂລກ ໂດຍສະເພາະຢູ່ໃນສະຫະລັດອາເມລິກາທີ່ແຜ່ລະບາດໜັກມີຜູ້ຕິດເຊື້ອໂຄວິດເກີນ 200,000 ຄົນ ຍອດທັງໝົດທົ່ວໂລກທະລຸ 900,000 ຄົນ ແລະ ປັດຈຸບັນຍອດສະສົມຂອງຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກມີຈຳນວນຫຼາຍກວ່າ 900,000 ຄົນແລ້ວ ໂດຍຫຼາຍກວ່າ 200,000 ຄົນໃນຈຳນວນນີ້ຢູ່ໃນສະຫະລັດພຽງປະເທດດຽວ. ຂໍ້ມູນຈາກ ສູນຂໍ້ມູນໄວຣັສໂຄວິດ-19 ຂອງມະຫາວິທະຍາໄລ ຈອດສ ຮອບກິນສ ລະບຸວ່າ ຈຳນວນຜູ້ຕິດເຊື້ອໂຄວິດ-19 ລ່າສຸດແມ່ນຢູ່ທີ່ 921,924 ຄົນແລ້ວໃນ ເວລາ 02:45 ໃນມື້ວັນພະຫັດ 2 ມີນາ 2020 ຖືຮັກສາຫາຍແລ້ວ 192,964 ຄົນ ຂະນະທີ່ຈຳນວນຜູ້ເສຍຊີວິດຢູ່ທີ່ 46,252 7 ຄົນ ແລະ ມີແນວໂນ້ມຈະເພີ່ມສູງຂຶ້ນເລື້ອຍໆ ຈາກສະຖິຕິດັ່ງກ່າວເຮັດໃຫ້ ດຣ.ເທດຣອດ ອາດານອົມ ເກເບນເຢຊຸດ ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກອອກມາສະແດງຄວາມກັງວົນກ່ຽວກັບເລື່ອງການແຜ່ລະບາດຂອງໂຄວິດ-19 ທົ່ວໂລກ ແລະ ຄວາມໄວຂອງຕົວເລກທີ່ກຳລັງເພີ່ມຂຶ້ນ ໂດຍໄດ້ເຕືອນວ່າ …

Read More »

ໂຈໂຈ້ ມີຣາໂຄຣ ຝາກເຕືອນ!! ການປ້ອງກັນພະຍາດໂຄວິດ–19 ແມ່ນຕ້ອງເລີ່ມຈາກຕົວເອງ… ເພາະເລື່ອງສຸຂະພາບເປັນສິ່ງທີ່ທຸກຄົນຕ້ອງໃຫ້ຄວາມສໍາຄັນ

