Breaking News

Career Advice

ງາມຈາກພາຍໃນສູ່ພາຍນອກ!! ໄນຍາຄິມ ນາງແບບຜິວສີເຈົ້າຂອງສະຖິຕິນາງແບບຜິວເຂັ້ມທີ່ສຸດໃນໂລກ ຜູ້ຈຸດປະກາຍຊາວຜິວສີໃຫ້ມີບ່ອນຢືນໃນສັງຄົມ…

ທ່າມກາງກະແສຮຽກຮ້ອງຄວາມເທົ່າທຽມໃນເລື່ອງຂອງເຊື້ອຊາດ ແລະ ສີຜິວ ກໍໄດ້ມີນາງແບບສາວຄົນນີ້ທີ່ຂໍອອກມາປ່ຽນທັດສະນະຄະຕິດ້ານລົບທັງຫຼາຍ ໃຫ້ກາຍເປັນສິ່ງທີ່ຍອມຮັບໄດ້ໃນທີ່ສຸດ… ໄນຍາຄິມ ແກດເວຄ ນາງແບບສາວຜູ້ທີ່ເປັນເຈົ້າຂອງສີຜິວທີ່ດຳເຂັ້ມທີ່ສຸດໃນໂລກ ຈົນໄດ້ຮັບການບັນທຶກລົງໃນ ກິເນສບຸກ ພ້ອມທັງເປັນທີ່ຍອມຮັບກັນໃນວົງການ Fashion ລະດັບໂລກອີກດ້ວຍ… ໄນຍາຄິມ ປັດຈຸບັນອາຍຸ 27 ປີ ເປັນສາວຊາວອາເມລິກາ ເຊື້ອສາຍຊູດານໃຕ້ ເກິດທີ່ເມືອງແກມເບລາ ເອທິໂອເປຍ ເປັນທີ່ຮູ້ຈັກໃນແວດວົງນາງແບບ ແລະ ເປັນຜູ້ເຮັດໃຫ້ວົງການນາງແບບຕ້ອງສະເທືອນກັບການມາແລ້ວ… ໄນຍາຄິມ ໄດ້ເປິດໃຈວ່າ ລາວບໍ່ເຄີຍໜີພົ້ນເລື່ອງການຍຽດສີຜິວຄືກັນກັບທີ່ຊາວຜິວສີຫຼາຍຄົນເຄີຍພົບຢ່າງໜ້ອຍໜຶ່ງເທື່ອ ແຕ່ລາວພະຍາຍາມເບິ່ງເລື່ອງນີ້ໃຫ້ເປັນໃນທາງບວກໄວ້ ແລະ ຕອບກັບໄປຢ່າງເຈັບໆສະເຫມີ… ໄນຍາຄິມ ເຄີຍເລົ່າໃຫ້ຟັງວ່າ ຄັ້ງຫນຶ່ງລາວເຄີຍນັ່ງອູເບີ້ເພື່ອເດີນທາງໄປບ່ອນໃດບ່ອນໜຶ່ງ ແລະ ຢູ່ໆຄົນຂັບລົດກໍ່ເອີຍປາກຖາມລາວວ່າ ຖ້າມີຄົນໃຫ້ເງິນປະມານ 10. 000 ຫຼຽນ (ປະມານ 90.000.000 ກີບ) ໃຫ້ໄປກັດສີຜິວໃຫ້ຂາວຂຶ້ນ ລາວຈະຍອມເຮັດບໍ? ແທນທີ່ນາງຈະໃຈຮ້າຍເປັນຟືນໄຟ ໄນຍາຄິມ ກັບຫົວຂື້ນສຽງດັງ ແລະ ຕອບກັບໄປວ່າບໍ່ມີທາງ ເປັນຫຍັງຂ້ອຍຕ້ອງຢາກຈະກັດສີຜິວ …

Read More »

ອ່ານໄວ້ເປັນຄວາມຮູ້!!! ນັກວິທະຍາສາດເຕືອນ Covid-19 ມີຄວາມເຊື່ອມໂຍງເຮັດໃຫ້ສະໝອງເສຍຫາຍ…

ຫຼ້າສຸດນັກວິທະຍາສາດໄດ້ເຕືອນເຖິງຄວາມເປັນໄປໄດ້ ທີ່ສະໝອງຄົນເຮົາເກີດຄວາມເສຍຫາຍມີຄວາມເຊື່ອມໂຍງກັບ Corona Virus ຫຼື Covid-19 ເນື່ອງຈາກມີຫຼັກຖານໃໝ່ທີ່ຊີ້ໃຫ້ເຫັນວ່າ ໂຄວິດ-19 ສາມາດນໍາໄປສູ່ພາວະແຊກຊ້ອນທາງລະບົບປະສາດອັກເສບ ມີຄວາມຜິດປົກກະຕິທາງຈິດ ແລະ ສະໝອງມືນງົງ ການສຶກສາໂດຍນັກວິໄຈຈາກ University College London (UCL) ອະທິບາຍຜູ້ຕິດເຊື້ອ Covid-19 43 ຄົນທີ່ໄດ້ຮັບຄວາມຜິດປົກກະຕິຂອງສະໝອງຊົ່ວຄາວ ຈາກຄວາມເສຍຫາຍຂອງເສັ້ນປະສາດ ຫຼືຜົນກະທົບທາງສະໝອງທີ່ຮຸນແຮງອື່ນໆ Covid-19 ເປັນພະຍາດທີ່ເກີດຈາກ Corona Virus ໃໝ່ ສ່ວນໃຫຍ່ເປັນພະຍາດທາງເດີນຫາຍໃຈທີ່ສົ່ງຜົນກະທົບຕໍ່ປອດ ແຕ່ນັກວິທະຍາສາດ ແລະ ແພດຜູ້ຊ່ຽວຊານດ້ານສະໝອງບອກວ່າ ມີຫຼັກຖານທີ່ກ່ຽວຂ້ອງກັບຜົນກະທົບຕໍ່ສະໝອງ Adrian Owen ນັກປະສາດວິທະຍາຈາກຕາເວັນຕົກ ມະຫາວິທະຍາໄລໃນ Cnnada ຍັງກ່າວອີກວ່າ “ຄວາມກັງວົນຂອງຂ້ອຍຄືຕອນນີ້ມີຜູ້ຄົນນັບລ້ານຕິດເຊື້ອ Covid-19 ແລະ ຖ້າໃນເວລາ 1 ປີ ເຮົາມີຄົນປິ່ນປົວເຊົາ 10 ລ້ານຄົນ ແລະ ຄົນເຫຼົ່ານັ້ນມີຄວາມບົກຜ່ອງທາງສະຕິປັນຍາ …

Read More »

ມາເບິ່ງ! 5 ຄຸນລັກສະນະຂອງແມ່ຍິງທີ່ມັກປະສົບຜົນສຳເລັດ ເບິ່ງໄວ້ ແລ້ວລົງມືຶເຮັດ!!!