ເລື່ອງສຸຂະພາບເປັນສິ່ງທີ່ທຸກຄົນຕ້ອງໃຫ້ຄວາມສໍາຄັນ ຍິ່ງເປັນໄລຍະທີ່ຕ້ອງສູ້ກັບພະຍາດໂຄວິດ – 19 ກໍຕ້ອງເພີ່ມການເບິ່ງແຍງສຸຂະພາບໃຫ້ແຂງແຮງ ພ້ອມທັງປະຕິບັດຕາມກະຊວງສາທາລະນະສຸກ ເພິ່ນແນະນຳເພື່ອປ້ອງກັນຕົວເອງ ແລະ ຄົນອື່ນ… ມື້ນີ້ຂວັນໃຈຈະພາໄປຕິດຕາມ ຄໍາຄິດເຫັນຂອງນັກຮ້ອງໜຸ່ມສຸດຮ໋ອດ ໂຈໂຈ້ miracle… ໂຈໂຈ້ ນັກຮ້ອງຄົນດັງລາວ ແລະ ຜູ້ກຳກັບ ໄດ້ໃຫ້ສໍາພາດວ່າ: ສຳລັບຕົນເອງພະຍາດໂຄວິດ – 19 ຖືວ່າເປັນພະຍາດໃໝ່ ແລະ ການແຜ່ລະບາດແມ່ນວ່ອງໄວກວ່າທີ່ເຮົາຄິດ, ຖ້າຈະໃຫ້ເວົ້າເຖິງການປ້ອງກັນຈາກພະຍາດຊະນິດນີ້ຄິດວ່າເຮົາຄວນເລີ່ມຈາກຕົວເຮົາເອງໃນການຮັກສາຄວາມສະອາດ, ໝັ່ນລ້າງມື ຫຼື ຂ້າເຊື້ອດ້ວຍແອລກໍຮໍ ແລະ ສິ່ງສຳຄັນໃນສະຖານະການສຸ່ມສ່ຽງແບບນີ້ທຸກຄົນຄວນຫຼີກລຽງການພົບປະຜູ້ຄົນຢູ່ໃນສະຖານທີ່ຊຸມຊົນ ຫຼື ມີຈຳນວນຄົນຫຼາຍໆ ເພາະພະຍາດນີ້ມັນສາມາດແຜ່ເຊື້ອຜ່ານການໄອ, ການຈາມ ແລະ ການສຳຜັດຂອງຄົນຕໍ່ຄົນໄດ້. ນອກຈາກການປ້ອງກັນຕົນເອງແລ້ວໃນຖານະທີ່ຕົນເອງເປັນປະຊາຊົນຄົນໜຶ່ງ ແລະ ຕອນນີ້ຂ່າວຂອງພະຍາດກໍລະບາດໃນຫຼາຍປະເທດ. ສະນັ້ນ, ກໍບໍ່ຢາກໃຫ້ທຸກຄົນຖືເບົາ, ເສບຂ່າວຢ່າງມີສະຕິ ແລະ ຕ້ອງເລີ່ມຈາກຕົວເຮົາເອງທີ່ຕ້ອງລະມັດລະວັງໃຫ້ຫຼາຍຂຶ້ນ. ຕົນເອງກໍບໍ່ຮູ້ລາຍລະອຽດຢ່າງຈະແຈ້ງແຕ່ສິ່ງທີ່ເຮົາເຮັດໄດ້ເພື່ອຫຼີກລຽງພະຍາດນີ້ເຮົາສາມາດຫາຂໍ້ມູນໃນອິນເຕີເນັດທີ່ໜ້າເຊື່ອຖື ເພື່ອກວດເບິ່ງວິທີປ້ອງກັນ ແລະ ວິທີເບິ່ງແຍງຮ່າງກາຍ ລວມທັງການເບິ່ງແຍງສຸຂະພາບ, ພະຍາຍາມບໍ່ອອກໄປໃນສະຖານທີ່ແອອັດ …

Read More »

ສົມກັບສາຍາ!! ນາງງາມໃຈບຸນ ຍຸ້ຍ ສັນທະນີ Miss Supranational 2018 ບໍລິຈາກຜ້າອັດປາກ ແລະ ເຈລລ້າງມືໃຫ້ກັບໜ່ວຍກູ້ໄພ…