ຍຸກສະໄໝນີ້ປ່ຽນໄປແລ້ວ ບໍ່ຈຳເປັນທີ່ແມ່ຍິງຈະເປັນຊ້າງຕີນຫຼັງ ລໍຖ້າຍ່າງນຳກົ້ນຜຸ້ຊາຍ ຫຼື ຢູ່ໃນໂອວາດ ແຕ່ເຮົາຢູ່ໃນຍຸກທີ່ບໍ່ວ່າແມ່ຍິງ ຫຼື ຜູ້ຊາຍກໍມີສິດທິທີ່ເທົ່າທຽມກັນ ເຮົາສາມາດຍ່າງໄປພ້ອມໆກັນໄດ້ ໂດຍທີ່ຕ່າງຄົນຕ່າງສະໜັບສະໜູນເຊິ່ງກັນ ແລະ ກັນ ແລ້ວຖ້າຫາກວ່າຢາກຈະເປັນແມ່ຍິງທີ່ປະສົບຜົນສຳເລັດ ຕ້ອງມີລັກສະນະ 5 ຢ່າງດັ່ງນີ້: 1.  ຮູ້ຈັກຍອມຮັບຄວາມຈິງ ບໍ່ໄດ້ບອກວ່າຈະຕ້ອງຍິ້ມສົດໃສ ຫົວດີໃຈໃນເວລາທີ່ຢູ່ໃນບັນຫາ ເຮົາທຸກຄົນຂຶ້ນຊື່ວ່າເປັນມະນຸດ ຍ່ອມມີສິດທີ່ຈະເສຍໃຈ ຫຼື ບໍ່ພໍໃຈກັບບັນຫາຕ່າງໆ ແຕ່ສິ່ງທີ່ຈະເຮັດໃຫ້ແຕກຕ່າງອອກໄປ ຄືການຍອມຮັບຄວາມຈິງ ຍອມຮັບວ່າບັນຫາໄດ້ເກີດຂຶ້ນແລ້ວ ແລະ ພະຍາຍາມແກ້ໄຂບັນຫາຢ່າງສຸດຄວາມສາມາດ ບໍ່ປ່ອຍໃຫ້ຕົວເອງຈົມຢູ່ກັບຄວາມທຸກ ຈົນບໍ່ເປັນອັນເຮັດຫຍັງ 2. ຮຽນຮູ້ແລະພັດທະນາຕົວເອງຢູ່ສະເໝີ ບໍ່ວ່າຕອນນີ້ເຈົ້າຈະອາຍຸເທົ່າໃດ ຜ່ານປະສົບການໃນຊີວິດຫຼາຍ ຫຼື ໜ້ອຍເທົ່າໃດ ຈະຖືກສັງຄົມມອບໂລ່ລາງວັນຍົກຍ້ອງວ່າເປັນແມ່ຍິງເກັ່ງ ປະສົບຄວາມສຳເລັດໃນດ້ານຕ່າງໆມາຫຼາຍ ແຕ່ແທ້ທີ່ຈິງແລ້ວສິ່ງທີ່ຈຳເປັນທີ່ສຸດຄືຕ້ອງເດີນໜ້າຮຽນຮູ້ຕໍ່ໄປ ຄົນທີ່ປະສົບຄວາມສຳເລັດ ຈະບໍ່ຢຸດພັດທະນາ ໂລກມີການປ່ຽນແປງຢູ່ຕະຫຼອດເວລາ ຖ້າຢຸດນັ້ນກໍໝາຍຄວາມວ່າ ກຳລັງຖອຍຫຼັງໄປເລື້ອຍໆ 3. ແບ່ງເວລາເຮັດວຽກ ແລະ ຊີວິດສ່ວນຕົວເປັນສັດສ່ວນ ເຮັດຄວາມເຂົ້າໃຈກັນກ່ອນວ່າ …

Read More »

ຄໍາຖາມໂລກແຕກ… ເງິນເດືອນເທົ່າໃດ? ຄວນຖາມ ຫຼືບໍ່? ຍ້ອນຫຍັງ? ມີຄໍາຕອບ!!!