ສົມກັບໄດ້ຮັບສາຍາ “ນາງງາມໃຈບຸນ” ອີກຄົນໜຶ່ງທີ່ບໍ່ວ່າຈະມີເຫດການຫຍັງເກີດຂຶ້ນຢູ່ປະເທດລາວເຮົາ, ປະຊາຊົນເດືອດຮ້ອນຕ້ອງການຄວາມຊ່ວຍເຫຼືອຢູ່ໃສ ແມ່ນໜ້ອຍບ່ອນທີ່ຈະບໍ່ເຫັນໜ້າສາວຄົນນີ້ ຍຸ້ຍ ສັນທະນີ ອະດີດນາງງາມ Miss Supranational 2018… ແລະ ໃນໄລຍະນີ້ປະເທດລາວເຮົາກໍກໍາລັງພະເຊີນກັບໄພພິບັດຈາກ ໂຄວິດ-19 ເຊິ່ງມັນໄດ້ສົ່ງຜົນກະທົບທຸກດ້ານຕໍ່ກັບປະເທດເຮົາ ແຕ່ພາກລັດ ແລະ ບັນດາໜ່ວຍງານທີ່ຮັບຜິດຊອບກໍໄດ້ພະຍາຍາມທຸກວິທີທາງເພື່ອຮັບມື ແລະ ສະກັດກັ້ນພະຍາດດັ່ງກ່າວ!! ລວມທັງປະຊາຊົນຄົນລາວເຮົາຜູ້ທີ່ມີເງື່ອນໄຂກໍໄດ້ອອກມາໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງເຕັມທີ່… ກໍຄືບັນດາຄົນບັນດາຄົນບັນເທີງລາວຫຼາຍຄົນທີ່ຍື່ນມືເຂົ້າມາຊ່ວຍເຫຼືອ ບໍ່ວ່າຈະເປັນອຸປະກອນທາງການແພດຕ່າງໆ ເທົ່າທີ່ຄວາມສາມາດຈະຊ່ວຍໄດ້ ລວມທັງ ນາງງາມໃຈບຸນຄົນນີ້ ຍຸ້ຍ ສັນທະນີ ເຫັນມິດໆບໍ່ໂພສຫຍັງໃນ FB ສ່ວນຕົວແຕ່ກໍລົງໄປບໍລິຈາກເຄື່ອງຊ່ວຍເຫຼືອ ໃຫ້ກັບທີມກູ້ໄພ ທີ່ກໍາລັງປະຕິບັດໜ້າທີ່ຊ່ວຍເຫຼືອຄົນເຈັບຢູ່ສະໜາມດ້ວຍຕົນເອງ… ຈົນເຮັດໃຫ້ FB ຊື່: SaoKai Jaojaohude ໂພສຮູບພາບຂອງສາວຍຸ້ຍ ພ້ອມແຄັບຊັ່ນວ່າ “ວ່າສີບໍ່ເອົາລົງລະນ່າ………..ແຕ່ຈັກຫນ່ອຍຄົນສີບໍ່ຮູ້ນຳວ່ານາງໃຈດີ ແຕ່ສະພາບນາງງາມທີ່ຂ້ອຍເຄີຍແອບມັກແອບປື້ມຄວາມງາມຕອນນີ້ມັນຫາຍໄປໃສແລ້ວ ຫຼືຖືກປົກປີດດ້ວຍຜ້າອັດປາກໄວ້ຫມົດ 5555 ແຕ່ກະຍັງຮັກໃນຄວາມດີນາງນີໃສດີໃຈດີຂອງນາງຢູ່555555 ຂອບໃຈນ້ອງສາວຂ້ອຍ ຢຸ້ຍ ສັນທະນີ …

Read More »

ສະຖານະການຍັງໜ້າເປັນຫ່ວງ!! ອັບເດດຈໍານວນຜູ້ຕິດເຊື້ອ COVID_19 ປັດຈຸບັນບັນລຸ 7 ແສນກວ່າຄົນ… ອັນດັບໜຶ່ງຍັງຄົງເປັນ ສ. ອາເມຣິກາ.

ປັດຈຸບັນ ໂລກແຜ່ລະບາດ COVID_19 ກຳລັງແຕ່ລະບາດເກືອບທົ່ວທຸກພື້ນທີ່ຂອງໂລກເຊິ່ງໄດ້ສົ່ງຜົນໃຫ້ຈໍານວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດນັບມື້ນັບຫຼາຍຂຶ້ນ ຫຼ້າສຸດ ສູນວິທະຍາສາດ ແລະ ວິສະວະກຳທາງລະບົບ (CSSE) ທີ່ມະຫາວິທະຍາໄລຈອນຮອບກິນ ໄດ້ລາຍງານຂໍ້ມູນວ່າ: ປັດຈຸບັນມີຈໍານວນຜູ້ຕິດເຊື້ອໄວຣັສ COVID_19 ທົ່ວໂລກ ແລ້ວປະມານ 777.286 ຄົນ ແລະ ມີຈໍານວນຜູ້ເສຍຊີວິດທົ່ວໂລກແລ້ວ 37.148 ຄົນ. ລາຍງານດັ່ງກ່າວ: ປັດຈຸບັນອາເມລິກາມີຈໍານວນຜູ້ຕິດເຊື້ອ COVID_16 ແລ້ວ 160.020 ຄົນ ແລະ ເສຍຊີວິດມີ 2.953 ຄົນ ເຊິ່ງລັດ New York ໄດ້ຮັບຜົນກະທົບໜັກທີ່ສຸດຈາກການແຜ່ລະບາດຂອງພະຍາດໂຄວິດ ມີລາຍງານຜູ້ຕິດເຊື້ອຫຼາຍກວ່າ 66.000 ຄົນ ແລະ ມີຜູ້ເສບຊີວິດ 1.218 ຄົນ. ປັດຈຸບັນ ອາເມລິກາຍັງສ້າງສະຖິຕິຂອງການມີຈໍາານວນຜູ້ຕິດເຊື້ອໂຄວິດ-19 ສູງທີ່ສຸດໃນໂລກ, ຮອງລົງມາຄື ອີຕາລີ 101.739 …

Read More »

ສະຖານະການໜ້າເປັນຫ່ວງ!! ຍອດຜູ້ຕິດເຊື້ອໃນ ອາເມຣິກາ ເພີ່ມຂຶ້ນ 17 ພັນກວ່າຄົນໃນມື້ດຽວ ເປັນອັນດັບ 1 ຂອງໂລກ…

ຈາກການແຜ່ລະບາດຂອງ ໂຄວິດ-19 ເຊິ່ງໃນປັດຈຸບັນມີຜູ້ຕິດເຊື້ອແລ້ວທົ່ວໂລກລວມທັງປະເທດລາວເຮົາເອງ (ແຕ່ມື້ນີ້ ວັນທີ 27 ມີນາ ຢູ່ ສປປ ລາວ ແມ່ນບໍ່ພົບຜູ້ຕິດເຊື້ອແລ້ວ) ແລະ ຫຼ້າສຸດສະຫະລັດ ອາເມຣິກາ ມີຜູ້ຕິດເຊື້ອເພີ່ມຂຶ້ນອີກ 17,224 ຄົນ ເຊິ່ງແຊງຈີນໄປເປັນທີ່ຮຽບຮ້ອຍແລ້ວ… ໂດຍທາງ worldometers ເຊິ່ງເປັນເວັບໄຊ້ຮວບຮວມສະຖານະການພະຍາດ ໂຄວິດ-19 ແບບ Rail-time ໄດ້ເຜີຍແຜ່ຂໍ້ມູນຜູ້ຕິດເຊື້ອທົ່ວໂລກ ປະຈໍາວັນທີ 27 ມີນາ 2020 ວ່າ ມີຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມຂຶ້ນເລື້ອຍໆ ຕະຫຼອດເວລາ ປັດຈຸບັນພົບຜູ້ຕິດເຊື້ອ 532,119 ຄົນ ແລະ ເສຍຊີວິດ 24,089 ຄົນ; ສາມາດປິ່ນປົວເຊົາແລ້ວ 124,326 ຄົນ. ຈາກສະຖິຕິ ຂໍ້ມູນແບບ Rail-time ຂອງມື້ວານນີ້ (ວັນທີ 26 ມີນາ 2020) ຈະເຫັນໄດ້ວ່າ ຍອດຜູ້ຕິດເຊື້ອຂອງປະເທດ …

Read More »