ພໍດີໄດ້ອ່ານບົດຄວາມຈາກ Page ໜຶ່ງຂອງໄທ ກ່ຽວກັບບັນຫາຄໍາຖາມແທງໃຈ ຂອງມະນຸດເງິນເດືອນ ທີ່ເຊື່ອວ່າທຸກຄົນຕ້ອງເຄີຍເຈິ ເຊິ່ງຜູ້ທີ່ຖາມຈະເປັນໃຜກໍໄດ້ ບາງຄັ້ງກໍຄົນໃນຄອບຄົວ ໝູ່ເພື່ອນ ອ້າຍເອຶ້ອຍນ້ອງ ລວມໄປເຖິງລຸງ ປ້າ ອາວອາ ແລະ ນ້າຂ້າງບ້ານ… ເຊັ່ນວ່າ ເງິນເດືອນທໍ່ໃດ? ເຊິ່ງມັນອາດຈະເປັນຄໍາຖາມທໍາມະດາທີ່ທຸກຄົນຄິດວ່າ ເປັນເລື່ອງປົກກະຕິ ແຕ່ບາງຄັ້ງເຮົາຊໍ້າພັດຮູ້ສຶກບໍ່ຢາກຕອບ ແລະ ຮູ້ສຶກບໍ່ພໍໃຈທີ່ຖືກຖາມເລີຍ ຫຼືບາງຄັ້ງເຮົາຊໍ້າພັດເປັນຄົນຢາກຮູ້ເງິນເດືອນຊາວບ້ານເຂົາຄືກັນ 555+ ມັນເປັນຍ້ອນຫຍັງລະ? ສິ່ງທີ່ຄວນຄັ້ງຄໍາຖາມຫຼາຍກວ່າຄື ເປັນຫຍັງຄົນເຮົາຈຶ່ງຕ້ອງມາຊອກຄໍາຕອບເລື່ອງເງິນເດືອນຈາກໝູ່ ກໍຍ້ອນວ່າ ເຮົາອາດຈະບໍ່ໄດ້ຄໍາຕອບທີ່ຊັດເຈນຈາກບໍລິສັດ ເຮົາອາດຈະບໍ່ຮູ້ວ່າເຮົາຈະເຕີບໂຕໄປໄດ້ຫຼາຍນ້ອຍສໍ່າໃດ ແລະ ສິ່ງທີ່ເຮົາໄດ້ຢູ່ນີ້ທຽບກັນໃນຕະຫຼາດແລ້ວ ເຮົາບໍ່ໄດ້ກໍາລັງຖືກບໍລິສັດເອົາປຽບ ສິ່ງເຫຼົ່ານີ້ມັນສະທ້ອນອອກມາເລີຍວ່າ ບໍລິສັດບໍ່ໄດ້ເຮັດໃຫ້ເຮົາໄວ້ວາງໃຈ ຫຼືຮູ້ສຶກສະບາຍໃຈໃນເລື່ອງເງິນເດືອນ ເຮົາເລີຍຕ້ອງອອກມາຊອກຄໍາຕອບທາງນອກເອງ ບັນຫາຄື ເມື່ອມາຊອກຄໍາຕອບຈາກພາຍນອກ ມັນກໍອາດຈະໄດ້ຄໍາຕອບທີ່ບໍ່ຖືກຕ້ອງ ຫຼືເອົາມາທຽບກັນບໍ່ໄດ້ ເພາະເປັນຄົນລະບໍລິບົດກັນ ແລ້ວເຮົາກໍຈະກັບມາພ້ອມກັບຄໍາຕອບທີ່ຜິດໆ ດັ່ງນັ້ນ ບໍລິສັດທີ່ດີຕ້ອງໃຫ້ຄວາມສໍາຄັນກັບການສື່ສານກັບພະນັກງານແຕ່ລະຄົນດ້ວຍ ຖ້າເຂົາໄດ້ຮັບຂໍ້ມູນທີ່ຖືກຕ້ອງ ຖ້າເຂົາໄດ້ຮັບຄ່າຕອບແທນທີ່ເປັນທໍາຕັ້ງແຕ່ຕົ້ນ ຖ້າພະນັກງານກັບບໍລິສັດສື່ສານກັນດ້ວຍດີມາຕະຫຼອດ ເຂົາບໍ່ຈໍາເປັນຕ້ອງໄປຊອກຄໍາຕອບຈາກບ່ອນອື່ນເລີຍ ເຂົາຄວນຈະໄດ້ຮັບຄໍາຕອບທີ່ເຂົາສົງໄສໃນບໍລິສັດຈາກບໍລິສັດໂດຍກົງ …

Read More »

ສ.ອາເມຣິກາ ເລັງແບນແອັບດັງຂອງຈີນ TikTok ອ້າງວ່າເປັນເຄື່ອງມືສອດແນມ-ລ້ວງຂໍ້ມູນຜູ້ໃຊ້ງານ…

ອ້າງໄມ້ ປອມເປໂອ ຣມວ.ຕ່າງປະເທດ ເຜີຍກັບສໍານັກຂ່າວ Fox News ວ່າ ລັດຖະບານ ສ.ອາເມຣິກາ ກໍາລັງພິຈາລະນາ ແບນ Application Social Media ສັນຊາດຈີນຫຼາຍລາຍການ ລວມເຖິງແອັບ TikTok ນໍາ. ໂດຍໃຫ້ເຫດຜົນວ່າ ເປັນເຄື່ອງມືສອດແນມລ້ວງຂໍ້ມູນຜູ້ໃຊ້ງານຂອງລັດຖະບານຈີນ ເຊິ່ງເລື່ອງນີ້ກໍາລັງຢູ່ໃນການຕັດສິນໃຈຂອງ ປະທານາທິບໍດີ ໂດນັລ ທຣັ້ມ ບົນພື້ນຖານຂອງການເຄົາລົບໃນສິດເສລີພາບຂອງປະຊາຊົນຜູ້ໃຊ້ງານ… ສ່ວນທາງດ້ານ TikTok ໄດ້ຕັດສິນໃຈຍຸຕິການໃຫ້ບໍລິການໃນ ຮ່ອງກົງ ຫຼັງຈາກຈີນອະນຸມັດໃຊ້ກົດໝາຍຄວາມໝັ້ນຄົງສະບັບໃໝ່ ໃນເຂດປົກຄົງພິເສດ…

Read More »